ໃນໄລຍະບໍ່ເທົ່າປີຜ່ານມານີ້ ປາກີສຖານໄດ້ຮັບຜ່ານກົດໝາຍ
ຫຼາຍສະບັບ ເພື່ອພິທັກປົກປ້ອງແມ່ຍິງບໍ່ໃຫ້ຖືກເອົານໍ້າກົດສາດ
ໃສ່ໜ້າຂອງພວກເຂົາເຈົ້າ ຫຼືບໍ່ກໍຖືກຂ້າເພື່ອຮັກສາກຽດຂອງ
ຄອບຄົວ. ເຖິງແມ່ນມີກົດໝາຍຫ້າມແລ້ວກໍຕາມ ການກະທໍາ ຮຸນແຮງຕໍ່ພວກແມ່ຍິງກໍຍັງມີຢູ່ຕໍ່ມາ ແຕ່ກໍມີເລຶ່ອງລາວຂອງ
ຫລາຍໆຄົນທີ່ລຸກຂຶ້ນຕໍ່ສູ້ ເມື່ອກົດໝາຍບໍ່ສາມາດຊ່ວຍພວກ
ເຂົາເຈົ້າໄດ້. ຜູ້ສື່ຂ່າວວີໂອເອ Sharon Behn ລາຍງານຈາກເມືອງ Peshawar ກ່ຽວ ກັບຄອບຄົວນຶ່ງທີ່ພໍ່ຂອງເຂົາເຈົ້າເສຍຊີວິດ ຍ້ອນພະຍາຍາມປ້ອງກັນບໍ່ໃຫ້ລູກສາວຂອງ ຕົນຖືກໃຊ້ເປັນຕົວຊໍາລະຂໍ້ຂັດແຍ້ງກັນກັບອີກຄອບຄົວນຶ່ງ.
ນາງນ້ອຍ Asma ມີອາຍຸໄດ້ພຽງສີ່ປີ ເວລາພໍ່ຂອງນາງບໍ່ຍອມຍົກນາງ ໃຫ້ແກ່ຄອບຄົວນຶ່ງ ຊຶ່ງຄອບຄົວດັ່ງກ່າວແລະພວກເຖົ້າແກ່ຊົນເຜົ່າ ໄດ້ ທວງເອົານາງ Asma ໄປແທນຕົວຜູ້ ເອື້ອຍ ທີ່ໄດ້ຖືກມອບໃຫ້ຄອບຄົວນັ້ນເພື່ອຄັດໜີ້ ແລະໄດ້ຫຼົບໜີໄປ ຫຼັງຈາກຖືກຂົ່ມເຫັງແລະກະທໍາຮຸນແຮງ.
ແຕ່ພໍ່ຂອງນາງບໍ່ຍອມປະຕິບັດຕາມປະເພນີຊົນເຜົ່າທີ່ເອີ້ນວ່າ Swara ນັ້ນ ແລະກໍໄດ້ຖືກ ສັງຫານພ້ອມກັບລູກຊາຍຄົນນຶ່ງ ໃນການແກ້ແຄ້ນຂອງຄອບຄົວຄູ່ກໍລະນີ.
ນາງໝ້າຍ Bakht Jana ຍັງຈື່ໄດ້ດີເຫດການໃນຄືນນັ້ນ ເວລາພວກເຖົ້າແກ່ຊົນເຜົ່າຕັດ ສິນ ໃຫ້ນາງຍົກລູກສາວໃຫ້ອີກຄອບຄົວນຶ່ງ.
ນາງໝ້າຍ Bakht Jana ເວົ້າວ່າ: “ຂ້ອຍໃຈຮ້າຍແລະເສຍໃຈຫຼາຍ. ຂ້ອຍຮ້ອງໄຫ້ ແລະບໍ່ຍອມເດັດຂາດ ທີ່ຈະຍົກລູກສາວນ້ອຍຂອງຂອ້ຍໃຫ້ ຕາມປະເພນີ Swara ນັ້ນ. ມັນເປັນປະເພນີທີ່ໂຫດຮ້າຍປ່າເຖືອນທີ່ສຸດປະເພນີນຶ່ງ ທີ່ໄດ້ປະຕິບັດຕໍ່ໆກັນມາ
ໂດຍພວກຊົນເຜົ່າ ໄດ້ຫຼາຍຟ້າຫຼາຍປີແລ້ວ. ແລະຂ້ອຍກໍສູນເສຍ ຜົວ ແລະລູກຊາຍ
ຂອງຂ້ອຍໄປ ຍ້ອນພະຍາ ຍາມຈະຢຸດເຊົາປະເພນີນີ້.”
ນາງໝ້າຍ Bakht Jana ແລະລູກໆທີ່ຍັງເຫລືອອີກ 11 ຄົນ ຕ້ອງໄດ້ຫຼົບໜີອອກຈາກໝູ່ ບ້ານໄປຢູ່ບ່ອນອື່ນ.
Hafiz ur Rehman ລູກຊາຍຂອງລາວ ເວົ້າວ່າ ບໍ່ຄວນມີ ປະເພີນີ Swara ຢູ່ໃນປາກີສ ຖານ.
