ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ເພໂລຊີ ຮຽກຮ້ອງ ໃຫ້ເຄົາລົບ ນັບຖື ຊຶ່ງກັນແລະກັນ ແລະ ສະໜັບສະໜຸນ ຊົນຊັ້ນກາງ


Pelosi Calls for Mutual Respect, Support for Middle Class
please wait

No media source currently available

0:00 0:02:37 0:00

ເຊີນຊົມວີດີໂອ ລາຍງານນີ້ ເປັນພາສາອັງກິດ

ທ່ານນາງ ແນນຊີ ເພໂລຊີ ປະທານສະພາຕ່ຳສະຫະລັດຄົນໃໝ່ ໄດ້ຮຽກຮ້ອງໃຫ້ເຄົາລົບ ນັບຖືຊຶ່ງກັນແລະກັນ ແລະໃຫ້ມີຄວາມໂປ່ງໃສ ໃນວຽກງານ ຂອງລັດຖະສະພາຊຸດໃໝ່.
ທ່ານນາງ ເປັນສະມາຊິກພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ທີ່ກ່າວຖະແຫລງຕໍ່ບັນ
ດາສະມາຊິກສະພາ ໃນລະຫວ່າງພິທີສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພະຫັດວານນີ້.
ດັ່ງທີ່ ຊລາຕິກາ ໂຮກ ນັກຂ່າວຂອງວີໂອເອ ລາຍງານວ່າ ທ່ານນາງ ເພໂລຊີ ໄດ້ຮຽກ
ຮ້ອງໃຫ້ລັດຖະສະພາ ຈົ່ງເຮັດວຽກເພື່ອ ຊາວອາເມຣິກັນ ໝົດທຸກຄົນ ຊຶ່ງ ໄຊຈະເລີນສຸກ
ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານນາງ ເພໂລຊີ ຜູ້ທີ່ມີຄວາມກະຕືລືລົ້ນ ທີ່ໄດ້ກັບຄືນມາເປັນປະທານສະພາຕ່ຳ ຮັບ
ເອົາໄມ້ຄ້ອນ ຈາກການນຳພາ ຂອງທ່ານ ແຄບວິນ ເມັກຄາຣຕີ ສະມາຊິກສະພາສັງກັດ
ພັກຣີພັບບລີກັນ ກ່ອນທີ່ທ່ານນາງ ຈະຂຶ້ນກ່າວຖະແຫລງ ຕໍ່ບັນດາສະມາຊິກສະພາຕ່ຳ
ໃນວັນພະຫັດວານນີ້.

ທ່ານນາງ ເພໂລຊີ ໃນຖານະເປັນປະທານສະພາຕ່ຳ ກ່າວວ່າ“ໃນເວລາທີ່ ບັນດາສະ
ມາຊິກໃໝ່ທັງຫຼາຍ ຂອງພວກເຮົາ ສາບານໂຕເຂົ້າຮັບຕຳແໜ່ງແລ້ວ ລັດຖະສະພາ
ຂອງພວກເຮົາ ກໍຈະໄດ້ຟື້ນຟູຄືນໃໝ່ ແລະ ລະບອບປະຊາທິປະໄຕ ຂອງພວກເຮົາ
ກໍຈະໄດ້ຮັບຄວາມເຂັ້ມແຂງຂຶ້ນ ຍ້ອນການເບິ່ງໂລກໃນແງ່ດີ ອຸດົມການ ແລະຄວາມ
ຮັກຊາດ ຂອງພວກສະມາຊິກລຸ້ນໃໝ່ ທີ່ຈະເຮັດໃຫ້ມີການປ່ຽນແປງ ລັດຖະສະພາ
ຊຸດນີ້.”

ປະທານ ສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ສະມາາຊູິກພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ຖືໄມ້ຄ້ອນ ຫຼັງຈາກທີ່ໄດ້ຖືກເລືອກໃຫ້ເປັນປະທານເທື່ອທີສອງ ຢູ່ທີ່ລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ທັນວາ 2019.
ປະທານ ສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ສະມາາຊູິກພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ຖືໄມ້ຄ້ອນ ຫຼັງຈາກທີ່ໄດ້ຖືກເລືອກໃຫ້ເປັນປະທານເທື່ອທີສອງ ຢູ່ທີ່ລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ທັນວາ 2019.

ສະມາຊິກພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ທ່ານນີ້ ໄດ້ກ່າວຕໍ່ໄປວ່າ ທ່ານນາງ ມີ
ຄວາມພາກພູມໃຈ ທີ່ຈະນຳພາ ຄະນະສະພາ ທີ່ມີສະມາຊິິກເພດຍິງ ຫຼາຍກວ່າ 100
ທ່ານ ຊຶ່ງເປັນຈຳນວນທີ່ຫຼາຍທີ່ສຸດ ທີ່ບໍ່ເຄີຍມີມາກ່ອນ ແລະໃນເວລາ ທີ່ພວກແມ່ຍິງ
ອາເມຣິກັນທັງຫຼາຍ ຈະລະລຶກເຖິງວັນແຫ່ງໄຊຊະນະ ຂອງການໄດ້ສິດອອກສຽງ ຄົບ
ຮອບ 100 ປີ. ທ່ານນາງ ໄດ້ຮຽກຮ້ອງຕໍ່ ບັນດາສະມາຊິກ ລັດຖະສະພາທັງຫຼາຍ ຈົ່ງ
ຮ່ວມໄມ້ຮ່ວມມືກັນ ເພື່ອນຳໄປສູ່ການແກ້ໄຂບັນຫາຕ່າງໆ ແລະ ໃຫ້ເຄົາລົບຕໍ່ຄວາມ
ຄິດເຫັນຂອງແຕ່ລະທ່ານ ເຖິ່ງແມ່ນວ່າ ພວກເຂົາເຈົ້າ ຈະບໍ່ເຫັນດີນຳ ກໍຕາມ.

ທ່ານນາງ ແນນຊີ ເພໂລຊີ ເວົ້າວ່າ “ຂ້າພະເຈົ້າຂໍປະຕິຍານວ່າ ລັດຖະສະພາຊຸດນີ້
ຈະມີ ຄວາມໂປ່ງໃສ ທັງສອງພັກເຫັນດີເຫັນພ້ອມນຳກັນ ແລະສາມັກຄີກັນ ອັນນັ້ນ
ພວກເຮົາຈະສະແຫວງຫາ ເພື່ອໃຫ້ທັງສອງກໍ້າສອງຝ່າຍຢູ່ໄດ້ນຳກັນໃນສະພາ
ແຫ່ງນີ້.”

ທ່ານ ເມັກຄາຣຕີ ຜູ້ທີ່ເປັນຜູ້ນຳສຽງສ່ວນນ້ອຍ ຂອງສະພາຕ່ຳ ກໍໄດ້ປະຕິຍານວ່າ ຈະ
ເຮັດວຽກ ໃນຈິດວິນຍານຂອງການຮ່ວມໄມ້ຮ່ວມມືກັນ.

ທ່ານ ເມັກຄາຣຕີ ກ່າວວ່າ “ບັດນີ້ ພວກເຮົາກຳລັງກ້າວເຂົ້າສູ່ ຊ່ວງໄລຍະ ຂອງການ
ແບ່ງແຍກ ລັດຖະບານ ແຕ່ອັນນັ້ນ ບໍ່ແມ່ນຂໍ້ອ້າງ ສຳລັບເລື່ອງຄ້າງຄາ ທີ່ບໍ່ໄປບໍ່ມາ
ແລະການບໍ່ເຮັດຫຍັງເລີຍ. ພວກເຮົາຈະຢູ່ໃນຖານະດີທີ່ສຸດ ໃນເມື່ອພວກເຮົາບໍ່ເພັ່ງ
ເລັງໃສ່ ເລື່ອງການແກ້ແຄ້ນ ຫາກແມ່ນເລື່ອງຂອງການສ້າງ ອົງການໃຫ້ສົມບູນແບບ
ຫຼາຍຂຶ້ນກວ່າເກົ່າ.”

ສ່ວນປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກໍໄດ້ກ່າວ ສັນລະເສີນຍ້ອງຍໍ ທ່ານ
ນາງ ເພໂລຊີ ກ່ຽວກັບ ການໄດ້ຮັບໄຊຊະນະ ເປັນປະທານສະພາຕ່ຳເທື່ອທີສອງ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຫວັງວ່າ ພວກເຮົາ ຈະມີຫຼາຍສິ່ງຫຼາຍຢ່າງ ທີ່
ພວກເຮົາຈະສາມາດເຮັດໃຫ້ສຳເລັດ ຮ່ວມກັນໄດ້ ແລະ ຂ້າພະເຈົ້າ ຄຶດວ່າ ແທ້ຈິງ
ແລ້ວ ມັນຈະແກ້ໄຂບັນຫາໄດ້. ຂ້າພະເຈົ້າ ຄຶດວ່າ ມັນຈະແຕກຕ່າງກັນໜ້ອຍນຶ່ງ
ຈາກ ທີ່ຫຼາຍໆຄົນຄຶດກັນໄວ້ ສະນັ້ນ ຂ້າພະເຈົ້າ ຈຶ່ງສະແດງຄວາມຍິນດີນຳ ທ່ານ
ນາງ ແນນຊີ.”

ວຽກງານທຳອິດອັນນຶ່ງ ສຳລັບ ປະທານສະພາຕ່ຳຄົນໃໝ່ ແມ່ນຈະຕ້ອງບັນລຸຂໍ້ຕົກລົງ
ກັບ ປະທານາທິບໍດີ ທຣຳ ກ່ຽວກັບເລື່ອງ ຄວາມປອດໄພຢູ່ຊາຍແດນ ເພື່ອຍຸຕິການປິດ
ລັດຖະບານ ຊຶ່ງໄດ້ແກ່ຍາວມາເປັນເວລາ ສອງສັບປະດາແລ້ວ.

ພັກເດໂມແຄຣັດ ໃນສະພາຕ່ຳ ໄດ້ປະຕິເສດ ທີ່ຈະໃຫ້ເງິນ ເພື່ອສ້າງກຳແພງຢູ່ເລາະ
ຕາມຊາຍແດນທັງໝົດ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ. ທ່ານ ທຣຳ ກໍປະຕິເສດ
ທີ່ຈະລົງນາມ ໃນຮ່າງກົດໝາຍງົບປະມານ ທີ່ບໍ່ປະກອບດ້ວຍທຶນ 5 ຕື້ໂດລາ ສຳລັບ
ການກໍ່ສ້າງກຳແພງດັ່ງກ່າວນັ້ນ.

ພັກເດໂມແຄຣັດ ແລະພັກຣີພັບບລີກັນ ຍັງຄົງບໍ່ເຫັນດີນຳກັນ ໃນເລື່ອງການປ່ຽນແປງ
ຂອງດິນຟ້າອາກາດ. ທ່ານນາງ ເພໂລຊີ ໄດ້ກ່າວວ່າ ພັກເດໂມແຄຣັດ ຈະຫາທາງສ້າງ
ວຽກເຮັດງານທຳ ທີ່ມີຄ່າຈ້າງດີ ໂດຍຜ່ານການພັດທະນາໃນດ້ານພະລັງງານທີ່ສະອາດ
ຫຼື ພະລັງງານສີຂຽວ. ສ່ວນປະທານາທິບໍດີ ທຣຳ ກໍໄດ້ສົ່ງເສີມໃນເລື່ອງ ຂອງການຟື້ນຟູ
ອຸດສາຫະກຳ ດ້ານຖ່ານຫີນ ຊຶ່ງເປັນບັນຫາຂອງມົນລະພິດທາງ ອາກາດ ແລະນ້ຳ.

ທ່ານນາງ ເພໂລຊີ ຍັງໄດ້ຮຽກຮ້ອງໃຫ້ພະຍາຍາມ ສະໜັບສະໜູນ ແລະປົກປ້ອງພວກ
ຊາວອາເມຣິກັນ ຊົນຊັ້ນກາງ ໂດຍເອີ້ນມັນວ່າ ເປັນກະດູກສັນຫລັງຂອງລະບອບປະຊາ
ທິປະໄຕ ສະຫະລັດ.

Nancy Pelosi, a new U.S. House speaker, called for mutual respect and transparency in the work of the new Congress. The Democrat from California, addressed lawmakers members during a swearing-in ceremony Thursday. As VOA's Zlatica Hoke reports, Pelosi called for a Congress that works for all Americans.

A beaming Pelosi took over the speaker's gavel from leading Republican Congressman Kevin McCarthy before addressing the House of Representatives on Thursday.

NANCY PELOSI, HOUSE SPEAKER
"When our new members take the oath our Congress will be refreshed and our democracy will be strengthened by their optimism, idealism and patriotism of this transformative freshman class."

The California Democrat said she was proud to lead the chamber that has more than a 100 female members, the largest number ever, and at a time when American women will mark the 100th anniversary of winning the right to vote. She called on congressional members to cooperate toward resolving issues, and to respect the opinions of others even if they disagree.

NANCY PELOSI, HOUSE SPEAKER
"I pledge that this Congress will be transparent, bi-partisan and unifying, that we will seek to reach across the aisle in this chamber and across divisions across our nation."

McCarthy, who is a new House minority leader, pledged to work in a cooperative spirit.

KEVIN MCCARTHY, HOUSE MINORITY LEADER
"We are now entering a period of divided government, but that is no excuse for gridlock or inaction. We are at our best when we focus not on retribution, but on building of a more perfect union."

U.S. President Donald Trump congratulated Pelosi on winning speakership for the second time.

DONALD TRUMP, US PRESIDENT
"Hopefully, we're gonna have a lot of things that we can get done together, and I think it's actually going to work out. I think it will be a little bit different than a lot of people are thinking so I congratulate Nancy."

One of the first tasks for the new House speaker is to reach an agreement with President Trump on border security to end a government shutdown which has gone on for two weeks.

Democrats in the Congress have refused to finance the building of a wall along the entire U.S. border with Mexico. Trump is refusing to sign a budget that does not include $5 billion toward the construction of the wall.

Democrats and Republicans are also at odds on climate change. Pelosi said the Democrats will seek to create well paid jobs through development of green energy. President Trump has promoted a revival of coal industry, which is blamed for air and water pollution.

Pelosi also called for efforts to support and protect American middle class, calling it the backbone of the U.S. democracy.

XS
SM
MD
LG