ປະເມີນກັນວ່າ ແມ່ນໍ້າລໍາຄອງໃນຂົງເຂດເອເຊຍ ສູງເຖິງປະມານ
80% ທີ່ຖືວ່າມີຄຸນນະພາບເຊື່ອມໂຊມທີ່ສຸດ ຫຼືໄດ້ຮັບຄວາມເສຍ
ຫາຍ ຈາກມົນລະພິດ ແລະການພັດທະນາດ້ານຊັບພະຍາກອນ
ນໍ້າທີ່ຂາດການປະສານງານກັນ. ໃນຂະນະທີ່ບັນດານັກອະນຸລັກ
ທັງຫຼາຍ ຄິດທົບທວນເບິ່ງ ຍຸດທະວີທີຕ່າງໆເພື່ອປົກປັກຮັກສາ
ແມ່ນໍ້າລໍາຄອງເຫຼົ່ານີ້ ໃຫ້ຢູ່ໃນສະພາບສົມບູນດີ ມີຄຸນນະພາບ
ຕະຫຼອດໄປນັ້ນ ຄະນະນັກຄົ້ນຄວ້າໜຸ່ມທີ່ນະຄອນຫຼວງມະນິລາ
ປະເທດຟິລິບປິນ ກໍາລັງພົບເຫັນສິ່ງທີ່ໃຫ້ຄວາມຫວັງ ໃນວິທີ
ການຄຸ້ມຄອງນໍ້າແບບທີ່ປະຕິບັດກັນມາແຕ່ໂບຮານນັ້ນ Pros
Laput ຜູ້ສື່ຂ່າວວີໂອເອ ລາຍງານຈາກເຂດພູ Cordillera ປະ
ເທດຟິລິປປິນ ຊຶ່ງທອງປານຈະນໍາສະເໜີທ່ານ ໃນອັນດັບຕໍ່ໄປ
ຊົນຊາວ Ifugao ຈາກເຂດພູ Cordillera ທາງພາກເໜືອຂອງຟິລິບປິນ ອັນທີ່ຮູ້ກັນ
ວ່າ ເປັນຜູ້ສ້າງນາຂັ້ນໄດ ຫລືນາຕາມເຈີ້ຍພູ ຊຶ່ງເປັນ ສະຖານທີ່ມໍລະດົກໂລກ ຂອງອົງການ UNESCO ນັ້ນ. ນາພູດອຍເຫຼົ່ານີ້ ສາມາດຢູ່ລອດມາໄດ້ເປັນເວລາຫຼາຍກວ່າ 900 ປີມາແລ້ວ ສ່ວນນຶ່ງນັ້ນກໍເປັນຍ້ອນພວກຄົນທ້ອງຖິ່ນ ພາກັນປົກປ້ອງປ່າໄມ້ຢູ່ເຂດໃກ້ຄຽງ ແລະປົກປ້ອງບໍລິເວນລຸ່ມນໍ້າ ທີ່ຄໍ້າຈູນທົ່ງໄຮ່ທົ່ງນາຂອງພວກເຂົາເຈົ້າ ໃຫ້ຢູ່ໃນສະ ພາບສົມບູນຕະຫຼອດມາ.
ສ່ວນຢູ່ພື້ນທີ່ຮາບຕໍ່ານັ້ນ ຈໍານວນປະຊາກອນທີ່ເພີ່ມຂຶ້ນ ບວກກັບການເຕີບໂຕດ້ານອຸດສາຫະກໍາ ແມ່ນໄດ້ກົດດັນຕໍ່ແມ່ນໍ້າ ແລະອ່າງນໍ້າຫລາຍຂຶ້ນນັບມື້ ເຖິງແມ່ນຈະມີແຜນການພັດທະນາຂະໜາດໃຫຍ່ທີ່ອອກແບບໂດຍພວກ ວິສະວະກອນຢ່າງດີກໍຕາມ.
ທ່ານ Wouter Lincklaen Arriens ຜູ້ຊ່ຽວຊານເລຶ່ອງນໍ້າ ປະຈໍາທະນາຄານພັດທະ ນາເອເຊຍ ເວົ້າວ່າ ວິທີການປະຕິບັດກັນມາແຕ່ເກົ່າກ່ອນຂອງປະຊາຄົມທ້ອງຖິ່ນທັງ ຫຼາຍນັ້ນ ໜ້າຈະຖືວ່າ ມີບົດບາດສໍາຄັນທີ່ສຸດ ໃນການຄຸ້ມຄອງຮັກສາບໍລິເວນລຸ່ມນໍ້າສະໄໝໃໝ່ນີ້ໄດ້.
ທ່ານ ອາຣີອານ ເວົ້າວ່າ: “ມັນເປັນກຸ່ມປະຊາຊົນ ແລະສັງຄົມ ທີ່ພວກ ເຂົາເຈົ້າ ຕ້ອງມີວິທີຮັກສາສະພາບການຂາດແຄນນໍ້າ ແລະໃຫ້ມີປະລິມານ ນໍ້າໄວ້ດື່ມໄວ້ໃຊ້ຢ່າງເຫຼືອເຟືອໄດ້. ສະນັ້ັນການຈະມີຄວາມສາມາດກັບຄືນສູ່ສະພາບ ເດີມໄດ້ ແທ້ໆແລ້ວ ມັນຂຶ້ນຢູ່ກັບປະຊາຊົນ ແລະປະຊາຄົມ ຕ່າງໆ.”
Jae Woo Jang ເປັນນັກຮຽນຊັ້ນ ປ 7 ທີ່ໂຮງຮຽນນານາຊາດແຫ່ງນຶ່ງ ໃນນະຄອນ ຫຼວງມະນິລາ ປະເທດຟິລິບປິນ. ທ້າວ Jang ພ້ອມດ້ວຍເພື່ອນຮ່ວມຄົ້ນຄວ້ານໍາກັນ ຄືທ້າວ Scott Platt-Salcedo ກໍາລັງສຶກສາຄົ້ນຄວ້າເພື່ອຊອກຫາວີທີແກ້ໄຂ ເລຶ່ອງຊັບ ພະຍາກອນນໍ້າ ທີ່ປະສົບບັນຫາຂອງຟິລິບປິນຢູ່ໃນຂະນະນີ້.
ທ້າວ Jang ເວົ້າວ່າ ຫຼັກການສໍາຄັນທີ່ສຸດ ຕໍ່ຜົນສໍາເລັດໃນເລຶ່ອງນໍ້າຂອງຊົນຊາວ Ifugao ນັ້ນ ປະກົດວ່າເປັນຍ້ອນຄວາມໝັ້ນໝາຍຂອງພວກເຂົາເຈົ້າຕໍ່ ຊີວະນານາພັນ ຄືພືດພັນ ແລະສິ່ງມີຊີວິດຫຼາກຫຼາຍຊະນິດ ທີ່ເປັນຕົວການເຮັດໃຫ້ປ່າໄມ້ທັງຫຼາຍມີສະພາບທີ່ອຸດົມສົມບູນແລະ ຜົນຕອບແທນນັ້ນ ກໍຄືປ່າໄມ້ຈະສາມາດກັກເກັບນໍ້າໄດ້ຫຼາຍຂຶ້ນນັ້ນເອງ.
ທ້າວ Jang ເວົ້າວ່າ: “ພວກປະຊາຊົນ ບໍ່ຕ້ອງຖືກບອກສອນວ່າລະບົບຊີວະນານາ ພັນນັ້ນສໍາຄັນສໍ່າໃດ. ພວກເຂົາເຈົ້າຮູ້ດີວ່າ ປ່າໄມ້ທີ່ອຸດົມສົມບູນ ແມ່ນຖືກສ້າງຂຶ້ນມາ ກໍໂດຍຄວາມຕ້ອງການຂອງພວກເຂົາເຈົ້າພາກັນປູກພວກພືດພັນຫຼາກຫຼາຍຊະນິດນັ້ນ ຍົກຕົວຢ່າງ ຄືພວກເຂົາເຈົ້າໄດ້ປູກຕົ້ນໄມ້ຈໍານວນ 171 ຊະນິດທີ່ແຕກຕ່າງໆ ໃນນັ້ນ ມີ 121 ຊະນິດ ທີ່ຕ້ອງໄດ້ນໍາໄປໃຊ້ເປັນ ປະໂຫຍດສະເພາະໃດນຶ່ງ.”
ພໍ່ຕູ້ Jose Pinay-an ຊຶ່ງເປັນຊາວນາເຜົ່າ Ifugao ທີ່ເມືອງ Hungduan ຂອງເຂດພູ Cordillera ເວົ້າວ່າ ວິທີການຮັກສາປ່າໄມ້ນີ້ແມ່ນໄດ້ສືບທອດກັນມາຈາກບັນພະບຸລຸດ ຫຼືປູ່ຍ່າຕາຍາຍຂອງພວກ ເຂົາເຈົ້າ.
ພໍ່ຕູ້ Jose ເວົ້າວ່າ: “ພວກເຮົາມີນໍ້າຕະຫຼອດເວລານັ້ນ ຍ້ອນວ່າພໍ່ແມ່ຂອງ ພວກເຮົາໄດ້ບອກສອນພວກເຮົາວ່າ ເວລາໃດເຮົາຕັດຕົ້ນໄມ້ບາງຕົ້ນນັ້ນ ພວກເຮົາຕ້ອງປູກແທນຫຼາຍກວ່າຈໍານວນທີ່ເຮົາຕັດ ນັ້ນຄືວິທີການປະຕິບັດກັນມາ ຂອງພວກເຮົາ.”
ແຕ່ມັນກໍເປັນການປະຕິບັດ ທີ່ກໍາລັງຕໍ່ສູ້ດິ້ນຮົນ ເພື່ອເຊື່ອມໂຍງໃຫ້ເຂົ້າກັບພວກຄົນລຸ້ນໃໝ່ຊາວ Ifugao ໃຫ້ເຂົາເຈົ້າເຂົ້າໃຈດີໃນຄວາມສໍາຄັນ ຂອງ ເລຶ່ອງນີ້ ກໍຄືພວກຄົນໜຸ່ມທີ່ກໍາລັງປະຖິ້ມທົ່ງໄຮ່ທົ່ງນາ ພາກັນໄປຊອກຫາວຽກເຮັດງານທໍາ ຢູ່ເຂດທີ່ຮາບຕໍ່າ ຫຼາຍຂຶ້ນນັບມື້ນັ້ນ.
ຂະນະນີ້ ນັບວ່າມັນເປັນຊ່ວງເວລາທີ່ຂົມຂື່ນແລະດີໃຈສໍາລັບປະຊາຄົມຫຼາຍສົມຄວນ ຍ້ອນວ່າໃນຂະນະທີ່ວິທີການປະຕິບັດເພື່ອສະຫງວນຮັກສາປ່າໄມ້ນີ້ ກໍາລັງໄດ້ຮັບການຮັບຮູ້ຫຼາຍຂຶ້ນນັບມື້ນັ້ນ ຊາວ Ifugao ກໍາລັງດິ້ນຮົນເພື່ອສິດສອນໃຫ້ພວກຊາວນາລຸ້ນ ຕໍ່ໄປຂອງພວກເຂົາເຈົ້າໄດ້ຮຽນຮູ້ແລະປະ ຕິບັດມໍລະດົກຕົກທອດນີ້ສືບຕໍ່ໄປ.