ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະບົບຈ້ອງ ເພື່ອນຳຍານ ລົງຈອດ ຢູ່ດາວພະອັງຄານ ໃນອະນາຄົດ ປະສົບບັນຫາອີກ


NASA Tests New Device for Mars Landings
please wait

No media source currently available

0:00 0:01:42 0:00

ຄວາມ​ພະຍາຍາມ​ເທຶ່ອທີ​ສອງ​ ຂອງອົງ​ການ​ອະວະກາດສະຫະ
ລັດ ຫລື NASA ​ເພື່ອທົດ​ລອງ​ລະ​ບົບຈ້ອງ​ຊະນິດ​ໃໝ່ທີ່ອອກ
ແບບໃນການນຳ​ເອົາ​ຍານອະວະ​ກາດ​ ຂະໜາດ​ໃຫຍ່​ກວ່າລົງ​
ສູ່ດາວ​ພະ​ອັງຄານ​ໄດ້ປະສົບກັບ​ລົ້ມ​ແຫຼວ​ໃນ​ວັນ​ຈັນ​ວານນີ້.

ຍານ​ບໍ່ມີຄົນຂັບທີ່ມີຮູບຮ່າງຄ້າຍ​ຄື​ກັບ​ຈານ​ບິນ ທີ່​ຮ້ອງ​ວ່່າ the
Low Density Supersonic Decelerator ທີ່ເອີ້ນຫຍໍ້ວ່າ
LDSD ​ໄດ້​ລົງ​ສູ່​ມະຫາ​ສະມຸດປາຊິ​ຟິກ ບໍ່ເທົ່າໃດ​ຊົ່ວ​ໂມງ​ຫລັງ​
ຈາກມັນໄດ້​ຖືກ​ນຳ​ຂຶ້ນໄປ​ສູ່ຂອບອະ​ວະ​ກາດ ​ໂດຍ ​ໝາກ​ປູມ​
ເປົ້າຍັກ​ຮີລຽມ ຈາກຄ້າຍ​ທະຫານສະຫະລັດແຫ່ງນຶ່ງ ຢູ່​ເກາະ
Kauai ໃນ​ລັດ​ Haiwaii.

ຮູບແຕ້ມຂອງນັກ ຈິດຕະນາກອນ ທີ່ສະແດງໃຫ້ເຫັນ ຍານອະວະກາດ ທີຈະໄປລົງຢູ່ດາວພະອັງຄານ
ຮູບແຕ້ມຂອງນັກ ຈິດຕະນາກອນ ທີ່ສະແດງໃຫ້ເຫັນ ຍານອະວະກາດ ທີຈະໄປລົງຢູ່ດາວພະອັງຄານ

ອົງການ NASA ກ່າວ​ວ່າ ຈ້ອງໃຫຍ່ທີ່​ມີເສັ້ນຜ່າສູນກາງ 30 ຟິ​ດຂອງ LDSD ​ໄດ້​ຖືກ​ປ່ອຍອອກ​ ​ແຕ່ບໍ່ພື່ງ. ວີ​ດີ​ໂອໃນ​ການ​ກັບ​ຄືນ​ເຂົ້າ​ມາສູ່​ໂລກ ສະ​ແດງ​ໃຫ້​ເຫັນ​ວ່າ ຈ້ອງໄດ້​ຂາດ​ສ້ອຍ ຫລັງ​ຈາກ​ໄດ້​ປ່ອຍ​ອອກ​ໄປ. ຜົນ​ທີ່​ຄ້າຍຄື​ກັນ​ໄດ້​ເກີດ​ຂື້ນ ລະຫວ່າງ​ການ​ທົດ​ລອງ​ເທື່ອ​ທຳ​ອິດ​ຂອງ​ລະບົບໃໝ່ຈ້ອງນີ້ ​ໃນ​ເດືອນ​ມິຖຸນາ ທີ່​ຜ່ານ​ມາ.

NASA Mars Landing Test
please wait

No media source currently available

0:00 0:00:52 0:00

ລະບົບ​ຈ້ອງ​ໃໝ່​ໄດ້​ອອກ​ແບບ ​ເຮັດ​ໃຫ້ການ​ລົງ​ມາສູ່​ພື້ນ​ດິນເປັນໄປດ້ວຍຄວາມນີ້ມນວນ ສຳຫລັບ​ການ​ປະຕິບັດ​ງາ​ນຂອງຫຸ່ນຍົນ ​ໄປ​ສູ່​ດາວ​ພະ​ອັງຄານ​ໃນ​ອະ ນາ​ຄົດ​ແລະ​ໃນ​ທີ່​ສຸດຈະ​ຖືກ​ນຳ​ໃຊ້ກັບຍານ​ອະວະກາດຂະໜາດໃຫຍທີ່ມີ​ຄົນ​ຂັບ​ ລົງ​ສູ່ໜ້າ​ດິນຂອງດາວ​ພະອັງຄານ. ບັນດາ​ນັກວິທະຍາສາດກ່າວ​ວ່າ ບັນຍາກາດ​ທີ່​ບອບ​ບາງບໍ່ໜາແໜ້ນ​ຢູ່​ອ້ອມ​ດາວ​ພະ​ອັງຄານນັ້ນ ແມ່ນຕ້ອງການ​ຈ້ອງ​ທີ່​ແຂງ​ແຮງ​ເປັນ​ພິ​ເສດ ​ເພື່ອ​ນຳເອົາ​ຍາ​ນອະວະກາດ ທີ່​ໜັກ ​ແລະ​ມີ​ຄວາມ​ໄວ​ລົງ​ຈອດ ຢູ່ດາວ​ພະ​ອັງຄານ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG