ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດວ່າ 3 ຄົນຕາຍ ໂຮມທັງມືປືນ ໃນເຫດຈັບໂຕປະກັນ ຢູ່ຊິດນີ


australiahostages15december14
please wait

No media source currently available

0:00 0:01:36 0:00

australiahostages15december14

ເຫດການຈັບໂຕປະກັນ ທີ່ຕຳຫລວດກັບມືປືນ ຈຶ້ງທ່າໃສ່ກັນ
ເກືອບໝົດມື້ ທີ່ນະຄອນຊິດນີ ປະເທດອອສເຕຣເລຍ ໄດ້ສິ້ນ
ສຸດລົງ ເວລາຕຳຫລວດທີ່ປະກອບອາວຸດໜັກ ບຸກເຂົ້າຈູ່ໂຈມ
ຮ້ານອາຫານ ທີ່ລາຍງານຂ່າວເວົ້າວ່າ ຊາຍຄົນໜຶ່ງໄດ້ຈັບໂຕ
ປະກັນ ຢ່າງນ້ອຍ 10 ປາຍຄົນ ສົ່ງຜົນໃຫ້ໂຕປະກັນສອງຄົນ
ກັບມືປືນ ເສຍຊີວິດ.

ຕຳຫລວດບຸກເຂົ້າຈູ່ໂຈມ ພ້ອມກັບຍິງປືນ ແລະແກວ່ງລະເບີດ
ມືທີ່ເຮັດໃຫ້ມຶນງົງ ເຂົ້າໄປ ໃນຮ້ານອາຫານ ໃນເວລາປະມານ
2 ໂມງເຊົ້າ ວັນອັງຄານ ຕາມເວລາທ້ອງຖິ່ນ.

ການບຸກຈູ່ໂຈມຂອງຕຳຫລວດ ເຮັດໃຫ້ເຫດການຈັບໂຕປະກັນໄວ້ ເປັນເວລາກ່ວາ 16 ຊົ່ວໂມງ ຍຸດຕິລົງ ໃນນະຄອນຊິດນີ. ນອກຈາກ ສາມຄົນທີ່ເສຍຊີວິດນັ້ນແລ້ວ ມີອີກ 4 ຄົນ ໄດ້ຮັບບາດເຈັບ.

ກ່ອນຕຳຫລວດບຸກເຂົ້າໄປນັ້ນ ມີຢ່າງນ້ອຍ 6 ຄົນ ທີ່ເຊື່ອວ່າ ໄດ້ຖືກຈັບເປັນໂຕປະກັນນັ້ນ ແລ່ນຫລົບໜີອອກຈາກ ຮ້ານອາຫານມາໄດ້.

Sydney, Australia
Sydney, Australia

ຕຳຫລວດລັດ New South Wales ກ່າວວ່າ ມີຊາຍໄວ 50 ປີ
ຄົນໜຶ່ງ ແມ່ຍິງ ໄວ 38 ປີ ຄົນໜຶ່ງ ກັບ ຜູ້ຊາຍ ໄວ 34 ປີ ອີກຄົນ
ໜຶ່ງ ເສຍຊີວິດ.

ສອງຄົນຖືກນຳສົ່ງໂຮງໝໍ ເພື່ອປິ່ນປົວບາດແຜ ທີ່ບໍ່ອັນຕະລາຍ
ເຖິງຊີວິດ ໃນຂະນະທີ່ຕຳຫລວດຄົນໜຶ່ງ ໄດ້ຮັບການປິ່ນປົວບາດ
ແຜທີ່ໜ້າ ຍ້ອນຖືກສະເກັດລູກປືນ. ແມ່ຍິງຄົນໜຶ່ງໄດ້ຮັບການປິ່ນ
ປົວບາດແຜ ທີ່ຖືກຍິງຢູ່ບ່າໄຫລ່.

ບໍ່ເທົ່າໃດນາທີກ່ອນວິກິດການຍຸດຕິລົງນັ້ນ ເຈົ້າໜ້າທີ່ໄດ້ລະບຸຊື່ມືປືນວ່າ ຊື່ ທ້າວ Man Haron Monis ເປັນອົບພະຍົບຊາວອິຣ່ານ ທີ່ປະກາດຕົນເອງວ່າ ເປັນນັກບວດມຸສລິມ.

ເຊື່ອກັນວ່າ ທ້າວ Monis ໄດ້ເຂົ້າຍຶດເອົາໂຕປະກັນ ຢູ່ຮ້ານອາຫານ Lindt Chocolate
Cafe ໃນຍ່ານທຸລະກິດ ໃຈກາງນະຄອນຊິດນີ ໃນເວລາປະມານ 9:45 ໂມງເຊົ້າວັນຈັນ ຕາມເວລາທ້ອງຖິ່ນ.

ທ້າວ Monis ທີ່ປະເຊີນກັບຂໍ້ຫາຫລາຍກະທົງ ຮວມທັງການໂຈມຕີທາງເພດແລະມີສ່ວນ
ໃນການກໍ່ຄາດຕະກຳ ໃນຄະດີໜຶ່ງອີກຕ່າງຫາກນັ້ນ ໄດ້ຖືກສານຕັດສິນວ່າ ມີຄວາມຜິດ
ໃນປີ 2012 ໃນຂໍ້ຫາສົ່ງຈົດໝາຍໝິ່ນປະໝາດ ແລະຂົ່ມຂູ່ ໄປໃຫ້ຄອບຄົວຂອງພວກ
ທະຫານອອສເຕຣເລຍ ທີ່ຖືກສັງຫານຢູ່ຕ່າງປະເທດ ອິງຕາມລາຍງານຂອງສື່ມວນຊົນ.

XS
SM
MD
LG