ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫລາຍສິບຄົນ ຖືກຈັບໂຕປະກັນ ຢູ່ໃນຮ້ານກາເຟແຫ່ງໜຶ່ງ ທີ່ປະເທດອອສເຕຣເລຍ


ກຳລັງຕຳຫລວດ ຕໍ່ຕ້ານການກໍ່ການຮ້າຍ ປະຈຳການ ຢູ່ທາງນອກ ຮ້ານກາເຟ ທີ່ມີການຈັບໂຕປະກັນໄວ້ ໃນຍ່ານການຄ້າ ຂອງນະຄອນ Sydney, ວັນທີ 15 ທັນວາ 2014.
ກຳລັງຕຳຫລວດ ຕໍ່ຕ້ານການກໍ່ການຮ້າຍ ປະຈຳການ ຢູ່ທາງນອກ ຮ້ານກາເຟ ທີ່ມີການຈັບໂຕປະກັນໄວ້ ໃນຍ່ານການຄ້າ ຂອງນະຄອນ Sydney, ວັນທີ 15 ທັນວາ 2014.

ຕຳຫລວດຕິດອາວຸດ ຫລາຍຮ້ອຍຄົນ ໃນນະຄອນຊີດນີ ປະເທດ
ອອສເຕຣເລຍ ໄດ້ເຂົ້າປິດລ້ອມຍ່ານການຄ້າໃຈກາງເມືອງໄວ້
ບ່ອນທີ່ມືປືນຈຳນວນໜຶ່ງໄດ້ຈັບໂຕປະກັນໄວ້ ຫລາຍກ່ວາ 30
ຄົນ ຢູ່ໃນຮ້ານກາເຟແຫ່ງໜຶ່ງ.

ຂ່າວໂທລະພາບທີ່ຖ່າຍທອດສົດ ມາຈາກບ່ອນເກີດເຫດ ສະແດງ
ໃຫ້ເຫັນຜູ້ຄົນຢູ່ທາງໃນ ຮ້ານກາເຟແລະຂາຍຂະໜົມໂຊໂກແລັຕ
Lindt ຢືນຢູ່ທາງໃນ ແລະຍົກສອງຝາມືຂຶ້ນ ຕິດໄວ້ກັບກະຈົກຮ້ານ.
ນອກນັ້ນແລ້ວ ຍັງຫລຽວເຫັນທຸງສີດຳ ທີ່ມີໂຕໜັງສືພາສາອາຫຣັບ ຂຽນຕິດຢູ່ນຳ.

ເຈົ້າໜ້າທີ່ກ່າວວ່າ ພວກພະນັກງານຫ້ອງການທີ່ຢູ່ໃກ້ໆ ໄດ້ຖືກຍົກຍ້າຍໜີອອກໄປ ເພື່ອ ເປັນການປ້ອງກັນໄວ້ລ່ວງໜ້າ. ຖະໜົນຫົນທາງຫລາຍສາຍໃນບໍລິເວນນັ້ນ ກໍຖືກກັນໄວ້ ບໍ່ໃຫ້ຄົນເຂົ້າໄປ.

ເວລານີ້ ເຈົ້າໜ້າທີ່ກຳລັງພະຍາຍາມຫາທາງຕິດຕໍ່ ກັບພວກທີ່ຢູ່ທາງໃນຮ້ານກາເຟ.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott ໄດ້ຖະແຫລງຕໍ່ນັກຂ່າວວ່າ ຍັງບໍ່ມີຜູ້ໃດຮູ້ຈັກເຖິງສາເຫດ ທີ່ພາໃຫ້ພວກຈັບໂຕປະກັນ ກໍ່ເຫດຮ້າຍຄັ້ງນີ້. ທ່ານກ່າວ
ອີກວ່າ ເປົ້າໝາຍຂອງການກະທຳແບບນີ້ ແມ່ນເພື່ອເຮັດໃຫ້ປະຊາຊົນຢ້ານກົວ ຈົນບໍ່ກ້າ
ທີ່ຈະເປັນໂຕຂອງໂຕເອງ ແລະທ່ານຊຸກຍູ້ໃຫ້ຊາວອອສເຕຣເລຍທັງໝົດ ປະຕິບັດກິດຈະ
ຫວັດ ຂອງເຂົາເຈົ້າໄປຕາມປົກກະຕິ.

ຮ້ານກາເຟດັ່ງກ່າວແມ່ນຕັ້ງຢູ່ໃນໃຈກາງ ຂອງຍ່ານການເງິນແລະຊອບປິ້ງຂອງນະຄອນ
ຊິດນີ ຊຶ່ງເປັນເຂດທີ່ແອອັດໄປດ້ວຍຜູ້ຄົນ ທີ່ພາກັນໄປເລາະຊື້ເຄື່ອງຂອງໃນຍາມເທດ
ສະການຄຣິສມັສ. ຕຶກສະພາຂອງລັດ New South Wales ກໍຕັ້ງຢູ່ໃກອອກໄປ ບໍ່ເທົ່າ
ໃດ ຮ່ອມຕຶກ.

XS
SM
MD
LG