ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ເລີ້ມຕົ້ນ ການກໍ່ສ້າງເສັ້ນທາງ ທີ່ເອີ້ນວ່າ 'ເຂດສັນຕິພາບ' ກັບ ອິນເດຍ

ຮອງປະທານາທິບໍດີ ອິນເດຍ ທ່ານ ເອັມ ເວນກາໄອ ໄນດູ (M. Venkaiah Naidu), ທີ 3 ຈາກຊ້າຍ, ຢືນເຄົາລົບ ເພງຊາດ ໃນລະຫວ່າງ ພິທີວາງສີລາເລີກ ສຳລັບແຜນການກໍ່ສ້າງ ເສັ້ນທາງ ໄປຫາຊາຍແດນຂອງປາກິສຖານ ຢູ່ທີ່ເມືອງ ເດີຣາ ບາບາ ນານາກ, ວັນທີ 26 ພະຈິກ 2018.

ນາຍົກລັດຖະມົນຕີ ຂອງປາກິສຖານ ທ່ານ ອິມຣານ ຄານ ຈະວາງສີລາເລີກ ໃນວັນພຸດ
ມື້ນີ້ ໃນສິ່ງທີ່ ​ເອີ້ນ​ວ່າ ເປັນ“ເສັ້ນ​ທາງສັນຕິພາບ” ຂ້າມ​ຊາຍ​ແດນ ຊຶ່ງຈະອະນຸຍາດໃຫ້
ພວກທີ່​ເຫຼື້ອມ​ໃສ​ໃນສາສະໜາຕ່າງໆ ຈາກປະຊາຄົມຊາວຊິກ ທີ່ເປັນຊົນກຸ່ມນ້ອຍຂອງ
ອິນເດຍສາ​ມາດ​ໄປຢ້ຽມຢາມ​ໄດ້ຢ່າງເສລີນຶ່ງໃນສະຖານ ທີ່ສັກສິດທີ່ສຸດ ຂອງພວກເຂົາ
ເຈົ້າເຊັ່ນວ່າ ເກີຣວາຣັສ ຫຼື ວັດຕ່າງໆ ຢູ່ຟາກ ຊາຍ​ແດນຂອງປາກິສຖານ ຫຼັງຈາກຫຼາຍ
ກວ່າ 7 ທົດສະວັດຜ່ານມາ.

ວັດດັ່ງກ່າວ ທີ່ຮູ້ຈັກກັນ​ໃນ​ຊື່ ເກີຣວາຣາ ດາຣບາຣ ຊາຫິບ ແມ່ນຖືວ່າ ເປັນວັດ ແຫ່ງ
ທຳອິດທີ່ໄດ້ສ້າງຂຶ້ນ ແລະເປັນສະຖານທີ່ຝັງສົບຂອງ ກູຣູ ນານາກ ຜູ້ກໍ່ ຕັ້ງສາສະນາຊິກ.

ນາຍົກລັດຖະມົນຕີ ຂອງປາກິສຖານ ທ່ານ ອິມຣານ ຄານ ແມ່ນເຫັນໄດ້ ວ່າ ກຳລັງກ່າວຖະແຫລງ ໃນລະຫວ່າງ ການເຈລະຈາ ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 2 ພະຈິກ 2018.
ນາຍົກລັດຖະມົນຕີ ຂອງປາກິສຖານ ທ່ານ ອິມຣານ ຄານ ແມ່ນເຫັນໄດ້ ວ່າ ກຳລັງກ່າວຖະແຫລງ ໃນລະຫວ່າງ ການເຈລະຈາ ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 2 ພະຈິກ 2018.

ບັນດາຜູ້ນຳຂອງອິນເດຍ ໃນນາມປະຊາຄົມຊາວຊິກ ໄດ້ຮຽກຮ້ອງຕໍ່ອິສລາມາບັດ ມາ
ເປັນເວລາດົນນານ​ແລ້ວ ໃຫ້ອະ​ນຸ​ຍາດ​ຊາວ​ຊິກໄປຢ້ຽມ​ຢາມສະຖານທີ່ ສັກສິດດັ່ງກາວ
ໃນເມືອງ ກາຣຕາປູຣ ແຂວງປັນຈາບ ຂອງປາກິສຖານ ໂດຍ ປາດສະຈາກການຈຳກັດ
ໃດໆ.

ການໄດ້ຮັບເອກກະລາດຂອງ ອິນເດຍ ແລະ ປາກິສຖານ ຈາກອັງກິດ ໃນປີ 1947 ທີ່
ໄດ້ແບ່ງແຍກ ແຂວງ​ປັນຈາບເປັນສອງສ່ວນ ບ່ອນທີ່ສາສະໜາຊິກ ໄດ້ເກີດຂຶ້ນ.

ຮອງປະທານາທິບໍດີ ອິນເດຍ ທ່ານ ເວນກາເອຍ ໄນດູ ໃນວັນຈັນມື້ກ່ອນນີ້ ໄດ້ທຳພິທີ
ທີ່ເປັນຂີດໝາຍສຳຄັນ ຢູ່ຟາກເບື້ອງຂອງຕົນ ໃນ​ເສັ້ນ​ທາງ​ສັນ​ຕິ​ພາບດັ່​ງ​ກ່າວທີ່ຢູ່ບໍ່ໄກ
ພຽງ 2 ກິໂລແມັດ ​ຫ່າງຈາກເຂດຊາຍຂອງປາກິສຖານ.

​ທັງ​ສອງ​ຝ່າຍ ຊຶ່ງ​ໄດ້​ຕົກ​ລົງກ່ຽວ​ກັບ​ໂຄງ​ການ​ໃດ​ນຶ່ງ ແມ່ນ​ເປັນ​ການສະແດງ ອອກທີ່ບໍ່
ຄ່ອຍມີ ລະຫວ່າງ ສອງປະເທດທີ່ມີອາວຸດນິວເຄລຍ ໃນເອເຊຍໃຕ້ ທີ່​ເປັນຄູ່ປໍລະປັກ.
ອີງຕາມປະຫວັດສາດແລ້ວ ສາຍສຳພັນລະຫວ່າງປະເທດ ​ທີ່ເຄັ່ງຕຶງລະ​ຫວ່າງ​ປະ​ເທດ
​ທັງ​ສອງ ໄດ້ຊຸດໂຊມລົງຕື່ມ​ອີກ ໃນສອງສາມປີບໍ່ດົນມານີ້ ແລະ ການເຈລະຈາສອງຝ່າຍ
ຢ່າງເປັນທາງການ ກໍຍັງຖືກໂຈະ​ເປັນການ​ຊົ່ວ​ຄາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG