ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກຍິງຄຣິສຕຽນ ທີ່ຖືກຂໍ້ຫາ ໝິ່ນປະໝາດ ສາສະໜາ ໃນປາກີສຖານ ຖືກປ່ອຍຕົວແລ້ວ (ວີດິໂອ)


ລິງໂດຍກົງ

ເບິ່ງວີດິໂອພາສາອັງກິດ ກ່ຽວກັບຂ່າວນີ້.

ອົງການນິລະໂທດກໍາສາກົນເວົ້າວ່າ ເດັກຍິງຄຣິສຕຽນທີ່ມີ
ບັນຫາທາງສະໝອງ ທີ່ຖືກກ່າວຫາວ່າ ໝິ່ນປະໝາດສາສະ
ໜາອິສລາມ ຢູ່ໃນປາກິສຖານນັ້ນ ຍັງຕົກຢູ່ໃນສະພາວະອັນ
ຕະລາຍຢ່າງໜັກຢູ່ ແມ່ນແຕ່ຫລັງຈາກຜູ້ພິພາກສາໄດ້ມີຄໍາສັ່ງ ໃຫ້ປ່ອຍຕົວນາງອອກຈາກຄຸກແລ້ວກໍຕາມ.

ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ໄດ້ເວົ້າໃນວັນສຸກຜ່ານມາວ່າ ການຕັດສິນອະນຸຍາດໃຫ້ປະກັນໂຕ ນາງ Rimsha Masih
ເດັກຍິງຄຣິສຕຽນ ທີ່ມີອາຍຸ 14 ປີ ຄົນນັ້ນ ແມ່ນເປັນບາດກ້າວ
ທີ່ໃຫ້ກໍາລັງໃຈ. ແຕ່ອົງການນິລະໂທດກໍເວົ້າວ່າ ລັດຖະບານ
ປາກິສຖານ ຕ້ອງໄດ້ປະຕິຮູບກົດໝາຍໝີ່ນປະໝາດສາສະໜາ
ຂອງຕົນເຊ່ນກັນ.

ກຸ່ມດັ່ງກ່າງເວົ້າວ່າ ກົດໝາຍທີ່ມີຢູ່ໃນປັດຈຸບັນນີ້ ບໍ່ສາມາດນໍາ
ເອົາມາໃຊ້ ໃນການແກ້ໄຂບັນຫາຜິດຖຽງ ຫລື ປ່ອຍໃຫ້ພົນລະ
ເມືອງ ເອກະຊົນແກ້ໄຂບັນຫາເອົາເອງ.

ນາງ Rimsha Masih ໄດ້ຖືກຈໍາຄຸກທີ່ກຸງ Islamabad ເປັນ
ເວລາ 3 ອາທິດ ຫລັງຈາກ ເພື່ອນບ້ານຂອງນາງ ພາກັນກ່າວຫານາງວ່າ ຈູດເຜົາຄໍາພີ
ໂຄຣານຫລາຍໜ້າ.

ຜູ້ພິພາກສາ Mohmmad Azam Khan ບໍ່ໄດ້ໃຫ້ເຫດຜົນຫຍັງກ່ຽວກັບຄໍາຕັດສິນໃຫ້ ປ່ອຍໂຕນາງ. ແຕ່ວ່າ ໃນອາທິດແລ້ວນີ້ ເຈົ້າໜ້າທີ່ຕໍາຫລວດໄດ້ຈັບນັກບວດມຸສລິມຜູ້ນຶ່ງ ລຸນຫລັງທີ່ບັນດາສະມາຊິກຢູ່ວັດຂອງຜູ້ກ່ຽວໄດ້ກ່າວຫາວ່າ ຜູ້ກ່ຽວເປັນຜູ້ວາງແຜນສ້າງ ຫຼັກຖານການກະທໍາຜິດໃສ່ເດັກຍິງຄົນນີ້. ບັນດານັກບວດມຸສລິມອື່ນໆ ກໍໄດ້ຮຽກຮ້ອງໃຫ້ ປ່ອຍໂຕນາງ.
XS
SM
MD
LG