ປະຊາຊົນ ລາວ ໃນເຂດນະຄອນຫຼວງ ວຽງຈັນ ຕ້ອງປະເຊີນກັບບັນຫາຂາດນ້ຳປະປະຢ່າງຮຸນແຮງໃນປັດຈຸບັນ ທັງຍັງຈະຕ້ອງປະເຊີນກັບບັນຫານີ້ຢ່າງໜັກໜ່ວງຫຼາຍຂຶ້ນອີກຈົນເຖິງລະດູຝົນປີໜ້າ.
ທ່ານນາງ ເພື່ອນແສງ ໄຊນາຄຳ ຮອງຜູ້ອຳນວຍການລັດວິສາຫະກິດນ້ຳປະປາ ລາວ, ນະຄອນຫຼວງວຽງຈັນ ຖະແຫຼງຍອມຮັບວ່າການຜະລິດນ້ຳປະປາໃນປັດຈຸບັນນີ້ ບໍ່ສາມາດຕອບສະໜອງການຊົມໃຊ້ໃນເຂດນະຄອນຫຼວງວຽງຈັນໄດ້ຢ່າງພຽງພໍ ແລະ ບັນຫາທີ່ເກີດຂຶ້ນດັ່ງກ່າວບໍ່ໄດ້ມີສາເຫດມາຈາກລະບົບການຜະລິດນ້ຳປະປາແຕ່ຢ່າງໃດ ຫາກແຕ່ເປັນບັນຫາຈາກໄພແຫ້ງແລ້ງທີ່ເຮັດໃຫ້ມີປະລິມານນ້ຳຢ່າງຈຳກັດທັງໃນນ້ຳງື່ມ ແລະ ແມ່ນ້ຳຂອງ ອັນເປັນແຫຼ່ງສຳຄັນທີ່ສຸດໃນການຕອບສະໜອງນ້ຳໃຫ້ການຜະລິດນ້ຳປະປາ ເພື່ອຊົມໃຊ້ໃນທົ່ວເຂດນະຄອນຫຼວງ ວຽງຈັນ.
ໃນປັດຈຸບັນ ລັດວິສາຫະກິດນ້ຳປະປາ ລາວ ນະຄອນຫຼວງວຽງຈັນ ມີໂຮງງານຜະລິດນ້ຳປະປາ 4 ແຫ່ງມີຄວາມສາມາດຜະລິດນ້ຳປະປາໄດ້ໃນປະລິມານລວມ 280,000 ແມັດກ້ອນຕໍ່ວັນ ໂດຍຄິດເປັນ 85 ເປີເຊັນຂອງຄວາມຕ້ອງການຊົມໃຊ້ນ້ຳປະປາທີ່ເປັນຈິງ ແຕ່ດ້ວຍບັນຫາໄພແຫ້ງແລ້ງໃນເວລານີ້ ຈຶ່ງເຮັດໃຫ້ຄວາມສາມາດໃນການຕອບສະໜອງນ້ຳປະປາໃນເຂດນະຄອນຫຼວງວຽງຈັນຫຼຸດລົງໄປອີກ ໂດຍເຖິງແມ່ນວ່າໂຮງງານທັງ 4 ແຫ່ງຈະມີຄວາມອາດສາມາດຜະລິດນ້ຳປະປາໄດ້ຫຼາຍກວ່າ 300,000 ແມັດກ້ອນຕໍ່ວັນກໍຕາມ ຊຶ່ງໝາຍຄວາມວ່າປະຊາຊົນ ລາວ ໃນເຂດນະຄອນຫຼວງວຽງຈັນ ຈະຕ້ອງປະເຊີນກັບບັນຫາຂາດແຄນນ້ຳປະປາເພີ່ມຂຶ້ນອີກນັ້ນເອງ ດັ່ງທີ່ທ່ານນາງ ເພື່ອນແສງ ໄດ້ໃຫ້ການຢືນຢັນວ່າ
"ໂຮງງານຂອງເຮົານີ້ມື້ນຶ່ງໄດ້ 303,000 ແມັດກ້ອນ ຖືວ່າພຽງພໍ ແຕ່ວ່າບັດນີ້ຫຼັງຈາກທີ່ມີໂຮງງານແລ້ວ ແຕ່ຜັດບໍ່ມີນ້ຳ ເພາະວ່າຄວາມຕ້ອງການຂອງພວກເຮົາປັດຈຸບັນນີ້ມັນຢູ່ທີ່ລະດັບປະມານ 270,000-280,000 ນີ້ລະເນາະ ແຕ່ວ່າມັນມີໂຮງງານແລ້ວມີຄວາມສາມາດແລ້ວ ແຕ່ວ່ານ້ຳນີ້ຜັດບໍ່ມີ ແລ້ວບັດນີ້ບໍ່ມີຜັດແມ່ນໂຕຖືກໂຮງງານໃຫຍ່ໆເຮົາ ແຜນຮອງຮັບນີ້ພວກເຮົາກະມີແຕ່ພວກເຮົາແກ້ສຸກເສີນກະສິໄດ້ສ່ວນໃດສ່ວນນຶ່ງ."
ໂດຍນອກຈາກໂຮງງານ 4 ແຫ່ງຂອງລັດວິສາຫະກິດນ້ຳປະປາ ລາວ ແລ້ວ ໃນເຂດນະຄອນຫຼວງວຽງຈັນ ກໍຍັງມີໂຮງງານຜະລິດນ້ຳປະປາທີ່ທ່າເດື່ອ ແລະ ແສນດິນ ຂອງບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດ ຊຶ່ງໄດ້ຮັບສຳປະທານຈາກລັດຖະບານເປັນເວລາ 50 ປີ ຫາກແຕ່ກໍມີຄວາມສາມາດຜະລິດນ້ຳປະປາໄດ້ພຽງ 9,000 ແມັດກ້ອນຕໍ່ວັນເທົ່ານັ້ນ ແລະ ໃນປັດຈຸບັນທັງ 2 ໂຮງງານດັ່ງກ່າວນີ້ກໍປະສົບກັບບັນຫາຂາດແຄນນ້ຳເຊັ່ນດຽວກັນ ສະນັ້ນຈຶ່ງເຮັດໃຫ້ປະຊາຊົນ ລາວ ແລະ ບັນດາຫົວໜ່ວຍທຸລະກິດຕ່າງໆໃນເຂດນະຄອນຫຼວງວຽງຈັນ ຈະຕ້ອງປະເຊີນກັບບັນຫາຂາດແຄນນ້ຳປະປາຢ່າງຮຸນແຮງຈົນເຖິງລະດູຝົນໃນປີ 2020 ຢ່າງຫຼີກລ່ຽງບໍ່ໄດ້.
ຍິ່ງໄປກວ່ານັ້ນ ໄພນ້ຳຖ້ວມຄັ້ງໃຫຍ່ໃນຊ່ວງເດືອນກໍລະກົດ-ກັນຍາ 2019 ກໍຍັງໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານສະບຽງອາຫານໃນເຂດນະຄອນຫຼວງວຽງຈັນຢ່າງໜັກໜ່ວງ ຄືກັບເຂດແຂວງຕ່າງໆໃນທົ່ວປະເທດ ໂດຍສະເພາະຜົນຜະລິດເຂົ້ານາປີທີ່ເຄີຍເຫຼືອ ແລະ ເກີນຄວາມຕ້ອງການບໍລິໂພກຄິດເປັນປະລິມານສະເລ່ຍ 60,000 ໂຕນໃນແຕ່ລະປີນັ້ນກໍໄດ້ຫຼຸດລົງເຫຼືອພຽງ 6,000 ໂຕນເທົ່ານັ້ນໃນປີ 2019 ນີ້ສະນັ້ນການທີ່ຈະສາມາດຮັບປະກັນໄດ້ຢ່າງຄັກແນ່ວ່າປະຊາຊົນໃນເຂດນະຄອນຫຼວງວຽງຈັນຈະມີເຂົ້າກິນຢ່າງພຽງພໍໃນປີ 2020 ກໍຈະຕ້ອງຊຸກຍູ້ການປູກເຂົ້ານາແຊງ ແລະ ພືດຜົນສະບຽງອາຫານຕ່າງໆໃຫ້ໄດ້ຕາມແຜນການທີ່ວາງໄວ້ຢ່າງຄົບຖ້ວນເທົ່ານັ້ນ.
ທັງນີ້ ອຳນາດການປົກຄອງເຂດນະຄອນຫຼວງວຽງຈັນ ກໍໄດ້ວາງແຜນການທີ່ຈະຊຸກຍູ້ການປູກເຂົ້ານາແຊງໃນປີ 2019 ໃຫ້ໄດ້ໃນເນື້ອທີ່ 15,900 ເຮັກຕາ ປູກພືດຜັກໃນເນື້ອທີ່ 7,138 ເຮັກຕາ ແລະ ປູກພືດອຸດສາຫະກຳໃຫ້ໄດ້ໃນເນື້ອທີ່ 1,625 ເຮັກຕາ ຫາກແຕ່ວ່ານະຄອນຫຼວງວຽງຈັນ ກໍຍັງຕ້ອງປະເຊີນກັບບັນຫາພື້ນທີ່ກະສິກຳຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະ 10 ປີມານີ້ ເນື່ອງຈາກການຫັນເອົາທີ່ດິນໄປນຳໃຊ້ໃນພາກການຜະລິດອື່ນໆເພີ່ມຂຶ້ນເຊັ່ນ ເຂດເສດຖະກິດພິເສດ ແລະ ການຂະຫຍາຍເຂດຕົວເມືອງ ຈຶ່ງເຮັດໃຫ້ດິນນາຫຼຸດລົງເຫຼືອພຽງ ເຈັດສິບພັນກວ່າເຮັກຕາ ແລະ ໄດ້ຜົນຜະລິດເຂົ້ານາປີ 237,065 ໂຕນເທົ່ານັ້ນໃນປີ 2019 ນີ້.