ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟ​ີ​ລິບ​ປິນ ແລະ​ພັນ​ທະ​ມິດ ເລີ້ມ​ການ​ຊ້ອມ​ລົບ ກອງ​ທັບ​ເຮືອ ຂ​ະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ ໃນ​ເຂດ​ເອ​ເຊຍ-ປາ​ຊີ​ຟິກ ເພີ້ມ​ທະ​ວີ​ຂຶ້ນ


ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ຂອງ​ຟີ​ລີບ​ປິນ ພົນ​ເຮືອ​ໂທໂທ​ຣິ​ບີ​ໂອ ອາ​ດາ​ກີ ຈູ​ເນຍ ກ່າວ​ຄຳ​ປາ​ໄສ​ເປີດ​ພິ​ທີ ຊ້ອມ​ລົບ SAMA 2023 ທີ່ກອງ​ບັນ​ຊາ​ການກອງ​ທັບ​ເຮືອ​ຟີ​ລິບ​ປິນ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ເມື່ອ​ວັນ​ທີ 2 ຕຸ​ລາ 2023.
ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ຂອງ​ຟີ​ລີບ​ປິນ ພົນ​ເຮືອ​ໂທໂທ​ຣິ​ບີ​ໂອ ອາ​ດາ​ກີ ຈູ​ເນຍ ກ່າວ​ຄຳ​ປາ​ໄສ​ເປີດ​ພິ​ທີ ຊ້ອມ​ລົບ SAMA 2023 ທີ່ກອງ​ບັນ​ຊາ​ການກອງ​ທັບ​ເຮືອ​ຟີ​ລິບ​ປິນ ທີ່​ນະ​ຄອນ​ຫຼວງ​ມະ​ນີ​ລາ ເມື່ອ​ວັນ​ທີ 2 ຕຸ​ລາ 2023.

ກຳ​ລັງຂອງ​ມະ​ນີ​ລາ ອັງ​ກິດ ກາ​ນາ​ດາ ຍີ່​ປຸ່ນ ແລະ ​ສະ​ຫະ​ລັດ ເລີ້ມ​ທຳ​ການ​ຊ້ອມ​ລົບ​ຮ່ວມ​ຂອງກອງ​ທັບ​ເຮືອ​ເປັນ​ເວ​ລາ 2 ອາ​ທິດ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ຂອງ ​ຟີ​ລິ​ບ​ປິນ ເພື່ອ​ເປັນ​ການ “ສະ​ແດງ​ກຳ​ລັງ” ທ່າມ​ກາງ​ທີ່​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ຂົງ​ເຂດ​ເພີ້​ມ​ທະ​ວີ​ຂຶ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ໂດຍ​ມີ​ທະ​ຫານ​ຫຼາຍກວ່າ 1,800 ຄົນ​ເຂົ້າ​ຮ່ວມ ການ​ຊ້ອມ​ລົບ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ປັກ​ກິ່ງ​ໄດ້​ຂັດ​ຂວາງ​ບໍ່​ໃຫ້​ຊາວ​ປະ​ມົງ​ຟີ​ລິບ​ປິນເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ​ທີ່​ສຸດ​ໃນ​ເອ​ເຊຍ ນັ້ນ​ກໍ​ຄື ​ເກາະ​ຫາດ​ຊາຍ​ສ​ກາ​ໂບ​ໂຣ ທີ່​ຄວບ​ຄຸມ​ໂດຍ​ຈີນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ການ​ຊ້ອມ​ລົບ “ຊາ​ມາ ຊາ​ມາ” ໃນ​ປີນີ້ ມີ​ຂຶ້ນ​ໃນ​ເຂດ​ໃຕ້​ສຸດ ​ຂອງ​ເກາະ​ລູ​ຊອນ ໂດຍ​ຈັດ​ໃຫ້​ມີ​ການ​ຊ້ອມ​ລົບ​ຂອງກອງ​ທັບ​ເຮືອ ຢູ່​ໃນ​ເຂດ​ດັ່ງ​ກ່າວ ເຊັ່ນ​ການ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ກຳ​ປັ່ນ​ດຳ​ນ້ຳ ການ​ປ້ອງ​ກັນ​ໄພ​ທາງ​ອາ​ກາດຕະ​ຫຼອດ​ທັງ​ການ​ປະ​ຕິ​ບັດ​ງານ​ຊອກ​ຄົ້ນ​ຫາ​ແລະ​ກູ້​ໄພ ອີງ​ຕາມກອງ​ທັບ​ເຮືອ​ຂອງ​ຟີ​ລິບ​ປິນ.

“ດ້ວຍ​ການ​ສະ​ແດງ​ກຳ​ລັງ ແລະ​ການ​ພົວ​ພັນ​ຢ່າງ​ຂຸ້ນ​ຂ້ຽວ​ ຂອງ​ພັນ​ທະ​ມິດ​ແລະ​ພາ​ຄີ​ພວກ​ເຮົາ ‘ຊາ​ມາ ຊາ​ມາ’ ແມ່ນ​ເປັນ​ການ​ຊ້ອມ​ລົບ ​ທາງ​ທະ​ຫານ​ລ້ວນໆ ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ຂອງ​ຟີ​ລີບ​ປິນ ພົນ​ເຮືອ​ໂທ ​ໂທ​ຣິ​ບີ​ໂອ ອາ​ດາ​ກີ ກ່າວ​ຢູ່​ໃນ​ພິ​ທີ​ເປີດ.

“ມັນ​ເປັນ​ສັນ​ຍາ​ລັກ ​ໃນ​ການເປັນ​ພາ​ຄີ​ແບບ​ຍືນ​ຍົງ​ ຂອງ​ພວກ​ເຮົາ ​ແລະ​ການ​ມີ​ຄວາມ​ໝັ້ນ​ໝາຍ​ຮ່ວມ​ ຕໍ່​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ.”

ໃນ​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານນັ້ນ ພົນ​ເຮືອ​ໂທ​ຄາ​ຣ໌​ລ ໂທ​ມາ​ສ ຜູ້​ບັນ​ຊາ​ການ ກອງ​ທັບ​ເຮືອ​ທີ 7 ຂອງ​ສະ​ຫະ​ລັດ ກ່າວ​ວ່າ “ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ທຸກໆ​ປະ​ເທດ ມີ​ສິດ​ທິ​ທີ່​ຈະ​ແລ່ນ​ຜ່ານແລະ​ປະ​ຕິ​ບັດ​ງານ ຢູ່​ໃນ​ທະ​ເລ​ຟີ​ລິບ​ປິນ​ຕາ​ເວັນ​ຕົກ ມີເສ​ລີ​ພາບ…ຈາກ​ການ​ຖືກ​ບັງ​ຄັບ ມີ​ເສ​ລີ​ພາບ​ຈາກ​ການ​ຖືກ​ຂົ່ມ​ຂູ່.”

ທະ​ເລ​ຕາ​ເວັນ​ຕົກ​ຂອງ​ຟີ​ລິບ​ປີນ ແມ່ນ​ໝາຍ​ເຖິງ​ສ່ວນ​ນຶ່ງ​ ຂອງ​ທະ​ເລ​ຈີນ​ໃຕ້ ທີ່​ອ້າງ​ເອົາ​ກຳ​ມະ​ສິດ ​ໂດຍ​ມະ​ນີ​ລາ.

ກຳ​ປັ່ນທັງ​ໝົດ 5 ລຳ 2 ລຳ​ຈາກ​ສະ​ຫະ​ລັດ ແລະ​ປະ​ເທດ​ລະ​ນຶ່ງ​ລຳ​ຈາກ​ອັງ​ກິດ ກາ​ນາ​ດາ ແລະ​ຍີ່​ປຸ່ນ ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງ​ຟີ​ລິບ​ປິນ ຈະ​ດຳ​ເນີນ​ຕໍ່​ໄປ​ຈົນ​ເຖິງວັນ​ທີ 13 ຕຸ​ລາ.

ກອງ​ທັບ​ເຮືອ​ຂອງ​ອອ​ສ​ເຕ​ຣ​ເລຍ ຝ​ຣັ່ງ ອິນ​ໂດ​ເນ​ເຊຍ ແລະ​ນິວ​ຊີ​ແລນ ຕ່າງ​ກໍສົ່ງ​ຜູ້​ສັງ​ເກດ​ການ​ແລະ​ນັກ​ຊ່ຽວ​ຊານເຂົ້າ​ຮ່ວມ.

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຈະ​ບໍ່​ມີ​ຜູ້​ທີ່​ອາດ​ເປັນ​ຜູ້​ຮຸກ​ຮານ ຄວນ​ຢູ່​ພາຍ​ໃຕ້ພາບ​ລວງ​ຕາ​ໃດໆ ນອກ​ເໜືອ​ໄປ​ຈາກ ນີ້​ແມ່ນ​ທີມ​ງານ​ທີ່​ເຂັ້ມ​ແຂງ​ ຂອງ​ປະ​ເທດ​ຕ່າງໆ ທີມ​ງານ​ທີ່​ເຂັ້​ມ​ແຂງ ​ຂອງກອງ​ທັບ​ເຮືອ ກອງ​ທັບ​ເຮືອ ​ຂອງ​ປະ​ເທດ​ນຶ່ງແລ່ນ​ຜ່ານ ​ແລະ​ປະ​ຕິ​ບັດ​ງານ​ຮ່ວມ​ກັນ.” ພົນ​ເຮືອ​ໂທ ໂທ​ມາ​ສ ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG