ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຟີລິບປິນ ກໍາລັງ ກຽມຮັບມື ກັບການມາເຖິງ ຂອງພາຍຸໄຕ້ຝຸ່ນມັງຄຸດ


ນັກພະຍາກອນອາກາດຄົນນຶ່ງສະແດງໃຫ້ເຫັນແລວເຄື່ອນໄປຂອງພາຍຸໄຕ້ຝຸ່ນມັງຄຸດ ທີ່ມີຄວາມແຮງພິເສດ ໃນຂະນະທີ່ ມັນກໍາລັງພັດເຂົ້າສູ່ຟີລິບປິນ ໃນວັນທີ 12 ກັນຍາ, 2018
ນັກພະຍາກອນອາກາດຄົນນຶ່ງສະແດງໃຫ້ເຫັນແລວເຄື່ອນໄປຂອງພາຍຸໄຕ້ຝຸ່ນມັງຄຸດ ທີ່ມີຄວາມແຮງພິເສດ ໃນຂະນະທີ່ ມັນກໍາລັງພັດເຂົ້າສູ່ຟີລິບປິນ ໃນວັນທີ 12 ກັນຍາ, 2018

ຟີລິບປິນກໍາລັງກຽມຮັບມືກັບການມາເຖິງຂອງພາຍຸໄຕ້ຝຸ່ນມັງຄຸດ ທີ່ຄາດກັນວ່າ ຈະ
ພັດຂຶ້ນຝັ່ງ ໃນຕອນເຊົ້າໆ ຂອງວັນເສົາມື້ອື່ນນີ້.

ບັນດາທຸລະກິດຫ້າງຮ້ານຕ່າງໆ ແລະປະຊາຊົນ ທີ່ອາໄສຢູ່ໃນເກາະລູຊອນ (Luzon)
ຊຶ່ງເປັນເກາະທີ່ມີຄົນອາໄສຢູ່ຫລາຍລ້ານຄົນ ກໍາລັງພາກັນກະກຽມແບບຂຸ້ນຂ້ຽວໃນ
ນາທີສຸດທ້າຍ ເມື່ອພວກພະຍາກອນອາກາດໄດ້ເຕືອນວ່າ ຈະ ມີລົມທີ່ມີຄວາມແຮງ
ເຖິງ 255 ກິໂລແມັດຕໍ່ຊົ່ວໂມງພັດເຂົ້າຖະຫຼົ່ມ.

ຄາດວ່າ ພາຍຸໄຕ້ຝຸ່ນມັງຄຸດ ຈະເຮັດໃຫ້ພື້ນຖານໂຄງລ່າງ, ການກະສິກໍາ ແລະການທໍາ
ມາຫາລ້ຽງຊີບຂອງຄົນ ທີ່ຢູ່ໃນເຂດອ້ອມຮອບຂອງເສັ້ນຜ່າໃຈກາງ 900 ກິໂລແມັດ ຈະ
ໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ, ອີງຕາມຖະແຫຼງການຂອງສະຫະພັນອົງການ
ກາແດງສາກົນ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງ ທີ່ອອກ ໃນວັນສຸກມື້ນີ້.

ພວກນັກຊ່ຽວຊານໃນສະພາກາແດງຂອງຟີລິບປິນ ທີ່ໄດ້ຖືກສົ່ງໄປປະຕິບັດງານ ຢູ່ໃນ
ເຂດທີ່ອາດຈະຖືກຖະຫລົ່ມໂດຍພາຍຸມັງຄຸດ ກຽມພ້ອມທີ່ຈະປະເມີນຄວາມ ເສຍຫາຍ
ແລະໃຫ້ການຊ່ວຍເຫລືອໃນທັນທີ ເມື່ອໃດເຫັນວ່າ ມີຄວາມປອດໄພ, ອີງຕາມຖະ
ແຫລງການສະບັບນັ້ນ.

ຟີລິບປິນໄດ້ເລີ້ມຍົກຍ້າຍຫລາຍພັນຄົນອອກຈາກທີ່ນັ້ນ ໃນວັນພະຫັດວານນີ້ ໃນ
ຂະນະທີ່ມີຄົນຫລາຍກວ່າ 4 ລ້ານຄົນ ຕົກຢູ່ໃນສະພາບສ່ຽງໄພຕໍ່ການໄດ້ຮັບຜົນ
ກະທົບຈາກລົມພາຍຸຫົວນີ້.

ສູນກາງຮ່ວມເຕືອນໄພພາຍຸໄຕ້ຝຸ່ນ ທີ່ຕັ້ງຢູ່ລັດຮາວາຍ ໄດ້ຈັດປະເພດຂອງລົມພາ
ຍຸໄຕ້ຝຸ່ນມັງຄຸດວ່າ ເປັນພາຍຸໄຕ້ຝຸ່ນຍັກ ໂດຍມີລົມແຮງເປັນພິເສດທຽບເທົ່າກັບພາ
ຍຸເຮຣິເຄນປະເພດ 5 ໃນເຂດມະຫາສະໝຸດແອັດແລນຕິກ.

ພາຍຸໄຕ້ຝຸ່ນມັງຄຸດ ແມ່ນພາຍຸຫົວທີ 15 ທີ່ໄດ້ພັດເຂົ້າປະທະຟີລິບປິນໃນປີນີ້. ໂດຍ
ສະເລ່ຍແລ້ວ ຟີລິບປິນປະສົບກັບພາຍຸປະມານ 20 ຫົວໃນແຕ່ລະປີ.

ພວກນັກກູ້ໄພກຽມພ້ອມທີ່ຈະອອກປະຕິບັດງານ ກ່ອນພາຍຸໄຕ້ຝຸ່ນມັງຄຸດ ຈະເຂົ້າຖະຫລົ່ມ ເກາະໃຫຍ່ ລູຊອນ ໃນເມືອງ Muntinlupa, ເຂດນະຄອນຫລວງ ມະນີລາ, ໃນວັນທີ 13 ກັນຍາ, 2018
ພວກນັກກູ້ໄພກຽມພ້ອມທີ່ຈະອອກປະຕິບັດງານ ກ່ອນພາຍຸໄຕ້ຝຸ່ນມັງຄຸດ ຈະເຂົ້າຖະຫລົ່ມ ເກາະໃຫຍ່ ລູຊອນ ໃນເມືອງ Muntinlupa, ເຂດນະຄອນຫລວງ ມະນີລາ, ໃນວັນທີ 13 ກັນຍາ, 2018

The Philippines is bracing for the arrival of Typhoon Mangkhut, expected to make landfall early Saturday morning.

Businesses and residents on Luzon, an island home to millions, were making last minute preparations as forecasters warned of wind gusts as high as 255 kilometers per hour.

Mangkhut is expected to cause widespread damage to infrastructure, agriculture and livelihoods within its 900 kilometer diameter, the International Federation of Red Cross and Red Crescent Societies (IFRC), said in a statement Friday.

Philippine Red Cross specialists have been sent to areas likely to be hit by Mangkhut, ready to assess damage and deliver immediate assistance once it is safe, the statement said.

The Philippines began evacuating thousands of people Thursday, while more than 4 million people are at risk from the storm.

Hawaii-based Joint Typhoon Warning Center categorizes Mangkhut as a super typhoon with powerful winds and gusts equivalent to a category 5 Atlantic hurricane.

Typhoon Mangkhut is the 15th storm to hit the Philippines this year. On average the Philippines experiences about 20 a year.

XS
SM
MD
LG