ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາແລສໄຕນ໌ ກ່າວວ່າ ຕົນຈະບໍ່ຖືກຂົ່ມຂູ່ ໂດຍ ທ່ານ ທຣຳ


ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ໃນຫ້ອງການໂຕະມົນຂອງທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 22 ທັນວາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຕໍ່ບັນດານັກຂ່າວ ໃນຫ້ອງການໂຕະມົນຂອງທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 22 ທັນວາ, 2017.

ເຈົ້າໜ້າທີ່ອາວຸໂສ ປາແລສໄຕນ໌ ຄົນນຶ່ງ ໄດ້ກ່າວໃນວັນພຸດມື້ນີ້ວ່າ ຊາວ ປາແລສໄຕນ໌
“ຈະບໍ່ຖືກຂູ່ເຂັນ” ໂດຍການຂົ່ມຂູ່ ຂອງປະທານາທິ ບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ທີ່ຈະຕັດທຶນຊ່ວຍເຫຼືອ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ວ່າ ສະຫະລັດ ໄດ້ສົ່ງເງິນໄປໃຫ້ ຫຼາຍຮ້ອຍ
ລ້ານໂດລາ ໃນແຕ່ລະປີ ແລະ ຍັງ “ບໍ່ໄດ້ຮັບການຍ້ອງຍໍ ຫຼື ຄວາມເຄົາລົບເລີຍ.”

ທ່ານ ທຣຳ ໄດ້ກ່າວໃນຂໍ້ຄວາມທີ່ຂຽນໃນ Twitter ຫຼາຍຄັ້ງວ່າ “ເຂົາ ເຈົ້າບໍ່ຢາກເຈ
ລະຈາ ກ່ຽວກັບ ສົນທິສັນຍາສັນຕິພາບທີ່ກາຍກຳນົດມາດົນນານ ກັບ ອິສຣາແອລ.
ພວກເຮົາໄດ້ເອົານະຄອນ ເຈຣູຊາແລັມ, ເຊິ່ງເປັນພາກສ່ວນທີ່ຫຍຸ້ງຍາກທີ່ສຸດ ຂອງ
ການເຈລະຈາ ອອກຈາກການພິຈາລະນາ. ແຕ່ປະເທດ ອິສຣາແອລ, ສຳລັບສິ່ງນັ້ນ,
ຈະຕ້ອງໄດ້ຈ່າຍເງິນຫຼາຍຂຶ້ນ. ແຕ່ດ້ວຍການທີ່ ປາແລສໄຕນ໌ ບໍ່ມີຄວາມເຕັມໃຈທີ່ຈະ
ທຳການເຈລະຈາສັນຕິພາບນັ້ນ, ເປັນຫຍັງພວກເຮົາຈຶ່ງຕ້ອງທຳການໃຊ້ຈ່າຍໃນອະ
ນາຄົດຂະໜາດໃຫຍ່ນີ້ໃຫ້ເຂົາເຈົ້າ?

ເຈົ້າໜ້າທີ່ ປາແລສໄຕນ໌ ທ່ານນາງ ຮານານ ອາຊ໌ຣາວີ ໄດ້ຕອບໂຕ້ດ້ວຍຖະແຫຼງການ
ສະບັບນຶ່ງໃນວັນພຸດມື້ນີ້.

ທ່ານນາງ ອາຊ໌ຣາວີ ໄດ້ກ່າວວ່າ “ປະທານາທິບໍດີ ທຣຳ ໄດ້ທຳລາຍການຄົ້ນຫາສັນຕິ
ພາບ, ເສລີພາບ ແລະຄວາມເປັນທຳຂອງພວກເຮົາ. ຕອນນີ້ທ່ານຍັງບັງອາດ ຖິ້ມໂທດ
ໃສ່ ປາແລັສໄຕນ໌ ສຳລັບຜົນທີ່ຕາມມາຂອງການກະທຳທີ່ບໍ່ມີຄວາມຮັບຜິດຊອບຂອງ
ທ່ານເອງ.”

ກ່ອນໜ້ານີ້ ທ່ານ ທຣຳ ໄດ້ລະເມີດນະໂຍບາຍ ສະຫະລັດ ທີ່ມີມາດົນນານ ດ້ວຍການ
ຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງ ຂອງປະເທດ ອິສຣາແອລ ແລະ ໄດ້
ເລີ່ມຂະບວນການ ກ່ຽວກັບ ການຍ້າຍສະຖານທູດ ສະຫະລັດ ຈາກນະຄອນຫຼວງ ແທລ
ອາວີຟ ໄປທີ່ນັ້ນ.

ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກມູດ ອັບບັສ ໄດ້ກ່າວວິຈານຢ່າງແຮງຕໍ່ການ
ເຄື່ອນໄຫວດັ່ງກ່າວ, ໂດຍເວົ້າວ່າ ມັນເທົ່າກັບ ສະຫະ ລັດ ປະຖິ້ມບົດບາດ ຂອງເຂົາ
ເຈົ້າ ໃນຂະບວນການສັນຕິພາບ. ສະມັດ ຊາໃຫຍ່ອົງການສະຫະປະຊາຊາດ ກໍຍັງໄດ້
ປະຕິເສດຢ່າງຖ້ວມລົ້ນ ຕໍ່ການປະກາດຂອງທ່ານ ທຣຳ ເຊັ່ນດຽວກັນ.

ທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາ
ຊາດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ສະຫະ ລັດ ຈະຢຸດການປະກອບສ່ວນຕໍ່ອົງການ
ຕົວແທນຂອງສະຫະປະຊາຊາດ ທີ່ສະໜອງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່
ປາແລັສໄຕນ໌.

ທ່ານນາງໄດ້ກ່າວວ່າ “ພວກເຮົາຍັງຢາກມີ ຂະບວນການສັນຕິພາບນີ້ຫຼາຍຄືເກົ່າ, ບໍ່ມີ
ຫຍັງສາມາດປ່ຽນແປງມັນ. ສຳລັບຕອນນີ້, ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມໂຕະເຈລະຈາ, ແຕ່
ເຂົາເຈົ້າຍັງຂໍການຊ່ວຍເຫຼືອຢູ່. ພວກເຮົາຈະບໍ່ໃຫ້ການຊ່ວຍເຫຼືອນັ້ນ. ພວກເຮົາຕ້ອງ
ຮັບປະກັນວ່າ ເຂົາເຈົ້າຈະເຂົ້າຮ່ວມການເຈລະຈາ.”

ປາແລສໄຕນ໌ ຢາກໄດ້ກໍ້າຕາເວັນອອກຂອງນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງ
ຂອງຕົນໃນອະນາຄົດ. ອົງການສະຫະປະຊາຊາດໄດ້ພິຈາລະນາສະຖານະຂອງນະ
ຄອນ ເຈຣູຊາແລັມ ມາແຕ່ດົນນານ ແລ້ວ ເປັນຈຸດໃນການເຈລະຈາຕໍ່ລອງເພື່ອແກ້ໄຂ
ບັນຫາແບບມີສອງລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG