ໃນລັດ Kachin ຂອງມຽນມາ ມີອົບພະຍົບພາຍໃນປະເທດ ເກືອບເຖິງ 100,000
ຄົນ ທີ່ໄດ້ພັດພາກຈາກບ້ານເຮືອນໄປຢູ່ອາໄສໃນສູນຕ່າງໆ ໃນດິນ ແດນທີ່ຄວບຄຸມ
ໂດຍກອງ ທັບອິດສະຫລະຊາວກະຈິນ ທີ່ປະກອບອາວຸດ ຫຼື KIA. ເດືອນນີ້ເປັນຂີດ
ໝາຍ ແຫ່ງການສູ້ລົບກັນ ລະຫວ່າງກຳລັງຂອງລັດຖະ ບານມຽນມາ ກັບພວກ KIA ແລະໃນບັນດາບັນຫາທີ່ຍາດແຍ່ງກັນ ກໍຄືການ ຄວບຄຸມຊັບພະຍາກອນຕ່າງໆອັນມີ
ລວມທັງ jade ຫຼືຢົກ ແລະໂຄງການໄຟ ຟ້ານໍ້າຕົກຕ່າງໆ. Steve Sanford ມີລາຍ
ງານເລື້ອງນີ້ຕື່ມຈາກລັດ Kachin ດັ່ງ ສາລີ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພວກພົນລະເຮືອນຂອງລັດ Kachin ພາກັນກ່າວວ່າ ການສູດມົນພາວະນາພິເສດ ມີ
ຂຶ້ນໃນເດືອນນີ້ ເພື່ອໄຫວ້ວອນໃຫ້ການຜິດຂ້ອງຕ້ອງຖຽງກັນແລະ ຄວາມບໍ່ທຸ່ນທ່ຽງ
ທີ່ມີມາເປັນເວລາແປດປີ ຢູ່ທາງພາກເໜືອຂອງມຽນມາ ສິ້ນສຸດລົງ.
ພວກເດັກນ້ອຍຫຼາຍຄົນ ໄດ້ພາກັນໃຊ້ຊີວິດເປັນອົບພະຍົບມາຕະຫລອດ ໂດຍ ການ
ຂາດທີ່ຢູ່ອາໄສ ໃນຂະນະທີ່ກຳລັງຂອງມຽນມາ ກັບກອງທັບອິດສະຫລະ ກະຈິນ ຕໍ່ສູ້
ກັນ ເພື່ອຍາດແຍ່ງເອົາການຄວບຄຸມດິນແດນດັ່ງກ່າວ.
ສ່ວນພວກຊາວເມືອງທີ່ເຖົ້າແກ່ ເຊັ່ນ ນັກສອນສາສະໜາ ຈຽງມາກຳມາ ອາຍຸ 86 ປີ
ໄດ້ຜ່ານຜ່າປະສົບການມາດົນກວ່າ ນັບຕັ້ງແຕ່ບໍ່ດົນທໍ່ໃດ ຫລັງຈາກກອງທັບ ມຽນມາ
ໄດ້ຂຶ້ນກຳອຳນາດ ໃນປີ 1962 ເປັນຕົ້ນມາ ຊຶ່ງລາວເລົ່າສູ່ຟັງວ່າ:
“ໃນຈິດໃຈຂອງຂ້າພະເຈົ້າແລ້ວ ຂ້າພະເຈົ້າມີຄວາມອຸກອັ່ງທີ່ສຸດ ທີ່ໄດ້ຖືກກົດ ຂີ່ເຊັ່ນ
ນີ້. ພວກເຮົາຢາກໃຫ້ລູກເຕົ້າຂອງພວກເຮົາ ໄດ້ຮັບການສຶກສາຮໍ່າຮຽນ ຄືກັນກັບພວກ
ເດັກນ້ອຍອື່ນໆ ແຕ່ມັນກໍເປັນໄປບໍ່ໄດ້ເພາະວ່າພວກເຮົາກຳລັງ ຖືກປະຫັດປະຫານຢູ່
ຄືໃນເວລານີ້.”
ພວກອົງການຊ່ອຍເຫຼືອຕ່າງໆ ລາຍງານວ່າ ການເຂົ້າເຖິງພວກອົບພະຍົບເວ ລານີ້
ເປັນເລື້ອງຮັດກຸມຫຼາຍ ເມື່ອບໍ່ຫຼາຍປີຜ່ານມານີ້ ຈາກຝ່າຍລັດຖະບານ ຈຶ່ງເຮັດໃຫ້ມີ
ຄວາມລຳບາກເພີ້ມຂຶ້ນ ໃນດ້ານອາຫານການກິນ.
ດິນດອນບາງສ່ວນ ທີ່ພວກມາຢູ່ໃນສູນ ເຄີຍເປັນເຈົ້າຂອງ ມາບັດນີ້ ຕົກຢູ່ພາຍ ໃຕ້
ການພັດນາສ້າງສາ ໂດຍບໍລິສັດໃໝ່ໃນລັດຖະບານ ທີ່ມາຄວບຄຸມຂົງເຂດ ດັ່ງກ່າວ.
ຣອຍຊານ ແມ່ຍິງອົບພະຍົບ ກ່າວວ່າ:
“ຖ້າວ່າພວກເຮົາກັບຄືນໄປບ້ານເມືອງຂອງພວກເຮົາເອງ ພວກເຮົາກໍຈະໄດ້ຕັ້ງ ຕົ້ນມາ
ແຕ່ສູນ. ຂ້າພະເຈົ້າບໍ່ຄິດວ່າ ພວກເຮົາຈະກະທຳສິ່ງທີ່ພວກເຮົາເຄີຍເຮັດ ມາກ່ອນ
ຕອນເກີດສົງຄາມພຸ້ນໄດ້ອີກ. ພວກເຮົາຕ້ອງໄດ້ເລີ້ມຕົ້ນຊີວິດໃໝ່ອີກ.”
ການເຈລະຈາທີ່ພວມດຳເນີນໄປຢູ່ ລະຫວ່າງທະຫານມຽນມາ ກັບ KIA ບໍ່ໄດ້ ມີຫຍັງ
ເກີດຜົນພໍທໍ່ໃດ ເພາະວ່າ ຕ່າງຝ່າຍຕ່າງກໍຢືນຢູ່ຢ່າງໜຽວແໜ້ນ ໃນການ ຄວບຄຸມ
ແຫຼ່ງຊັບພະຍາກອນທ້ອງຖິ່ນ.
ມັນເປັນຂໍ້ໂຕ້ແຍ້ງທີ່ມີຮ່ວມກັນລະຫວ່າງພວກທີ່ຕໍ່ສູ້ກັນທັງຫຼາຍ ລວມທັງກຸ່ມ ຊົນເຜົ່າ
ຕ່າງໆນຳ. ໃນຂະນະດຽວກັນປະເທດດັ່ງກ່າວ ກໍປະເຊີນໜ້າກັບການ ເຕີບໂຕທີ່ຈຳກັດ
ນຳ ຊຶ່ງສ່ວນໃຫຍ່ແມ່ນແມ່ນລັດຖະບານ ທີ່ຄວບຄຸມຂົງເຂດ ດັ່ງກ່າວ.
ນາຍພົນ ມາຣານ ຊໍວັງ ປະຈຳກອງທັບກະຈິນ ອິດສະຫລະກ່າວວ່າ:
“ຜູ້ໃດກໍຕາມທີ່ຊະນະການເລືອກຕັ້ງໃນຄາວຕໍ່ໄປ ຈະຕ້ອງມີຄວາມຍຸຕິທຳ ແລະ ເຂົ້າ
ໃຈຊົນເຜົ່າພວກເຮົາ ມີເປົ້າໝາຍສຳລັບຄວາມຍຸຕິທຳລະຫວ່າງລັດຖະບານມຽນມາ
ກັບກຸ່ມຊົນເຜົ່າພວກເຮົາ.”
ໃນຂະນະທີ່ການເລືອກຕັ້ງໃນປີ 2020 ພວມຫຍັບໃກ້ເຂົ້າມາຢູ່ນີ້ ຄວາມສາມະ ຄີ ກັບ
ການເຕີບໃຫຍ່ ທີ່ໄດ້ສັນຍາໄວ້ ໂດຍຜູ້ນຳ ອອງຊານຊູຈີ ແມ່ນຍັງຂາດຢູ່ ໃນຂະນະທີ່
ການຕໍ່ສູ້ເພື່ອຄວາມກໍ້າເກິ່ງກັນແລະຄວາມສະເໝີພາບ ກໍແມ່ນພວມ ດຳເນີນໄປຢູ່.
Kachin civilians said special prayers, marking eight years of renewed conflict and instability in northern Myanmar this month.
Many children have spent their entire lives displaced as Myanmar forces and the Kachin Independence Army fight for control over territory.
Older residents, like 86-year-old Jang Maw Gam Maw, have experienced the war for much longer - since shortly after the Burmese Army came to power in 1962.
Jang Maw Gam Maw, Kachin Pastor (male in Kachin)
"In my heart I am very depressed that we are being suppressed like this. We want our children to have a good education, like the other kids, but they can't because we are being persecuted like this."
Aid agencies report that access to the IDPs has been tightened in recent years, from the government side of the conflict, increasing difficulties accessing food.
Some of the land, once owned by camp residents is now under development by new companies in the government - controlled areas.
"If we go back to our own home we have to start from zero again. I don't think we can do what we did before the conflict. We will have to start our life all over again."
Ongoing peace talks between the Myanmar military and the KIA have produced little as both sides stand firm on issues of control of local resources.
It's a common argument shared with many other warring ethnic groups. Meanwhile, the country faces limited growth, mostly in government - controlled areas.
General Maran Zau Twang, Kachin Independence Army (male in Kachin)
"Whoever wins the next election must make things fair and understand our ethnic people... have an objective of justice between the Myanmar government and our ethnic group."
As Myanmar's 2020 election nears, the unity and growth promised by its leader, Aung San Su Kyi, lags while the struggle for balance and equality continues.