ການທົດສອບລະບົບການລົງຈອດທີ່ດາວອັງຄານ ຂອງອົງການ
ອະວະກາດສະຫະລັດ ຫຼື NASA ສິ້ນສຸດລົງດ້ວຍຄວາມຜິດຫວັງ
ໃນວັນຈັນ ກ່ອນນັ້ນ ເມື່ອຈ້ອງຂອງຍານອະວະກາດ ທີ່ມີຮູບຊົງ
ຄືກັນກັບຈານບິນນັ້ນ ເກີດລົ້ມແຫຼວ ເພາະຈ້ອງບໍ່ພືອອກ ຢູ່ເທິງ
ມະຫາສະມຸດປາຊີຟິກ. ນີ້ເປັນຄວາມພະຍາຍາມຄັ້ງທີສອງ ໂດຍ
ບັນດານັກວິສະວະກອນຂອງ ອົງການ NASA ເພື່ອທົດລອງ
ລະບົບຈ້ອງໃໝ່. ບັນຫາຄ້າຍຄືກັນນີ້ ໄດ້ລົບກວນການທົດລອງ
ອຸປະກອນດັ່ງກ່າວ ຄັ້ງທຳອິດເມື່ອທ້າຍປີແລ້ວ ນີ້. ຜູ້ສື່ຂ່າວ
ວີໂອເອ Zlatica Hoke ອະທິບາຍ ຫຼັກການ ທີ່ NASA ຄາດ
ຫວັງວ່າ ຈະປ່ຽນແປງຢ່າງຮອບດ້ານຕໍ່ການສຳຫຼວດຄົ້ນຄວ້າ
ດວງດາວຕ່າງໆ ເຊິ່ງໄຊຈະເລີນສຸກ ຈະນຳລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຫຼັງຈາກໄດ້ເລື່ອນເວລາ ມາຫຼາຍຄັ້ງແລ້ວ ຍ້ອນສະພາບອາກາດນັ້ນ ໝາກປູມເປົ້າແກັສ
helium ທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ຖືກປ່ອຍຂຶ້ນ ຈາກຖານທັບສະຫະລັດແຫ່ງນຶ່ງໃນລັດ
Hawaii ເພື່ອທົດສອບອຸປະ ກອນທີ່ຄ້າຍຄືກັບຈານບິນ ທີ່ເອີ້ນວ່າ Low-Density
Supersonic Decelerator ຫຼື LDSD ຊຶ່ງອອກແບບ ເພື່ອການສຳຫລວດ ແລະ ທົດສອບເບິ່ງຄວາມກ້າວໜ້າ ດ້ານເທັກໂນໂລຈີ້ຕ່າງໆເພື່ອນຳເອົາຍານ ທີ່ບັງຄັບໂດຍ
ຫຸ່ນຍົນ ແລະ ມະນຸດ ລົງຈອດຢູ່ດາວພະອັງຄານ ແລະ ກັບຄືນມາສູ່ໂລກ ພ້ອມດ້ວຍ
ເຄື່ອງ ບັນທຸກຂະໜາດໃຫຍ່ຢ່າງປອດໄພ.
ທ່ານ Steve Jurczyk ຜູ້ອຳນວຍການ ດ້ານເທັກໂນໂລຈີ້
ກ່ຽວກັບ ໂຄງການດັ່ງກ່າວ ຂອງອົງການ NASA ເວົ້າວ່າ
“ເທັກໂນໂລຈີ້ໃໝ່ອັນນີ້ ແມ່ນຕ້ອງນຳເອົາເຄື່ອງທີ່ໜັກ
5 ໂຕນ ລົງສູູ່ເທິງດາວພະອັງຄານ ສຳຫລັບໂຄງການ
ປະຕິບັດງານຂອງມະນຸດ ບາງທີໜັກ 30 ໂຕນ ແລະ
ກາຍກວ່ານັ້ນອີກ ລົງຈອດຢູ່ເທິງພື້ນຜິວດາວພະອັງຄານ.
ດັ່ງນັ້ນ ຈ້ອງທີ່ພວກເຮົາໃຊ້ໃນມື້ນີ້ ສາມາດປັບປຸງການ
ທຳງານໃຫ້ດີຂຶ້ນ ແຕ່ 100 ຫາ 200 ເປີເຊັນ ສຳຫລັບ
ການລົງຈອດຂະໜາດໃຫຍ່ ແລະ ອັນນັ້ນມັນມີຄວາມ
ສຳຄັນແທ້ໆ ບໍ່ພຽງແຕ່ ສຳຫລັບການປະຕິ ບັດງານ
ຂອງຫຸ່ນຍົນໃນອະນາຄົດ ເທົ່ານັ້ນ ແຕ່ສຳຫລັບການ
ສຳຫຼວດດາວພະອັງຄານ ຂອງມະນຸດນຳດ້ວຍ.”
ບັນດາ ນັກວິທະຍາສາດ ກ່າວວ່າ ບັນຍາກາດອ້ອມດາວ
ພະອັງຄານ ທີ່ບອບບາງນັ້ນ ຈຶ່ງຕ້ອງໃຊ້ຈ້ອງທີ່ແຂງແຮງ
ເປັນພິເສດ ສຳຫລັບນຳເອົາອຸປະກອນໜັກ ແລະ ຍານ
ອະວະກາດ ທີ່ເຄື່ອນຍ້າຍຢ່າງວ່ອງໄວ ລົງ ຈອດໄດ້.
ທ່ານ Ian Clark ຈາກຫ້ອງທົດລອງເຄື່ອງຈັກໄອພົ່ນຂອງອົງການ NASA ເວົ້າວ່າ “ຂະນະ ທີ່ພວກເຮົາ ໄດ້ເລີ້ມມີແນວຄິດ ກ່ຽວກັບຊົ່ວ ຮຸ່ນຄົນຕໍ່ໄປ ທີ່ມີຄວາມອາດສາມາດເພີ້ມຂຶ້ນ ມີຄວາມກະຕືລືລົ້ນຫຼາຍ ຂຶ້ນ ມີພາລະກິດຕ່າງໆອັນກ້າຫານ ຫຼາຍຂຶ້ນ ເພື່ອໄປຍັງດາວພະອັງ ຄານ ພວກເຮົາເລີ້ມເຂົ້າໃຈວ່າ ພວກເຮົາບໍ່ມີເທັກໂນໂລຈີ້ຕ່າງໆ ພຽບພ້ອມເທື່ອ ທີ່ຈະໄປລົງຈອດໄດ້ ແລະພວກເຮົາ ຕ້ອງໄດ້ເລີ້ມຕົ້ນໃນມື້ນີ້ ເລີ້ມຜະລິດເທັກໂນໂລຈີ້ເຫຼົ່ານັ້ນຂຶ້ນມາ. ສິ່ງຕ່າງໆ ເຊັ່ນວ່າ ອຸປະກອນທ່ວງດຶງຕ່າງໆ ທີ່ສູບລົມເຂົ້າໃຫ້ໂພງຂຶ້ນໄດ້ ເຊິ່ງພວກເຮົາອາດສູບລົມເຂົ້າໄດ້ໄວ ເທົ່າກັບຄວາມໄວຂອງສຽງ.”
ຈ້ອງທີ່ໄດ້ຖືກທົດສອບ ເມື່ອວັນຈັນກ່ອນນັ້ນ ແມ່ນ ມີເສັ້ນຜ່າສູນກາງ ຍາວ 30 ແມັດ.
“ຈານບິນ” ທີ່ຈ້ອງບັນທຸກນັ້ນ ແມ່ນໜັກກວ່າ 3,000 ກິໂລກຣາມ ປະມານສອງເທົ່າ
ຂອງນ້ຳໜັກ ຍານອະວະກາດຫຸ່ນຍົນ ຂອງອົງການ NASA ທີ່ສາມາດລົງຈອດຢູ່ດາວພະອັງຄານໄດ້ ໃນປັດຈຸບັນນີ້.
ເມື່ອຄ່ຳຄືນຂອງວັນຈັນດຽວກັນນັ້ນ ໂຄສົກຍິງ ຂອງອົງການ NASA ກ່າວວ່າ ການທົດສອບດັ່ງກ່າວ ລົ້ມແຫລວ ໃນເວລາຈ້ອງໄດ້ປະຕິບັດງານແຕ່ບໍ່ໄດ້ພືອອກຍ້ອນມີລົມເຂົ້າບໍ່ພໍ. ການທົດສອບທີ່ຄ້າຍຄືກັນເມື່ອເດືອນມີຖຸນາປີກາຍ ກໍໄດ້ປະສົບກັບຊາຕາກຳແບບດຽວກັນນີ້.