ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທີມ Pittsburg Penguins ຄວ້າແຊັມໄດ້ຈາກ ການແຂ່ງຂັນ Stanley Cup


ນັກກິລາທີມ Pittsburgh Penguins ສະຫຼອງໄຊຊະນະ
ຫຼັງຈາກໄດ້ຊະນະທີມ Nashville Predators 2 ຕໍ່ 0 ໃນ
ການແຂ່ງຂັນຮອບຊິງຊະນະເລີດເກມທີ 6 ຂອງຂັນກິລາ
ຮັອກກີແຫ່ງຊາດ ສະຫະລັດ Stanley Cup. 11 ມິຖຸນາ, 2017.
ນັກກິລາທີມ Pittsburgh Penguins ສະຫຼອງໄຊຊະນະ ຫຼັງຈາກໄດ້ຊະນະທີມ Nashville Predators 2 ຕໍ່ 0 ໃນ ການແຂ່ງຂັນຮອບຊິງຊະນະເລີດເກມທີ 6 ຂອງຂັນກິລາ ຮັອກກີແຫ່ງຊາດ ສະຫະລັດ Stanley Cup. 11 ມິຖຸນາ, 2017.

ທີມກິລາຮັອກກີນໍ້າກ້ອນ Pittsburg Penguins ຍາດໄດ້ໄຊຊະນະຈາກທີມເຈົ້າພາບ Nashville Predators2 ຕໍ່ 0 ປະຕູໃນວັນອາທິດວານນີ້ ຄວ້າແຊັມຂັນ Stanley Cup ຂອງສະມາຄົມກິລາຮັອກກີແຫ່ງຊາດຂອງ ສະຫະລັດ.

ການແຂ່ງຂັນເກມທີ 6 ຂອງການແຂ່ງຂັນດີທີ່ສຸດຈາກ 7 ຮອບແມ່ນບໍ່ສາມາດຕັດສິນ
ໄດ້ ດ້ວຍຄະແນນ 0 ຕໍ່ 0 ປະຕູ ຈົນກວ່າຈະເຖິງຕອນທ້າຍຂອງເວລາເຄິ່ງທີ 3, ເມື່ອ ລູກຍິງຂອງທ້າວ Patric Hornquist ຈາກທີມ Penguin ໄດ້ກະດອນອອກຈາກບ່າໄລ່ ຂອງນັກປ້ອງກັນປະຕູຂອງທີມ Nashville ທ້າວ Pekka Rinne ຕົກເຂົ້າໃນປະຕູ. ແລະ ບໍ່ຮອດໜຶ່ງນາທີຫຼັງຈາກນັ້ນ, ທ້າວ Carl Hagelin ກໍຍິງເຂົ້າປະຕູ ທີ່ບໍ່ມີຄົນເຝົ້າ ເຮັດ
ໃຫ້ທີມ Pittsburg ໄດ້ຮັບໄຊຊະນະການແຂ່ງ 4 ຕໍ່ 2 ເກມ.

ທີມ Predator ທີ່ເຂົ້າແຂ່ງຂັນໃນຮອບ Stanley Cup ເປັນຄັ້ງທຳອິດໃນປະຫວັດສາດ
19 ປີຂອງພວກເຂົາເຈົ້າ, ໄດ້ຍິງເຂົ້າປະຕູໃນເຄິ່ງເວລາທີ 2 ໂດຍທ້າວ Colton
Simmons ແຕ່ໄດ້ຖືກປະຕິເສດໂດຍສຽງໝາກຫວີດໂດຍບໍ່ຕັ້ງໃຈຂອງກຳມະການ.

ຫົວໜ້າທີມ Pittsburg ທ້າວ Sidney Crosby ອາຍຸ 29 ປີ ຜູ້ທີ່ຈະໄດ້ເຂົ້າໃນຫໍກຽດ
ຕິຍົດໃນອະນາຄົດ, ໄດ້ຮັບຂັນ Conn Smythe ໃນຖານະເປັນນັກກິລາທີ່ຊົງຄຸນຄ່າທີ່
ສຸດ ໃນການແຂ່ງຂັນຮອບຊິງຊະນະເລີດເປັນປີທີສອງລຽນຕິດ.

ທີມ Pittsburg Penguins ທີ່ໄດ້ສະເຫຼີມສະຫຼອງການແຂ່ງຂັນລະດູການທີ 50 ໃນການ
ແຂ່ງຂັນກິລາຮັອກກີ NHL ຂອງພວກເຂົາເຈົ້ານັ້ນ, ຕອນນີ້ໄດ້ຊະນະຂັນ Stanley Cup
ທັງໝົດ 5 ຄັ້ງ, ແລະ ເປັນທີມທຳອິດຂອງ NHL ທີ່ໄດ້ຊະນະການແຂ່ງຂັນຊິງແຊັມຢ່າງ
ຕໍ່ເນື່ອງນັບຕັ້ງແຕ່ທີມ Detroit Red Wings ໄດ້ຮັບຄວາມສຳເລັດໃນລະດູປີ 1996-97
ແລະ 1997-98.

The Pittsburgh Penguins defeated the host Nashville Predators 2-0 Sunday to win their second consecutive National Hockey League Stanley Cup championship trophy.

The sixth game of the best-of-seven series was deadlocked at zero-all until late in the third period, when a shot from the Penguins' Patric Hornqvist ricocheted off the shoulder of Nashville goalie Pekka Rinne into the net.Less than a minute later, Carl Hagelin scored an empty-net goal to secure the series for Pittsburgh by a margin of four games to two.

The Predators, making their first-ever Stanley Cup appearance in their 19-year history, had a second period goal by Colton Simmons erased by an inadvertent referee whistle.

Pittsburgh captain Sidney Crosby, a 29-year-old future Hall-of-Famer, received the Conn Smythe trophy as the Finals most valuable player for the second consecutive year.

The Penguins, celebrating their 50th season in the NHL, have now won five total Stanley Cups, and are the first NHL franchise to win back-to-back championships since the Detroit Red Wings accomplished the feat in the 1996-97 and 1997-98 seasons.

XS
SM
MD
LG