ທ້າວ Rehman ເວົ້າວ່າ “ລັດຖະບານຄວນເອົາບາດກ້າວຕໍ່ຕ້ານເລຶ່ອງນີ້. ຖ້າຫາກວ່າ
ລັດຖະບານສາມາດປະຕິບັດການປາບປາມພວກກໍ່ການຮ້າຍໄດ້ ແລ້ວເປັນຫຍັງ ຈຶ່ງບໍ່ຕໍ່ຕ້ານປາບປາມເລຶ່ອງນີ້? ລັດຖະບານສາມາດອອກຄໍາສັ່ງ ຫ້າມບໍ່ໃຫ້ປະຕິບັດ
ປະເພນີນີ້ ແລະຕໍາຫຼວດກໍຄວນຈັດຕັ້ງປະຕິບັດ ຕາມຄໍາສັ່ງນັ້ນ ຢູ່ໃນໝູ່ບ້ານຕ່າງໆ
ຂອງພວກເຮົາ.”
ທ່ານ Riaz Fatihana ສະມາຊິກສະພາ ເວົ້າວ່າ ລັດຖະບານກໍໄດ້ຮັບຜ່ານກົດໝາຍ ເພື່ອປົກປ້ອງພວກແມ່ຍິງນີ້ໄປແລ້ວ ແຕ່ບັນຫາແມ່ນນອນຢູ່ ໃນລະດັບທ້ອງຖິ່ນ.
ສະມາຊິກສະພາ Fatihana ເວົ້າວ່າ: “ປະການທີນຶ່ງ ຕໍາຫຼວດບໍ່ຮ່ວມ ມືກັບພວກ ເຄາະຮ້າຍ ແລະລັງເລໃຈທີ່ຈະລົງທະບຽນກໍລະນີທີ່ເກີດຂຶ້ນຕ່າງໆ ຢ່າງເສລີ. ປະການທີສອງ ທາງສານໃຊ້ເວລາຫຼາຍໆປີ ກວ່າຈະ ປະກາດຜົນການຕັດສິນ ແລະໃນລະຫວ່າງນັ້ນ ກໍບໍ່ມີການພິທັກປົກປ້ອງແກ່ພວກພະຍານ ແລະຄອບຄົວ ຂອງພວກເຄາະຮ້າຍນັ້ນ.”
ຄວາມຄິດທີ່ຖືພວກແມ່ຍິງວ່າ ເປັນຊັບສິນເພື່ອແລກປ່ຽນໃຊ້ໜີ້ສິນນັ້ນ ເປັນເລຶ່ອງທີ່ມີຢູ່ ຢ່າງແຜ່ຫຼາຍທີ່ສຸດຢູ່ໃນເຂດຊົນເຜົ່າທາງພາກຕາເວັນຕົກສຽງ ເໜືອ ແລະຕາເວັນຕົກສຽງ ໃຕ້ ແລະເຂດທີ່ມີລະບົບການປົກຄອງແບບເຈົ້າຂຸນມູນນາຍຂອງຊົນເຜົ່າ ຂອງປາກີສຖານ.
ແຕ່ ທ່ານນາງ Farzana Bari ສາສະດາຈານຝ່າຍເພດສຶກສາ ກ່າວວ່າ ຄວາມຄິດ ທີ່ວ່າ ແມ່ຍິງເປັນພົນລະເມືອງຊັ້ນສອງນັ້ນ ແມ່ນໄດ້ຖືກຊຶມຊັບ ເຂົ້າຢູ່ໃນສັງຄົມໂດຍເຕັມແລ້ວ.
ສາສະດາຈານ ບາຣີ ເວົ້າວ່າ: “ມັນມີເລື່ອງເສດຖະກິດ ຂອງສະຖານະ ພາບທາງ ເພດ ທີ່ເປັນຢູ່ໃນປັດຈຸບັນ ແລະລະບົບຊັ້ນຕ່າງໆທາງເພດ ຢູ່ໃນສັງຄົມ ແລະຈິງໆແລ້ວ ທາງລັດກໍບໍ່ຢາກປ່ຽນແປງເລຶ່ອງນີ້ ຄືລັດບໍ່ມີຄວາມຕັ້ງໃຈຈະປ່ຽນແປງ. ພວກເຂົາ
ເຈົ້າເຮັດໃນສິ່ງຕ່າງໆ ແບບຜິວເຜີນ ພໍໃຫ້ແລ້ວໄປ ຄືສະພາ ຈະຮັບຜ່ານກົດໝາຍຢູ່ ແຕ່ເຂົາເຈົ້າກໍຈະເຮັດໃຫ້ເປັນທີ່ແນ່ໃຈວ່າ ມັນຈະບໍ່ຖືກ ຈັດຕັ້ງປະຕິບັດຢ່າງເໝາະສົມ.”
ເຖິງແມ່ນຈະປະສົບກັບຄວາມລໍາບາກຍ້ອນປະເພນີນີ້ກໍຕາມ ແຕ່ທ້າວ Rehman ກໍ ກ່າວວ່າ ຕົນກໍາລັງພະຍາຍາມຊຸກຍູ້ໃຫ້ຄົນອື່ນໆ ຈົ່ງພາກັນລຸກຂຶ້ນຕໍ່ສູ້ເພື່ອສິດທິຂອງ ລູກສາ ວ ແລະເອື້ອຍນ້ອງຂອງພວກເຂົາເຈົ້າ ດັ່ງທີ່ຄວບຄົວຂອງລາວໄດ້ຢືນຢັດເພື່ອ ນ້ອງສາວ Asma ຂອງລາວນັ້ນ.