ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ລະ​ເບີດແຕກ ​ຢູ່ຟີ​ລິບ​ປິນ ອາດ​ເປັນ​ ການ​ຄັດ​ຄ້ານ ​ຕໍ່​ກົດ​ໝາຍ ຕັ້ງ​ເຂດປົກ​ຄອງ​ຕົນ​ເອງ ຂອງ​ຊາວ​ມຸ​ສ​ລິມ


A vendor carrying a sack of leafy vegetables wades across a flooded market place after heavy rainfall in Lahore, Pakistan.
A vendor carrying a sack of leafy vegetables wades across a flooded market place after heavy rainfall in Lahore, Pakistan.

ເຊື່ອ​ກັນ​ວ່າ ຜູ້ທຳການ​ລະ​ເບີດໂບດ​ແຫ່ງ​ນຶ່ງໃນ​ຟີ​ລິບ​ປິນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ແມ່ນ​ການ​ເຮັດເພື່ອ​ປະ​ທ້ວງ​ຕໍ່​ເຂດ​ປົກ​ຄອງ​ຕົນ​ເອງ​ໃໝ່ຂອງ​ຊາວ​ມຸ​ສ​ລິມ ທີ່ບໍ່​ລວມ​ເອົາບັນ​ດາ​ຜູ້​ນຳ​ຕ່າງໆ ຢູ່​ໃນ​ກຸ່ມ​ເກາະ​ດອນທີ່​ຢູ່​ໃກ້​ກັບ​ບ​ອ່ນ​ເກີດ​ເຫດ​ລະ​ເບີດນັ້ນ​.

ລະ​ເບີດ​ແຕກ​ສອງ​ຄັ້ງໄດ້​ສັງ​ຫານ​ຊີ​ວິດ​ຂອງ 20 ຄົນ ແລະ​ເຮັດ​ໃຫ້ 111 ຄົນໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ອາ​ທິດ​ຜ່ານ​ມາ​ຢູ່​ໃນ​ໂບດແຫ່ງ​ນຶ່ງ​ໃນ​ເມືອງໂຮ​ໂລ ຊຶ່ງ​ເປັນ​ເມືອງ​ໃຫຍ່​ຢູ່​ໃນ​ແຂວ​ງ​ຊູ​ລູ. ກຸ່ມ​ອາ​ບູ ຊາຍ​ຢັບ (Abu Sayyaf) ຊຶ່ງ​ເປັນກຸ່ມ​ກະ​ບົດ​ມຸ​ສ​ລິມ ໃນ​ທ້ອງ​ກຸ່ນ​ດັ່ງ​ກ່າວທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ກຸ່ມ​ລັດ​ອິ​ສ​ລາມ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ຕໍ່​ເຫດລະ​ເບີດແຕກນັ້ນ ​ຊຶ່ງ​ເກີດຂຶ້ນ 6 ມື້ ຫລັງ​ຈາກ ພວກ​ປ່ອນ​ບັດ​ຢູ່​ແຂວງ​ຊູ​ລູ ​ຕ້ານຕໍ່​ທ່າ​ອ່ຽງຢູ່ ພາກ​ໃຕ້​ຂອງຟີ​ລິບ​ປິນເປັນ​ຈຳ​ນວນ​ຫລວງ​ຫລາຍ ຊຶ່ງ​ເຂົາ​ເຈົ້າ​ໄດ້ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ ​ຕໍ່​ກົດ​ໝາຍ ທີ່​ຈະ​ສ້າງ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຊາວ​ມຸ​ສ​ລິມ ທີ່ແຂງ​ແກ່ນ​ທີ່​ສຸດ​ຂອງ​ປະ​ເທດ​ເທົ່າ​ທີ່​ມີ​ມາ.​

ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte (ກາງ) ຂອງ​ຟີ​ລິບ​ປິນ ຈັບ​ໂລງ​ສົບ​ຂອງຜຸ້​ໄດ້​ຮ​ບັ​ເຄາະ​ຮ້າຍ​ຜູ້​ນຶ່ງ​ທີ່​ເສຍ​ຊີ​ວິດ​ໃນ​ເຫດ​ລະ​ເບີດ​ແຕກໃນ​ວັນ​ທີ 26 ມັງ​ກອນ, 2018 ຢູ່​ໂບດ​ກາ​ໂຕ​ລິກ​ແຫ່ງ​ນຶ່ງ ໃນ​ແຂງ​ຊູ​ລູ
ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte (ກາງ) ຂອງ​ຟີ​ລິບ​ປິນ ຈັບ​ໂລງ​ສົບ​ຂອງຜຸ້​ໄດ້​ຮ​ບັ​ເຄາະ​ຮ້າຍ​ຜູ້​ນຶ່ງ​ທີ່​ເສຍ​ຊີ​ວິດ​ໃນ​ເຫດ​ລະ​ເບີດ​ແຕກໃນ​ວັນ​ທີ 26 ມັງ​ກອນ, 2018 ຢູ່​ໂບດ​ກາ​ໂຕ​ລິກ​ແຫ່ງ​ນຶ່ງ ໃນ​ແຂງ​ຊູ​ລູ

​"ມີ​ການ​ລົງ​ຄະ​ແນນ​ສຽງ​ວ່າ “ບໍ່” ຢ່າງ​ແຮງ ​ແຕ່​ມັນ​ກໍ​ບໍ່ໄດ້ມີ​ຜົນກະ​ທົບ​ຫຍັງ​ຕໍ່ຜົນ​ການ​ເລືອກ​ຕັ້ງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຣ​ມັນ ຄາ​ສ​ຊິ​ໂປ (Ramon Casiple) ຫົວ​ໜ້າ​ດ້ານ​ບໍ​ລິ​ຫານ​ຂອງ​ສະ​ຖາ​ບັນ​ປະ​ຕິ​ຮູບ​ດ້ານ​ການ​ເມືອງ ແລະ ການ​ເລືອກ​ຕັ້ງທີ່​ເປັນອົງ​ການທີ່​ສະ​ໜັບ​ສະ​ໜຸນ​ຟີ​ລິບ​ປິນ ຢູ່​ໃນ​ເຂດ​ນະ​ຄອນ​ຫລວງມະ​ນີ​ລາ.

​ເຂດ​ທີ່​ມີ​ປະ​ມານ 4 ລ້ານ 3 ແສນ​ຄົນ​ອາ​ໄສ​ຢູ່ແມ່ນ​ຮອດ​ກຳ​ນົດ​ທີ່​ຈະ​ໄດ້​ຮັບ​ເງິນ​ງົບ​ປະ​ມານ​ຈາກ​ລັດ ແລະ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ຂອງ​ທ້ອງ​ຖິ່ນ ແຕ່​ວ່າ ພວກ​ຜູ້​ນຳ​ຂອງ​ເຂດ​ດັ່ງ​ກ່າວທີ່​ປາ​ກົດອອກ​ມາ ​ເທົ່າ​ທີ່ເຫັນແມ່ນມາແຕ່​ຈາກ​ກຸ່ມ​ກະ​ບົດ​ມຸ​ສ​ລິມ​ກຸ່ມ​ດຽວທີ່​ໄດ້​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ໃນ​ປີ 2014 ກັບ​ຝ່າຍ​ລັດ​ຖະ​ບານ. ກຸ່ມ​ອາ​ບູ ຊາຍ​ຢັບ (Abu Sayyaf) ທີ່​ມີ​ການ​ພົວ​ພັນ​ກັບຊົນ​ຊາດ​ທີ່​ເປັນ​ຊົນ​ສ່ວນຫລາຍຢູ່​ໃນ​ແຂວງ​ຊູ​ລູ ແລະ​ເປັນ​ກຸ່ມ​ທີ່​ຄົນ​ຮູ້​ກັນ​ດີໃນເລື້ອງ​ລັກ​ພາ​ຕົວ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດນັ້ນ ແມ່ນບໍ່​ມີ.

ແຜນ​ທີ່​ແຂວງ​ຊູ​ລູໃນ​ຟີ​ລິບ​ປິນ
ແຜນ​ທີ່​ແຂວງ​ຊູ​ລູໃນ​ຟີ​ລິບ​ປິນ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG