ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄມຄ໌ ເພັນສ໌ ໂຕ້ຖຽງກັບ ທ່ານນາງ ເພໂລຊີ ກ່ຽວກັບ ການກວດໄວຣັສໂຄໂຣນາ


ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ (ຊ້າຍ), ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ (ຂວາ).
ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ (ຊ້າຍ), ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ (ຂວາ).

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ລັດຖະບານຂອງທ່ານ ແມ່ກນຳລັງເຮັດວຽກໃນການຜະລິດໄມ້ພັນສຳລີໃຫ້ຫຼາຍກວ່າເກົ່າ ສຳລັບການ ກວດກາໄວຣັສໂຄໂຣນາ, ໃນຂະນະທີ່ພັກຣີພັບບລີກັນ ແລະ ເດໂມແຄຣັດ ໃນ ລັດຖະສະພາເວົ້າວ່າ ເຂົາເຈົ້າໃກ້ຈະຕົກລົງກັນໄດ້ແລ້ວ ສຳລັບການໃຫ້ທຶນເພີ່ມ ເຕີມເພື່ອຊ່ວຍເຫຼືອທຸລະກິດຂະໜາດນ້ອຍ.

ພັກເດໂມແຄຣັດ ໄດ້ຕຳໜິວິຈານການຕອບໂຕ້ຕໍ່ວິກິດການຂອງທ່ານປະທານາ ທິບໍດີຢ່າງຮຸນ ແຮງ, ໂດຍສະເພາະສິ່ງທີ່ເຂົາເຈົ້າເວົ້າວ່າ ການກວດກາທີ່ບໍ່ພຽງ ພໍ, ສະນັ້ນຄົນທີ່ຕິດ COVID-19 ຈຶ່ງສາມາດຖືກແຍກປ່ຽວ ແລະ ປະຊາຊົນທີ່ ໄດ້ທຳການຕິດຕໍ່ຈຶ່ງສາມາດຖືກລະບຸຕົວ.

ທ່ານ ທຣຳ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວັນຂອງທ່ານໃນວັນອາ ທິດວານນີ້ວ່າ ຂໍ້ຕົກລົງສະບັບນຶ່ງແມ່ນໄດ້ຖືກບັນລຸກັບບໍລິສັດ ສະຫະລັດ ແຫ່ງ ນຶ່ງ ເພື່ອປ່ຽນການປະຕິບັດການຂອງເຂົາເຈົ້າ ໃຫ້ຜະລິດໄມ້ພັນສຳລີ 10 ລ້ານ ອັນຕໍ່ເດືອນ, ໃນຂະນະທີ່ລັດຖະບານຈະໃຊ້ອຳນາດຂອງເຂົາເຈົ້າ ເພື່ອຜັກດັນ ໃຫ້ບໍລິສັດທີສອງ ເພີ່ມການຜະລິດຂອງເຂົາເຈົ້າໃຫ້ຫຼາຍກວ່າ 20 ລ້ານອັນຕໍ່ ເດືອນ.

ຮອງປະທານາທິບໍດີ ທ່ານ ໄມຄ໌ ເພັນສ໌, ຜູ້ທີ່ໄດ້ນຳໜ້າໜ່ວຍປະຕິບັດການພິ ເສດ ໄວຣັສໂຄໂຣນາຂອງທຳນຽບຂາວ, ໄດ້ກ່າວຕໍ່ໂທລະພາບ FOX ໃນວັນ ອາທິດວານນີ້ວ່າ ທ່ານເຊື່ອວ່າມັນມີເຄື່ອງກວດກາຈຳນວນທີ່ “ຫຼາຍພໍ” ສຳລັບ “ທຸກໆລັດ” ເພື່ອຍ້າຍເຂົ້າສູ່ຂັ້ນຕອນທີນຶ່ງ ຂອງການຊີ້ນຳໃໝ່ຂອງລັດຖະບານ ສຳລັບການນຳເອົາປະເທດກັບຄືນໄປເຮັດວຽກຢ່າງຊ້າໆ ແລະ ກັບຄືນສູ່ສະ ພາບປົກກະຕິ.

ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນເວົ້າວ່າ ສະຫະລັດ ຕ້ອງໄດ້ທຳການກວດກາ ຫຼາຍກວ່າດຽວນີ້ສາມເທົ່າ.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວຕໍ່ລາຍການຂ່າວໂທລະ ພາບ ABC ວ່າ “ກຸນແຈສຳຄັນເພື່ອເປີດປະຕູໃຫ້ເສດຖະກິດຄືນ ແມ່ນການ ກວດກາ, ອາທິດນີ້, ພວກເຮົາຍັງບໍ່ໄດ້ເຮັດມັນຢ່າງຖືກຕ້ອງເທື່ອ.”

ທ່ານນາງໄດ້ກ່າວຕໍ່ໂທລະພາບ Fox ວ່າ ສະຫະລັດ ແມ່ນ “ຊ້າຫຼາຍແລ້ວ” ກ່ຽວກັບ ການກວດກາ,​ແລະ ວ່າທ່ານປະທານາທິບໍດີໄດ້ຄະແນນຕົກ ສຳລັບ ການຮັບມືນັ້ນ.

ຜູ້ປົກຄອງລັດສອງທ່ານໄດ້ໂຈມຕີ ການກວດກາທີ່ບໍ່ຮອບຄອບຂອງລັດຖະບານ ແຫ່ງຊາດ, ລວມທັງຜູ້ປົກຄອງລັດ ແມຣີແລນ ສັງກັດພັກຣີພັບບລີກັນ ທ່ານ ແລຣີ ໂຮແກນ, ຜູ້ທີ່ເປັນປະທານຂອງສະມາຄົມຜູ້ປົກຄອງລັດແຫ່ງຊາດ ເຊັ່ນ ກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG