ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອສໍາພາດ ທ.ນ. ອານຸສອນ ສີລິວົງໄຊ ທີ່ພະຍາຍາມ ຊ່ວຍຄົນລາວ- ອາເມຣິກັນ ປັບປຸງການສຶກສາ


ທ.ນ. ອານຸສອນ ສີລິວົງໄຊ, ອາຈານສອນໃນມັດທະຍົມປາຍແຫ່ງນຶ່ງໃນລັດ ຈໍເຈຍ, ທາງພາກໃຕ້ຂອງ ສະຫະລັດ
ທ.ນ. ອານຸສອນ ສີລິວົງໄຊ, ອາຈານສອນໃນມັດທະຍົມປາຍແຫ່ງນຶ່ງໃນລັດ ຈໍເຈຍ, ທາງພາກໃຕ້ຂອງ ສະຫະລັດ

ໃນລາຍການຊີວິດຊາວລາວໃນແລງວັນພະຫັດມື້ນີ້ ພວກເຮົາມີຄວາມຍິນດີທີ່ຈະພາທ່ານໄປຮູ້ຈັກກັບ ທ່ານນາງ ອານຸສອນ ສີລິວົງໄຊ, ນາຍຄູສອນ ພາສາອັງກິດ ແລະວັນນະຄະດີຢູ່ໃນໂຮງຮຽນມັດທະຍົມຕອນປາຍແຫ່ງນຶ່ງໃນເມືອງຄອນເຢີ້ສ໌ (Conyers) ລັດຈໍເຈຍ ຜູ້ທີ່ມີຄວາມມຸ້ງໝັ້ນໃນການສົ່ງເສີມການສຶກສາຂອງຄົນອາເມຣິກັນເຊື້ອສາຍລາວແລະເຊື້ອສາຍອື່ນ ທີ່ເປັນຊົນກຸ່ມນ້ອຍ ໃນສະຫະລັດ. ເພື່ອບໍ່ເປັນການເສຍເວລາ ຂໍເຊີນທ່ານໄປຮັບຟັງ ການສໍາພາດ ກັບທ່ານນາງ ຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ການຕາມຫາຄວາມຝັນແບບອາເມຣິກາຫລື American Dreams ເປັນສິ່ງຈູງ ໃຈໃຫ້ຄົນຫລາຍໆລ້ານຄົນຈາກທົ່ວໂລກດົ້ນດັ້ນຫາທາງມາດໍາລົງຊີວິດຢູ່ໃນສະຫະລັດບໍ່ວ່າຈະ ດ້ວຍວິທີໃດກໍວິທີນຶ່ງ. ແຕ່ວ່າກ່ອນຈະພັດທະນາຕົນເອງເພື່ອກ້າວໄປຫາຈຸດນັ້ນ ໄດ້ຢູ່ໃນເສດຖະກິດທີ່ມີການພັດທະນາອີງໃສ່ເທັກໂນໂລຈີ ອັນທັນສະໄໝ ແລະນໍາໜ້າຂອງໂລກນີ້ຕ້ອງໄດ້ມີຄວາມຮູ້ ແລະຄວາມຊໍານິຊໍານານສູງ. ໂອກາດ ໃນການທີ່ຈະໄດ້ຮັບການສຶກສາທີ່ມີຄຸນນະພາບສູງຢູ່ປະເທດອັນກວ້າງໃຫຍ່ອັນນີ້ ແມ່ນມີເຫລືອຫລາຍ ບໍ່ວ່າຈະເປັນດ້ານທຸລະກິດ ຫລືດ້ານໃດກໍຕາມ.

ທ.ນ. ອານຸສອນ ສີລິວົງໄຊ ຖ່າຍຮູບກັບນັກຮຽນຂອງຕົນ
ທ.ນ. ອານຸສອນ ສີລິວົງໄຊ ຖ່າຍຮູບກັບນັກຮຽນຂອງຕົນ

ແຕ່ວ່າ ການສະແຫວງຫາໂອກາດນັ້ນໃຫ້ພົບສໍາລັບລູກຫລານຄົນລາວ ກໍຄືເດັກນ້ອຍ ທີ່ມາຈາກຄອບຄົວຊົນເຜົ່າສ່ວນນ້ອຍໃນສະຫະລັດແລ້ວມັນບໍ່ແມ່ນເລື້ອງງ່າຍ. ສະນັ້ນອັດຕາສ່ວນຂອງຄົນມີລະດັບການສຶກສາສູງຂອງຄົນເຊື້ອສາຍລາວໃນສະຫະລັດແມ່ນຕໍ່າກວ່າເຊື້ອສາຍເອເຊຍຕາເວັນອອກກຸ່ມອື່ນ ເມື່ອເບິ່ງຢູ່ໃນການສໍາ ຫລວດພົນລະເມືອງຂອງສະຫະລັດ 2010. ໃນນັ້ນ ມີແຕ່ 13.2 ເປີເຊັນ ຂອງ ຄົນເຊື້ອສາຍລາວອາຍຸ 25 ປີຂຶ້ນໄປ ທີ່ຈົບປະລິນຍາຕີ ຊຶ່ງລາກຫລັງໝູ່ ເມື່ອ ທຽບໃສ່ຄົນເຊື້ອສາຍມົ້ງ (14. 8 ເປີເຊັນ) ກໍາປູເຈຍ (16 ເປີເຊັນ) ແລະ ຫວຽດ ນາມ (25.5 ເປີເຊັນ). ເພາະສະນັ້ນ ທ່ານນາງອານຸສອນ ສີລິວົງໄຊ, ນາຍຄູສອນ ວິຊາພາສາອັງກິດໃຫ້ແກ່ນັກຮຽນທີ່ເວົ້າພາສາອື່ນແຕ່ຕອນຍັງນ້ອຍ ແລະຮຽນພາສາອັງກິດ ເປັນພາສາທີສອງ ແລະສອນວິຊາວັນນະຄະດີອັງກິດ ແລະອາເມຣິກັນ ທີ່ໂຮງຮຽນມັດທະຍົມຕອນປາຍເຊເລັມ (Salem) ໃນເມືອງ ຄອນເຢີ້ສ໌ (Conyers) ລັດຈໍເຈຍ ທາງພາກໃຕຂອງສະຫະລັດ ຈຶ່ງມີຄວາມ ມຸ້ງໝັ້ນຢາກ ຊ່ວຍເຫລືອນັກຮຽນເຊື້ອສາຍລາວ ແລະ ນັກຮຽນໃນໂຮງຮຽນອາ ເມຣິກັນທີ່ມາຈາກຊົນກຸ່ມສ່ວນນ້ອຍເຊື້ອສາຍອື່ນໃຫ້ນໍາທັນໝູ່. “ຂ້ອຍເຊື່ອວ່າ ການສຶກສາ ແມ່ນນໍາທາງໄປຫາໂອກາດຕ່າງໆ ໄດ້ຫລາຍຂຶ້ນສໍາລັບທຸກຄົນ. ໃນນາມທີ່ເປັນຊາວອົບພະຍົບ ພໍ່ແມ່ຂອງຂ້ອຍກໍເຊື່ອແບບນັ້ນຄືກັນ,” ນັ້ນຄືຄໍາ ເວົ້າຂອງ ທ່ານນາງ ຂຽນຄໍາຂວັນຢູ່ໃນໜ້າເຟັສບຸກສ່ວນຕົວຂອງຕົນເອງ ຊຶ່ງ ບົ່ງບອກເຖິງການຖືວ່າການສຶກສາມີຄຸນຄ່າສູງ.

ກ່ອນຈະມາສອນ ຢູ່ໃນລັດຈໍ ເຈຍນັ້ນ ທ່ານນາງກໍເຄີຍສອນ ຢູ່ຫລາຍລັດມາກ່ອນ ຊຶ່ງລວມມີ ລັດເມັກຊິໂກ ໃໝ່ (New Mexico), ລັດເທັກຊັສ (Texas), ອາຣີໂຊນາ (Arizona), ແລະ ໂຣດໄອແລນ (Rhode Island) ທ່ານນາງເວົ້າ ເຖິງປະຫວັດ ຂອງການສິດ ສອນຂອງທ່ານນາງເອງສູ່ຟັງວ່າ:

ບັນດານັກຮຽນເຊື້ອສາຍລາວ-ອາເມຣິກັນທີ່ເຂົ້າຮ່ວມຟັງການບັນລະຍາຍຂອງຊ່ຽວຊານດ້ານແຫລ່ງທຶນການສຶກສາ
ບັນດານັກຮຽນເຊື້ອສາຍລາວ-ອາເມຣິກັນທີ່ເຂົ້າຮ່ວມຟັງການບັນລະຍາຍຂອງຊ່ຽວຊານດ້ານແຫລ່ງທຶນການສຶກສາ

ທ່ານນາງຢາກເປັນນາຍຄູ ແລະມັກສອນພາສາອັງກິດໃຫ້ນັກຮຽນທີ່ມາຈາກປະ ເທດອືື່ນກໍເພາະວ່າ:

ເມື່ອຖາມວ່າໃນການເປັນນາຍຄູນີ້ ແມ່ນຫຍັງທີ່ເຮັດໃຫ້ທ່ານນາງມີຄວາມພູມໃຈ ຫລາຍທີ່ສຸດ ທ່ານນາງຕອບວ່າ:

ສະມາຊິກແລະຄະນະກໍາມະການຂອງອົງການລານາ (Laotian American National Alliance
ສະມາຊິກແລະຄະນະກໍາມະການຂອງອົງການລານາ (Laotian American National Alliance

ທ່ານນາງບອກວ່າຄົນລາວ-ອາເມຣິກັນເຂົ້າຮຽນໃນຂັ້ນປະລິນຍາຕີໜ້ອຍກວ່າຄົນ ເຊື້ອຊາດໃດໝົດ ໃນກຸ່ມຄົນເຊື້ອສາຍເອເຊຍຕາເວັນອອກສຽງໃຕ້ ກໍມາຈາກ ຫລາຍສາເຫດ ແລະສາຍເຫດຕົ້ນຕໍ ກໍຄືບໍ່ມີເງິນທຶນການສຶກສາ ແລະບໍ່ຮູ້ແຫຼ່ງ ສະໜອງທຶນການສຶກສາແຕ່ລະປະເພດໃນສະຫະລັດ ຊຶ່ງທ່ານນາງ ເລົ່າສູ່ຟັງວ່າ:

ເພື່ອສົ່ງເສີມການສຶກສາ ຂອງຊົນກຸ່ມສ່ວນນ້ອຍໃນສະຫະລັດ ໂດຍສະເພາະ ແມ່ນຄົນເຊື້ອສາຍລາວແລະເຊື້ອສາຍເອເຊຍອື່ນໆ ນັ້ນທ່ານນາງ ໄດ້ເຂົ້າຮ່ວມ ໃນຫລາຍອົງການພັດທະນາປະຊາຄົມ ແລະການສຶກສາ. ນຶ່ງໃນນັ້ນ ກໍຄືເປັນ ສະມາຊິກຂອງຄະນະກໍາມະການອົງການພັນທະມິດແຫ່ງຊາດຂອງຊາວ ລາວ-ອາເມຣິກັນ ຫລື Laotian American National Alliance ຊຶ່ງເອີ້ນຫຍໍ້ວ່າ ລານາ ມາໄດ້ 10 ປີແລ້ວ ຊຶ່ງໃນນັ້ນ ທ່ານນາງເປັນຜູ້ລິເລີ້ມໃນການຫາລາຍ ໄດ້ເພື່ອສ້າງເປັນທຶນການສຶກສາແລ້ວ ມອບໃຫ້ນັກຮຽນທີ່ຮຽນເກັ່ງແຕ່ບໍ່ມີເງິນ.

ນອກຈາກນັ້ນແລ້ວກໍຍັງຫາທາງຊ່ວຍນັກຮຽນລາວທີ່ຈະຮຽນຈົບມັດທະຍົມປາຍ ຫາທຶນການສຶກສາ ເພື່ອເຂົ້າຮຽນຕໍ່ ໃນມະຫາວິທະຍາໄລໂດຍຜ່ານຫລາຍວິທີ ເຊັ່ນ ເປັນທີ່ປຶກສາໃຫ້ນັກຮຽນລາວເປັນລາຍບຸກຄົນໃນການຫາແຫລ່ງທຶນການ ສຶກສາ ຈັດກອງປະຊຸມຫາແຫລ່ງແລ້ວເຊີນນັກຊ່ຽວຊານໃນດ້ານການບໍລິຫານ ກອງທຶນການສຶກສາ ຫລືເປັນຜູ້ຮູ້ແຫລ່ງທຶນການສຶກສາມາເວົ້າໃຫ້ນັກຮຽນເຊື້ອ ສາຍເອເຊຍ ລວມທັງລາວຟັງ ຊຶ່ງທ່ານນາງເລົ່າໃຫ້ຟັງວ່າ:

ພ້ອມກັນນີ້ ທ່ານນາງຍັງເຂົ້າເປັນສະມາຊິກຂອງຄະນະກໍາມະການດ້ານການ ສຶກສາ ຂອງສະພາແຫ່ງຊາດ ຂອງຊາວເອເຊຍ-ອາເມຣິກັນ ຫລື National Council of Asian Pacific Americans ຫຼື NCAPA ຊຶ່ງໃນນັ້ນ ທ່ານ ນາງກໍເຂົ້າຮ່ວມກອງປະຊຸມປະຈໍາ ເດືອນຂອງຄະນະກໍາມະການ ດັ່ງກ່າວເພື່ອ ຈະໄດ້ມີໂອກາດສ້າງເຄືອຂ່າຍ ດ້ານວິຊາການສິດສອນ, ຮຽນຮູ້ເຖິງແຜນການ ສົ່ງເສີມການສຶກສາຂອງຊາວອາເມຣິກັນເຊື້ອ ສາຍເອເຊຍໃນແຕ່ລະປີ ແລ້ວກໍ ຄົ້ນຄວ້າຫາວິທີປັບປຸງລະດັບການສຶກສາຂອງຄົນລາວ ກໍຄືຄົນເຊື້ອສາຍເອເຊຍ ທົ່ວໄປ ໃນສະຫະລັດ.

ໃນຊ່ວງໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ນີ້ ທ່ານນາງກໍໄດ້ສອນ ໜັງສືໂດຍຜ່ານທາງອອນລາຍ ໂດຍໃຊ້ການສື່ສານຜ່ານທາງຄອມພິວເຕີ ແລະ ໂທລະສັບເອົາ ແທນທີ່ຈະເປັນການສື່ສານ ໜ້າຕໍ່ໜ້າຄືຢູ່ໃນຫ້ອງຮຽນ ຊຶ່ງທ່ານ ນາງເລົ່າສູ່ຟັງວ່າ:

ເມື່ອຖາມເຖິງປະຫວັດຄອບຄົວຂອງຜູ້ກ່ຽວນັ້ນ ທ່ານນາງບອກວ່າ ພໍ່ເປັນຄົນມາ ຈາກເມືອງນາຊາຍ ນະຄອນຫລວງວຽງຈັນ ສ່ວນແມ່ ແມ່ນມາຈາກເມືອງປາກ ເຊ, ແຂວງຈໍາປາສັກ ຊຶ່ງມີຊາຍແດນຕິດກັບຈັງຫວັດອຸບົນຂອງໄທນັ້ນ. ຕັ້ງແຕ່ ຕອນອາຍຸ 5 ປີ ພໍ່ແມ່ນພາ ອົບພະຍົບໄປຢູ່ສູນອຸບົນ. ຫລັງຈາກນັ້ນ ຄອບຄົວ ພໍ່ແມ່ກໍໄດ້ພາມາຕັ້ງຖິ່ນຖານ ຢູ່ລັດເມັກຊິໂກໃໝ່ ຫລື New Mexico ຍ້ອນມີ ໂບດເປັນຄົນຮັບປະກັນເອົາ ແລະໃຫ້ການອຸປະຖໍາ ໃນປີ 1979​ ຊຶ່ງທ່ານນາງ ເລົ່າເຖິງ ຊີວິດເບື້ອງຕົ້ນ ຕອນມາສະຫະລັດໃໝ່ໆ ສູ່ຟັງວ່າ:

ທີ່ທ່ານຫາກໍຮັບຟັງຈົບໄປນັ້ນ ກໍຄືການໃຫ້ສໍາພາດຂອງທ່ານນາງ ອານຸສອນ ສີລິວົງໄຊ, ລູກສາວອົບພະຍົບລາວ ຜູ້ມີຄວາມຝັກໄຝ່ຮຽນຮູ້ ແລະສະແຫວງ ຫາທາງປັບປຸງການສຶກສາຂອງຄົນເຊື້ອສາຍລາວ ແລະມາຈາກຊົນກຸ່ມນ້ອຍ ເຊື້ອສາຍອື່ນໆອີກ. ປັດຈຸບັນທ່ານນາງເປັນນາຍຄູສອນຢູ່ໃນໂຮງຮຽນມັດທະ ຍົມຕອນປາຍແຫ່ງນຶ່ງ ໃນເມືອງຄອນເຢີ້ສ໌ (Conyers) ລັດຈໍເຈຍ. ທ່ານຜູ້ ຟັງທັງຫລາຍ ລາຍການຊີວິດຊາວລາວເລື່ອງໃໝ່ ຈະກັບມາພົບກັບທ່ານອີກ ໃນແລງວັນພະຫັດໜ້າ ເວລາດຽວກັນນີ້.

XS
SM
MD
LG