ປະທານສະພາຕ່ຳ ສະຫະລັດ ທ່ານນາງແນນຊີ ເພໂລຊີ (Nancy Pelosi) ກ່າວໃນວັນສຸກວານນີ້ວ່າ ທ່ານນາງຈະເອົາບາດກ້າວ ເພື່ອສົ່ງການຟ້ອງຮ້ອງໄປໃຫ້ສະພາສູງ ໃນອາທິດໜ້ານີ້ ເຮັດໃຫ້ສະພາບການບໍ່ໄປບໍ່ມາກັບສະພາສູງ ທີ່ນຳພາໂດຍພັກຣີພັບບລິກັນ ສິ້ນສຸດລົງ ກ່ຽວກັບການດຳເນີນຄະດີຟ້ອງຮ້ອງ ປະທານາທິບໍດີດໍໂນລ ທຣໍາ.
ທ່ານນາງແນນຊີ ເພໂລຊີ ກ່າວຢູ່ໃນໜັງສືໄປຫາບັນດາເພື່ອນຮ່ວມງານສະມາຊິກພັກເດໂມແຄຣັດຂອງທ່ານນາງວ່າ “ຂ້າພະເຈົ້າໄດ້ຮ້ອງຂໍ ໃຫ້ປະທານຄະນະກຳມະການຕຸລາການ ທ່ານແຈຣີ ແນັດເລີ (Jerry Nedler) ກະກຽມນຳສະເໜີຍັດຕິໃນອາທິດໜ້າ ເພື່ອແຕ່ງຕັ້ງບັນດາຜູ້ຈັດການ ແລະສົ່ງການຟ້ອງຮ້ອງໄປໃຫ້ສະພາສູງ.”
ທ່ານນາງເພໂລຊີ ແລະຜູ້ນຳສະພາສູງສຽງສ່ວນຫຼາຍໃນສະພາສູງ ທ່ານມິດຈ໌ ແມັກຄອນແນລ ໄດ້ມີຄວາມເຫັນຂັດແຍ້ງກັນກ່ຽວກັບບັນຫາ ທີ່ໄດ້ກິນເວລາຂອງບັນດາສະມາຊິກລັດຖະສະພາ ຫຼາຍກວ່າສາມອາທິດທີ່ຜ່ານມາ ຫຼັງຈາກສະພາຕ່ຳ ໄດ້ຟ້ອງຮ້ອງປະທານາທິບໍດີ ທຣຳ.
ທ່ານນາງເພໂລຊີ ບໍ່ໄດ້ປະກາດວັນເວລາກ່ຽວກັບການລົງຄະແນນສຽງຕໍ່ຍັດຕິດັ່ງກ່າວ ແຕ່ທ່ານນາງກ່າວຢູ່ໃນໜັງສືວ່າ ທ່ານນາງຈະ “ສົນທະນາວ່າຈະດຳເນີນການຢ່າງໃດ” ຢູ່ກອງປະຊຸມປະຈຳອາທິດຂອງສະມາຊິກພັກເດໂມແຄຣັດ.
ທ່ານແມັກຄອນແນລ ອາດສາມາດເລີ້ມການດຳເນີນຄະດີ ບໍ່ດົນຫຼັງຈາກໄດ້ຮັບສຳນວນຟ້ອງຮ້ອງແລ້ວ.
ບັນດາສະມາຊິກສະພາຕ່ຳໄດ້ລົງຄະນແນນສຽງຕາມເສັ້ນສາຍຂອງພັກໃນເດືອນແລ້ວນີ້ ເພື່ອຟ້ອງຮ້ອງປະທານາທິບໍດີທຣຳ ທີ່ໃຊ້ອຳນາດຂອງຕຳແໜ່ງເກີນຂອບເຂດ ແລະຂັດຂວາງຂະບວນການຍຸຕິທຳ ເຮັດໃຫ້ທ່ານກາຍເປັນປະທານາທິບໍດີສະຫະລັດຄົນທີສາມໃນປະຫວັດສາດ ທີ່ປະເຊີນໜ້າກັບການຂົ່ມຂູ່ ຈະປົດອອກຈາກຕຳແໜ່ງ.
ຈຸດໃຈກາງຂອງການກ່າວຫາຕໍ່ປະທານາທິບໍດີທຣຳ ກໍຄືທ່ານໄດ້ພະຍາຍາມກົດດັນໃຫ້ຢູເຄຣນ ສືບສວນຄູ່ແຂ່ງດ້ານການເມືອງ ທ່ານໂຈ ໄບເດັນ ອະດີດຮອງປະທານາທິບໍດີ ແລະຜູ້ສະໝັກພັກເດໂມແຄຣັດທີ່ມີຄະແນນສຽງນຳໜ້າ ແລະລູກຊາຍຂອງທ່ານໄບເດັນ ຄື ທ່ານຮັນເຕີ ແລະຫຼັງຈາກນັ້ນໄດ້ຂັດຂວາງການສືບສວນຂອງສະພາກ່ຽວກັບການເຄື່ອນໄຫວເຫລົ່ານັ້ນຂອງທ່ານ.
U.S. House Speaker Nancy Pelosi said Friday she will take steps to send articles of impeachment to the Senate next week, ending an impasse with the Republican-led Senate over President Donald Trump's impeachment trial.
"I have asked Judiciary Committee Chairman Jerry Nadler to be prepared to bring to the floor next week a resolution to appoint managers and transmit articles of impeachment to the Senate," Pelosi said in a letter to her House Democratic colleagues.
Pelosi and Senate Majority Leader Mitch McConnell have been deadlocked over the issue that has consumed lawmakers on Capitol Hill more than three weeks after the House impeached Trump.
Pelosi did not announce a date for the House vote on the resolution but she said in the letter she would "discuss how to proceed further" at the weekly meeting of the House Democratic Caucus.
McConnell could begin the impeachment trial shortly after he receives the articles.
The House of Representatives voted along party lines last month to impeach Trump on abuse of office and obstruction of justice, making him the third American president in history to face the threat of removal from office.
The central allegation against Trump is that he tried to pressure Ukraine to investigate political rival Joe Biden, a former vice president and a leading Democratic presidential hopeful, and Biden's son, Hunter, and then hampered congressional investigations into those actions.