ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຟີ​ລິບ​ປິນ ເວົ້າ​ວ່າ​ ເຂົາ​ເຈົ້າ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້ ສະ​ຫະ​ລັດ ເຂົ້າ​ຫາ​ຖານ​ທັບ​ເພີ່ມ​ເຕີມ


ກອງ​ທະ​ຫານ ສະ​ຫະ​ລັດ ສັງ​ເກດ​ການ​ໃນ​ຂະ​ນະ​ເຮືອ​ບິນ V-22 Osprey ບິນ​ຜ່ານ​ໃນ​ລະ​ຫວ່າງ​ການ​ຊ່ອງ​ລົບ​ຮ່ວມ​ປະ​ຈຳ​ປີ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຟີ​ລິບ​ປິນ ຢູ່​ຖານ​ທັບ​ເຮືອ​ໃນ​ເມືອງ ແຊນ ແອນ​ໂທ​ນີ​ໂອ, ແຂວງ ຊຳ​ບາ​ເລັ​ສ, ຟີ​ລິບ​ປິນ, 26 ເມ​ສາ 2023.
ກອງ​ທະ​ຫານ ສະ​ຫະ​ລັດ ສັງ​ເກດ​ການ​ໃນ​ຂະ​ນະ​ເຮືອ​ບິນ V-22 Osprey ບິນ​ຜ່ານ​ໃນ​ລະ​ຫວ່າງ​ການ​ຊ່ອງ​ລົບ​ຮ່ວມ​ປະ​ຈຳ​ປີ​ລະ​ຫວ່າງ ສະ​ຫະ​ລັດ ແລະ ຟີ​ລິບ​ປິນ ຢູ່​ຖານ​ທັບ​ເຮືອ​ໃນ​ເມືອງ ແຊນ ແອນ​ໂທ​ນີ​ໂອ, ແຂວງ ຊຳ​ບາ​ເລັ​ສ, ຟີ​ລິບ​ປິນ, 26 ເມ​ສາ 2023.

ຟີ​ລິບ​ປິນ ເວົ້າ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ແຜນ​ທີ່​ຈະ​ໃຫ້ ສະ​ຫະ​ລັດ ​ເຂົ້າ​ຫາ​ຖານ​ທັບ​ເພີ່ມ​ເຕີມ​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັ້ນ, ເຊິ່ງ​ໄດ້ຈຳ​ກັດ​ຢູ່​ໃນຈຳ​ນວນ 9 ຖານທັບ​ທີ່ໆ​ມີ​ຢູ່ທັງ​ໝົດ​ໃນ​ປັດ​ຈຸ​ບັນ​ນີ້.

ປະ​ທານ​າ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ເຟີ​ດິ​ນານ ມາ​ຄອ​ສ ຈູ​ເນຍ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຕ່າງ​ປະ​ເທດ​ໃນ​ນະ​ຄອນຫຼວງ ມະ​ນີ​ລາ ເມື່ອ​ວັນ​ຈັນ​ວານນີ້​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ປະ​ເທດ​ດັ່ງ​ກ່າວ ​ປີ​ກາຍນີ້​ ເພື່​ອ​ຂະ​ຫຍາຍ​ຈຳ​ນວນ​ຂອງ​ສະ​ຖານ​ທີ່ໄດ້​ຕົກ​ລົງ​ກັນ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ປ້ອງ​ກັນ​ປະ​ເທດ ຫຼື EDCA ແມ່ນ​ການ​ຕອບ​ໂຕ້​ຕໍ​ການ​ກະ​ທຳ​ທີ່​ດຸ​ຮ້າຍ​ໂດຍ ຈີນ ໃນ​ທະ​ເລ​ຈີນ​ໃຕ້.

ຈີນ ໄດ້​ກ່າວ​ຫາ ຟີ​ລິບ​ປິນ ວ່າ ການ​ກະ​ຕຸ້ນ​ການ​ປະ​ເຊີນ​ໜ້າ​ກັນ​ໂດຍ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ສິ່ງ​ທີ່ ຈີນ ອ້າງວ່າ​ ເປັນ​ເຂດ​ນ້ຳ​ຂອງ​ເຂົາ​ເຈົ້າ. ຄວາມ​ຂັດ​ແຍ້ງ​ທີ່​ແຮງ​ຂຶ້ນ​ລະ​ຫວ່າງ ຈີນ ແລະ ຟີ​ລິບ​ປິນ ໄດ້​ສ້າງ​ບັນ​ຫາ​ຕ່າງໆ​ສຳ​ລັບ​ການ​ຄົ້ນ​ຫາ​ນ້ຳ​ມັນ ແລະ ແກັ​ສ ໃນ​ພາກ​ພື້ນ​ຂອງ ຟີ​ລິບ​ປິນ, ເຖິງ​ແມ່ນ​ຈະ​ມີ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສ​ອງ​ປະ​ເທດ​ດັ່ງ​ກ່າວ ​ເພື່ອ​ເລີ່ມ​ຄືນ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ຄົ້ນ​ຫາ​ຮ່ວມ​ກັນ​ກໍ​ຕາມ.

ແນວ​ໃດ​ກໍ​ຕາມ, ຈີນ ກ່ອນ​ໜ້ານີ້​ໄດ້​ອ້າງວ່າ ຟີ​ລິບ​ປິນ ໄດ້ “ແຍ່​ໄຟ” ດ້ວຍ​ການ​ອະ​ນຸ​ຍາດ​ໃຫ້ ສະ​ຫະ​ລັດ ເຂົ້າ​ຫາ​ຖານ​ທັບຫຼາຍ​ຂຶ້ນ​ໃກ້​ກັບ​ຈຸດ​ທີ່​ອາດເກີດ​ບັນ​ຫາ​ນັ້ນ.

ທ່ານ ມາ​ຄອ​ສ ກ່າວ​ວ່າ “ນີ້​ແມ່ນ​ປະ​ຕິ​ກິ​ລິ​ຍາ​ຕໍ່​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ທະ​ເລ​ຈີນ​ໃຕ້, ຕໍ່​ການ​ກະ​ທຳ​ທີ່​ດຸ​ຮ້າຍ​ທີ່​ພວກ​ເຮົາ​ໄດ້​ປະ​ເຊີນ.”

ສາມ​ໃນ​ສີ່​ສະ​ຖານ​ທີ່​ເພີ່ມ​ເຕີມຫຼ້າ​ສຸດ​ນີ້​ທີ່ ກອງ​ທັບ ສະ​ຫະ​ລັດ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຫາ​ເພື່ອ​ຫັນ​ໄປ​ທາງ​ເໜືອ​ໄປ​ຫາ ໄຕ້​ຫວັນ, ແລະ ​ອີກບ່ອນ​ນຶ່ງ​ໃກ້​ກັບ​ໝູ່​ເກາະ ສ​ແປ​ຣັດ​ລີ ໃນ​ທະ​ເລ​ຈີນ​ໃຕ້ ແມ່​ນ​ສະ​ຖານ​ທີ່​ທີ່​ມັກ​ມີ​ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ເລ. ປັກ​ກິ່ງ ໄດ້​ໂຕ້​ແຍ້ງວ່າ​ ສະ​ຖານ​ທີ່​ດັ່ງ​ກ່າວ​ນັ້ນ​ ໄດ້​ໃຫ້​ຄວາມ​ໄດ້​ປຽບ​ແກ່ ສະ​ຫະ​ລັດ ໃນ​ເຫດ​ການ​ຂອງ​ຄວາມ​ຂັດ​ແຍ້ງ.

ໃນ​ກອງ​ປະ​ຊຸມສຸດຍອດ​ສາມ​ຝ່າຍ​ຄັ້ງ​ທຳ​ອິດໃນ​ອາ​ທິດ​ແລ້ວນີ້, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ຕ້ອນ​ຮັບ​ທ່ານ ມາ​ຄອ​ສ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອ ຄິ​ຊິ​ດະ ແລະ ໄດ້​ຂໍ​ທຶນ​ຈາກ​ລັດ​ຖະ​ສະ​ພາ​ຕື່ມ​ອີກ 128 ລ້ານ​ໂດ​ລາ​ສຳ​ລັບ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງຢູ່​ຖານ​ທັບ​ໃນ​ປັດ​ຈຸ​ບັນ​ນີ້. ທ່ານ ໄບ​ເດັນ ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ຄຳ​ໝັ້ນ​ສັນ​ຍາ “ທີ່​ແຂງ​ແກ່ນ​” ຂອງ​ທ່ານ​ ເພື່ອ​ປ້ອງ​ກັນ​ບັນ​ດາ​ພັນ​ທະ​ມິດ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG