ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ສະຫະລັດ ແລະຍີ່ປຸ່ນ ຊ້ອມລົບໃກ້ໆ ທະເລຈີນໃຕ້


ພົນເຮືອຕີ Leopoldo Alano (ຂວາ) ຈາກກອງທັບເຮືອ ຟີລິບປິນ ພວມໂອ້ລົມກັນກັບພົນເຮືອຕີ William Merz
ຈາກກອງທັບເຮືອສະຫະລັດ ໃນລະຫວ່າງພິທີເປີດ ການຊ້ອມ ລົບຮ່ວມ CARAT ປີ 2015 ທີ່ກອງບັນຊາການ ກອງງທັບເຮືອຟີລິບປິນ ທີ່ເມືອງ Puerto Princesa ເທິງເກາະ Palawan.
ພົນເຮືອຕີ Leopoldo Alano (ຂວາ) ຈາກກອງທັບເຮືອ ຟີລິບປິນ ພວມໂອ້ລົມກັນກັບພົນເຮືອຕີ William Merz ຈາກກອງທັບເຮືອສະຫະລັດ ໃນລະຫວ່າງພິທີເປີດ ການຊ້ອມ ລົບຮ່ວມ CARAT ປີ 2015 ທີ່ກອງບັນຊາການ ກອງງທັບເຮືອຟີລິບປິນ ທີ່ເມືອງ Puerto Princesa ເທິງເກາະ Palawan.

​ການຊ້ອມລົບ ລະຫວ່າງສະຫະລັດແລະຟີລິບປິນ ເລີ້ມຂຶ້ນໃນ
ວັນຈັນຜ່ານມານີ້ ໃນຂະນະດຽວກັນ ກັບທີ່ກອງທັບເຮືອ ຂອງ
ຍີ່ປຸ່ນ ແລະ ຟີລິບປິນ ເລີ້ມການຝຶກແອບຮ່ວມກັນ. Simone
Orendain ລາຍງານມາຈາກນະຄອນຫຼວງ Manila ວ່າ ການ
ຊ້ອມລົບທັງສອງນີ້ມີຂຶ້ນທີ່ແຂວງເກາະ Palawan ຊຶ່ງຕັ້ງຢູ່ໃກ້
ກັບເຂດ ທີ່ມີການຍາດແຍ່ງແຂ່ງຂັນກັນຢ່າງດຸເດືອດ ຢູ່ໃນທະ
ເລຈີນໃຕ້ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ການຊ້ອມລົບ ຮ່ວມກັບສະຫະລັດ ແມ່ນພົວພັນກັບກຳປັ່ນລົບ USS Fort Worth ແລະ ເຮືອບິນສອດແນມ P-3 Orion. ກອງທັບເຮືອຟີລິບປິນ ກ່າວວ່າ ພວກທະຫານ ຈະໄດ້ ຮັບການຝຶກແອບໃນການບິນສອດແນມ ທຳການຝຶກຊ້ອມທີ່ໃຊ້ລູກປືນແທ້ ຕະຫຼອດທັງ
ການກວດຄົ້ນ ແລະການຍຶດເຮືອ ພ້ອມທັງການຝຶກແອບອື່ນໆ. ເຈົ້າໜ້າທີ່ກ່າວວ່າ ການ ຊ້ອມລົບຮ່ວມດັ່ງກ່າວແມ່ນຈະຢູ່ໃນເຂດນ່ານນ້ຳຂອງຟີລິບປິນນອກ​ຝັ່ງກ້ຳຕາເວັນອອກ
ຂອງເກາະ Palawan ທີ່ຍືດຍາວນັ້ນ.

ພັນຕີ Lued Lincuna ຂອງກອງທັບເຮືອຟີລິບປິນ ໄດ້ກ່າວຢ້ຳ ຕໍ່ວີໂອເອວ່າ ສ່ວນການ
ປະຕິບັດງານ ຮ່ວມກັບກຳລັງປ້ອງກັນໂຕ ທາງທະເລຂອງຍີ່ປຸ່ນນັ້ນ ແມ່ນກິດຈະກຳທາງ
ທະເລແຕ່ບໍ່ແມ່ນການຊ້ອມລົບ. ທ່ານເວົ້າວ່າ ການປະຕິບັດງານນີ້ ແມ່ນຈະແນໃສ່ການ ຊ່ອຍເຫລືອທາງດ້ານມະນຸດສະທຳແລະບັນເທົາໄພພິບັດຕະຫຼອດທັງການຊອກຄົ້ນຫາ ແລະຊ່ອຍກູ້ໄພເປັນຕົ້ນ.

ພັນຕີ Lincuna ກ່າວວ່າ ເຮືອບິນຂອງແຕ່ລະປະເທດ ຮວມທັງເຮືອບິນສອດແນມ P-3
Orion ຂອງຍີ່ປຸ່ນກໍຈະບິນກາຍເຂດນນ່ານນ້ຳຂອງຟີລິບປິນທີ່ໄກອອກໄປຈາກແຄມຝັ່ງ
22 ຫລັກກິໂລແມັດນັ້ນ. ທ່ານໃຫ້ການຊີ້ແຈງຕື່ມວ່າ:

“ຄວາມຄິດກ່ຽວກັບກິດຈະກຳທາງທະເລແມ່ນວ່າເຮືອບິນທັງສອງຝ່າຍຈະບິນຂຶ້ນ ແລະຫຼັງຈາກນັ້ນກໍຈະບິນໄປຍັງບໍລິເວນ ຊຶ່ງຈົນເທົ່າດຽວນີ້ ຂ້າພະ​ເຈົ້າກໍຍັງບໍ່ທັນ ຮູ້ຈັກເທື່ອວ່າແມ່ນຢູ່ໃສ ຫລັງຈາກນັ້ນ ກໍຈະເຮັດກິດຈະກຳຮ່ວມກັນ ທີ່ພົວພັນກັບ ການຄົ້ນຫາແລະກູ້ໄພ.”

ທະເລຈີນໃຕ້ ແມ່ນຢູ່ທາງຝັ່ງທະເລ ກ້ຳຕາເວັນຕົກ ຂອງເກາະ Palawan ຊຶ່ງໝູ່ເກາະ Spratley ທີ່ເປັນບັນຫາຂັດແຍ້ງ ຕັ້ງຫ່າງອອກໄປ ທາງກ້ຳຕາເວັນຕົກສຽງເໜືອ 300 ຫຼັກກິໂລແມັດ. ຈີນພວມສ້າງເກາະດອນທຽມຂຶ້ນຈາກເກາະຫີນປະກາລັງຫຼືຫາດຕ່າງໆ ຢ່າງນ້ອຍ 7 ເກາະດ້ວຍກັນຢູ່ທີ່ນັ້ນ ຊຶ່ງເກືອບທັງໝົດຂອງເກາະດອນເຫຼົ່ານີ້ ຟີລິບປິນ
ກໍ​ໄດ້ອ້າງ​ເອົາກຳມະສິດເຊັ່ນ​ກັນ.

ໃນສັບປະດາແລ້ວນີ້ ຮູບພາບຈາກເວັບໄຊທ໌ sina.com.cn ຂອງຈີນ (http://slide.mil. news.sina.com.cn/h/slide 8 31042 36355. html#p=1) ໄດ້ນຳອອກເຜີຍແຜ່ສະ ໄລດ໌ ທີ່ປະກອບດ້ວຍ 17 ຮູບສະແດງໃຫ້ເຫັນເກາະທີ່ຈີນສ້າງຂຶ້ນເກືອບຈະສຳເລັດແລ້ວ
ຢູ່ Fiery Cross Reef ຮວມທັງຮູບທະຫານຈີນທັງ​ຍິງ​ແລະ​ຊາຍ ຖ່າຍຮູບໃນ​ທ່າ​ຕ່າງໆຢູ່​
ຫຼັກ​ໝາຍ​ເກາະ ຢູ່ບ່ອນກັນເຈື່ອນຂອງເກາະ ຢູ່ເຮືອນແກ້ວສຳຫຼັບປູກຜັກແລະຄອກໝູ.

ນອກນັ້ນແລ້ວ ບຣູນາຍ ມາເລເຊຍ ໄຕ້ຫວັນ ແລະຫວຽດນາມຍັງອ້າງເອົາກຳມະສິດກວມ ກັນຢູ່ໃນທະເລຈີນໃຕ້ ທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ ພ້ອມທັງເປັນ ເສັ້ນທາງການຄ້າ ທີ່ມີມູນຄ່າຫລາຍພັນຕື້ໂດລາ. ຍີ່ປຸ່ນ ກໍມີການຂັດແຍ້ງຂອງຕົນກັບຈີນ ກ່ຽວກັບໝູ່ເກາະນ້ອຍໆໃນເຂດທະເລຈີນຕາເວັນ ອອກ.

ໃນໄລຍະສອງສາມປີຜ່ານມານີ້ຟີລິບປິນທີ່ມີງົບປະມານທາງທະຫານໜ້ອຍທີ່ສຸດຢູ່ໃນຂົງ ເຂດໄດ້ຂະຫຍາຍຄັງອາວຸດຍຸດທະພັນຂອງຕົນແລະເສີມຂະຫຍາຍການເປັນພາຄີຍຸດທະ
ສາດ ກັບບັນດາປະເທດພັນທະມິດ ໃນຂະນະທີ່ຈີນທ ຳການອ້າງກຳມະສິດແບບກ້າຫານ ຫຼາຍຂຶ້ນ ເອົາເກືອບທັງໝົດຂອງທະເລຈີນໃຕ້ວ່າ ເປັນອະທິປະໄຕແບບໂຕ້ຖຽງບໍ່ໄດ້ຂອງ ຕົນ.

ເຈົ້າໜ້າທີ່ທະຫານກ່າວວ່າ ການຊ້ອມລົບທາງທະຫານກັບສະຫະລັດໃນປີນີ້ແມ່ນສືບສານ ຕໍ່ການຊ້ອມລົບທາງທະຫານປະຈຳປີ ທີ່ມີມາຫຼາຍປີແລ້ວນັ້ນ ແລະບໍ່ໄດ້ພົວພັນກັບບັນຫາ ຂັດແຍ້ງ ລະຫວ່າງຟີລິບປິນກັບຈີນ ຢູ່ທະເລຈີນໃຕ້ ແຕ່ຢ່າງໃດເລີຍ. ແຕ່ພວກນັກວິເຄາະ ກ່າວວ່າ ການຊ້ອມລົບກັບຍີ່ປຸ່ນ ແມ່ນເປັນສັນຍາລັກທີ່ສຳຄັນສຳຫລັບຍີ່ປຸ່ນ.

ພັກພັນທະມິດຮັກຊາດໃໝ່ຂອງຟີລິບປິນ ໄດ້ຄັດຄ້ານ ຕໍ່ການມີໜ້າທາງທະຫານຂອງສະ ຫະລັດຢູ່ໃນປະເທດ. ເລຂາທິຫານໃຫຍ່ຂອງພັກ ທ່ານ Renato Reyes ກ່າວວ່າ ເວລາ
ນີ້ ປະເທດຊາດຕ້ອງໄດ້ລະມັດລະວັງ ກ່ຽວກັບການມີໜ້າທາງທະຫານຂອງຍີ່ປຸ່ນຢູ່ທີ່ນີ້ ຄື​
ກັນ.

“ພວກເຂົາອາດຈະມີແຜນເພື່ອສະແດງກຳລັງຫຼາຍຂຶ້ນນັບມື້ໃນຊຸມປີຕໍ່ໜ້າ. ພວກ ເຮົາບໍ່ຢາກຖືກສວຍໃຊ້ເປັນຫີນຢຽບ. ພວກເຮົາບໍ່ຢາກຖືກສວຍໃຊ້ເປັນບ່ອນວາງ ຕີນທັງສຳຫລັບພວກລັດທິແຊກແຊງອາເມຣິກາຫລືລັດທິທະຫານຂອງຍີ່ປຸ່ນ."

ປະທານາທິບໍດີຟີລິບປິນທ່ານ Benigno Aquino ໄປຢ້ຽມຢາມຍີ່ປຸ່ນໃນຕົ້ນເດືອນນີ້ແລະ ກ່າວວ່າ ປະເທດທັງສອງຈະເລີ້ມຊຸກຍູ້ ໃຫ້ມີຂໍ້ຕົກລົງແລກປ່ຽນກຳລັງ ຢ່າງເປັນທາງການ ເພື່ອໃຫ້ທະຫານຍີ່ປຸ່ນໃນຈຳນວນເພີ້ມຕື່ມ ໄດ້ໝູນວຽນ ໄປປະຈຳການຢູ່ໃນຟີລິບປິນ.

XS
SM
MD
LG