ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຄົນທຸກ ໃນມະນີລາ ຂັດຂືນ ຄໍາສັ່ງ ໃຫ້ທັບມ້າງ ບ່ອນຢູ່ ເຂົາເຈົ້າ (ວີດີໂອ)


Philippines-slum-violence
please wait

No media source currently available

0:00 0:01:18 0:00

ຄວາມຮຸນແຮງໃນເຂດສະລໍາໃນນະຄອນມະນີລາ

ພວກທີ່ອາໄສຢູ່ໃນຄຸ້ມຄົນທຸກ ຫລືສະລໍາໃນນະຄອນມະນີລາ
ໄດ້ຂັດຂືນຄໍາສັ່ງໃຫ້ທັບມ້າງຄຸ້ມຂອງເຂົາເຈົ້າໂດຍເຈົ້າໜ້າທີ່
ລັດຖະບານທ້ອງຖິ່ນ ໃນວັນຈັນວານນີ້ ດ້ວຍການແກ່ວງກ້ອນ
ຫີນແລະລະເບີດທີ່ເຮັດເອງໃສ່ພວກຕໍາຫຼວດ.

ພວກຕໍາຫຼວດປາບຈະລາຈົນ ໄດ້ເຂົ້າຍຶດເອົາເຂດດັ່ງກ່າວ
ແລະມີລາຍງານວ່າ ໄດ້ຍິງແກ໊ສນໍ້າຕາໃສ່ພວກປະທ້ວງເພື່ອຂັບໄລ່ການປະທ້ວງ.

ສື່ທ້ອງຖິ່ນໄດ້ລາຍງານວ່າ ໄດ້ມີຫຼາຍໆຄົນ ຊຶ່ງຮວມທັງ ພວກຕໍາຫຼວດ ແລະສະມາຊິກ
ຂອງຄະນະທັບມ້າງ ໄດ້ຮັບບາດເຈັບ ໃນລະຫວ່າງການປະທະກັນ ແລະມີຢ່າງນ້ອຍ
7 ຄົນໄດ້ຖືກຈັບກຸມ.

ເຈົ້າໜ້າທີ່ທ້ອງຖິ່ນໄດ້ກ່າວວ່າ ການທັບມ້າງນີ້ ແມ່ນສ່ວນນຶ່ງຂອງໂຄງການຂະຫຍາຍ
ຖະໜົນຫົນທາງໃຫ້ກວ້າງອອກ ແລະກໍໄດ້ເຕືອນໃຫ້ພວກທີ່ຢູ່ອາໄສໃນເຂດປະຊາຄົມ
ດັ່ງກ່າວນີ້ ໃຫ້ເຄື່ອນຍ້າຍອອກໄປກ່ອນໜ້ານີ້ແລ້ວ.

ແຕ່ພວກຜູ້ຢູ່ອາໄສໄດ້ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ຮູ້ເຖິງຄໍາສັ່ງ ທີ່ວ່ານີ້ເລີຍ.

ທ້າວ Alexander Rosal ທີ່ຢູ່ອາໄສໃນເຂດດັ່ງກ່າວເວົ້າວ່າ…“ພວກເຮົາຈະພາກັນ
ນອນຢູ່ຖະໜົນຫົນທາງ ໃນຄືນນີ້ ແລະມັນກໍຈະເປັນການລໍາບາກໃນສະພາບອາກາດ
ທີ່ປັ່ນປ່ວນແບບນີ້ ຄືຂ້ອຍເປັນຫ່ວງກັງວົນ ເຖິງສະພາບການຂອງຄອບຄົວຂອງຂ້ອຍ
ໂດຍສະເພາະແມ່ນພວກລູກໆຂອງຂ້ອຍ ທີ່ຍັງນ້ອຍຢູ່ນັ້ນ.”

ພວກທີ່ອາໄສຢູ່ໃນປະຊາຄົມທຸກຍາກຫຼາຍໆແຫ່ງໃນທົ່ວຂົງເຂດເທດສະບານອ້ອມ
ແອ້ມນະຄອນມະນີລາ ເຄີຍໄດ້ຖືກຂັບໄລ່ໃນປີທີ່ຜ່ານມານີ້ ເພື່ອຈະຂະຫຍັບຂະຫຍາຍ
ການກໍ່ສ້າງ ໂຄງລ່າງພື້ນຖານຕ່າງໆ.

Slum residents in downtown Manila resisted a demolition order by the local government on Monday, throwing rocks and improvised explosives at police.

Anti-riot police swarmed in and reportedly threw tear gas at the protesters to quell the riot.

Local media reported several people, including a policeman and a member of the demolition team, were injured during the clash, and at least seven people were arrested.

The local government said the demolition was part of a road widening project and had advised residents of the shanty community to evacuate beforehand. But the residents said they were not informed of the order.

"We will be sleeping tonight on the streets and it is difficult with the weather being so unpredictable. I am just worried for the welfare of my family, especially my children who are so young."

Several slum communities around metropolitan Manila have been cleared in the past year to make way for infrastructure and property projects.
XS
SM
MD
LG