ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນ ກ່າວວ່າ ທະຫານ 3 ຄົນ ໄດ້ຮັບບາດເຈັບ ຈາກການໂຈມຕີດ້ວຍທໍ່ສີດນໍ້າຂະໜາດໃຫຍ່


ໃນຮູບນີ້ ທີ່ຕັດມາຈາກວີດີໂອທາງອາກາດ ທີ່ຖ່າຍ ແລະ ເຜີຍແຜ່ໃນວັນທີ 23 ມີນາ 2024 ໂດຍກອງທັບຟິລິບປິນ ສະແດງໃຫ້ເຫັນເຮືອລຳນຶ່ງ ທີ່ກອງທັບຟິລິບປິນ ບັນຍາຍວ່າ ເປັນເຮືອຂອງໜ່ວຍຄວາມຝັ່ງຈີນ (ຂ້າງລຸ່ມ) ກຳລັງສີດນໍ້າຈາກທໍ່ສີດນໍ້າຂະໜາດໃຫຍ່ ເພື່ອໂຈມຕີເຮືອຟິບລິບປິນ.
ໃນຮູບນີ້ ທີ່ຕັດມາຈາກວີດີໂອທາງອາກາດ ທີ່ຖ່າຍ ແລະ ເຜີຍແຜ່ໃນວັນທີ 23 ມີນາ 2024 ໂດຍກອງທັບຟິລິບປິນ ສະແດງໃຫ້ເຫັນເຮືອລຳນຶ່ງ ທີ່ກອງທັບຟິລິບປິນ ບັນຍາຍວ່າ ເປັນເຮືອຂອງໜ່ວຍຄວາມຝັ່ງຈີນ (ຂ້າງລຸ່ມ) ກຳລັງສີດນໍ້າຈາກທໍ່ສີດນໍ້າຂະໜາດໃຫຍ່ ເພື່ອໂຈມຕີເຮືອຟິບລິບປິນ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງ ມະນີລາ ກ່າວໃນວັນອາທິດວານນີ້ວ່າ ທະຫານຟີລິບປິນ 3 ຄົນ ໄດ້ຮັບບາດເຈັບຈາກການໂຈມຕີດ້ວຍທໍ່ສີດນໍ້າຂະໜາດໃຫຍ່ຂອງໜ່ວຍຍາມຝັ່ງຈີນ ຄັ້ງຫຼ້າສຸດ ໃສ່ກຳປັ່ນຂົນສົ່ງສະບຽງຂອງຟີລິບປິນ ໃກ້ໆກັບແນວຫີນປະກາລັງໃນທະເລຈີນໃຕ້, ອີງຕາມອົງການຂ່າວ ເອແອັຟພີ.

ລັດຖະບານ​ຟີ​ລິບ​ປິນກ່າວ​ວ່າ ການ​ປະ​ເຊີນ​ໜ້າ​ກັນ​ ໃນ​ວັນ​ເສົາທີ່ຜ່ານມາ ​ໄດ້ເຮັດໃຫ້ເກີດຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ຕໍ່​ກຳ​ປັ່ນຊື່ວ່າ Unaizah May 4 ດັ່ງກ່າວ ​ໃນ​ຂະນະ​ທີ່​ກຳລັງ​ເດີນທາງ​ໄປ​ສົ່ງ​ກຳລັງ​ທະຫານ ​ແລະ​ສະບຽງ ​ໃຫ້​ກຳ​ປັ່ນຂອງ​ກອງທັບ​ເຮືອ​ຟີ​ລິບ​ປິນ ທີ່​ຈອດ​ຕິດຄ້າງຢູ່​ເທິງເກາະຫາດຊາຍ ໂທມັສ ທີ​ສອງ.

ຈີນ​ອ້າງ​ເອົາ​ເຂດ​ທະ​ເລ​ຈີນ​ໃຕ້​ເກືອບ​ທັງ​ໝົດ, ລົບ​ລ້າງ​ການ​ອ້າງ​ສິດທີເປັນ​ຄູ່​ແຂ່ງ​ຈາກ​ປະ​ເທດ​ອື່ນໆ, ລວມ​ທັງ​ຟີ​ລິບ​ປິນ, ແລະ​ຄຳ​ຕັດ​ສິນ​ຂອງ​ສາ​ກົນ​ທີ່​ວ່າ ​ການ​ຢືນ​ຢັນ​ດັ່ງກ່າວ ແມ່ນ​ບໍ່​ມີ​ພື້ນ​ຖານທາງ​ດ້ານ​ກົດ​ໝາຍ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ເອດວາໂດ ອາໂນ (Eduardo Ano) ກ່າວວ່າ ເຈົ້າໜ້າທີ່ກອງທັບເຮືອສາມຄົນ ທີ່ຢູ່ເທິງກຳປັ່ນລຳດັ່ງກ່າວ ໄດ້ຮັບບາດເຈັບ ໃນເຫດການໃນວັນເສົາທີ່ຜ່ານມາ.

ຂອບເຂດ ແລະລັກສະນະຂອງການບາດເຈັບຂອງພວກເຂົາບໍ່ໄດ້ຖືກເປີດເຜີຍ, ເຖິງແມ່ນວ່າ ກອງທັບ ຈະກ່າວວ່າ ເຈົ້າໜ້າທີ່ດັ່ງກ່າວ ໄດ້ຮັບການປິ່ນປົວຢູ່ເທິງເຮືອຄຸ້ມກັນຊາຍຝັ່ງກໍຕາມ.

ລູກເຮືອ 4 ຄົນ ໄດ້ຮັບບາດເຈັບຍ້ອນເສດແກ້ວທີ່ແຕກໃນການໂຈມຕີດ້ວຍທໍ່ສີດນໍ້າຂະໜາດໃຫຍ່ ຂອງໜ່ວຍຍາມຝັ່ງຈີນ ຢູ່ໃນເຮືອລຳດຽວກັນ ໃນວັນທີ 5 ມີນາ ທີ່ຜ່ານມາ.

"ນີ້ເປັນພຽງແຕ່ການດຳເນີນການແບບໝູນວຽນ ແລະການດຳເນີນການຕື່ມສະບຽງ ຫຼື ການສະໜອງແບບປົກກະຕິ ແຕ່ເບິ່ງດຸວ່າ ຈີນມີປະຕິກິລິຍາແນວໃດ," ທ່ານ ອາໂນ ກ່າວຕໍ່ບັນດານັກຂ່າວ, ອີງຕາມບັນທຶກການໃຫ້ສຳພາດທີ່ສະໜອງໃຫ້ໂດຍ ອົງການຂ່າວ AFP.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

Three Philippine troops were injured in the latest China Coast Guard water cannon attack on a Filipino supply vessel near a South China Sea reef, Manila's national security adviser said Sunday.

The Philippine government said Saturday's confrontation caused severe damage to the Unaizah May 4 vessel while it was on its way to deliver troops and provisions to a Philippine navy ship grounded atop the Second Thomas Shoal.

China claims almost the entire South China Sea, brushing off rival claims from other countries, including the Philippines, and an international ruling that its assertion has no legal basis.

National Security Adviser Eduardo Ano said three navy personnel aboard the vessel were injured in Saturday's incident.

The extent and nature of their injuries were not disclosed, though the military said the personnel were treated aboard a coast guard escort ship.

Four crew members were injured by broken glass in an earlier China Coast Guard water cannon attack on the same vessel on March 5.

"This is just an ordinary rotation and resupply or provision operation but look at how the Chinese are reacting," Ano told reporters, according to an interview transcript shared with AFP.

The United States, which has a mutual defense pact with Manila, has denounced the attack.

"The (Chinese) actions are destabilizing to the region and show clear disregard for international law," State Department spokesperson Matthew Miller said in a statement, reaffirming Washington's mutual defense treaty commitments to Manila.

The China Coast Guard has defended its actions, describing them as "lawful regulation, interception and expulsion" of a foreign vessel that "tried to forcefully intrude" into Chinese waters.

Ano said the damaged vessel has returned to the western province of Palawan after its crew managed to restart its engine.

"We will not be deterred. We will not be intimidated," he said, vowing the Philippines would continue to resupply the garrison on Second Thomas Shoal.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG