ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ເຮັດ​ໃຫ້​ກົດ​ໝາຍ​ຕ້ານ​ຂ່າວ​ປອມ​ ເຄັ່ງ​ຄັດ​ຂຶ້ນ  


ຮູບປະ​ສົມ​ປະ​ສານ​ກັນອັນ​ນີ້ ສະ​ແດງ​ໃຫ້​ເຫັນ​ເຄິ່ງ​ໝາຍ ຂອງ Facebook ແລະ Twitter.
ຮູບປະ​ສົມ​ປະ​ສານ​ກັນອັນ​ນີ້ ສະ​ແດງ​ໃຫ້​ເຫັນ​ເຄິ່ງ​ໝາຍ ຂອງ Facebook ແລະ Twitter.

ປາ​ກິ​ສ​ຖານກໍາ​ລັງຢູ່​ໃນ​ຄວາມ​ຮ້ອນ​ຮົນ​ຍ້ອນການ​ເຮັດ​ໃຫ້​ກົດ​ໝາຍ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ແນັດ​ທີ່​ມີ​ການ​ຂັດ​ແຍ້ງ​ຂອງ​ຕົນນັ້ນ​ເຂັ້ມ​ງວດ​ຂຶ້ນ ເພື່ອ​ອະ​ນຸ​ຍາດ​ໃຫ້​ຜູ້​ໃດ​ກໍ​ໄດ້​ຮ້ອງ​ຮຽນ​ກ່ຽວ​ກັບ​ການ​ຂຽນ​ຂ່າວ​ປອມ​ລົງໃນ Twitter ແລະ Facebook ແລະ​ເພີີ້ມເວ​ລາຈຳ​ຄຸກຂຶ້ນ​ຈາກ​ສາມ​ເປັນ​ຫ້າ​ປີ ​ສຳ​ລັບ​ຜູ້​ທີ່​ຖືກ​ພົບ​ວ່າ​ມີ​ຄວາມ​ຜິດ.

ການປ່ຽນແປງອັນທີ່ເອີ້ນວ່າ ກົດໝາຍວ່າດ້ວຍການຕ້ານອາດຊະຍາກຳທາງອີ ເລັກໂທຣນິກ ທີ່ນຳສະເໜີໃນວັນອາທິດຜ່ານມາ ໂດຍ​ຜ່ານລັດຖະບັນຍັດ ຫຼື ດຳລັດຂອງປະທານາທິບໍດີໄດ້ເຮັດໃຫ້ການເຜີຍແຜ່ຂ່າວປອມ ຫຼື ໝິ່ນປະໝາດບຸກຄົນ ຫຼື ສະຖາບັນຂອງລັດທາງອິນເຕີແນັດເປັນການກະທຳຜິດທີ່ບໍ່ມີການ ປະກັນຕົວເລີຍ.

“ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ນຳ​ເອົາ​ດຳ​ລັດ​ອັນ​ນີ້ອອກ​ມາ​ເພື່ອ​ສະກັດ​ກັ້ນ​ຂ່າວ​ປອມ. ການເຜີຍແຜ່ຂ່າວປອມດຽວນີ້ຈະກາຍເປັນຄວາມຜິດທີ່ບໍ່ສາມາດປະ​ກັນຕົວໄດ້ ດ້ວຍການຈຳຄຸກນານເຖິງ 5 ປີ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຟາ​ໂຣ ນາ​ຊີມ (Farogh Naseem), ລັດຖະມົນຕີກະຊວງກົດໝາຍ ແລະຍຸຕິທຳຂອງລັດ ຖະບານກາງ.

ບັນດາ​ຝ່າຍ​ຄ້ານ​ທາງ​ການ​ເມືອງ ​ແລະ​ພວກ​ສະໜັບສະໜຸນເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ໄດ້​ປະນາມ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ວ່າ ວ່າ​ເປັນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີອີມ​ຣານ ຄານ ​ເພື່ອ​ຈຳ​ກັດ​ເສລີພາບ​ໃນ​ການ​ສະ​ແດງຄວາມ​ຄິດ​ອອກມາ.

ກົດໝາຍ​ວ່າ​ດ້ວຍ​ການ​ໝິ່ນປະໝາດ​ທາງ​ອາຍາ​ແມ່ນ​ໄດ້​ຖືກຮັບຮອງ​ໃຫ້​ປະກາດ​ໃຊ້​ໃນ​ປີ 2016 ​ໂດຍ​ລັດຖະບານ​ຂອງ​ອະດີດ​ນາຍົກລັດຖະມົນຕີນາ​ວາ​ສ ຊາ​ຣີ​ຟ (Nawaz Sharif), ​ແລະ ​ໄດ້ຖືກ​ຕຳ​ໜິ​ຢ່າງແຮງ ​ໃນ​ເວລາ​ນັ້ນ​ວ່າ​ເປັນ​ການ​ໂຈມ​ຕີຕໍ່​ຜູ້​ຄັດຄ້ານລັດ​ຖະ​ບານ ​ແລະ​ຄູ່​ແຂ່ງ​ທາງ​ການ​ເມືອງ.

ທ່ານ​ນາງ ມາ​ຣີ​ຢອມ ອາ​ແຣງ​ເຊບ (Marriyum Aurangzeb), ໂຄສົກຂອງ ພັກຝ່າຍຄ້ານຂອງພັກສັນ​ນິ​ບາດມຸ​ສ​ລິມ-ແອນ (Muslim League-N) ຂອງປາກິສຖານທີ່ນໍາພາໂດຍທ່ານ​ຊາ​ຣີ​ຟ ໄດ້ວິພາກວິຈານລັດຖະບານໃນວັນຈັນວານນີ້ສໍາ ລັບສິ່ງທີ່ທ່ານນາງເວົ້າວ່າ ເປັນການດັດແກ້ກົດຫມາຍ "ຮຸນແຮງ ແລະດຳມືດ​". ທ່ານນາງກ່າວຕໍ່ບັນດານັກຂ່າວໃນນະ​ຄອນ​ຫລວງ​ອິ​ສ​ລາ​ມາ​ບັດວ່າການແກ້ໄຂ ດັ່ງກ່າວແມ່ນ​ເອົາໃຫ້ອຳນາດທີ່ກວ້າງຂວາງແກ່ເຈົ້າໜ້າທີ່ລັດ ຖະບານກາງ ເພື່ອກັກຂັງຜູ້ໃດກໍ​ໄດ້ໃນຂໍ້ກ່າວຫາວ່າເຜີຍແຜ່ຂ່າວປອມ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງນັ້ນ, ສະຫະພັນ​ນັກ​ຂ່າວ​ລັດຖະບານ​ກາງ​ປາ​ກິສຖານ​ກ່າວ​ວ່າ ການ​ກະທຳ​ຂອງ​ລັດຖະບານ​ແມ່ນ “ບໍ່​ໄດ້​ຮັບ​ການ​ຢືນຢັນ ​ແລະ ໜ້າ​ເສຍ​ໃຈ” ​ແລະ ບ່ອນທຳລາຍ​ສິດ​ເສລີພາບ ​ດ້ານ​ສື່​ມວນ​ຊົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG