ຟີລິບປິນ ແລະຍີ່ປຸ່ນໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງ ເຖິງຄວາມມຸ້ງ ໝັ້ນຂອງປະເທດທັງສອງ ທີ່ຈະຮ່ວມມືກັນ ກ່ຽວກັບຄວາມປອດ
ໄພທາງດ້ານທະເລ ຊຶ່ງໃນເວລາດຽວກັນ ຈີນກໍາລັງເພີ້ມການມີ
ໜ້າຂອງຕົນ ໃນ ເຂດນ່ານນໍ້າ ທີ່ມີບັນຫາຂັດແຍ້ງກັນຂອງເອ
ເຊຍ. Simone Orendain ມີລາຍງານຈາກກຸງມະນີລາ ດັ່ງ
ບົວສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນມ້ວນທ້າຍການ
ຢ້ຽມຢາມສາມປະເທດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໂດຍການຢ້ຽມຢາມຟີລິບປິນໃນວັນເສົາທີ 27 ກໍລະກົດຜ່ານມາ.
ລຸນຫລັງທີ່ມີການເຈລະຈາຫາລືຢູ່ທີ່ມາເລເຊຍແລະສິງກະໂປແລ້ວ ທ່ານກໍໄດ້ພົບກັບປະທານາທິບໍດີ Benigno Aquino ທີ່ກຸງມະນີ
ລາບ່ອນທີ່ທັງສອງທ່ານມີໃນສິ່ງທີ່ທ່ານເອີ້ນວ່າ “ການແລກປ່ຽນ
ຄໍາເຫັນທີ່ກົງໄປກົງມາ” ແລະການປະຊຸມທີ່ “ມີປະສິດທິຜົນສູງ.”
ໃນການຖະແຫຼງຜ່ານນາຍພາສາ ຢູ່ໃນງານລ້ຽງຕ້ອນຮັບທີ່ທຳນຽບປະທານາທິບໍດີ ທ່ານ
Abe ເວົ້າວ່າ ການສົ່ງເສີມການຮ່ວມມືກັນໃນວຽກງານການເດີນເຮືອທາງທະເລ ແມ່ນນຶ່ງ
ໃນ 4 ຂົງເຂດວຽກງານ ທີ່ຍີ່ປຸ່ນ ເພັ່ງເລັງໃສ່ໃນການເປັນພາຄີທາງຍຸດທະສາດຮ່ວມກັນ ລະຫວ່າງສອງປະເທດ.
ທ່ານ Abe ກ່າວຜ່ານນາຍພາສາວ່າ “ພວກເຮົາຢືນຢັນວ່າ ຈະສືບຕໍ່ໃຫ້ການຊ່ວຍ ເຫລືອ ທີ່ມຸ້ງໄປສູ່ການເສີມສ້າງ ຄວາມສາມາດ ຂອງໜ່ວຍຍາມຝັ່ງ ຟີລິບປິນ ແລະຂ້າພະເຈົ້າໄດ້ປະກາດວ່າ ພວກເຮົາຈະສະໜອງກໍ່າປັ່ນ 10 ລໍາດ້ວຍການໃຫ້ເງິນກູ້ຢືມ ເປັນເງິນເຢນ.”
ຟີລິບປິນກໍາລັງເສີມຂະຫຍາຍຄັງອາວຸດຍຸດໂທປະກອນທີ່ນ້ອຍໆຂອງຕົນ ແລະປະເທດ
ດັ່ງກ່າວຄາດວ່າ ຈະໄດ້ຮັບກຳປັ່ນລາດຕະເວນເພີ້ມຕື່ມ. ເຈົ້າໜ້າທີ່ຟີລິບປິນເວົ້າວ່າ ກໍ່າປັ່ນ
10 ລໍາທີ່ຈະສ້າງຢູ່ໃນຍີ່ປຸ່ນນັ້ນ ຈະສົ່ງມອບ ແກ່ຕົນໃນເວລາທີ່ໄວກວ່າເກົ່າ. ພວກທ່ານ
ຫວັງວ່າຈະໄດ້ຮັບກໍ່າປັ່ນດັ່ງກ່າວ ກ່ອນໜ້າການສິ້ນສຸດສະໄໝດໍາລົງຕໍາແໜ່ງຂອງປະທາ
ນາທິບໍດີຄົນປັດຈຸ ບັນ ໃນປີ 2016. ນອກນັ້ນ ປະເທດດັ່ງກ່າວຍັງກໍາລັງເຈລະຈາກັບອີຕາລີ
ແລະເກົາຫລີໃຕ້ ໃນການຊື້ຍານພາຫະນະທາງອາກາດ ແລະທາງທະເລ ອີກດ້ວຍ.
ພວກເຈົ້າໜ້າທີ່ເຫລົ່ານັ້ນຍັງກ່າວອີກວ່າ ທັງໝົດນີ້ ແມ່ນມຸ້ງໃສ່ການສ້າງ “ລະບົບປ້ອງກັນ
ຊາດທີ່ເຊື່ອໝັ້ນໄດ້ໃນລະດັບຕໍ່າສຸດ” ໂດຍສະເພາະແລ້ວ ຢູ່ໃນເຂດທະເລຈີນໃຕ້ ຊຶ່ງໃນ
ໄລຍະບໍ່ເທົ່າໃດປີຜ່ານມານີ້ ເປັນບ່ອນທີ່ຈີນ ໃນທາງປະຕິດບັດແລ້ວ ແມ່ນໄດ້ຢືນຢັນ
ການອ້າງສິດຄືນໃໝ່ຢ່າງຊັດເຈນ ເພື່ອເອົາທະເລຈີນໃຕ້ໂດຍທັງໝົດ. ຫວຽດນາມ, ມາ
ເລເຊຍ, ບຣູໄນ ແລະໄຕ້ຫວັນ ຕ່າງກໍໄດ້ອ້າງເອົາກໍາມະສິດເປັນບາງສ່ວນຫລື ບໍ່ກໍທັງໝົດ
ເຂດທະເລທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດດັ່ງກ່າວ.
ເປັນເວລາດົນກວ່າປີນຶ່ງມາແລ້ວ ທີ່ກຸງມະນີລາ ແລະຈີນໄດ້
ຕົກຢູ່ໃນພາວະທີ່ມີບັນຫາຂັດແຍ້ງທາງການທູດ ກ່ຽວກັບໝູ່
ເກາະ Scarborough. ເມື່ອມໍ່ໆມານີ້ ຟີລິບປິນເວົ້າວ່າ ມີເຮືອ
ລາດຕະເວນແລະເຮືອພິຄາດຂອງຈີນແລ່ນເຂົ້າໄປໃນຂົງເຂດ
ໃກ້ກັບໝູ່ເກາະ Thomas ທີສອງຊຶ່ງເປັນເກາະຫີນ ອີກເກາະນຶ່ງ ທີ່ທັງສອງປະເທດຕ່າງກໍອ້າງເອົາກໍາມະສິດ. ອົງການຂ່າວ AP ລາຍງານໃນສອງອາທິດຜ່ານມາວ່າ ລັດຖະບານຟີລິປິນໄດ້ເຫັນ
ເຮືອຍາມຝັ່ງຂອງຈີນຢູ່ໃກ້ກັບເກາະຫີນໃຫຍ່ Mischief ໃນໝູ່ເກາະ Spratly.
ປະທານາທິບໍດີ Aquino ເວົ້າວ່າ ການພົບປະກັບທ່ານ Abe ເປັນການ ຢືນຢັນອີກຄັ້ງນຶ່ງ
ເຖິງການອຸທິດຕໍ່ການເປັນພາຄີກັນທາງຍຸດທະສາດຂອງ ປະເທດທັງສອງ. ທ່ານ Aquino
ຍັງເວົ້າອີກວ່າ ປະເທດທັງສອງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜຸນຕໍ່
“ການກະທໍາທີ່ມີຄວາມ ຮັບຜິດຊອບໃນບັນດາປະເທດທີ່ມີບົດບາດໃນສາກົນ.”
ທ່ານ Aquino ເວົ້າວ່າ: “ພວກເຮົາເຊື່ອວ່າ ສິ່ງນີ້ສາມາດເຮັດໄດ້ໂດຍການ ຍົກ
ສູງການປະຕິບັດຕາມຕົວບົດກົດໝາຍ ໃນດ້ານວຽກງານນາໆຊາດ ແລະໂດຍ
ການແກ້ໄຂບັນຫາ ທີ່ມີຄວາມຍຸດຕິທໍາ ແລະສັນຕິ ສໍາລັບບັນຫາຂັດແຍ້ງ
ດ້ານເຂດນໍ້າແດນດິນ ແລະຄວາມເປັນຫ່ວງທາງທະເລ ເພື່ອວ່າ ພວກເຮົາ
ອາດສາມາດສ້າງບັນຍາກາດ ທີ່ມີຄວາມປອດໄພ ແລະໝັ້ນຄົງ ທີ່ນໍາໄປສູ່
ຄວາມກ້າວໜ້າຮວມກັນທັງໝົດ.”
ໃນສອງອາທິດກ່ອນໜ້ານີ້ ອົງການສື່ມວນຊົນ ທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະ
ບານຈີນລາຍງານວ່າ ການຢ້ຽມຢາມບັນດາປະເທດໃນຂົງເຂດເອເຊຍຕາເວັນອອກຂອງ
ທ່ານ Abe ຈະບໍ່ສາມາດຢັບຢັ້ງຈີນໄດ້. ລາຍງານດັ່ງກ່າວໄດ້ນໍາເອົາຄໍາເຕືອນທີ່ວ່າ ການຫັນ
ປ່ຽນຂອງຍີ່ປຸ່ນ ໄປສູ່ການແຜ່ຂະຫຍາຍອຳນາດທາງທະຫານ ແລະຫັນເຫໄປຈາກລັດຖະ
ທໍາມະນູນທີ່ຮັກສັນຕິຂອງຕົນ ທີ່ມີຂໍ້ບັງຄັບວ່າ ໃຫ້ກໍາລັງຮັກສາຄວາມສະຫງົບ ແນໃສ່ການ
ປ້ອງກັນຕົວເອງພຽງເທົ່ານັ້ນອາດຈະພາໃຫ້ເກີດ “ການແຂ່ງຂັນ ກຳລັງອາວຸດໃນຂົງເຂດ
ເອເຊຍຕາເວັນອອກ." ໜັງສືພິມປະຊາຊົນລາຍວັນຂອງລັດຖະບານຈີນ ກ່ອນໜ້ານີ້ໄດ້
ລາຍງານວ່າ ລັດຖະມົນຕີກະຊວງປ້ອງ ກັນປະເທດ ແລະການຕ່າງປະເທດຂອງຈີນ ໄດ້
ເຕືອນທ່ານ Abe ຕໍ່ສິ່ງທີ່ ກະຊວງທັງສອງເອີ້ນວ່າ “ການຂົນຂວາຍໃຫ້ມີການປະເຊີນໜ້າ
ກັນຢ່າງບໍ່ມືນຫົວມືນຕາ."
ປະມວນພາບກ່ຽວກັບເຮືອລົບຂອງຍີ່ປຸ່ນ:
ບັນຫາຂັດແຍ້ງຂອງຍີ່ປຸ່ນເອງກັບຈີນ ຕໍ່ໝູ່ເກາະໃນກຸ່ມນຶ່ງ ໃນທະເລຈີນຕາເວັນອອກ ໄດ້ລະ
ເບີດຂຶ້ນໃນເດືອນກັນຍາປີກາຍນີ້ ຊຶ່ງໄດ້ຍົກສູງຄໍາເຕືອນໃຫ້ກຽມຕົວຂອງສະຫະລັດ ຊຶ່ງມີ
ສົນທິສັນຍາການເປັນພັນທະມິດດ້ານປ້ອງກັນຊາດກັບປະເທດດັ່ງກ່າວ.
ໃນສອງອາທິດກ່ອນຍີ່ປຸ່ນໄດ້ສົ່ງເຮືອບິນອາຍພົ່ນຂອງຕົນ ໄປສະກັດເຮືອບິນຂອງຈີນ ທີ່
ກໍາລັງບິນຜ່ານເຂດນ່ານຟ້າສາກົນຢູ່ໃກ້ໆກັບໝູ່ເກາະທີ່ມີບັນຫາຂັດແຍ້ງກັນນັ້ນ. ໃນກອງ
ປະຊຸມຖະແຫລງຂ່າວທີ່ກຸງ Manila ໃນເວລາຕໍ່ມານັ້ນ ທ່ານ Abe ກ່າວວ່າ ຄວາມສຳພັນ
ຂອງຍີ່ປຸ່ນກັບຈີນ “ແມ່ນສໍາຄັນ” ແລະກ່າວຢໍ້າເຖິງຄວາມຕ້ອງການໃນການສົນທະນາກັນ
ຂອງເຈົ້າໜ້າທີ່ລະດັບສູງຂອງປະເທດທັງສອງ.
ປະມວນພາບກ່ຽວກັບຟີລິບປິນ ແລະຍີ່ປຸ່ນ: