ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ​ໃນ​ແຂວງ ວຽງ​ຈັນ ໄດ້​ສົ່ງ​ມອບ​ທີ່​ດິນ ໃຫ້​ບໍ​ລິ​ສັດ ຈີນ ທີ່​ລົງ​ທຶນ​ກໍ່​ສ້າງ​ທາງ​ລົດ​ໄຟ ແລະ ທາງ​ດ່ວນ ເກືອບ​ຄົບ​ຖ້ວນ​ແລ້ວ


ປ້າຍ​ໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໃນ​ແຂວງ ຫຼວງ​ພະ​ບາງ
ປ້າຍ​ໂຄງ​ການກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໃນ​ແຂວງ ຫຼວງ​ພະ​ບາງ

ປະ​ຊາ​ຊົນໃນ​ແຂວງ ວຽງ​ຈັນ ໄດ້​ສົ່ງ​ມອບ​ທີ່​ດິນ​ທີ່​ຖືກ​ເວນ​ຄືນ​ໃຫ້​ກຸ່ມ​ບໍ​ລິ​ສັດ ຈີນ ທີ່​ລົງ​ທຶນ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ແລະ ທາງ​ດ່ວນ​ນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ ເກືອບ​ຈະ​ຄົບ​ຖ້ວນ​ແລ້ວ.


ທ່ານ ຄຳ​ພັນ ສິດ​ທິ​ດຳ​ພາ ເຈົ້າ​ແຂວງວຽງ​ຈັນ ຢືນ​ຢັນ​ວ່າ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ທີ່​ຜ່ານ​ແຂວງວຽງ​ຈັນ​ ຄິດ​ເປັນ​ໄລ​ຍະ​ທາງ 145 ກິ​ໂລ​ແມັດ ແລະ ການ​ກໍ່​ສ້າງ​ທາງ​ດ່ວນ​ເຊື່ອມ​ຕໍ່​ນະ​ຄອນຫຼວງ ວຽງ​ຈັນ-ວັງ​ວຽງ ທີ່​ມີ​ໄລ​ຍະ​ທາງ​ຍາວ​ເຖິງ 109 ກິ​ໂລ​ແມັດ​ໃນ​ພື້ນ​ທີ່​ແຂວງວຽງ​ຈັນ ນັ້ນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ ແລະ ເປັນ​ໄປ​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ໃນ​ທຸກໆ​ດ້ານ ທັງ​ນີ້​ກໍ​ເນື່ອງ​ຈາກວ່າ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ​ຊົນ​ໃນ​ແຂວງ​ເປັນ​ຢ່າງ​ດີ ຊຶ່ງ​ລວມ​ເຖິງ​ການ​ທີ່​ປະ​ຊາ​ຊົນ​ໄດ້​ສົ່ງ​ມອບ​ທີ່​ດິນ​ທີ່​ຖືກ​ເວນ​ຄືນ​ໃຫ້​ກັບ​ທຸກ​ກຸ່ມ​ບໍ​ລິ​ສັດ ຈີນ ທີ່​ລົງ​ທຶນ​ໃນ​ທັງ 2 ໂຄງ​ການ​ດັ່ງ​ກ່າວ​ນີ້​ເກືອບ​ຈະ​ຄົບ​ທັງ​ໝົດ​ແລ້ວ ໂດຍ​ຍັງ​ເຫຼືອບໍ່​ເຖິງ 1 ເປີ​ເຊັນທີ່​ກຳ​ລັງ​ເຈ​ລະ​ຈາ​ເພື່ອ​ຕົກ​ລົງ ກ່ຽວ​ກັບ ການ​ຊົດ​ເຊີຍ​ໃນ​ຂັ້ນ​ສຸດ​ທ້າຍ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ ຄຳ​ພັນ ໄດ້​ຢືນ​ຢັນ​ວ່າ:
"ໂດຍ​ພື້ນ​ຖານ​ແລ້ວ​ທາງ​ດ່ວນ ທາງ​ລົດ​ໄຟ​ນີ້​ຖື​ວ່າ​ເຂົາ​ເຈົ້າ​ກະ​ໄດ້​ມອບ​ພື້ນ​ທີ່​ໝົດ​ແລ້ວ ຖື​ວ່າ​ການ​ກໍ່​ສ້າງ​ປູກ​ສ້າງ​ຕ່າງໆ​ກະ​ໄດ້​ເລີ່ມ​ແລ້ວ ກະ​ຍັງ​ມີ​ບາງ​ຈຸດ​ບາງ​ບ່ອນ​ທີ່​ວ່າ​ຍັງ​ເລັກໆ​ນ້ອຍ ແຕ່​ວ່າ​ສຳ​ຄັນ​ອັນ​ນຶ່ງ​ລະ​ແມ່ນ​ການ​ຊົດ​ເຊີນ​ຫັ້ນ ພວກ​ເຮົາ​ກະ​ໄດ້​ມີ​ການ​ໄກ່​ເກ່ຍ ໄດ້​ມີ​ການ​ແກ້​ໄຂ ມີ​ບາງ​ອັນ​ກະ​ແມ່ນ​ທາງ​ເມືອງ​ເຮັດ​ມີ​ບາງ​ກໍ​ລະ​ນີ​ກໍ​ແມ່ນ​ແຂວງ ມີ​ບາງ​ອັນ​ທີ່​ມັນ​ພົວ​ພັນ​ກັບ​ສູນ​ກາງ, ພວກ​ເຮົາ​ກະ​ສະ​ເໜີ​ທາງ​ສູນ​ກາງ ທາງ​ລັດ​ຖະ​ບານ​ກະ​ໄດ້​ມີ​ການ​ຍົກ​ຍ້ອງ​ຊົມ​ເຊີຍ."

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ ປະ​ຊາ​ຊົນ ລາວ ບໍ່​ພໍ​ໃຈ​ການ​ຊົດ​ເຊີຍ​ຄ່າ​ທົດ​ແທນ​ທີ່​ໄດ້​ຮັບ​ຈາກ​ບັນ​ດາ​ນັກ​ທຸ​ລະ​ກິດ ຈີນ ທີ່​ລົງ​ທຶນ​ພັດ​ທະ​ນາ​ໂຄງ​ການ​ຕ່າງໆ​ໃນ ລາວ ເພີ່ມ​ຂຶ້ນ​ນັບ​ມື້ ເນື່ອງ​ຈາກວ່າ​ທຸກ​ໂຄງ​ການ​ລົງ​ທຶນ​ຂອງ​ບັນ​ດາ​ນັກ​ທຸ​ລະ​ກິດ ຈີນ ໃນ ລາວ ນັ້ນ​ໄດ້​ຈ່າຍ​ເງິນ​ຄ່າ​ທົດ​ແທນ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ທີ່​ຖືກ​ເວນ​ຄືນ​ໃນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ສະ​ພາບ​ທີ່​ເປັນ​ຈິງ ໂດຍ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ຈາກ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ ແລະ ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດກວມ​ລວມ ໄຊ​ເສດ​ຖາ ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ ທັງ​ປາ​ກົດ​ວ່າ​ພະ​ນັກ​ງານ​ລັດ​ໄດ້​ໃຊ້​ອຳ​ນາດ-ໜ້າ​ທີ່​ບັງ​ຄັບ​ປະ​ຊາ​ຊົນ​ໃຫ້​ຕ້ອງຍອມ​ຮັບ​ການ​ຊົດ​ເຊີຍ​ດັ່ງ​ກ່າວ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ລາວ ໃຫ້​ການ​ຢືນ​ຢັນ​ວ່າ:
"ຍ​້ອນ​ວ່າ​ທົດ​ແທນ​ຖ​ືກ​ທົດ​ແທນ​ນ້ອຍ ມັນ​ກໍ​ກະ​ທົບ​ຕົວ​ຢ່າງວ່າ​ໂຄງ​ການ​ໃຫຍ່ໆ ຊຶ່​ງ​ປັດ​ຈຸ​ບັ​ນ​ພວກ​ຮ​ເກຳ​ລັງ​ດຳ​ເນີນ​ການ​ປະ​ຕິ​ບັດ​ໂຄງ​ການ​ທາງ​ລົດ​ໄຟ​ ຫຼື​ວ່າ​ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ ວັງ​ວຽງ ຫຼືວ່າ​ໂຄງ​ການ​ໄຊ​ເສດ​ຖາ​ກວມ​ລວມ​ບໍ່ຫຼື​ວ່າ​ອື່ນໆ ຖື​ວ່າ​ເປັນ​ການ​ຊົດ​ເຊີຍ​ທີ່​ຕ່ຳຫຼາຍ ທຽບ​ໃສ່​ກັບ​ຄ​່າ​ຄອງ​ຊີບ ທຽບ​ໃສ່​ກັບ​ທ່າ​ອຽງ​ຂອງ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ ອັນ​ທີ​ສອງ​ມາ​ແມ່ນ​ເຈົ້າ​ພະ​ນັກ​ງານ​ທີ່​ລົງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ກະ​ບໍ່​ສຸ​ພາບ ແລ້ວ​ກະ​ບໍ່​ອະ​ທິ​ບາຍ​ຊີ້​ແຈງ​ໃຫ້​ເຂົ້າ​ອົກ-ເຂົ້າ​ໃຈ ສ່ວນຫຼາຍ​ສິ​ມັກ​ຊີ້​ອາ​ຍາ​ສິດ ມັນ​ກະ​ເຮັດ​ໃຫ້​ເກີດ​ຂໍ້​ຂັດ​ແຍ້ງ."

ທັງ​ນີ້​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ຕ່າງໆ​ທີ່​ຖືກ​ເວນ​ຄືນ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ລາວ-ຈີນ ຈະ​ຕ້ອງ​ໃຊ້​ເງິນ​ທັງ​ໝົດ 2,492 ຕື້​ກີບ​ຫາກ​ແຕ່​ວ່າ​ໃນ​ໄລ​ຍະ​ຜ່ານ​ມາ ກໍ​ສາ​ມາດ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ປະ​ຊາ​ຊົນ ລາວ ໄດ້​ພຽງ 369 ຕື້​ກີບ ຫຼື 20.4 ເປີ​ເຊັນ​ຂອງ​ຄ່າ​ຊົດ​ເຊີຍ​ທັງ​ໝົດ​ເທົ່າ​ນັ້ນ.

ສ່ວນ​ໂຄງ​ການ​ທາງ​ດ່ວນ​ນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ​ນັ້ນ​ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ມັດ​ໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ ຢຸນໜານ​ ວິ​ສະ​ວະ​ກຳ ແລະ ກໍ່​ສ້າງ ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ ໂດຍ​ມີ​ໄລ​ຍະ​ທາງ​ຍາວ 113.5 ກິ​ໂລ​ແມັດ ກວ້າງ 23 ແມັດ ມີ 4 ຊ່ອງ​ທາງ​ຈະ​ລາ​ຈອນ​ທີ່​ຂະ​ໜານ​ກັບ​ຖະ​ນົນ​ເລກ 13 ເໜືອ​ຕັ້ງ​ຕົ້ນ​ຈາກ​ແຍກ​ ສີ​ເກີດ ເມືອງ​ນາ​ຊາຍ​ທອງ ຜ່ານ​ໄປ​ເມືອງ​ໂພນ​ໂຮງ-ຫີນ​ເຫີບ-ບ້ານ​ທ່າ​ເຮືອ ແລະ ວັງ​ວຽງ ໃຊ້​ເງິນ​ທຶນ​ກໍ່​ສ້າງ 1,300 ລ້ານ​ໂດ​ລາ ໂດຍ​ບໍ​ລິ​ສັດ ຈີນ ຈະ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ຈາກ​ຄ່າ​ທຳ​ນຽມ​ທາງ​ເປັນ​ເວ​ລາ 30 ປີ ເລີ່ມ​ແຕ່​ປີ 2021 ເປັນ​ຕົ້ນ​ໄປ ແລ້ວ​ຈຶ່ງ​ຈະ​ໂອນ​ໃຫ້​ກັບ​ລັດ​ຖະ​ບານ ລາວ ໃນ​ປີ 2051.

ນອກ​ຈາກນີ້ ບໍ​ລິ​ສັດ ຈີນ ຍັງ​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາ​ສີ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເພື່ອ​ຕອບ​ສະ​ໜອງ​ໃຫ້​ໂຄງ​ການ​ອີກ​ດ້ວຍ ເພາະ​ລັດ​ຖະ​ບານ ລາວ ເຫັນ​ວ່າ​ເປັນ​ໂຄງ​ການ​ທີ່​ຈະ​ສ້າງ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ​ໃຫ້​ກັບ ລາວ ໄດ້​ຢ່າງຫຼວງຫຼາຍ​ໃນ​ໄລ​ຍະ​ຍາວ​ນັ້ນ​ເອງ.

XS
SM
MD
LG