ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການອະນຸຍາດ ສຳປະທານຂຸດຄົ້ນ ບໍ່ແຮ່ໃນ ລາວ ໄດ້ເຮັດໃຫ້ເກີດ ບັນຫາຂັດແຍ້ງລະຫວ່າງ ລັດ ກັບ ເອກະຊົນເພີ່ມຂຶ້ນ


ພະນັກງານບໍ່ຄຳ ລາວ ຈົດບັນທຶກ ໃນຂະນະທີ່ລົດຈົກກຳລັງຂົນດິນຂຶ້ນລົດຖອກດິນ.
ພະນັກງານບໍ່ຄຳ ລາວ ຈົດບັນທຶກ ໃນຂະນະທີ່ລົດຈົກກຳລັງຂົນດິນຂຶ້ນລົດຖອກດິນ.

ການອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ໃນ ລາວ ໄດ້ເຮັດໃຫ້ເກີດບັນຫາຂັດແຍ້ງລະຫວ່າງພາກລັດກັບພາກເອກະຊົນເພີ່ມຂຶ້ນ ໂດຍມີສາເຫດມາຈາກການທີ່ເອກະຊົນ ລາວ ຂາຍຕໍ່ສຳປະທານໃຫ້ຕ່າງຊາດ.


ທ່ານ ທິບພະຈັນ ໂພໄຊ ສະມາຊິກສະພາແຫ່ງຊາດຈາກແຂວງຄຳມ່ວນ ໄດ້ຖະແຫຼງຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດ ລາວ ທີ່ດຳເນີນກອງປະຊຸມລະຫວ່າງວັນທີ 24 ມິຖຸນາ ຫາວັນທີ 2 ກໍລະກົດ 2020 ນີ້ວ່າບັນຫາທີ່ມີຄວາມຫຍຸ້ງຍາກຫຼາຍຂຶ້ນ ແລະ ເກີດຂຶ້ນຢ່າງກວ້າງ ຂວາງຢູ່ພາຍໃນແຂວງ ຄຳມ່ວນ ໃນປັດຈຸບັນນີ້ກໍຄືການຂັດແຍ້ງທີ່ ກ່ຽວກັບ ສຳປະທານຂຸດຄົ້ນບໍ່ແຮ່ ລະຫວ່າງພາກລັດ ກັບພາກເອກະຊົນ ທັງນີ້ໂດຍມີສາເຫດມາຈາກການທີ່ເອກະຊົນ ລາວ ໄດ້ຂາຍຕໍ່ສຳປະທານການຂຸດຄົ້ນບໍ່ແຮ່ໃຫ້ກັບນັກທຸລະກິດຊາວຕ່າງຊາດ ເພາະບໍ່ມີເງິນທຶນທີ່ຈະນຳໃຊ້ໃນການຂຸດຄົ້ນບໍ່ແຮ່ດັ່ງກ່າວ ຊຶ່ງເຮັດໃຫ້ພະນັກງານລັດທີ່ກ່ຽວຂ້ອງໃນການອະນຸຍາດສຳປະ ທານຂຸດຄົ້ນບໍ່ແຮ່ນັ້ນ ມອງວ່າເປັນການປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງກັນເປັນຄະດີຄວາມຢູ່ໃນສານປະຊາຊົນ ແລະ ມີຈຳນວນຫຼາຍຄະດີໃນເວລານີ້ ດັ່ງທີ່ທ່ານ ທິບພະຈັນ ໃຫ້ການຢືນຢັນວ່າ

“ດຽວນີ້ບໍ່ແຮ່ຢູ່ແຂວງຄຳມ່ວນນີ້ ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນລາວຂໍສຳປະທານນຳລັດຖະບານໄດ້ແລ້ວ ບໍ່ມີທຶນກະເອົາຕ່າງປະເທດມາເຮັດ ເອົາຈີນມາເຮັດ ເອົາອົສຕາລີ ມາເຮັດ ແລ້ວຜິດກັນຂໍ້ຂັດແຍ້ງອັນນີ້ເກີດຂຶ້ນ ປັດຈຸບັນນີ້ສານຫຼືວ່າໄອຍະການນີ້ແມ່ນຄະດີແຜ່ງ ມີສັນຍາຕຳຫຼວດບອກບໍ່ແມ່ນ ອັນນີ້ຂ້ອຍຕ້ອງຈັບ ເຫດຜົນຂອງມັນແທ້ໆແລ້ວແມ່ນຍ້ອນຄົນ ລາວ ເຮົານີ້ໄດ້ໂຄງການແລ້ວໄປໃຫ້ຕ່າງປະເທດສຳປະທານ ອັນນີ້ຂ້າພະເຈົ້າຢາກຂໍໃຫ້ກະຊວງທີ່ກ່ຽວຂ້ອງເບິ່ງວ່າມັນຖືກບໍ່ແນວນີ້.”

ສ່ວນທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງຢືນ ຢັນວ່າ ໃນໄລຍະທີ່ຜ່ານມາໄດ້ສຳຫຼວດພົບແຮ່ທາດໃນ ລາວ ຫຼາຍກວ່າ 570 ແຫຼ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດໃນ ລາວ ໃນນີ້ທາງການ ລາວ ໄດ້ອະນຸຍາດສຳປະທານແກ່ເອກະຊົນ ລາວ ແລະ ຕ່າງຊາດແລ້ວ 649 ລາຍໃນ 942 ກິດຈະການທົ່ວປະເທດ.

ທາງດ້ານທ່ານ ບຸນຍັງ ວໍລະຈິດ ປະທານປະເທດຖະແຫຼງວ່າການພັດທະນາ ລາວ ໃນໄລຍະທີ່ຜ່ານມາໄດ້ມີການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໄປຢ່າງຫຼວງຫຼາຍ ແຕ່ວ່າ ລາວ ກັບຍັງບໍ່ສາມາດຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຈົນເຖິງປັດຈຸບັນ ສະນັ້ນຈຶ່ງຕ້ອງມີການປັບປ່ຽນການພັດທະນາຈາກຮູບແບບເດີມທີ່ເນັ້ນການຂຸດຄົ້ນຊັບພະຍາກອນທຳມະຊາດເປັນດ້ານຫຼັກນັ້ນໄປເປັນການນຳໃຊ້ຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ເປັນໃຈກາງໃນການພັດ ທະນາໃນທຸກໆດ້ານໃຫ້ໄດ້.

ອົງການແຮງງານສາກົນ (ILO) ຄາດວ່າຫົວໜ່ວຍທຸລະກິດຕ່າງໆໃນ ລາວ ຕ້ອງການແຮງງານມີຝີ ມື 658,000 ຄົນໃນປັດຈຸບັນ ແຕ່ໃນປີ 2016-2019 ທີ່ຜ່ານມາ ທາງການ ລາວ ພັດທະນາແຮງ ງານມີຝີມືໄດ້ພຽງ 60,000 ກວ່າຄົນຫຼື 10 ເປີເຊັນຂອງຄວາມຕ້ອງການທີ່ເປັນຈິງເທົ່ານັ້ນ.

ທາງດ້ານເຄືອຂ່າຍການພັດທະນາແບບເປີດ (Open Delopment Network) ອົງການທີ່ບໍ່ຂຶ້ນກັບລັດຖະບານລາຍງານວ່າ ລັດຖະບານ ລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ບັນດານັກລົງທຶນ ລາວ ແລະ ຕ່າງຊາດໃນ 1,758 ໂຄງການມີພື້ນທີ່ສຳປະທານລວມກັນເຖິງ 11,754,417 ເຮັກຕາ ແຕ່ຈາກການສຳຫຼວດພາກສະໜາມໃນໄລຍະທີ່ຜ່ານມາພົບວ່າ ບັນດານັກລົງທຶນໄດ້ມີການນຳໃຊ້ທີ່ດິນຕົວຈຶງໃນພື້ນທີ່ລວມ 549,248 ເຮັກຕາ ຄິດເປັນ 4.67 ເປີເຊັນເທົ່ານັ້ນຂອງການສຳປະທານພື້ນທີ່ທັງໝົດ ໂດຍໃນນີ້ກໍເປັນການອະນຸມັດສຳປະທານໂດຍທ້ອງຖິ່ນ 1,331 ໂຄງການ ຈຶ່ງເຮັດໃຫ້ລັດຖະບານ ລາວ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງ ເຮັດໃຫ້ຄະນະສະເພາະກິດຂອງລັດຖະ ບານ ລາວ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍກັບຄືນມາໄດ້ໃນເນື້ອທີ່ພຽງ 20,000 ກວ່າເຮັກຕາເທົ່ານັ້ນ.

ສ່ວນທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີຍອມຮັບວ່າ ລັດຖະບານ ລາວ ຕົກເປັນຝ່າຍທີ່ເສຍປຽບໃນໂຄງການສຳປະທານທີ່ດີໄລຍະຍາວ ທີ່ໃຫ້ແກ່ເອກະຊົນ ລາວ ແລະ ຕ່າງຊາດໄປແລ້ວ ໂດຍການກວດກາຜ່ານມາພົບວ່າສຳປະທານທີ່ດິນຂະໜາດໃຫຍ່ຍັງບໍ່ໄດ້ປະຕິບັດຕາມສັນ ຍາໂດຍສະເພາະແມ່ນ ການບໍ່ໄດ້ນຳເງິນທຶນເຂົ້າມາໃນ ລາວ ຢ່າງແທ້ຈິງ ຈຶ່ງເຮັດໃຫ້ເກີດບັນຫາຊັກຊ້າໃນທຸກໆໂຄງການ ສ່ວນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຍັງບໍ່ໄດ້ກວດກາໂຄງການແຕ່ຢ່າງໃດ.

XS
SM
MD
LG