ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຜູ້​ໂດຍ​ສານ ໃນ​ທີ່​ສຸດ​ ​ກໍໄດ້ອອກ ​ຈາກກຳ​ປັ່ນ​ສຳ​ລານ ທີ່​ຖືກ​ກັກ​ກວດ​ໄວ​ຣັ​ສ ໂຄ​ໂຣ​ນາ ໃນ ຍີ່​ປຸ່ນ


​ນັກ​ທ່ອງ​ທ່ຽວ​ທີ່​ຖືກ​ກັກ​ກວດ​ໄວ​ຣັ​ສ​ເທິງ​ກຳ​ປັ່ນ Diamond Princess ອອກ​ມາ​ສືບ​ດົມ​ອາ​ກາດ​ສົດຢູ່​ເທິງ​ກຳ​ປັ່ນ. 13 ກຸມ​ພາ, 2020, ເມືອງ ໂຢ​ໂກ​ຮາ​ມາ, ໃກ້​ກັບ​ນະ​ຄອນຫຼວງ ໂຕ​ກຽວ.
​ນັກ​ທ່ອງ​ທ່ຽວ​ທີ່​ຖືກ​ກັກ​ກວດ​ໄວ​ຣັ​ສ​ເທິງ​ກຳ​ປັ່ນ Diamond Princess ອອກ​ມາ​ສືບ​ດົມ​ອາ​ກາດ​ສົດຢູ່​ເທິງ​ກຳ​ປັ່ນ. 13 ກຸມ​ພາ, 2020, ເມືອງ ໂຢ​ໂກ​ຮາ​ມາ, ໃກ້​ກັບ​ນະ​ຄອນຫຼວງ ໂຕ​ກຽວ.

ຜູ້​ໂດຍ​ສານຫຼາຍ​ຮ້ອຍ​ຄົນ​ໄດ້​ເລີ່ມ​ອອກ​ຈາກ ​ກຳ​ປັ່ນ​ສຳ​ລານ​ທີ່​ຖືກ​ກັກ​ກວດ​ໂຣກ​ເປັນ​ເວ​ລາ​ສອງ​ອາ​ທິດ ​ຢູ່​ທ່າ​ເຮືອ​ຂອງ ຍີ່​ປຸ່ນ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ບໍ່​ໄດ້​ຜົນ​ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ​ທີ່​ໄດ້ເອົາ​ຊີ​ວິດ​ຂອງ​ປະ​ຊາ​ຊົນຫຼາຍກວ່າ 2,000 ຄົນ​ແລ້ວໃນ ຈີນ ແຜ່ນ​ດິນ​ໃຫຍ່.

ຜູ້​ໂດຍ​ສານ​ປະ​ມານ 500 ຄົນ​ທີ່​ຖືກ​ປ່ອຍ​ອອກ​ມາ​ແມ່ນ​ຄາດ​ວ່າ​ຈະ​ລົງ​ຈາກ​ກຳ​ປັ່ນ Diamond Princess ທີ່​ເມືອງ​ທ່າ​ ໂຢ​ໂກ​ຮາ​ມາ ໃນ​ວັນ​ພຸດມື້ນີ້, ບ່ອນ​ທີ່​ມັນ​ໄດ້​ຈອດ​ທຽບ​ທ່າ ​ນັບ​ຕັ້ງ​ແຕ່​ໄດ້​ເດີນ​ທາງ​ໄປ​ຮອດ​ໃນ​ວັນ​ທີ 3 ກຸ​ມ​ພາ​ທີ່​ຜ່ານ​ມາ. ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຍີ່​ປຸ່ນ ໄດ້​ກັກ​ກຳ​ປັ່ນ, ຜູ້​ໂດຍ​ສານ 3,700 ຄົນ ແລະ ລູກ​ເຮືອ​ເພື່ອກວດ​ໂຣກ​ ຫລັງ​ຈາກ​ຜູ້​ໂດຍ​ສານ​ຄົນ​ນຶ່ງ​ທີ່​ໄດ້​ລົງ​ຈາກ​ກຳ​ປັ່ນດັ່ງ​ກ່າວໃນ ຮົງ​ກົງ ຖືກກວດ​ພົບ​ໄວ​ຣັ​ສ Covid-19.

ແຕ່​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ດັ່ງ​ກ່າວ ​ກັບ​ໄດ້​ຮັບ​ຜົນ​ກົງ​ກັນ​ຂ້າມ, ໃນ​ຂະ​ນະ​ທີ່ 542 ຄົນ​ໄດ້​ຕິດ​ເຊື້ອ, ເຮັດ​ໃຫ້​ມັນ​ເປັນ​ກໍ​ລະ​ນີ​ການ​ຕິດ​ເຊື້ອ​ຂອງ​ກຸ່ມ​ຄົນ​ຂະ​ໜາດ​ໃຫຍ່​ທີ່​ສຸດ ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຢູ່ນອກ ຈີນ.

ມີ​ພຽງ​ຜູ້​ໂດຍ​ສານ​ທີ່​ຖືກກວດບໍ່​ພົບ​ໄວ​ຣັ​ສ ແລະ ບໍ່​ໄດ້​ສະ​ແດງ​ອາ​ການ​ໃດໆ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ລົງ​ຈາກ​ກຳ​ປັ່ນ Diamond Princess. ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ປະ​ມານ 300 ຄົນ​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ແລະ ຖືກ​ຈັດ​ໃຫ້​ຢູ່​ພາຍ​ໃຕ້​ການ​ກັກ​ກວດ​ໂຣກ​ອີກ 14 ວັນ. ລັດ​ຖະ​ບານ​ຂອງ​ປະ​ເທດ​ອື່ນໆ​ລວມ​ມີ ອັງ​ກິດ, ກາ​ນາ​ດາ, ອອ​ສ​ເຕ​ຣ​ເລຍ ແລະ ຮົງ​ກົງ ກໍ​ມີ​ແຜນ​ທີ່​ຈະ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ເມືອງ​ທ່າໂຢ​ໂກ​ຮາ​ມາ ເຊັ່ນ​ກັນ.

ປັກ​ກິ່ງ ໄດ້​ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ການ​ແຜ່ນ​ລະ​ບາດ​ຂອງໄວ​ຣັ​ສ Covid-19 ໄດ້​ເພີ່ມ​ຂຶ້ນ​ເປັນ 2,004 ຄົນ ເຊິ່ງ​ຜູ້​ເສຍ​ຊີ​ວິດ​ສ່ວນຫຼາຍ​ ໄດ້​ຖືກ​ລາຍ​ງານ​ໃນ​ແຂວງ ຮູ​ເບ, ບ່ອນ​ທີ່​ການ​ລະ​ບາດ​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ປີ​ກາຍ​ນີ້. ມີ​ລາຍ​ງານ​ຜູ້​ເສຍ​ຊີ​ວິດ 132 ຄົນ​ໃນ​ແຂວງ​ຮູ​ເບ.

ແຕ່​ຄະ​ນະ​ກຳ​ມາ​ທິ​ການ​ດ້ານ​ສຸ​ຂະ​ພາບ ໄດ້​ລາຍ​ງານ​ໃນ​ວັນ​ພຸ​ດມື້ນີ້​ວ່າ ກໍ​ລະ​ນີ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໃໝ່ໆ 1,749 ກໍ​ລະ​ນີ ເຊິ່ງ​ແມ່ນ​ຈຳ​ນວນ​ທີ່​ຕ່ຳ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້ ໃນ​ເດືອນ​ກຸ​ມ​ພາ ໄດ້​ນຳ​ເອົາ​ຕົວ​ເລກກໍ​ລະ​ນີ​ທີ່​ຖືກ​ຢືນ​ຢັນ​ທັງ​ໝົດ​ໃນ ຈີນ ເປັນ 74,000 ຄົນ.

ສື່​ມວນ​ຊົນ​ຂອງ​ລັດ​ຖະ​ບານ ຈີນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ປະ​ທານ​ປະ​ເທດ ສີ ຈິ່ນ​ຜິງ ໄດ້​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນ ທາງ​ໂທ​ລະ​ສັບ, ໂດຍບອກ​ທ່ານ​ວ່າ ມາດ​ຕະ​ການ​ຕ່າງໆ​ຂອງ ຈີນ ເພື່ອ​ຕໍ່​ສູ້​ກັບ​ໄວ​ຮັ​ສ​ນັ້ນ​ແມ່ນ​ກຳ​ລັງ “ມີ​ຄວາມ​ກ້າວ​ໜ້າ​ທີ່​ສາ​ມາດ​ເຫັນ​ໄດ້.”

ເຖິງ​ແມ່ນ​ໄດ້​ມີ​ການຫຼຸດ​ລົງ ​ຂອງ​ຈຳ​ນວນ​ກໍ​ລ​ະ​ນີ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ກໍ​ຕາມ, ອົງ​ການ​ອະ​ນາ​ໄມ​ໂລກ​ ໄດ້​ເຕືອນ​ປະ​ຊາ​ຊົນ​ຕໍ່​ການ​ສະ​ຫງົບ​ຈິດ​ສະ​ຫງົບ​ໃຈ ແລະ ​ຄວາມ​ເຊື່ອທີ່​ວ່າ​ຈຸດຮ້າຍ​ແຮງ​ສຸດ​ແມ່ນ​ໄດ້​ຈົບ​ລົງ​ແລ້ວນັ້ນ. ອົງ​ການ​ອະ​ນາ​ໄມ​ໂລກ​ເວົ້າ​ວ່າ ມັນ​ຍັງ​ໄວ​ໂພດ​ທີ່​ຈະ​ຄາດ​ການ​ຢ່າງ​ແນ່ນອນ​ວ່າ ການ​ລະ​ບາດ​ຈະ​ໄປ​ທິດ​ທາງ​ໃດ.

Hundreds of passengers have begun leaving the cruise ship that has been quarantined for two weeks at a Japanese port in a futile attempt to curb the spread of the new coronavirus that has claimed the lives of over 2,000 people in mainland China.

Around 500 relieved passengers are expected to disembark the Diamond Princess Wednesday at Yokohama, where it has been docked since its arrival on February 3. Japanese health officials placed the ship and its 3,700 passengers and crew under quarantine after a passenger who disembarked in Hong Kong was diagnosed withCOVID-19 ((Coronavirus disease 2019)).

But the attempt to contain the spread of the virus backfired, as 542 people became infected, making it the largest cluster of confirmed cases outside of China.

Only those passengers who have tested negative for the virus and have not shown any symptoms are being allowed to disembark the Diamond Princess.About 300 Americans were evacuated Monday and immediately placed in another 14-day quarantine.Several other governments, including Britain, Canada, Australia and Hong Kong, are also making plans to evacuate their citizens from Yokohama.

Beijing announced earlier Wednesday that the death toll from the COVID-19 outbreak had reached 2,004 with most of the deaths reported in Hubei province, where the outbreak began in December. One hundred-32 deaths were reported in Hubei.

But the health commission reported Wednesday 1,749 newly confirmed cases -- the lowest number so far in February -- bringing the total number of confirmed cases in China to 74,000.

Chinese state-run media said Tuesday President Xi Jinping spoke to British Prime Minister Boris Johnson by telephone, telling him that China's measures to fight the virus is making "visible progress."

Despite the drop in the daily number of confirmed cases, the World Health Organization cautions people against relaxing and believing the worst is over. The WHO says it is still too early to predict exactly which way the outbreak will go.

XS
SM
MD
LG