ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟີລິບ​ປິນ ຂໍຂະມາໂທດ ຕໍ່ການ ເສຍຊີວິດ ຂອງຊາວປະມົງ ໄຕ້ຫວັນ


ປະທານາທິບໍດີຟີລິບປິນ ທ່ານ Benigno Aquino ທີ 3
ປະທານາທິບໍດີຟີລິບປິນ ທ່ານ Benigno Aquino ທີ 3
ທ່ານ Benigno Aquino ປະທານາທິບໍດີຟີລິບ​ປິນ ໄດ້ຂໍຂະມາ
ໂທດຕໍ່ໄຕ້ຫວັນ ທີ່ໜ່ວຍຍາມຝັ່ງຂອງກຸງມະນີລາໄດ້ຍິງຊາວ
ປະມົງໄຕ້ຫວັນຄົນນຶ່ງເສຍຊີວິດໄປນັ້ນ ລຸນຫລັງທີ່ກຸງໄທເປ
ໄດ້ປະຕິເສດ ດ້ວຍ​ຄວາມໂກດເຄືອງຕໍ່ຄຳ​ຖະ​ແຫຼງສະແດງ
ຄວາມເສຍໃຈຕໍ່ເຫດການດັ່ງກ່າວ ກ່ອນໜ້ານັ້ນ.

ໂຄສົກຂອງປະທານາທິບໍດີເວົ້າວ່າ ທ່ານ Aquino ໄດ້ສົ່ງຜູ້ຕາງ
ໜ້າສ່ວນຕົວຂອງທ່ານ ໄປຍັງໄຕ້ຫວັນ ເພື່ອນຳ​ເອົາ “ຄວາມ
ເສຍໃຈຢ່າງເລິກເຊິ່ງ ແລະຄໍາຂໍຂະມາໂທດຂອງທ່ານແລະຂອງ
ປະຊາຊົນຟີລິບ​ປິນ” ​ໄປ​ຍັງຄອບຄົວຂອງຊາວປະມົງທີ່ເສຍຊີວິດ
ໄປນັ້ນ ແລະຕໍ່ປະຊາຊົນໄຕ້ຫວັນ.

ໃນບໍ່ພໍເທົ່າໃດຊົ່ວໂມງກ່ອນໜ້ານັ້ນ, ໄຕ້ຫວັນໄດ້ຮຽກທູດຂອງຕົນປະຈໍາຟີລິບປິນ
ກັບຄືນປະເທດ ແລະໄດ້ປະກາດມາດຕະການລົງໂທດທາງການທູດອື່ນໆຫລາຍຢ່າງ
ເພື່ອເປັນການປະທ້ວງຕໍ່ສິ່ງທີ່ປະເທດນີ້ເຫັນວ່າ ບໍ່ມີ ການສະໜອງຕອບຢ່າງຈິງໃຈ ຈາກຫ້ອງການຜູ້ຕາງໜ້າຂອງຟີລິບ​ປິນປະຈໍາໄຕ້ຫວັນ.

ຄໍາຖະແຫລງກ່ອນໜ້ານີ້ ໄດ້ສະແດງຄວາມເສຍໃຈຢ່າງເລິກເຊິ່ງ ແລະໃຫ້ຄໍາໝັ້ນ
ສັນຍາວ່າ ຈະທໍາການສອບສວນ​ເບິ່ງເຫດການດັ່ງກ່າວ ແຕ່ກໍບໍ່ໄດ້ ມີການຂໍຂະມາ
ໂທດຢ່າງເປັນທາງການແຕ່ຢ່າງໃດ. ຍັງບໍ່ທັນມີປະຕິກິລິຍາ ​ໃດໆໃນທັນທີຈາກໄຕ້
ຫວັນ​ເທື່ອກ່ຽວ​ກັບຄຳ​ຖະ​ແຫຼງຄັ້ງຫລ້າສຸດນີ້.

ນາຍົກລັດຖະມົນຕີໄຕ້ຫວັນ, ທ່ານ Jiang Yihuah ໄດ້ເວົ້າວ່າລັດຖະບານຂອງ
ທ່ານຈະອອກ “ມາດຕະການລົງໂທດຊຸດ​ທີ​ສອງ​” ຖ້າຫາກ ກຸງມະນີລາບໍ່ໃຫ້​ຄຳຕອບ
“ຢ່າງເປັນທາງການແລະຈິງໃຈ” ນັບແຕ່ເວລາ 10 ໂມງຕາມເວລາສາກົນຫລື 6 ໂມງ
ແລງຂອງມື້ນີ້ຕາມເວລາທ້ອງຖິ່ນ ເປັນຕົ້ນໄປ.

ທ່ານ Jiang ຍັງເວົ້າອີກວ່າ ການຊ້ອມລົບຂອງກອງທັບເຮືອຕົນຈະເລີ້ມຕົ້ນຂຶ້ນ ຢູ່
ໃກ້ເຂດນ່ານນໍ້າທີ່ມີບັນຫາຂັດແຍ້ງກັນ ແລະກໍປະກາດຫ້າມບໍ່​ໃຫ້ຈ້າງພວກ​ຄົນ​ງານ
ຟີລິບ​ປິນ. ປັດຈຸບັນ ມີຄົນ​ງານຟີລິບ​ປິນຫລາຍກວ່າ 85 ພັນຄົນເຮັດວຽກຢູ່ທີ່ໄຕ້ຫວັນ.

​ເຮືອຍາມຝັ່ງຂອງຟີລິບ​ປິນ​ລໍາ​ນຶ່ງ ໄດ້​ຍິງໃສ່​ເຮືອ​ຫາ​ປາ​ຂອງ​ຊາວໄຕ້​ຫວັນ ​ໃນວັນພະ
ຫັດ​ແລ້ວ​ນີ້ຢູ່ເຂດທະເລຈີນໃຕ້ ຊຶ່ງເປັນ​ເຂດ​ທີ່ຜົນປະໂຫຍດທາງ ດ້ານເສດຖະກິດ
ຂອງທັງສອງປະເທດ​ກວມ​ກັນ ແລະ​ໄດ້ສັງຫານ​ຄົນ​ຫາ​ປາ ອາຍຸ 65 ປີ.

ໄຕ້ຫວັນ ແລະຟີລິບ​ປິນ ຕະຫລອດທັງ ບຣູໄນ, ຈີນ, ມາເລເຊຍ ແລະ ຫວຽດນາມ ຕ່າງ​ກໍອ້າງເອົາກໍາມະສິດຂອງ​ໃຜລາວ ຕໍ່ພາກສ່ວນຕ່າງໆ ​ໃນເຂດທະເລຈີນ​ໃຕ້ ທີ່
ອາດຈະອຸດົມສົມບູນໄປດ້ວຍນໍ້າມັນ ແລະອາຍ ແກັສທໍາມະຊາດ.
XS
SM
MD
LG