ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ປະ​ຕິ​ເສດ ຕໍ່​ລາຍ​ງານ​ຂ່າວ ກ່ຽວ​ກັບ ການ​ສົ່ງ​ທະ​ຫານ​ໄປ​ຕື່ມ ຢູ່​ພາກ​ຕາ​ເວັນ​ອອກ​ກາງ


ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ແພັດ​ທ​ຣິກ ແຊ​ນາ​ແຮນ ທີ່​ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ. (ວັນ​ທີ 21 ພຶດ​ສະ​ພາ 2019)
ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ແພັດ​ທ​ຣິກ ແຊ​ນາ​ແຮນ ທີ່​ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ. (ວັນ​ທີ 21 ພຶດ​ສະ​ພາ 2019)

ທ່ານ​ແພັດ​ທ​ຣິກ ແຊ​ນາ​ແຮນ ຮັກສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະເທດ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ ​ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າ ສະ​ຫະລັດ​ອາດ​ຈະ​ສົ່ງ​ທະ​ຫານ ​ໃນ​ລະ​ຫວ່າງ 5 ຫາ 10 ພັນ​ຄົນ ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ ເພື່ອ​ຮັບ​ມື​ກັບໄພ​ຂົ່ມ​ຂູ່ ​ທີ່​ອາດ​ມີ​ຂຶ້ນ​ຈາກ​ອີ​ຣ່ານ.

ທ່ານແຊ​ນາ​ແຮນ ກ່າວ​ຕໍ່​ພວກ​ນັກ​ຂ່າວໂດຍ​ອ້າງ​ເຖິງ​ລາຍ​ງານ​ຂອງ​ອົງ​ການ​ຂ່າວຣອຍ​ເຕີ້​ທີ່​ວ່າ ທຳ​ນຽບ​ຫ້າ​ແຈ​ພວມ​ພິ​ຈາ​ລະ​ນາ ທີ່​ຈະ​ສົ່ງ​ທະ​ຫານ​ຈຳ​ນວນ 5 ພັນຄົນ ທີ່​ເປັນ​ກຳ​ລັງ​ປ້ອ​ງ​ກັນ​ໄປ​ຍັງ​ເຂດ​ດັ່ງ​ກ່າວ ແລະ​ລາຍ​ງານ​ຂອງ​ອົງ​ການ​ຂ່າວເອ​ພີ​ເວົ້າ​ວ່າ ກຳ​ລັງ​ທີ່​ວ່ານີ້ ອາດ​ມີ​ຫຼາຍ​ເຖິງ 10 ພັນ​ຄົນ ໂດຍ​ເວົ້າ​ວ່າ “ບໍ່​ມີ10 ພັນ​ຄົນ ບໍ່​ມີ 5 ພັນ​ຄົນ ນັ້ນ​ແມ່ນ​ບໍ່​ຖືກ​ຕ້ອງ.”

​ວີ​ດີ​ໂອ: ປ. ທ​ຣຳ ພວມ​ພິ​ຈາ​ລະ​ນາ ໄປ​ຮັບ​ມື ກັບ​ການ​ຂົ່ມ​ຂູ່ ຈາກ​ອີ​ຣ່ານ

Trump Considering Troop Deployment to Deter Iran
please wait

No media source currently available

0:00 0:02:56 0:00

ວີ​ໂອ​ເອ​ລາຍ​ງານ​ວ່າ ທ່ານແຊ​ນາ​ແຮນແລະ​ນາຍ​ທະ​ຫານ​ຊັ້ນ​ສູງ​ຂອງ​ສະ​ຫະ​ລັດ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ນາຍ​ພົນ​ໂຈ​ເຊັ​ຟ ດັນ​ຟອດ ຈະ​ນຳ​ສະ​ເໜີ​ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ກັບ​ທາງ​ເລືອກ​ຕ່າງໆ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ໃນ​ວັນ​ພະຫັດ​ວານນີ້ ເພື່ອ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ​ກາງຮວມ​ທັງ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ທີ່​ຈະ​ສົ່ງ​ທະ​ຫານ​ອາ​ເມ​ຣິ​ກັນ​ຫຼາຍໆ​ພັນ​ຄົນ​ໄປເຂ​ດ​ດັ່ງ​ກ່າວ.

ທ່ານແຊ​ນາ​ແຮນ​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ເລື້ອງນີ້ ກ່ອນ​ທີ່​ທ່ານ​ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ທຳ​ນຽບ​ຂາວ ໂດຍ​ແຈ້ງ​ໃຫ້​ພວກ​ນັກ​ຂ່າວ​ຊາບ​ວ່າ ທ່ານ​ພວມ​ພິ​ຈາ​ລະ​ນາ​ທີ່​ຈະ​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ຕື່ມ.

ນາຍ​ພົນ​ທະ​ຫານ​ມາ​ຣີນ ເຄັນ​ແນັດ “ແຟ​ຣງ” ແມັກ​ແຄນ​ຊີ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການກອງ​ທັບ ຂອງ​ສະ​ພາ​ສູງ.
ນາຍ​ພົນ​ທະ​ຫານ​ມາ​ຣີນ ເຄັນ​ແນັດ “ແຟ​ຣງ” ແມັກ​ແຄນ​ຊີ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການກອງ​ທັບ ຂອງ​ສະ​ພາ​ສູງ.

ທ່ານແຊ​ນາ​ແຮນ​ເວົ້າ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ມອງ​ເບິ່ງ ກໍ​ແມ່ນ ມີ​ສິ່ງ​ໃດ​ແດ່​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້​ເພື່ອ​ຈະ​ເສີມ​ກຳ​ລັງ​ໃນ​ການ​ປົກ​ປ້ອງ ຢູ່​ໃນ​ພາກ​ຕາ​ເວັນອອກ​ກາງ? ມັນ​ອາດ​ຈະ​ພົວ​ພັນ​ກັບ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ຕື່ມ.”

ການ​ຂໍ​ຮ້ອງ​ເພື່ອ​ໃຫ້​ສົ່ງ​ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ໄປ​ເພີ້ມແມ່ນ​ມາ​ຈາກຜູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ນາຍ​ພົນ​ທະ​ຫານ​ມາ​ຣີນ ເຄັນ​ແນັດ “ແຟ​ຣງ” ແມັກ​ແຄນ​ຊີ. ທ່ານແຊ​ນາ​ແຮນ​ ກ່າວ​ວ່າ ການ​ຮ້ອງ​ຂໍດັ່ງ​ກ່າວ​ນີ້​ ແມ່ນ​ສ່ວນ​ນຶ່ງ​ຂອງການ​ສົນ​ທະ​ນາ “ໄປໆ​ມາໆ” ກັບ​ກອງ​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ແຕ່​ກໍ​ກ່າ​ວ​ຕື່ມ​ວ່​າ ມັນ​ເປັນ “ການ​ໂອ້​ລົມ​ໃນ​ລະ​ດັບທີ່ສູງ​ຂຶ້ນ ເມື່ອ​ເວົ້າ​ເຖິງ​ສະ​ຖາ​ນະ​ການ​ຢູ່​ທີ່ນັ້ນ ໃນ​ພາກ​ຕາ​ເວັນ​ອອກ​ກາງ.”

ສະ​ມາ​ຊິກ​ສະ​ພາ​ສູງທິມ ເຄນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ເວີ​ຈີ​ເນຍ.
ສະ​ມາ​ຊິກ​ສະ​ພາ​ສູງທິມ ເຄນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ເວີ​ຈີ​ເນຍ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ທຳ​ນຽບ​ຂາວ​ຈະ​ໃຫ້​ການອະ​ນຸ​ມັດກ່ຽວ​ກັບການ​ສົ່ງ​ທະ​ຫານຫຼື​ອາ​ວຸດ​ຍຸດ​ໂທ​ປະ​ກອນ ເຊັ່ນ​ລະ​ບົບລູກ​ສອນ​ໄຟປ້ອງ​ກັນແພັດ​ທ​ຣິ​ອັອດ ແລະ​ກຳ​ປັ່ນ​ໄປເພີ້ມ​ອີກ ຫລືບໍ່.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ພະ​ຫັດ​ວານນີ້ ກ່ອນ​ການ​ຖະ​ແຫຼງ​ຂ່າວ ​ກ່ຽວ​ກັບ​ເລື້ອງ​ອີ​ຣ່ານວ່າ “ຂ້າ​ພະ​ເຈົ້າ ແນ່ ນອນ ຈະ​ສົ່ງ​ທະ​ຫານ​ໄປຕື່ມ ຖ້າ​ພວກ​ເຮົາ​ຫາກ​ຕ້ອງ​ການ. ແຕ່​ຂ້າ​ພະ​ເຈົ້າບໍ່​ຄິດ​ວ່າ ​ພວກ​ເຮົາ​ຈະ​ຕ້ອງ​ການ​ກຳ​ລັງ​ເຫຼົ່າ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ຄິດ​ເຊັ່ນ​ນັ້ນ.”

ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ສື່ມວນ​ຊົນ​ໃນ​ວັນ​ພະ​ຫັດ​ວານນີ້ ສະ​ມາ​ຊິກ​ສະ​ພາ​ສູງ ທິມ ເຄນ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ເວີ​ຈີ​ເນຍ ໄດ້​ສະ​ແດງ​ການຄັດ​ຄ້ານ​ຢ່າງ​ແຂງ​ຂັນ ຕໍ່​ການ​ທີ່​ອາດ​ຈະ​ມີ​ການ​ປະ​ເຊີນ​ໜ້າ​ທາງ​ດ້ານ​ທະ​ຫານ​ກັບປະ​ເທດ​ອີ​ຣ່ານ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG