ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ນາງ ເພ​ໂລ​ຊີ ມີ​ກຳ​ນົດ​ທີ່​ຈະ​ຢ້ຽມ​ຢາມ ໄຕ້​ຫວັນ ໂດຍ ຂັດ​ຂືນ​ການເຕືອນຂອງ ຈີນ


ພາບ​ແຈກ​ຢາຍ​ທີ່​ຖ່າຍ ແລະ ເປີດ​ເຜີຍ​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ຂອງ ມາ​ເລ​ເຊຍ, ສະ​ແດງ​ໃຫ້​ເຫັນ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ກາງ, ທ່ຽວ​ຊົມ​ສະ​ພາ​ແຫ່ງ​ຊາດ​ໃນ​ນະ​ຄອນຫຼວງ ກົວ​ລາ​ ລຳ​ເປີ, 2 ສິ​ງ​ຫາ, 2022.
ພາບ​ແຈກ​ຢາຍ​ທີ່​ຖ່າຍ ແລະ ເປີດ​ເຜີຍ​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ຂອງ ມາ​ເລ​ເຊຍ, ສະ​ແດງ​ໃຫ້​ເຫັນ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ກາງ, ທ່ຽວ​ຊົມ​ສະ​ພາ​ແຫ່ງ​ຊາດ​ໃນ​ນະ​ຄອນຫຼວງ ກົວ​ລາ​ ລຳ​ເປີ, 2 ສິ​ງ​ຫາ, 2022.

ຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ​ ສະ​ຫະ​ລັດ ທີ່​ນຳ​ພາ​ໂດຍ​ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ແມ່ນ​ຄາ​ດ​ວ່າ​ຈະ​ເດີນ​ທາງ​ຮອດ ໄຕ້​ຫວັນ ໃນ​ແລງວັນ​ອັງ​ຄານມື້ນີ້, ໂດຍ​ຂັດ​ຂືນການ​ເຕືອນ​ຕ່າງໆ​ຂອງ ຈີນ, ເຊິ່ງ​ໄດ້​ຂົ່ມ​ຂູ່​ຈະ​ຕອບ​ໂຕ້​ທາ​ງ​ທະ​ຫານ​ຕໍ່​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ.

ທ່ານ​ນາງ ເພ​ໂລ​ຊີ ຈະ​ເດີນ​ທາງ​ຮອດ 10:30 ຕອນ​ແລງຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ, ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ ໄຕ້​ຫວັນ. ທ່າ​ນ​ນາງ​ຄາດ​ວ່າ​ຈະ​ພົບ​ປະ​ກັບ​ປະ​ທານາທິບໍດີ​ຂອງ ໄຕ້​ຫວັນ ທ່ານ​ນາງ ສາຍ ອິ້ງ ເຫວິນ ແລະ ສະ​ມາ​ຊິກ​ສະ​ພາ​ອາ​ວຸ​ໂສ​ຄົນ​ອື່ນໆ​ ໃນ​ວັນ​ພຸດມື້ອື່ນນີ້.

ເປັນ​ເວ​ລາ​ຫຼາຍ​ອາ​ທິດ​ແລ້ວ, ລາຍ​ງານ​ຕ່າງໆ​ຂອງ​ສື່ມວນ​ຊົນ​ໄດ້​ຄາດ​ຄະ​ເນ ກ່ຽວ​ກັບວ່າ ທ່ານ​ນາງ ເພ​ໂລ​ຊີ, ເຊິ່ງ​ແມ່ນ​ຜູ້​ທີ່​ຕຳ​ໜິ​ຕິ​ຕຽນ ຈີນ ຄົນ​ສຳ​ຄັນ, ຈະ​ດຳ​ເນີນ​ການ​ຢຸດ​ແວ່ ໄຕ້​ຫວັນ.

ຈີນ ໄດ້​ເຕືອນ​ວ່າ ​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ ຈະ​ເປັນ​ການ​ລ່ວງ​ລະ​ເມີດ​ທີ່ບໍ່​ສາ​ມາດ​ຮັບ​ໄດ້ ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າ​ ເປັນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ​ໃນ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ນັ້ນ.

ທ່ານ ສາວ ລີ​ຈຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ, ໃນ​ວັນ​ຈັນ​ວານນີ້​ໄດ້​ເຕືອນ​ວ່າ ກອງ​ທັບ​ຂອງ​ປະ​ເທດ​ຈະ​ບໍ່ “ນັ່ງ​ຢູ່​ຊື່ໆ” ແຕ່​ຈະ “ເອົາ​ມາດ​ຕະ​ການ​ຕອບ​ໂຕ້​ທີ່​ແຂງ​ແກ່ນ ເພື່ອ​ສະ​ໜັບ​ສະ​ໜູ​ນ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຈີນ.”

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້, ເຮືອ​ບິນ​ລົບ ແລະ ກຳ​ປັ່​ນ​ລົບ​ຂອງ ຈີນ ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃກ້​ເສັ້ນ​ແບ່ງ​ແຍກ​ໃນ​ຊ່ອງ​ແຄບ​ ໄຕ້​ຫວັນ, ອີງ​ຕາມ​ແຫຼ່ງ​ຂ່າວ​ທີ່ບໍ່​ອອກ​ຊື່ ທີ່​ຖືກ​ອ້າງ​ຄຳ​ເວົ້າ​ໂດຍ​ອົງ​ການ​ຂ່າວ ຣອຍ​ເຕີສ໌.

ແຫຼ່ງ​ຂ່າວ​ນັ້ນ​ໄດ້​ກ່າວ​ວ່າ ເຮືອ​ບິນ​ຂອງ ຈີນ ໄດ້​ດຳ​ເນີນການ​ເຄື່ອນ​ໄຫວ​ດ້ານ​ກຸນ​ລະ​ຍຸດ “ທີ່​ເປັນ​ການ​ຍຸ​ແຍ່ຫຼາຍ” ໃນ​ການ​ບິນ​ໄປ “​ຈຸ” ເສັ້ນ​ແບ່ງ​ແຍກ​ທີ່​ບໍ່​ເປັນ​ທາງ​ການໄລ​ຍະສັ້ນໆ ແລະ ບິນ​ອ້ອມ​ກັບ​ໄປ​ອີກ​ຟາກ​ນຶ່ງ​ຂອງ​ຊ່ອງ​ແຄບ. ອົງ​ການ​ຂ່າວ​ ຣອຍ​ເຕີສ໌ ໄດ້​ກ່າວ​ຕື່ມ​ວ່າ ໄຕ້​ຫວັນ ໄດ້​ສົ່ງ​ເຮືອ​ບິນ​ອອກ​ໄປ​ເພື່ອ​ຕິດ​ຕາມ​ສະ​ຖາ​ນະ​ການ​ດັ່ງ​ກ່າວ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽ​ບ​ຂາວ​ ໃນ​ວັນ​ຈັນ​ວານນີ້​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຢືນ​ຢັນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ເພ​ໂລ​ຊີ ແຕ່​ໄດ້​ຮຽກ​ຮ້ອງ ຈີນ ໃຫ້​ຢຸດ ບໍ່​ໃຫ້​ທຳ​ການ​ຍຸ​ແຍ່​ທາງ​ທະ​ຫານ​ໃດໆ.

ທ່ານ ຈອນ ເຄີ​ບີ, ເຈົ້າ​ໜ້າ​ທີ່​ສະ​ພາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ໄດ້​ກ່າວ​ວ່າ “ມັນ​ບໍ່​ມີ​ເຫດ​ຜົນ​ສຳ​ລັບ​ປັກ​ກິ່ງ ທີ່​ຈະ​ປ່ຽນ​ການ​ຢ້ຽມ​ຢາມ​ທີ່​ອາດ​ເປັນ​ໄປ​ໄດ້​ທີ່​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ທີ່​ມີ​ມາ​ດົນ​ນານ​ຂອງ ສະ​ຫະ​ລັດ ໃຫ້​ເປັນ​ວິ​ກິດ​ການ​ຄວາມ​ຂັດ​ແຍ້ງ ຫຼື ໃຊ້​ມັນ​ເປັນ​ຂໍ້​ອ້າງ​ເພື່ອ​ຂະ​ຫຍາຍ​ກິດ​ຈະ​ການ​ທາງ​ທະ​ຫານ​ທີ່​ດຸ​ຮ້າຍ​ຢູ່​ໃນ ຫຼື ອ້​ອມ​ຊ່ອງ​ແຄບ ໄຕ້​ຫວັນ.”

ທ່ານ ເຄີ​ບີ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ຈີນ ອາດ​ຕອບ​ໂຕ້​ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ​ຢູ່​ອ້​ອມ ໄຕ້​ຫວັນ, ດຳ​ເນີນ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່, ຫຼື​ສົ່ງ​ເຮືອ​ບິນ​ຈຳ​ນວນຫຼວງຫຼາຍ​ຂ້າມ​ເສັ້ນ​ແບ່ງ​ແຍກ. ຈີນ ຍັງ​ອາດ​ທຳ “ການ​ກ່າວ​ອ້າງ​ທາງ​ກົດ​ໝາຍ​ທີ່ບໍ່​ເປັນ​ຈິງ,” ເຊັ່ນ​ການ​ອ້າງວ່າ ຊ່ອງ​ແຄບ ໄຕ້​ຫວັນ ບໍ່​ແມ່ນ​ເສັ້ນ​ທາງ​ທະ​ເລ​ສາ​ກົນ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG