ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຄາດວ່າຈະຂະຫຍາຍ ຄັງອາວຸດນິວເຄລຍ ເພີ່ມເປັນສອງເທົ່າ ໃນທົດສະວັດໜ້າ


ພາກສ່ວນນຶ່ງທີ່ສະແດງໃຫ້ເຫັນລູກສອນໄຟແບບຈຳລອງ ທີ່ຖືກໃຊ້ໂດຍກອງທັບ ຈີນ, ຢູ່ຫໍພິພິຕະພັນກອງທັບໃນນະຄອນຫຼວງ ປັກກິ່ງ, ຈີນ. 1 ສິງຫາ, 2019.
ພາກສ່ວນນຶ່ງທີ່ສະແດງໃຫ້ເຫັນລູກສອນໄຟແບບຈຳລອງ ທີ່ຖືກໃຊ້ໂດຍກອງທັບ ຈີນ, ຢູ່ຫໍພິພິຕະພັນກອງທັບໃນນະຄອນຫຼວງ ປັກກິ່ງ, ຈີນ. 1 ສິງຫາ, 2019.

ລາຍງານສະບັບໃໝ່ຂອງທຳນຽບຫ້າແຈໄດ້ຄາດເດົາວ່າ ຈີນ ຈະຂະຫຍາຍຄັງຫົວລະເບີດນິວເຄລຍເປັນຢ່າງໜ້ອຍສອງເທົ່າໃນທົດສະວັດຂ້າງໜ້າ ໃນຂະນະທີ່ເຂົາເຈົ້າດຳເນີນການຜະລິດລະເບີດນິວເຄລຍສາມປະເພດຂອງເຂົາເຈົ້າເອງ ເພື່ອທຳການໂຈມຕີນິວເຄລຍທາງບົກ, ນໍ້າ ແລະ ອາກາດ. ພຸດທະສອນ ຈະນຳລາຍ ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການພັດທະນາ ແລະ ຂະຫຍາຍກຳລັງນິວເລຍຂອງ ຈີນ ແມ່ນສ່ວນນຶ່ງຂອງຄວາມພະຍາຍາມຢ່າງກວ້າງຂວາງທີ່ເພັ່ງເລັງໃສ່ການທຽບເທົ່າ ແລະ ໃນບາງ ກໍລະນີແຊງກາຍກອງທັບ ສະຫະລັດ ພາຍ ໃນປີ 2049 ດັ່ງກັບຜູ້ມີອຳນາດ ເໜືອໝູ່ໃນພາກພື້ນອິນໂດ-ປາຊີຟິກ, ອີງຕາມລາຍງານປະຈຳປີຕໍ່ລັດຖະສະພາຊື່ວ່າ “ອຳນາດທາງທະຫານຂອງ ຈີນ” ທີ່ຖືກເຜີຍແຜ່ໃນວັນອັງຄານທີ່ຜ່ານມາ.

ລາຍງດັ່ງກ່າວນັ້ນເວົ້າວ່າ ຈຳນວນຂອງລະເບີດຫົວນິວເຄລຍຂອງ ຈີນ ປັດຈຸບັນນີ້ຄາດວ່າຈະມີຫຼາຍກວ່າ 200 ລູກ ແລະ ລວມທັງອັນທີ່ສາມາດຕິດໃສ່ກັບລູກສອນໄຟຂີປະນາວຸດທີ່ສາມາດຍິງຮອດ ສະຫະລັດ.

ນີ້ແມ່ນຄັ້ງທຳອິດທີ່ທຳນຽບຫ້າແຈໄດ້ກ່າວເຖິງຕົວເລກທີ່ສະເພາະເຈາະຈົງ ກ່ຽວກັບ ຫົວລະເບີດຂອງ ຈີນ, ອີງຕາມການກ່າວຕໍ່ນັກຂ່າວໃນອາທິດນີ້ໂດຍຜູ້ຊ່ວຍຮອງລັດຖະມົນຕີປ້ອງກັນປະເທດ ທ່ານ ແຈດ ສບຣາເກຍ.

ທ່ານ ສບຣາເກຍ ໄດ້ກ່າວວ່າ “ພວກເຮົາເປັນຫ່ວງຢ່າງແນ່ນອນ ກ່ຽວກັບ ຕົວເລກນັ້ນ, ແຕ່ມັນກໍຍັງເປັນຄວາມກ້າວໜ້າຂອງການພັດທະນາອາວຸດນິວເຄລຍຂອງ ຈີນ ຢ່າງເຫັນໄດ້ຊັດ.”

ຄັງອາວຸດນິວເຄລຍຂອງ ສະຫະລັດ, ທີ່ຄາດວ່າມີຫົວລະເບີດນິວເຄລຍ 3,800 ລູກ ທີ່ຢູ່ໃນສະນະພາບພ້ອມປະຕິບັດການຢູ່ນັ້ນ, ຈະເຮັດໃຫ້ຄັງອາວຸດນິວເຄລຍຂອງ ຈີນ ມີຂະໜາດນ້ອຍຢູ່. ສະຫະ ລັດ ມີເຮືອດຳນໍ້າ ແລະ ເຮືອບິນທີ່ສາມາດທຳການໂຈມຕີດ້ວຍລະເບີດນິວເຄລຍ, ພ້ອມກັບລູກສອນໄຟຂີປະນາວຸດຂ້າມທະ ວີບທີ່ຍິງຈາກພື້ນດິນ.

ຈີນ ບໍ່ມີຄວາມສາມາດທີ່ຈະຍິງອາວຸດນິວເຄລຍຈາກອາກາດ, ແຕ່ທຳນຽບຫ້າແຈໄດ້ກ່າວວ່າ ກອງ ທັບປົດປ້ອຍປະຊາຊົນ ຈີນ ໄດ້ເປີດເຜີຍເຮືອບິນຖິ້ມລະເບີດ H-6N ດັ່ງກັບເຮືອບິນຖິ້ມລະເບີດນິວເຄລຍທີ່ສາມາດເຕີມນໍ້າມັນຢູ່ເທິງອາກາດລຳທຳອິດຂອງເຂົາເຈົ້າໃນທ້າຍປີກາຍນີ້.

ໃນ 15 ປີທີ່ຜ່່ານມາ, ກອງທັບເຮືອ ຈີນ ໄດ້ສ້າງເຮືອດຳນໍ້າ ນິວເຄລຍ 12​ ລຳ, ຫົກໃນນັ້ນສາມາດສະໜອງການຍັບຢັ້ງລະເບີດນິວເຄລຍທາງນໍ້າຢ່າງໜ້າເຊື້ອໄດ້ເປັນລຳທຳອິດຂອງຈີນ,” ອີງຕາມບົດລາຍງານ. ໃນທ້າຍຊຸມປີ 2020 ເຂົາເຈົ້າມີຄວາມເປັນໄປໄດ້ທີ່ຈະສ້າງເຮືອດຳນໍ້າພິຄາດລູກສອນໄຟນິວເຄລຍນຳວິຖີທີ່ສາມາດສະໜອງທາງເລືອກການໂຈມຕີລັບຈາກພື້ນດິນໄດ້ ຖ້າຖືກຕິດຕັ້ງດ້ວຍ ລູກສອນໄຟນຳວິຖີທີ່ໂຈມຕີຈາກພື້ນດິນ.

ຈີນ ໄດ້ປະຕິເສດການຮຽກຮ້ອງຕ່າງໆຈາກລັດຖະບານທ່ານ ທຣຳ ເພື່ອຮ່ວມກັບ ສະຫະລັດ ແລະ ຣັດເຊຍ ໃນຂໍ້ຕົກລົງເພື່ອຈຳກັດອາວຸດນິວເຄລຍຍຸດທະສາດ. ຖ້າປາສະຈາກການເພີ່ມ ຈີນ ເຂົ້າ ຮ່ວມ, ສະຫະລັດ ປາກົດວ່າພ້ອມທີ່ຈະປ່ອຍ ໃຫ້ສົນທິສັນຍາອາວຸດລະຫວ່າງ ສະຫະລັດ ແລະ ຣັດເຊຍ ໃນປັດຈຸບັນທີ່ຮູ້ຈັກກັນດັ່ງກັບ New START ໝົດອາຍຸໃນເດືອນກຸມພາ 2021.

ໃນອາທິດທີ່່ຜ່ານມາ, ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ມາກ ເອັສເປີ ໄດ້ເຕືອນວ່າລະບົບທີ່ “ເສລີ ແລະ ເປີດ” ຂອງໂລກທີ່ຖືກຕັ້ງຂຶ້ນລຸນຫຼັງສົງຄາມໂລກຄັ້ງທີ 2 ຈະຖືກໂຈມຕີໂດຍສິ່ງທີ່ທ່ານເອີ້ນວ່າ “ການປະພຶດລະເມີດ ກົດລະບຽບ” ຂອງ ຈີນ ໃນພາກພື້ນອິນໂດ-ປາຊີຟິກ. ທ່ານໄດ້ກ່າວໃນລັດ ຮາວາຍ ກ່ອນການເດີນທາງໄປພາກພື້ນອິນໂດ-ປາຊີຟິກ ເພື່ອລະນຶກເຖິງວັນ ຄົບຮອບ 75 ປີຂອງການສິ້ນສຸດສົງຄາມລົງຄັ້ງທີສອງໃນວັນພຸດທີ່ຜ່ານມາ.

ທ່ານ ເອັສເປີ ໄດ້ເອີ້ນພາກພື້ນອິນໂດ-ປາຊີຟິກວ່າ “ຈຸດສູນກາງ” ຂອງການແຂ່ງຂັນດ້ານອຳນາດທີ່ຍິ່ງໃຫຍ່, ໂດຍປະຕິຍານວ່າຈະບໍ່ “ຍອມເສຍພື້ນທີ່ແມ່ນ ແຕ່ຊັງຕີແມັດດຽວ” ໃຫ້ປະເທດທີ່ຂົ່ມຂູ່ເສລີພາບຂອງສາກົນ, ໃນອັນທີ່ປາກົດວ່າຈະເປັນການເວົ້າໃສ່ ຈີນ.

ທ່າມກາງການຊ້ອມລົບທາງທະຫານຂອງ ຈີນ ເມື່ອອາທິດແລ້ວນີ້, ປັກກິ່ງ ໄດ້ຍິງລູກສອນໄຟຂີປະນາວຸດໄລຍະປານກາງ 5 ລູກຈາກ ຈີນແຜ່ນດິນໃຫຍ່ເຂົ້າໃນທະເລຈີນໃຕ້ທີ່ມີການຂັດແຍ້ງກັນ, ອີງຕາມການກ່າວຕໍ່ວີໂອເອໂດຍ ເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ຄົນນຶ່ງ.

ທຳນຽບຫ້າແຈໄດ້ອອກຖະແຫຼງການ ກ່ຽວກັບ ຄວາມເປັນຫ່ວງສະບັບນຶ່ງທີ່ເວົ້າວ່າ “ການກະທຳຂອງ ຈີນ ແມ່ນກົງກັນຂ້າມກັບຄຳສັນຍາຂອງເຂົາເຈົ້າ ທີ່ຈະບໍ່ຈັດກຳລັງທະຫານໃນທະເລຈີນໃຕ້ ແລະ ກົງກັນຂ້າມກັບວິໄສທັດຂອງ ສະຫະລັດ ກ່ຽວກັບ ພາກພື້ນ ອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດ, ເຊິ່ງທຸກ ປະເທດ, ໃຫຍ່ ແລະ ນ້ອຍ, ແມ່ນປອດໄພໃນອຳນາດອະທິປະໄຕຂອງເຂົາເຈົ້າ, ອິດສະຫຼະຈາກບີບບັງຄັບ, ແລະ ສາມາດທີ່ຈະສະແຫວງຫາການເຕີບໂຕທາງເສດຖະກິດ ທີ່ສອດ ຄ່ອງກັບກົດລະບຽບ ແລະ ບັນທັດຖານທີ່ຖືກຍອມຮັບໂດຍ ສາກົນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG