ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວປາແລັສໄຕນ໌ ກຽມສະເຫຼີມສະຫຼອງ ບຸນຄຣິສມາສ


Palestinians Prepare to Celebrate Christmas
please wait

No media source currently available

0:00 0:03:07 0:00

ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫຼື ເວັສ​ແບັ້ງ​ ແມ່ນ​ກຳ​ລັງ​ສະ​ເຫຼີມ​ສະຫຼອງ​ບຸ​ນ​ຄ​ຣິ​ສ​ມ​າ​ສ ແລະໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ການ​ທ່ອງ​ທ່ຽວ​ຂອງ​ເຂົາ​ເຈົ້າ ​ໄດ້​ຟື້ນ​ຕົວ​ຄືນ​ເປັນ​ສ່ວນ​ໃຫຍ່​ຈາກ​ໂຣກ​ລະ​ບາດ ໂຄວິດ-19 ນັ້ນ, ຊາວ​ຄ​ຣິ​ສ​ຕຽນ​ດັ່ງ​ກ່າວ​ເວົ້າ​ວ່າ​ເຂົາ​ເຈົ້າ​ເປັນ​ຫ່ວງ ກ່ຽວ​ກັບ ບັນ​ຫາ​ຄົນ​ເຂົ້າ​ເມືອງ​ທີ່​ຍັງ​ດຳ​ເນີນ​ຢູ່​ຈາກ​ເຂດ​ເວັ​ສ​ແບັ້ງ. ເຂົາ​ເຈົ້າ​ຢ້ານ​ວ່າ​ຊຸມ​ຊົນ​ຊາວ​ຄ​ຣິ​ສ​ຕຽນ ແລະ ປະ​ເພ​ນີ​ອາດ​ຫາຍ​ໄປ​ໃນ​ທີ່​ສຸດ. ນັກ​ຂ່າວ​ຂອງວີ​ໂອ​ເອ ລິນ​ດາ ແກ​ຣດ​ສ​ຕີນ ມີ​ລາຍ​ງານ​ສຳ​ລັບ​ວີ​ໂອ​ເອ ​ຈາກ​ບ້ານ ເບດ ຊາ​ຮົວ ໃນ​ເຂດ​ເວັ​ສ​ແບັ້ງ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອີງ​ຕາ​ມປະ​ເພນີ​ຊາວ​ຄ​ຣິ​ສ​ຕຽນ, ມັນ​ແມ່ນ​ທົ່ງ​ລ້ຽງ​ແກະ​ໃນ​ບໍ​ລິ​ເວນ​ທີ່​ຕອນນີ້​ເປັນ​ບ້ານ ເບດ ຊາ​ຮົວ ຂອງ​ຊາວ​ປາ​ແລັນ​ສ​ໄຕ​ນ໌ ທີ່​ນາງ​ຟ້າ​ໄດ້​ປະ​ກາດ​ການ​ເກີດ​ຂອງ​ພະ​ເຍ​ຊູ.

ທຸກມື້ນີ້, ບ້ານ​ດັ່ງ​ກ່າວ​ຈະ​ສະ​ເຫຼີມ​ສະ​ຫຼອງວັນ​ຄ​ຣິ​ສ​ມາ​ສ​ດ້ວຍ​ພາບ​ການ​ກຳ​ເນີດ​ຂອງ​ພະ​ເຍ​ຊູ ແລະ ຕົ້ນ​ໄມ້​ຂະ​ໜາດ​ໃຫຍ່​ທີ່​ປະ​ດັບ​ດ້ວຍດອກ​ໄຟ​ນີ​ອອນ​ຍິບ​ຍັບ​ຍິບ​ຍັບ.

ຊາວ​ໜຸ່ມ​ໃນ​ທ້ອ​ງ​ຖິ່ນຫຼາຍ​ພັນ​ຄົນ​ເດີນ​ຂະ​ບວນ​ດ້ວຍ​ສຽງ​ທີ່​ດັງ​ອຶກ​ກະ​ທຶກ, ຫຼິ້ນ​ເພງ​ສັນ​ລະ​ເສີນ​ບຸນ​ຄ​ຣິ​ສ​ມາ​ສ ແລະ ເພງ​ຊາວ​ປາ​ແລັ​ສ​ໄຕ​ນ໌.

