ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄວິດ-19 ເຮັດໃຫ້ບໍ່ສາມາດຈັດງານບຸນ ມາດີ ກຣາສ ໃນນະຄອນນີວໂອລີນສ໌ ໄດ້


"ໂຮງຫລິ້ນລະຄອນສັດ" ທີ່ເລື່ອນໄປຢູ່ຕາມຖະໜົນ Charles ໃນການສະຫລອງບຸນ Mardi Gras ທີ່ມີການປະດັບປະດາຢ່າງຈົບງາມ ໃນນະຄອນ ນີວໂອລີນສ໌, ລັດ Louisiana, ວັນທີ 7 ກຸມພາ, 2021. (ພາບໂດຍ Reuters/Kathleen Flynn)
"ໂຮງຫລິ້ນລະຄອນສັດ" ທີ່ເລື່ອນໄປຢູ່ຕາມຖະໜົນ Charles ໃນການສະຫລອງບຸນ Mardi Gras ທີ່ມີການປະດັບປະດາຢ່າງຈົບງາມ ໃນນະຄອນ ນີວໂອລີນສ໌, ລັດ Louisiana, ວັນທີ 7 ກຸມພາ, 2021. (ພາບໂດຍ Reuters/Kathleen Flynn)

"ຫົວໜ້າໃຫຍ່ຂອງພວກເຮົາໄດ້ບອກພວກເຮົາວ່າ ເພິ່ນບໍ່ຢາກໃຫ້ພວກເຮົາໄປທີ່ນັ້ນ ໃນວັນບຸນມາດີ ກຣາສ (Mardi Gras) ຍ້ອນວ່າ ມີພະຍາດໂຄວິດ," ນັ້ນຄືຄໍາເວົ້າຂອງທ້າວອາຣອນ ຮາເລ (Aaron Hartley) ນັກສະແດງໃສ່ຊຸດພື້ນ ເມືອງສໍາລັບງານນີ້ ຫລື "Flagboy Giz" ກ່າວຕໍ່ວີໂອເອ. ລາວເວົ້າຕໍ່ໄປວ່າ "ເພິ່ນບອກວ່າມັນບໍ່ມີຄວາມປອດໄພສຳລັບສະມາຊິກຂອງພວກເຮົາ ຫລື ສຳລັບປະຊາຊົນທີ່ໄປເບິ່ງໄປຊົມພວກເຮົາ."

ກ່ອນປີນີ້, ທ້າວ ຮາເລ (Hartley) ໄດ້ມີສ່ວນຮ່ວມໃນງານບຸນປະເພນີ ທີ່ມີຊື່ສຽງ ທີ່ນະຄອນນີວໂອລີນສ໌ (New Orleans) ທີ່ສືບສານມາຕັ້ງແຕ່ຊຸມປີ 1800, ຊຶ່ງກໍຄືງານບຸນມາດີ ກຣາສ (Mardi Gras) ຊຶ່ງເປັນການປະສົມປະ ສານທີ່ມີລັກສະນະເອກະລັກຂອງວັດທະນະທຳອາເມຣິກັນເຊື້ອສາຍອາຟຣິກາ ແລະຊາວອາເມຣິກັນພື້ນເມືອງອິນເດຍແດງ, ພວກເຂົ້າໄປຮ່ວມຂະບວນແຫ່ສີດຳໄດ້ສະແດງອອກສີສັນຂອງສິ່ງປະກອບຈໍານວນນຶ່ງຂອງຊຸດເຄື່ອງນຸ່ງຊາວອາເມຣິກັນພື້ນເມືອງ.

"ບໍ່ມີຫຍັງໃນໂລກນີ້ຈະຄືງານນີ້," ທ້າວຮາເລເວົ້າ.

ວັນທີ 16 ກຸມພາແມ່ນວັນ Fat Tuesday, ເຊິ່ງແປວ່າ “ບຸນມາດີກຣາສ” (Mardi Gras). ສຳລັບຊາວກາໂຕລິກຢູ່ໃນຫລາຍພາກສ່ວນຂອງໂລກແລ້ວ, ວັນດັ່ງກ່າວ ເປັນຕົວແທນໃຫ້ແກ່ການສະຫລອງສຸດທ້າຍກ່ອນວັນທີ່ຈະເລີ້ມ 6 ອາທິດທີ່ເຄັ່ງຄັດກວ່າ ຊຶ່ງເອີ້ນວ່າການເຂົ້າພັນສານັ້ນ.

ບາງທີອາດຈະບໍ່ມີບ່ອນໃດຢູ່ໃນໂລກນີ້ ທີ່ສະເຫຼີມສະຫຼອງວັນດັ່ງກ່າວທີ່ມີຄວາມຄຶກຄື້ນໄປຫລາຍກວ່າໃນນີວໂອລີນສ໌. ໃນປີທີ່ປົກກະຕິແລ້ວ, ເຈົ້າໄດ້ຈະພົບເຫັນຊາວອິນເດຍທີ່ຫລິ້ນໃນງານບຸນມາດີ ກຣາສ ຄືກັນກັບທ້າວຮາເລ ທີ່ມີຊຸດທີ່ສວຍງາມຂອງເຂົາເຈົ້າທີ່ເຮັດດ້ວຍລູກປັດ, ຂົນສັດແລະມີໂລຫະທີ່ແວວວາວປັກໃສ່. ທ່ານຈະເບິ່ງເຫັນສີສັນ ແລະກຸ່ມທີ່ເລື່ອນໄປ ຕາມຂະໜາດຂອງຕຶກ ນ້ອຍໆໃນເສັ້ນທາງທີ່ໂອບອ້ອມໄປດ້ວຍໄມ້ໂອກ ໃນຄະນະທີ່ສະມາຊິກຂອງກຸ່ມ “ຄຣີວ” (Krewe) ຫລືນັກສະແດງທີ່ໃສ່ໜ້າກາກ ຖີ້ມລູກປັດ, ຈອກ, ຫຼຽນປະດັບ (ແລະທຸກຢ່າງທີ່ທ່ານສາມາດຈິນຕະນາການ ຫຼືບໍ່ສາມາດຈິນຕະນາການໄດ້) ໃສ່ຜູ້ຊົມທີ່ນຸ່ງຊຸດພື້ນເມືອງຫລາຍຮ້ອຍຄົນ ທີ່ໄປຢູ່ແຫຍ້ກັນຊົມຢູ່ຕາມຖະຫນົນຫົນທາງ.

ທ່ານຈະໄດ້ເຫັນແລະໄດ້ຍິນວົງດົນຕີຫລາຍສິບຄະນະ ທີ່ເສບແຮ່ຢູ່ເບື້ອງຫລັງຂອງຂະບວນທີ່ແຮ່ໄປນັ້ນ, ແລະທ່ານຈະດີໃຈຫລາຍທີ່ໄດ້ເຫັນການຟ້ອນ, ເຕັ້ນ ແບບຫລິ້ນໆຂອງພວກ “ຄຣີວ” (Krewe) ຫລື ນັກສະແດງ- ເຊິ່ງປະກອບດ້ວຍສະມາຊິກຂອງຄົນໃນທຸກໄວ ແລະລະດັບຄວາມຄ່ອງແຄ້ວ - ທີ່ມີຊື່ເປັນ ຕາຫົວ ແລະມັກຈະສະແດງໃຫ້ຮູ້ເຖິງເພດ.

ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ທຸກສິ່ງທຸກຢ່າງທີ່ກ່າວມານີ້ຢຸດສະງັກລົງ, ຊຶ່ງເປັນຄວາມເສົ້າໃຈຂອງຄົນທ້ອງຖິ່ນຢ່າງນັບບໍ່ຖ້ວນ.

XS
SM
MD
LG