ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະທານາທິບໍດີ ຂອງຟີລິບປິນ ກ່າວປະນາມ 'ການໂຈມຕີ' ຂອງຈີນ ແລະປະຕິຍານຈະເອົາ ມາດຕະການຕໍ່ຕ້ານ ທີ່ 'ສົມເຫດສົມຜົນ'    


ແຟ້ມພາບ - ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ໃຊ້ທໍ່ຂະໜາດໃຫຍ່ສີດນ້ຳໄປໃສ່ ກຳປັ່ນລຳລຽງສະບຽງຂອງຟີລິບປິນ ຊື່ວ່າ Unaizah May 4 ທີ່ມັນກຳລັງແລ່ນໄປຍັງຫາດຊາຍທອມມັສ ທີສອງ ໃນພາລະກິດການນະໜອງສະບຽງໃນທະເລຈີນໃຕ້, ວັນທີ 5 ມີນາ 2024.
ແຟ້ມພາບ - ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ໃຊ້ທໍ່ຂະໜາດໃຫຍ່ສີດນ້ຳໄປໃສ່ ກຳປັ່ນລຳລຽງສະບຽງຂອງຟີລິບປິນ ຊື່ວ່າ Unaizah May 4 ທີ່ມັນກຳລັງແລ່ນໄປຍັງຫາດຊາຍທອມມັສ ທີສອງ ໃນພາລະກິດການນະໜອງສະບຽງໃນທະເລຈີນໃຕ້, ວັນທີ 5 ມີນາ 2024.

ໃນວັນພະຫັນວານນີ້ ຟີລິບປິນ ໄດ້ກ່າວວ່າ ຕົນຈະເອົາມາດຕະການຕອບໂຕ້ຕໍ່ສິ່ງທີ່ທ່ານປະທານາທິບໍດີ ເຟີດີນານ ມາກົສ ຈຸເນຍ ເອີ້ນວ່າ “ການໂຈມຕີຕ່າງໆທີ່ອັນຕະລາຍ” ໂດຍຈີນ ຕໍ່ບັນດາກຳປັ່ນຂອງຕົນ ໃນທະເລຈີນໃຕ້, ອັນເປັນເຫດການຫຼ້າສຸດຂອງຄວາມເຄັ່ງຕຶງທີ່ທະວີຂຶ້ນນັບມື້ລະຫວ່າງທັງສອງປະເທດນັ້ນ.

ໃນຂະນະທີ່ຟີລິບປິນໃຫ້ທັດສະນະຂອງຕົນໃນຂໍ້ຂັດແຍ້ງກັບຈີນ ອັນເປັນການລ່ວງລ້ຳຕໍ່ອະທິປະໄຕຂອງຕົນນັ້ນ ປັກກິ່ງ ກໍໄດ້ກ່າວຫາພວກກຳປັ່ນຂອງຟີລິບປິນ ໃນການແລ່ນເຂົ້າໄປໃນນ່ານນ້ຳຂອງຈີນ ແລະໄດ້ເຕືອນ ມານີລາວ່າ ຕົນຈະປ້ອງກັນອະທິປະໄຕຂອງຕົນ.

ໃນຖະແຫລງການຢູ່ໃນສື່ສັງຄົມ X ທ່ານມາກົສ ໄດ້ກ່າວຕື່ມວ່າ ເມື່ອບໍ່ດົນມານີ້ “ການໂຈມຕີທັງຫຼາຍ” ຢູ່ໃນທະເລຈີນໃຕ້ ແມ່ນ “ຜິດກົດໝາຍ, ການບີບບັງຄັບ, ການຮຸກຮານ ແລະອັນຕະລາຍ” ທີ່ອ້າງເຖິງການໃຊ້ທໍ່ສີດນໍ້າຂະໜາດໃຫຍ່ ຂອງໜ່ວຍຍາມຝັ່ງຈີນ ໃນວັນເສົາທີ່ຜ່ານມາ. ທໍ່ສີດນ້ຳດັ່ງກ່າວ ໄດ້ສ້າງຄວາມເສຍຫາຍຕໍ່ກຳປັ່ນລຳລຽງສະບຽງ ແລະໄດ້ເຮັດໃຫ້ພວກລູກເຮືອທີ່ເປັນສະມາຊິກກອງທັບເຮືອບາດເຈັບ.

ທ່ານໄດ້ກ່າວວ່າ ຟີລິບປິນ “ຈະບໍ່ຢ້ານຈົນມິດງຽບ” ແລະຕະຫຼອດໄລຍະສອງສາມອາທິດໜ້ານີ້ ປະເທດຈະຈັດຕັ້ງປະຕິບັດຊຸດມາດຕະການຕໍ່ຕ້ານທີ່ “ສົມເຫດສົມຜົນ, ເຈາະຈົງ ແລະເໝາະສົມ.”

ບັນຫາຂັດແຍ້ງດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃກ້ຫາດຊາຍ ທອມມັສທີສອງ ໃນເຂດ ນ່ານນ້ຳຂອງທະເລຈີນໃຕ້ ທີ່ມີການຍາດແຍ່ງເອົາກຳມະສິດ ເຊິ່ງ ຈີນອ້າງສິດໃນເຂດດັ່ງກ່າວໂດຍສ່ວນໃຫຍ່ວ່າເປັນຂອງຕົນ.

The Philippines said it will take retaliatory measures against what President Ferdinand Marcos Jr. Thursday called "dangerous attacks" by China on its vessels in the South China Sea, the latest instance of escalating tensions between the two nations.

While the Philippines views its disputes with China as an encroachment on its sovereignty, Beijing has accused Philippine vessels of intruding into Chinese waters and has warned Manila that it will defend its own sovereignty.

In a statement on X, Marcos added that recent "attacks" in the South China Sea were "illegal, coercive, aggressive, and dangerous," referring to the Chinese coast guard's use of a water cannon Saturday. The cannon damaged a Philippine supply vessel and injured navy crew members.

He said that the Philippines would not be "cowed into silence," and over the next few weeks, the country will implement a "proportionate, deliberate, and reasonable" countermeasure package.

He added that "We seek no conflict with any nation."

The conflict occurred near the Second Thomas Shoal in the contested waters of the South China Sea, most of which China claims as its own.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG