ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີຄວາມເປັນຫ່ວງ ກ່ຽວກັບ ການບຸກຄືບໜ້າ ຂອງກຸ່ມ ຕາລີບານ ໃນຂະນະທີ່ ກຳລັງທະຫານ ອາເມຣິກັນ ຖອນຕົວອອກ


ອະດີດນັກລົບ ມູຈາຮີດີນ ຖືອາວຸດ ເພື່ອສະໜັບສະໜູນກອງກຳລັງ ອັຟການິສຖານ ໃນການຕໍ່ສູ້ກັບກຸ່ມຕາລີບານ, ຢູ່ເຂດນອກຂອງແຂວງເຮຣັດ, ອັຟການິສຖານ 10 ກໍລະກົດ, 2021.
ອະດີດນັກລົບ ມູຈາຮີດີນ ຖືອາວຸດ ເພື່ອສະໜັບສະໜູນກອງກຳລັງ ອັຟການິສຖານ ໃນການຕໍ່ສູ້ກັບກຸ່ມຕາລີບານ, ຢູ່ເຂດນອກຂອງແຂວງເຮຣັດ, ອັຟການິສຖານ 10 ກໍລະກົດ, 2021.

ສະຫະລັດ ແມ່ນ “ກຳລັງຕິດຕາມ ດ້ວຍຄວາມເປັນຫ່ວງຢ່າງເລິກເຊິ່ງ” ໃນຂະນະທີ່ກຸ່ມກະບົດ ຕາລີບານ ເຂົ້າຄວບຄຸມດິນແດນຫຼາຍ ແລະ ຫຼາຍກວ່າເກົ່າໃນ ອັຟການິສຖານ ໃນຂະນະທີ່ກອງກຳລັງ ອາເມຣິກັນ ກຳລັງກັບບ້ານຢ່າງວ່ອງໄວພາຍໃຕ້ຄຳສັ່ງຖອນຕົວຂອງປະທານາທິບໍດີ ໂຈ ໄບເດັນ, ອີງຕາມການກ່າວຂອງໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໃນວັນອາທິດວານນີ້.

ທ່ານ ເຄີບີ ໄດ້ກ່າວຕໍ່ລາຍການ “Fox News Sunday” ວ່າ “ນີ້ແມ່ນເວລາສໍາລັບກອງກຳລັງທະ ຫານລັດຖະບານ ອັຟການິສຖານ ທີ່ຈະລຸກຂຶ້ນ ແລະ ປ້ອງກັນປະເທດຂອງເຂົາເຈົ້າ. ນີ້ແມ່ນຊ່ວງເວລາແຫ່ງຄວາມຮັບຜິດຊອບ.”

ດົນກວ່າເກືອບສອງທົດສະວັດ, ສະຫະລັດ ໄດ້ສະໜອງອາວຸດໃຫ້ ອັຟການິສຖານ ມູນຄ່າຫຼາຍຕື້ໂດລາ ເພື່ອປ້ອງກັນຕົນເອງ, ແຕ່ດ້ວຍການທີ່ ສະຫະລັດ ຖອນຕົວອອກຈາກປະເທດພາຍໃນວັນ ທີ 31 ສິງຫານີ້, ການຄວບຄຸມປະເທດແມ່ນມີຄວາມບໍ່ແນ່ນອນເພີ່ມຂຶ້ນ.

ພວກຕາລີບານເວົ້າວ່າພວກເຂົາໄດ້ຄວບຄຸມປະເທດ 85 ເປີເຊັນແລ້ວ, ເຊິ່ງແມ່ນການກ່າວອ້າງທີ່ຖືກໂຕ້ແຍ້ງ. ແຕ່ທ່ານ ເຄີບີ ບໍ່ໄດ້ຂັດແຍ້ງກັບການປະເມີນຂອງໂທລະພາບຂ່າວ FOX ວ່າ ປະຊາ ຊົນ ອັຟການິສຖານ 13 ລ້ານຄົນແມ່ນອາໄສຢູ່ພາຍໃຕ້ການຄວບຄຸມຂອງກຸ່ມ ຕາລີບານ, 10 ລ້ານ ຄົນພາຍໃຕ້ການປົກຄອງຂອງລັດຖະບານ ອັຟການິສຖານ ແລະ 9 ລ້ານຄົນໃນພາກພື້ນທີ່ມີການຂັດແຍ້ງກັນ.

ສະຫະລັດ ໄດ້ບຸກເຂົ້າໄປໃນປະເທດດັ່ງກ່າວຄັ້ງທຳອິດໃນປີ 2001 ເພື່ອໂຈມຕີຖານທັບຕ່າງໆບ່ອນທີ່ພວກກໍ່ການຮ້າຍ ອາລ-ໄກດາ ຝຶກຊ້ອມຈີ້ເຮືອບິນໃນວັນທີ 11 ກັນຍາເພື່ອໂຈມຕີຕຶກສູນການຄ້າໂລກໃນນະຄອນ ນິວຢອກ ແລະ ທຳນຽບຫ້າແຈ ທີ່ໄດ້ສັງຫານປະຊາຊົນເກືອບ 3,000 ຄົນ.

ເຖິງແມ່ນກຳລັງທະຫານ ສະຫະລັດ ຈະຖອນຕົວອອກໄປກໍຕາມ, ທ່ານ ເຄີບີ ໄດ້ກ່າວວ່າບັນດາຜູ້ບັນຊາການ ອາເມຣິກັນ ຈະສາມາດໃຫ້ຄຳປຶກສາຕໍ່ກອງກຳລັງ ອັຟການິສຖານ ຈາກຖານທັບຕ່າງໆໃນປະເທດອື່ນ. ແຕ່ກອງກຳລັງ ສະຫະລັດ ແລະ NATO ສ່ວນໃຫຍ່ແມ່ນໄດ້ອອກຈາກ ອັຟການິສຖານ ແລ້ວ. ທັງໝົດແມ່ນຈະອອກໄປພາຍໃນທ້າຍເດືອນສິງຫາ.

ໃນອາທິດແລ້ວນີ້ທ່ານ ໄບເດັນ ໄດ້ກ່າວປ້ອງກັນການຖອນກອງກຳລັງ ສະຫະລັດ ຢ່າງແຂງຂັນ, ແມ່ນກະທັ້ງທີ່ພວກຕາລີບານໄດ້ທຳຄວາມກ້າວໜ້າກະຕາມ.

ທ່ານ ໄບເດັນ ໄດ້ກ່າວຢູ່ທຳນຽບຂາວວ່າ “ພວກເຮົາບໍ່ໄດ້ໄປ ອັຟການິສຖານ ເພື່ອສ້າງສາປະເທດ. ມັນເປັນສິດທິ ແລະ ຄວາມຮັບຜິດຊອບຂອງປະຊາຊົນ ອັຟການິສຖານ ທີ່ຈະຕັດສິນໃຈ ກ່ຽວກັບ ອານາຄົດຂອງເຂົາເຈົ້າ ແລະ ວິທີທີ່ເຂົາເຈົ້າຢາກປົກຄອງປະເທດຂອງເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG