ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເດັກຍິງປາກິສຖານ ຍັງຖືກຕິດຄຸກ ຢູ່ຕໍ່ໄປອີກ (ເບິ່ງວີດີໂອທີ່ກ່ຽວຂ້ອງກັນ)


ເຈົ້າໜ້າທີ່ຕໍາຫລວດກໍາລັງ ນໍາພາໂຕ ນັກບວດມຸສລິມ Khalid Jadoon ໃນຖານສົງໄສ ສ້າງຫລັກຖານກ່າວຫາເດັກຍິງຊາວຄຣິສຕ໌ Rimsha Masih ທີ່ຖືກຈັບໃນຂໍ້ຫາຈູດ ຄໍພີໂຄຣານ.
ເຈົ້າໜ້າທີ່ຕໍາຫລວດກໍາລັງ ນໍາພາໂຕ ນັກບວດມຸສລິມ Khalid Jadoon ໃນຖານສົງໄສ ສ້າງຫລັກຖານກ່າວຫາເດັກຍິງຊາວຄຣິສຕ໌ Rimsha Masih ທີ່ຖືກຈັບໃນຂໍ້ຫາຈູດ ຄໍພີໂຄຣານ.
ໃນ​ອີກ​ຂ່າວ​ນຶ່ງ​ກ່ຽວ​ກັບ​ປາ​ກີສຖານ​ນັ້ນ ສານ​ໄດ້​ເລື່ອນ​ການພິຈາ
ລະນາ​ຄໍາ​ຮ້ອງປະກັນ​ໂຕ​ເດັກ​ຍິງປາ​ກິ​ສຖານ​ ທີ່ຖື​ສາສະໜາ
ຄຣິສຕ໌ ​ແລະໄດ້​ຖືກ​ຈັບ​ຫວ່າງ​ສອງ​ອາທິດ​ກວ່າ​ຜ່ານ​ມາ ​ໃນ​ຂໍ້​ຫາ
ໝິ່ນປະໝາດ​ສາສະໜານັ້ນ ​ອອກ​ໄປ​ໃນ​ວັນ​ຈັນມື້​ນີ້ ​ແລະ​ນັດ​
ໝາຍ​ໃໝ່​ໃສ່​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ​ຊຶ່ງ​ປ່ອຍ​ໃຫ້ເດັກຍິງ​ໄວ​ລຸ້ນຄົນ
​ນີ້​ ຕ້ອງ ຖືກ​ກັກ​ຂັງ​ຕໍ່​ໄປ​.

ຜູ້​ພິພາກສາ ​ໄດ້​ເລື່ອນ​ການ​ຮັບ​ຟັງ​ເພາະ​ວ່າ ພວກ​ທະນາຍ
ຄວາມ​ພາກັນ​ຢຸດງານ​ປະ​ທ້ວງ. ນາງ​ Rimsha Mashi ​ໄດ້
​ຖືກເຈົ້າ​ໜ້າ​ທີ່​ຕໍາ​ຫລວດຈັບ ຫລັງ​ຈາກ​ພວກຊາວ ບ້ານທີ່​ໃຈ
​ຮ້າຍ ພາກັນ​ໄປອ້ອມ​ເຮືອນ​ຊອງ​ລາວ​ໄວ້ ​ໃນ​ກຸງອິສລາມາ​ບັດ ​
ໂດຍ ກ່າວ​ຫາ​ວ່າ ​ນາງໄດ້ຈູດເຈ້ຍ​ຫລາຍໜ້າ ທີ່ຈາ​ລຶກຄໍາ​ສັ່ງ
ສອນ​ຈາກຄໍາ​ພີໂຄຣານ.

​ໃນ​ມື້ວັນ​ເສົາ ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄດ້​ຈັບ ນັກບວ​ມຸສລິ​ມຄົນ​ນຶ່ງ ​ໃນ​ຖານ​ສົງໄສວ່າ​ ລາວເປັນ​ຜູ້ວາງ​ຫລັກ​ຖານໃສ່​ຄວາມໄວ​ລຸ້​ນຍິງ​ດັ່ງກ່າວ. ການ​ຈັບ​ກຸມໄດ້​ມີ​ຂື້ນ​ຫລັງ​ຈາກບັນດາສະມາ
ຊິກ​ໂບດ ​ໄດ້​ບອກ​ໃຫ້​ຕໍາຫລວດ​ຊາບ.

ພາຍ​ໃຕ້​ກົດໝາຍໝິ່ນປະໝາດ​ສາສະໜາ​ຂອງປາ​ກິ​ສຖານນັ້ນ ຜູ້ໃດ​ຫາກ​ເວົ້າ​ສິ່ງ​ທີ່ບໍ່ດີ​
ກ່ຽ​ວກັບສາສະໜາ​ອິສລາມ ​ແລະພະ Mohammed ຖື​ວ່າ​ ​ກະ​ທໍາຄວາມຜິດທາງ​ອາ​ຍາ ​
ແລະປະ​ເຊີນກັບ​ການ​ລົງ​ໂທດ​ປະຫານ​ຊີວິດ.

ໄວ​ລຸ້​ນຍິງ​ຄົນ​ນີ້​ ມີອາຍຸ 14 ປີ ​ແລະເປັນ​ຄົນພິການ​ປັນຍາ​ອ່ອນ.

ບັນດາ​ນັ​ກ​ເຄື່ອນ​ໄຫ​ວດ້ານ​ສິດ​ທິມະນຸດ​ກ່າວ​ວ່າ ກົດໝາຍ​ວ່າ​ດ້ວຍ​ການ​ໝິ່ນ​ປະ​ໝາດ
ສາສະໜາ​ຂອງ​ປາ​ກິ​ສຖານ ບາງ​ຄັ້ງ​ ກໍ​ຖືກ​ນໍາ​ໃຊ້​ເພື່ອ​ປະ​ຫັດ​ປະຫານພວກ ນັບຖື​ສາສະໜານ້ອຍ ຢູ່​ໃນ​ປະ​ເທດ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບຊາວຄຣິສຕ໌ພາກັນຫລົບໜີຈາກບ້ານເຮືອນ ຍ້ອນຢ້ານຖືກໂຈມຕີ:
XS
SM
MD
LG