ມື້ນີ້, ບ້ານ ເບດ ຊ​າ​ຮົວ ແລະ ບ້ານ ເບດ ຈາ​ລາ ທີ່​ຢູ່​ໃກ້​ຄຽງ​ແມ່ນພຽງສອງເມືອງຂອງ​ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ມີ​ຄົນ​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ​ອາ​ໄສ​ຢູ່​ສ່ວນ​ຫຼາຍ ແລະ ມຸ​ສ​ລິມ​ສ່ວນ​ນ້ອຍ. ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ຊາວ​ຄ​ຣິ​ສ​ຕຽນຫຼາຍ​ພັນ​ຄົນ​ຈາກ​ເມືອງ​ນ້ອຍ​ແຫ່ງນີ້ ​ໄດ້​ພາ​ກັນ​ຍົກ​ຍ້າຍ​ຖິ່ນ​ຖານ​ໄປ​ບ່ອນ​ອື່ນ.

ທ່າ​ນ ຮາ​ນີ ອາ​ລ-ຮາ​ເຢັກ, ເຈົ້າ​ບ້ານ ເບດ ຊາ​ຮົວ ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ​ທີ່ນີ້​ໄປ​ຢູ​ໂຣບ, ໄປສະ​ຫະ​ລັດ, ໂດຍ​ສະ​ເພາະ​ແມ່ນ ສະ​ຫະ​ລັດ. ພວກ​ເຮົາ​ມີ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຂະ​ໜາດ​ໃຫຍ່​ ຈາກບ້ານ ເບດ ຊາ​ຮົວ, ເບັດ​ແລ​ເຮັມ, ເບດ ຈາ​ລາ ແລະ ມັນ​ແມ່ນບໍ່​ດີ​ສຳ​ລັບ​ພວກ​ເຮົາ. ພວກ​ເຮົາ​ໄດ້​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຢູ່​ທີ່ນີ້, ເພື່ອ​ຮັກ​ສາ​ດິນ​ແດນ​ຂອງ​ເຂົາ​ເຈົ້າ, ບ້ານ​ຂອງ​ເຂົາ​ເຈົ້າ. ແຕ່​ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ປອດ​ໄພ. ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ປອດ​ໄພ ​ສຳ​ລັບ​ລູກ​ຂອງ​ເຂົາ​ເຈົ້າ, ສຳ​ລັບ​ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ.”

ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າທຸກ​ຄອບ​ຄົວ​ໃນ​ບ້ານ ເບດ ຊາ​ຮົວ ມີ​ພີ່​ນ້ອງ​ທີ່​ໄດ້​ຍ້າຍ​ໄປ​ຢູ່​ຕ່າງ​ປະ​ເທດ, ໂດຍ​ສະ​ເພາະ​ໄປ​ປະ​ເທດ ຊີ​ເລ, ບ່ອນ​ທີ່​ຊາວ​ປາ​ແລັ​ສ​ໄຕ​ນ໌ 300,000 ຄົນ, ເຊິ່ງຫຼາຍ​ຄົນ​ໃນ​ນັ້ນ​ດັ້ງ​ເດີມ​ແລ້ວ​ຈາກ​ບ້ານ ເບດ ຊາ​ຮົວ, ອາ​ໄສ​ຢູ່​ໃນ​ຕອນນີ້.

ທ່ານ ຊາ​ເມຍ ກຳ​ຊູ​ເຢ, ຜູ້ອວຍ​ການ​ໂທ​ລະ​ພາບ Nativity, ໄດ້​ກ່າວ​ວ່າ “ຂ້ອຍເຫັນ​ອະ​ນາ​ຄົດ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຢູ່​ທີ່ນີ້​ມືດ​ມົວ ຫຼື ບໍ່​ແນ່ນອນ, ເພາະ​ວ່າ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ດຳ​ເນີນ​ຢູ່​ແມ່ນ​ບັນ​ຫາ​ໃຫຍ່​ສຳ​ລັບ​ພວກ​ເຮົາ. ຖ້າ​ເຈົ້າ​ເອົາ​ຄອບ​ຄົວ​ຂອງ​ຂ້ອຍ ເປັນ​ຄື​ຄອບ​ຄົວ​ທົ່ວ​ໄປ, ຂ້ອຍໄດ້ລົງ​ມາ​ຈາກ​ຄອບ​ຄົວ ​ຊາວ​ຄ​ຣິ​ສ​ຕຽນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ດິນ​ແດນ​ສັກ​ສິດ, ຄອບ​ຄົວກຳ​ຊູ​ເຢ. ຖ້າ​ເຈົ້າຖາມ​ຂ້ອຍ, ອ້າ​ຍ​ນ້ອງ​ຂອງ​ຂ້ອຍ, ລູກ​ຊາຍ​ຂອງ​ຂ້ອຍ ໄດ້​ຍົກ​ຍ້າຍ​ຖິ່ນ​ຖານ​ ແລະ ໄດ້​ກາຍ​ເປັນ​ຄົນ​ອາ​ເມ​ຣິ​ກັນແລ້ວ.”

ຊາວ​ຄ​ຣິ​ສ​ຕຽນ​ທຸກມື້ນີ້​ແມ່ນ​ພຽງ 1 ເປີ​ເຊັນ ​ຂອງ​ປະ​ຊາ​ກອນ​ປາ​ແລັ​ສ​ໄຕ​ນ໌​ໃນ​ເຂດ​ເວັ​ສ​ແບັ້ງ. ສ່ວນຫຼາຍ​ເວົ້າ​ວ່າ​ເຂົາ​ເຈົ້າ​ເຂົ້າ​ກັນ​ໄດ້​ດີ​ກັບ​ເພື່ອນ​ບ້ານ​ຊາວ​ມຸ​ສ​ລິມ​ຂອງ​ເຂົາ​ເຈົ້າ, ແຕ່​ບາງ​ຄັ້ງ, ມັນ​ກໍ​ມີ​ຄວາມ​ເຄັ່ງ​ຕຶງ.

ນາງ ເຮ​ເລັນ​ ຈາ​ຣາຍ​ເຊ​, ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ກ່າວ​ວ່າ “ລູກ​ຊາຍ​ຂອງ​ຂ້ອຍ​ຖືກ​ລັກ​ພາ​ຕົວເປັນ​ເວ​ລາ 40 ວັນ​, ​ຫຼັງ​ຈາກ​ລາວ​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ກັບ​ຄູ່​ຮ່ວມ​ທຸ​ລະ​ກິດ​ຊາວ​ມຸ​ສ​ລິມຂອງ​ລາວ. ລາວ​ຖືກ​ທໍ​ລະ​ມານ ແລະ ຕີ​ໃສ່​ຫົວ​ຂອງ​ລາວ. ພວກ​ເຮົາ​ໄດ້​ໄປ​ຫາ​ເຈົ້າ​ໜ້າ​ທີ່​ຊາວ​ປາ​ແລັ​ສ​ໄຕ​ນ໌, ຕຳຫຼວດ, ແຕ່​ລາວ​ຫາ​ກໍ່​ຖືກ​ປ່ອຍຫຼັງ​ຈາກ 40 ວັນ. ແລ້ວ​ລາວ​ກໍ​ໄດ້​ຍົກ​ຍ້າຍ​ຖິ່ນ​ຖານ​ໄປ​ ເຢຍ​ຣະ​ມັນ.”

ແຕ່ຊາວ​ຄ​ຣິ​ສ​ຕຽນ ເບດ ຊາ​ຮົວ ຫຼາຍ​ຄົນ​ຈາກ 12,000 ຄົນ​ເວົ້າ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ອາ​ໄສ​ຢູ່​ໃນ​ດິນ​ແດນ​ຂອງ​ເຂົາ​ເຈົ້າ.

ທ່ານ ຢາ​ຊາ ບາ​ຣາມ, ເຈົ້າ​ຂອງ​ຮ້ານ​ຂາຍ​ຂອງ​ທີ່​ລະ​ນຶກ​ຄ​ຣິ​ສ​ຕຽນ ກ່າວ​ວ່າ “ເບດ ຊາ​ຮົວ ນີ້​ແມ່ນ​ເມືອງ​ທີ່​ນ້ອຍ. ພວກ​ເຮົາ​ໄດ້​ສືບ​ທອດ​ມັນ​ມາ ​ຈາກ​ພໍ່​ຂອງ​ພວກ​ເຮົາ, ພໍ່​ເຖົ້າ​ຂອງ​ພວກ​ເຮົາ. ສະ​ນັ້ນ, ວຽກ​ງານ​ຫັດ​ຖະ​ກຳ​ຂອງ​ເຂົາ​ເຈົ້າ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ຢູ່​ໃນ​ດິນ​ແດນ​ຂອງ​ພວກ​ເຮົາ. ມັນ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອຂອງ​ພວກ​ເຮົາ.”

ຊາວ​ຄ​ຣິ​ສ​ຕຽນ​ຢູ່​ທີ່ນີ້​ເວົ້າ​ວ່າ​ ເຂົາ​ເຈົ້າ​ເປັນ​ຜູ້​ອາ​ໄສ​ຢູ່​ດັ້ງ​ເດີມ​ຂອງ​ເຂດ​ເວັ​ສ​ແບັ້ງ, ແລະ​ເຂົາ​ເຈົ້າ​ມີ​ຄວາມ​ມຸ່ງ​ໝັ້ ນ​ທີ່​ຈະ​ຢູ່​ໃນ​ດິນ​ແດນ​ຂອງ​ເຂົາ​ເຈົ້າ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG