ທ່ານ ພີດ ບູຕີເຈຈ ໄດ້ຖອນຕົວອອກຈາກການແຂ່ງຂັນ ເພື່ອການຖືກສະເໜີຊື່ຕາງໜ້າພັກເດໂມແຄຣັດ ເຂົ້າໃນການເລືອກຕັ້ງປະທານາທິບໍດີຂອງສະຫະລັດ.
ໃນການກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜູນເມື່ອວັນອາທິດວານນີ້ ອະດີດເຈົ້າເມືອງໆເຊົ້າເບັນ ລັດອິນເດຍນາ ໄດ້ກ່າວວ່າ ທ່ານໄດ້ທຳສິ່ງທີ່ທ່ານເອີ້ນວ່າ “ການຕັດສິນໃຈທີ່ຍາກ” ເພື່ອອກຈາກການແຂ່ງຂັນນັ້ນ.
ທ່ານບໍ່ໄດ້ໃຫ້ການຮັບຮອງເອົາຜູ້ສະໝັກທີ່ຍັງເຫຼືອຄົນໃດເທື່ອ ແຕ່ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເຮັດ “ທຸກສິ່ງທຸກຢ່າງໃນອຳນາດຂອງທ່ານ” ເພື່ອຈະເຫັນພັກເດໂມແຄຣັດ ເຂົ້າຮັບຕຳແໜ່ງໃນທຳນຽບຂາວ ໃນເດືອນມັງກອນ.
ທ່ານບູຕີເຈຈ ໄດ້ເປັນຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຜູ້ສຳຄັນຂອງພັກ ຄົນທຳອິດທີ່ເປັນກະເທີຍຢ່າງເປີດເຜີຍ. ທ່ານໄດ້ກ່າວວ່າ ທ່ານຫວັງວ່າ ທ່ານໄດ້ເຮັດໃຫ້ພວກເດັກນ້ອຍທັງຫຼາຍຜູ້ທີ່ “ຖືກໝາຍຫົວເປັນຄົນຕ່າງໝູ່” ໂດຍສະແດງໃຫ້ພວກເຂົາເຈົາເຫັນວ່າ ພວກເຂົາສາມາດກາຍເປັນຜູ້ນຳລົງສະໝັກເປັນປະທານາທິບໍດີ ໄດ້ “ໂດຍມີສາມີຂອງລາວຢູ່ຄຽງຂ້າງລາວ.”
ທ່ານບູຕີເຈຈ ໄດ້ສຳເລັດການເລືອກຕັ້ງດ້ວຍຄວາມຜິດຫວັງ ໂດຍຢູ່ຕຳແໜ່ງທີສີ ໃນການເລືອກຕັ້ງຂັ້ນຕົ້ນຂອງລັດຄາໂຣໄລນາໃຕ້ ໃນວັນເສົາຜ່ານມານີ້ ໂດຍບໍ່ໄດ້ຮັບຄະແນນສຽງຈາກຜູ້ແທນຂອງລັດເລີຍ.
ການໂຄສະນາຫາສຽງຂອງທ່ານ ໄດ້ເລີ້ມຕົ້ນຂຶ້ນດ້ວຍທ່າແຮງໃນການເລືອກຕັ້ງຂອງພັກຢູ່ລັດໄອໂອວາ ໂດຍໄດ້ຊະນະຢ່າງວຸດວິດ ແລະໄດ້ເຂົ້າມາເປັນອັນດັບທີສອງ ດ້ວຍຄະແນນສຽງໃກ້ຄຽງກັນ ໃນການເລືອກຕັ້ງຂັ້ນຕົ້ນ ໃນລັດນິວແຮມເຊີ.
ແຕ່ໃນເວລາຕໍ່ມາ ທ່ານໄດ້ບຸກບືນເພື່ອດຶງດູດເອົາພວກສະໜັບສະໜູນ ໃນກຸ່ມພວກຫົວນິຍົມແນວທາງປານກາງ ຈາກອະດີດຮອງປະທານາທິບໍດີ ທ່ານໂຈ ໄບເດັນ ຜູ້ທີ່ໄດ້ຮັບໄຊຊະນະ ໃນລັດຄາໂຣໄລນາໃຕ້ ແລະ ຜູ້ທີ່ໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍ ພາຍໃນກຸ່ມພວກຜູ້ມີສິດປ່ອນບັດ ຊາວອາເມຣິກັນເຊື້ອສາຍອາຟຣິກາ.
ທ່ານໄບເດັນ ໄດ້ເອີ້ນການລົງສະໝັກຂອງທ່ານບູຕີເຈຈ ວ່າ “ການໂຄສະນາຫາສຽງແບບແນວຄິດໃໝ່ໃນປະຫວັດສາດ” ໃນຂະນະດຽວກັນ ອະດີດເຈົ້າຄອງນະຄອນນິວຢອກ ທ່ານໄມຄ໌ ບລູມເບີກ ໄດ້ກ່າວວ່າ ຄະນະໂຄສະນາຫາສຽງຂອງທ່ານບູຕີເຈຈ ໄດ້ເຮັດໃຫ້ພັກເດໂມແຄຣັດ “ແຂງແກ່ນຂຶ້ນແລະປະເທດຊາດຂອງງພວກເຮົາດີຂຶ້ນ.”
ທັງສະມາຊິກສະພາສູງຈາກລັດ ແມສສະຈູເສັຕສ໌ ທ່ານນາງອາລີຊາເບັດ ວອຣເຣນ ແລະສະມາຊິກສະພາສູງຈາກລັດມີນເນໂຊຕາ ທ່ານນາງເອມີ ໂຄລບູຊາຣ ກໍໄດ້ກ່າວວ່າ ພວກເພິ່ນຮູ້ດີວ່າ ທ່ານບູຕີເຈຈ ຈະຮັບໃຊ້ປະເທດຊາດ ເປັນເວລາຫຼາຍໆປີ. ສ່ວນທ່ານແຊນເດີສ໌ ຍັງໄດ້ກ່າວຍົກຍ້ອງທ່ານ ບູຕີເຈຈ ທີ່ເຮັດໃຫ້ເປັນປະຫວັດສາດ ແລະໄດ້ແຂ່ງຂັນໂຄສະນາຫາສຽງຢ່າງເຂັ້ມແຂງ.
Pete Buttigieg has dropped out of the race to be the Democratic nominee in the U.S. presidential election.
Speaking to supporters Sunday, the former mayor of South Bend, Indiana, said he had made what he called the "difficult decision" to exit the contest.
He did not endorse any of the remaining candidates, but promised to do "everything in my power" to see a Democrat take over the White House in January.
Buttigieg was the first openly gay major party presidential candidate. He said he hopes he sent a message to every kid who is "marked as different," showing them they can become a leading presidential candidate "with his husband at his side."
Buttigieg finished a disappointing fourth place in Saturday's South Carolina primary, winning no delegates.
His campaign had gotten off to a strong start with a narrow win in the Iowa caucuses and a close second place finish in the New Hampshire primary.
But he later struggled to compete for support among moderates with former Vice President Joe Biden, who won in South Carolina and who has far greater support among African American voters.
Biden called Buttigieg's candidacy a "historic trail-blazing campaign," while former New York City Mayor Mike Bloomberg said the Buttigieg campaign made the Democratic Party "stronger and our nation better."
Both Massachusetts Senator Elizabeth Warren and Minnesota Senator Amy Klobuchar said they know Buttigieg will serve the country for many more years. Sanders also complemented Buttigieg for making history and running a strong campaign.