ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລືອກ ​ຜູ້​ນຳ​ຄົນ​ໃໝ່ ເປັນ​ໄພ​ຂົ່ມ​ຂູ່​ ຕໍ່​ສະ​ຖຽນ​ລະ​ພາບ ໃນ​ພາກ​ພື້ນ​ ມຸ​ສ​ລິມ​ ຂອງ ຟີ​ລິບ​ປິນ


ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ, ກາງ, ຖື​ຮ່າງ​ກົດ​ໝາຍ​ພື້ນ​ຖານ ບັງ​ຊາ​ໂມ​ໂຣ (BBL) ພ້ອມ​ກັບ​ຫົວ​ໜ້າ​ນັກ​ເຈ​ລະ​ຈາ ຄະ​ນະ​ກຳ​ມະ​ການ ສັນ​ຕ​ິ​ພາບ​ຂອງ​ລັດ​ຖະບານ, ທ່ານ ອາ​-ຮັ​ຈ໌ ມູ​ຣາດ ປະ​ທານປົດ​ປ່ອຍອິ​ສ​ລາມ ໂມ​ໂຣ. ນະ​ຄອນຫຼວງ ມະ​ນີ​ລາ, ຟີ​ລິບ​ປິນ. 17 ກໍ​ລະ​ກົດ, 2017.
ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ, ກາງ, ຖື​ຮ່າງ​ກົດ​ໝາຍ​ພື້ນ​ຖານ ບັງ​ຊາ​ໂມ​ໂຣ (BBL) ພ້ອມ​ກັບ​ຫົວ​ໜ້າ​ນັກ​ເຈ​ລະ​ຈາ ຄະ​ນະ​ກຳ​ມະ​ການ ສັນ​ຕ​ິ​ພາບ​ຂອງ​ລັດ​ຖະບານ, ທ່ານ ອາ​-ຮັ​ຈ໌ ມູ​ຣາດ ປະ​ທານປົດ​ປ່ອຍອິ​ສ​ລາມ ໂມ​ໂຣ. ນະ​ຄອນຫຼວງ ມະ​ນີ​ລາ, ຟີ​ລິບ​ປິນ. 17 ກໍ​ລະ​ກົດ, 2017.

ຜູ້​ນຳ​ຄົນ​ໃໝ່ ທີ່​ຖືກ​ເລືອກສຳ​ລັບເຂດປົກ​ຄອງ​ຕົນ​ເອງ ເຊິ່ງ​ຫາ​ກໍ່​ຖືກ​ກໍ່​ຕັ້ງ​ຂຶ້ນ​ໃໝ່ໂດຍ
ລັດຖະບານ ຟີລິບປິນນັ້ນ ໄດ້ສະແດງໃຫ້ເຫັນສັນຍານເບື້ອງຕົ້ນ ກ່ຽວກັບ ການແຍກ
ໂດດດ່ຽວ ກຸ່ມກະບົດຕິດອາວຸດ ທີ່ຫວັງຈະຄອງອຳນາດຮ່ວມກັນນັ້ນ, ເຊິ່ງເປັນໄພຂົ່ມ
ຂູ່ຕໍ່ສະຖຽນລະພາບໄລຍະຍາວຂອງພາກພື້ນດັ່ງກ່າວ.

ປ​ະ​ທາ​ນາ​ທິ​ບໍ​ດີ ຟີ​ລິບປິນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ໄດ້​ຕັ້ງ​ປະ​ທານ​ຂອງ​ກຸ່ມ​ກະ​ບົດ
ແນວໂຮມປົດປ່ອຍອິສລາມ ໂມໂຣ ເປັນລັດຖະມົນຕີຊົ່ວຄາວຂອງອຳນາດການປົກ
ຄອງໃໝ່ ສຳລັບພາກພື້ນດັ່ງກ່າວ, ເຊິ່ງຈະຄວບຄຸມປະຊາຊົນປະມານ ສີ່ລ້ານສາມ
ແສນຄົນ ແລະ ຈະໄດ້ຮັບທຶນພິເສດຂອງລັດຖະບານ ພ້ອມກັບການຄວບຄຸມແຫຼ່ງ
ຊັບພະຍາກອນທຳມະຊາດບາງຢ່າງ.

ການ​ເລືອກ​ສຳ​ລັບ​ປະ​ທານ ແລະ ບ່ອນ​ນັ່ງ​ສຽງ​ສ່ວນຫຼາຍ​ຂອງ​ແນວ​ໂຮມ ໃນ​ອົງ​ການ​
ໃໝ່ນັ້ນ ໄດ້ອະນຸຍາດໃຫ້ເຂົາເຈົ້ານຳພາກຸ່ມຕິດອາວຸດອື່ນໆ 20 ກຸ່ມ ທີ່ໄດ້ສະໜັບ
ສະໜູນ ການປົກຄອງຕົນເອງ ຂອງຊາວມຸສລິມ ຢູ່ເກາະ ມິນດານາວ ທາງພາກໃຕ້
ຂອງປະເທດນັ້ນ. ຄວາມຮຸນແຮງຈາກການກໍ່ກະບົດ ໄດ້ເຮັດໃຫ້ປະຊາຊົນປະມານ
121,000 ຄົນເສຍຊີວິດໃນເກາະມິນດານາວ ນັບຕັ້ງແຕ່ຊຸມປີ 1960 ເປັນຕົ້ນມາ,
ເຮັດໃຫ້ເກາະດັ່ງກ່າວມີຊື່ສຽງໃນທາງບໍ່ດີຕໍ່ພວກນັກທ່ອງທ່ຽວ ແລະ ນັກລົງທຶນທັງ
ຫຼາຍ.

ແຕ່​ບັນ​ດາ​ນັກ​ວິ​ເຄາະ​ຢ້ານ​ວ່າ ການ​ບໍ່​ລວມ​ເອົາ​ກຸ່ມ​ອື່ນໆ ອາ​ດນຳ​ໄປ​ສູ່​ການ​ດີ້ນ​ຮົນ​
ລະຫວ່າງກຸ່ມກະບົດກັບກຸ່ມກະບົດ ເຊິ່ງໃນທີ່ສຸດ ອາດຂັດຂວາງເປົ້າໝາຍຂອງລັດ
ຖະບານ ໃນການໃຊ້ພາກພື້ນທີ່ປົກຄອງຕົນເອງນັ້ນ ເພື່ອຮັກສາສັນຕິພາບ.

ແນວ​ໂຮມ​ປົດ​ປ່ອຍແຫ່ງ​ຊາດ ໂມ​ໂຣ, ເຊິ່ງ​ແມ່ນ​ອົງ​ການ​ທີ່ບໍ່​ກ່ຽວ​ຂ້ອງ​ກັບ​ແນວ​ໂຮມ​
ອື່ນໆ ໄດ້ຕຳໜິໃນວັນອາທິດທີ່ຜ່ານມາ ເມື່ອເຂົາເຈົ້າໄດ້ຮັບບ່ອນນັ່ງອຳນາດການ
ປົກຄອງໃໝ່ພຽງ 5 ບ່ອນຈາກຈຳນວນທັງໝົດ 80 ບ່ອນ, ອີງຕາມລາຍງານຂອງສື່
ມວນຊົນພາຍໃນປະເທດ. ແນວໂຮມປົດປ່ອຍອິສລາມໄດ້ຮັບ 41 ບ່ອນນັ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG