ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ຟີລິບປິນ ສົ່ງຍຸດໂທປະກອນທະຫານ ທັງທາງອາກາດ ແລະທະເລ ໄປປະຈຳການເພື່ອຕິດຕາມກຳປັ່ນ 'monster ship' ຂອງຈີນ


ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ແລ່ນຢູ່ຄຽງຂ້າງພວກກຳປັ່ນທະຫານບ້ານຂອງຈີນ ຢູ່ໃກ້ໆກັບເກາະ ທິຕູ, ທີ່ພວກຄົນທ້ອງຖິ່ນເອີ້ນວ່າ ເກາະພາກ-ອາຊາ ໃນວັນພຸດ ທີ 6 ພະຈິກ 2024. (AP Photo/Aaron Favila)
ກຳປັ່ນໜ່ວຍຍາມຝັ່ງຂອງຈີນ ແລ່ນຢູ່ຄຽງຂ້າງພວກກຳປັ່ນທະຫານບ້ານຂອງຈີນ ຢູ່ໃກ້ໆກັບເກາະ ທິຕູ, ທີ່ພວກຄົນທ້ອງຖິ່ນເອີ້ນວ່າ ເກາະພາກ-ອາຊາ ໃນວັນພຸດ ທີ 6 ພະຈິກ 2024. (AP Photo/Aaron Favila)

ຟີລິບປິນ ໄດ້ສົ່ງຍຸດໂທປະກອນທາງອາກາດແລະທະເລ ແລະໜ່ວຍຍາມຝັ່ງ ເຂົ້າໄປໃນເຂດເສດຖະກິດສະເພາະຂອງຕົນ ເພື່ອຕິດຕາມເບິ່ງກຳປັ່ນໜ່ວຍຍາມຝັ່ງທີ່ໃຫຍ່ທີ່ສຸດຂອງຈີນ ເຊິ່ງຟີລິບປິນເອີ້ນການມີໜ້າຂອງກຳປັ່ນດັ່ງກ່າວ ວ່າ ເປັນການກະທຳໃນ “ການຂົ່ມຂູ່, ການບີບບັງຄັບ ແລະການຮຸກຮານ” ຂອງຈີນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ອີງຕາມໜ່ວຍຍາມຝັ່ງຂອງຟີລິບປິນ, ກຳປັ່ນໝາຍເລກ 5901 ຂະໜາດຄວາມຍາວ 165 ແມັດ ທີ່ຊາວຟີລິບປິນເອີ້ນວ່າ “ສັດປະຫຼາດ ຫຼື the monster” ທີ່ແລ່ນດ້ວຍຄວາມໄວ 65 ຫາ 70 ໄມທາງທະເລຢູ່ນອກຝັ່ງຂອງແຂວງ ຊາມບາເລສ (Zambales).

ທ່ານ ໂຈນາທັນ ມາລາຢາ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ໄດ້ກ່າວຜ່ານໂທລະພາບຂອງທາງການ ໃນວັນຈັນມື້ນີ້ ວ່າ “ພວກເຮົາໄດ້ເອົາຍຸດໂທປະກອນທັງໝົດຂອງພວກເຮົາ ແນໄປໃສ່ກຳປັ່ນສັດປະຫຼາດນັ້ນ. ໃນຊ່ວງເວລາທີ່ມັນດຳເນີນການກະທຳທີ່ເກາະຜິດໃດໆ ມັນກໍຈະໄດ້ພົບກັບການຕອບໂຕ້ຢ່າງເໝາະສົມ.”

ສະຖານທູດຂອງຈີນຢູ່ນະຄອນຫຼວງມານີລາ ບໍ່ໄດ້ໃຫ້ຄຳຕອບໃນທັນທີຕໍ່ການຂໍຮ້ອງໃຫ້ມີຄວາມເຫັນ.

ສາຍສຳພັນລະຫວ່າງ ຈີນ ແບະສະຫະລັດ ທີ່ເປັນພັນທະມິດກັບຟີລິບປິນ ກໍໄດ້ເຊື່ອມຄາຍໃນຊ່ວງບໍ່ເທົ່າປີຜ່ານມານີ້ ໂດຍມີການປະເຊີນໜ້າກັນຢູ່ເລື້ອຍກັບມານີລາ, ພາຍໃຕ້ການນຳຂອງປະທານາທິບໍດີ ເຟີຣດີນານ ມາຣໂກສ ຈູເນຍ ທີ່ໄດ້ໂຕ້ຕອບສິ່ງທີ່ຕົນເຫັນວ່າ ເປັນການຮຸກຮານໂດຍປັກກິ່ງ. ສ່ວນຈີນ ໄດ້ກ່າວຫາຟີລິບປິນຊ້ຳແລ້ວຊ້ຳອີກວ່າ ໄດ້ລ່ວງລ້ຳເຂດນ່ານນ້ຳຂອງຕົນ.

ຈີນອ້າງເອົາທະເລຈີນໃຕ້ໂດຍສ່ວນໃຫຍ່ ອັນເປັນເສັ້ນທາງທີ່ສຳຄັນໃນການຂົນສົ່ງສິນຄ້າທາງທະເລ ທີ່ມີມູນຄ່າ 3 ພັນຕື້ໂດລາໃນແຕ່ລະປີນັ້ນ ທີ່ເປັນເຂດແດນຂອງຕົນ, ດ້ວຍການມີໜ້າຂອງກອງກຳລັງໜ່ວຍຍາມຝັ່ງຈຳນວນຫຼວງຫຼາຍປະຈຳການຢູ່ ແລະອ້ອມຮອບເຂດເສດຖະກິິດສະເພາະ ຫຼື EEZ ຂອງປະເທດເພື່ອນບ້ານເຊັ່ນ ຫວຽດນາມ, ຟີລິບປິນ ແລະມາເລເຊຍ.

ປັກກິ່ງ ໄດ້ປະຕິເສດຕໍ່ຄຳຕັດສິນໃນປີ 2016 ຂອງສານແກ້ໄຂບັນຫາລະຫວ່າງປະເທດຖາວອນ ທີ່ມີສຳນັກງານຕັ້ງຢູ່ໃນ ນະຄອນເດີເຮກ ຂອງປະເທດເນເທີແລນ ທີ່ໄດ້ກ່າວວ່າ ການກ່າວອ້າງເອົາກຳມະສິດທາງທະເລທີ່ກວ້າງໃຫຍ່ໄພສານເຫຼົ່ານັ້ນ ບໍ່ມີພື້ນຖານທາງດ້ານກົດໝາຍ.

ອີງຕາມວີດີໂອ ທີ່ໄດ້ຖືກແບ່ງປັນໂດຍໜ່ວຍຍາມຝັ່ງຂອງຟີລິບປິນ ທີ່ຕົນໄດ້ສັ່ງການໃຫ້ກຳປັ່ນຂອງຈີນ ອອກໄປຈາກພື້ນທີ່, ແລ້ວເຕືອນວ່າ ກຳປັ່ນບໍ່ມີອຳນາດຫຍັງທີ່ຈະປະຕິບັດການຢູ່ທີ່ນັ້ນ. ໃນການຕອບຜ່ານທາງວິທະຍຸ ກຳປັ່ນຈີນ ໄດ້ກ່າວວ່າ ຕົນໄດ້ດຳເນີນການບັງຄັບໃຊ້ກົດໝາຍທີ່ເປັນໜ້າທີ່ພາຍໃຕ້ເຂດນ່ານນ້ຳທີ່ຢູ່ໃນຂອບເຂດອຳນາດຂອງຕົນ.

The Philippines has deployed air and sea assets of its military and coast guard in its exclusive economic zone to monitor China's largest coast guard vessel, calling the ship's presence an act of Chinese "intimidation, coercion and aggression."

According to the Philippine coast guard, the 165 m long vessel 5901, referred to by the Philippines as "the monster," was on Sunday 65 to 70 nautical miles off the coast of the province of Zambales.

"We have all our assets pointed at this monster ship. The moment it (carries out) any provocative action, it will be met with appropriate response," Jonathan Malaya, spokesperson for the National Security Council, told state television on Monday.

China's embassy in Manila did not immediately respond to a request for comment.

Ties between China and U.S. ally the Philippines have soured in the past few years, with spats frequent as Manila, under President Ferdinand Marcos Jr, pushes back at what it sees as aggression by Beijing. China has accused the Philippines of repeated encroachment in its waters.

China claims most of the South China Sea, a key conduit for $3 trillion of annual ship-borne trade, as its own territory, with a massive coast guard presence in and around the EEZs of neighbors Vietnam, the Philippines and Malaysia.

Beijing rejects a 2016 ruling by The Hague-based Permanent Court of Arbitration that said those expansive maritime claims had no legal basis.

According to video shared by the Philippine coast guard, it ordered the Chinese vessel to leave the area, warning it has no authority to operate there. In its radioed response, the Chinese ship said it was conducting law enforcement duties within its jurisdictional waters.

"This is part of China's intimidation, coercion, aggression and deception. They are showcasing their ship to intimidate our fishermen," Malaya said, adding the Philippine maritime presence would be boosted to support fishermen.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG