ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານສູງສຸດຂອງປາກິສຖານ ປະຕິເສດຕໍ່ຄວາມພະຍາຍາມຂອງທ່ານຄານ ເພື່ອຫຼີກລ້ຽງການລົງຄະແນນສຽງ​ບໍ່ໄວ້ວາງໃຈ


ບັນດາທະນັກກົດໝາຍ ແລະຜູ້ສະໜັບສະໜຸນພັກຮ່ວມຝ່າຍຄ້ານປາກິສຖານ ພາກັນມ່ວນຊື່ນດີໃຈ ລຸນຫຼັງທີ່ສານສູງສຸດໄດ້ອອກຄໍາຕັດສິນ, ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ເມື່ອວັນທີ 7 ເມສາ 2022.
ບັນດາທະນັກກົດໝາຍ ແລະຜູ້ສະໜັບສະໜຸນພັກຮ່ວມຝ່າຍຄ້ານປາກິສຖານ ພາກັນມ່ວນຊື່ນດີໃຈ ລຸນຫຼັງທີ່ສານສູງສຸດໄດ້ອອກຄໍາຕັດສິນ, ໃນນະຄອນຫຼວງອິສລາມາບັດ, ປາກິສຖານ, ເມື່ອວັນທີ 7 ເມສາ 2022.

ສານສູງສຸດຂອງປາກິສຖານ ໃນມື້ວັນພະຫັດວານນີ້ ໄດ້ຍົກເລີກ ການ​ຕັດ​ສິນ​ຂອງຮອງປະທານສະພາແຫ່ງຊາດ ທີ່ໄດ້ຂັດຂວາງການລົງຄະແນນສຽງບໍ່ໄວ້ວາງໃຈນາຍົກລັດຖະມົນຕີອິມຣານ ຄານ ທີ່ນໍາໂດຍພັກຝ່າຍຄ້ານ.

ຈາກຄວາມຂັດແຍ້ງພາຍໃນສະພາຕໍ່າໃນມື້ວັນອາທິດແລ້ວນີ້ ໄດ້ນໍາໄປສູ່ການຍຸບສະພາແຫ່ງຊາດ ໂດຍປະທານາທິບໍດີອາຣີຟ ອາລວີ (Alif Alvi), ເຊິ່ງປະ ຕິບັດຕາມຄໍາແນະນໍາ ຂອງທ່ານຄານ. ປະທານາທິບໍດີ ຍັງໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ ພາຍໃນ 90 ມື້ ແລະແຕ່ງຕັ້ງໃຫ້ທ່ານຄານ ເປັນຜູ້ບໍລິຫານຊົ່ວຄາວ ຫຼັງຈາກນາຍົກລັດຖະມົນຕີໄດ້ຍຸບຄະນະລັດຖະ ມົນຕີຂອງລາວ.

ນັກເຄື່ອນຂອງພັກຝ່າຍຄ້ານ ພາກັນສະເຫຼີມສະຫຼອງຄວາມດີໃຈ ລຸນຫຼັງທີ່ສານສູງສຸດ ໄດ້ປະກາດຄໍາຕັດສິນອອກມາ ຢູ່ໃນນະຄອນຫຼວງອິສລາມາບັດ, ວັນທີ 7 ເມສາ 2022.
ນັກເຄື່ອນຂອງພັກຝ່າຍຄ້ານ ພາກັນສະເຫຼີມສະຫຼອງຄວາມດີໃຈ ລຸນຫຼັງທີ່ສານສູງສຸດ ໄດ້ປະກາດຄໍາຕັດສິນອອກມາ ຢູ່ໃນນະຄອນຫຼວງອິສລາມາບັດ, ວັນທີ 7 ເມສາ 2022.

ຄະນະຜູ້ພິພາກສາຂອງສານສູງທັງ 5 ຄົນເຊິ່ງນໍາໂດຍຫົວໜ້າຜູ້ພິພາກສາຂອງປາກິສຖານ ທ່ານອູມາ ອະຕາ ບານດຽລ (Umar Ata Bandial), ຢ່າງໃດກໍຕາມ ໄດ້ປະກາດຢ່າງເປັນເອກະສັນ​ວ່າຂັດຕໍ່ກົດໝາຍລັດຖະທໍາມະນູນໃນທຸກໆ ຂັ້ນຕອນ ເລີ້ມຈາກການທີ່ຮອງປະທານສະພາ, ໄດ້​ປະ​ກາດວ່າການລົງຄະແນນສຽງບໍ່ໄວ້ວາງໃຈນັ້ນ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຍ້ອນໄດ້ຮັບການສະໜັບສະໜຸນໂດຍ “​ມະ​ຫາອໍານາດຕ່າງປະເທດ.”

ຄໍາສັ່ງ​ໃນໄລຍະສັ້ນຂອງ​ສານ ໃນມື້ວັນພະຫັດວານນີ້ ໄດ້ປະກາດວ່າ ການ​ຕັດ
ສິນ​ດັ່ງ​ກ່າວ “ແມ່ນຂັດຕໍ່ລັດຖະມໍາມະນູນ ແລະກົດໝາຍ, ອັນບໍ່ມີຜົນທາງດ້ານກົດໝາຍ, ແລະດ້ວຍເຫດນີ້ ແມ່ນຍົກເລີກ ຕໍ່ການພິຈາລະນາຕັດສິນດັ່ງກ່າວ.” ຄໍາສັ່ງໄລຍະສັ້ນຂອງສານໄດ້ກ່າວຕໍ່ໄປວ່າ “ຄໍາແນະນໍາຂອງນາຍົກລັດຖະມົນຕີ ຕີ...ໃຫ້ປະທານາທິບໍດີຍຸບສະພານັ້ນ ແມ່ນຂັດຕໍ່ລັດຖະທໍາມະນູນ ແລະບໍ່ມີຜົນທາງດ້ານກົດໝາຍ.”

ກອງທະຫານເສີມ ພາກັນຢືນຍາມຢູ່ບໍລິເວນສະຖານທີ່ຂອງສານສູງສຸດປາກິສຖານ, ໃນນະຄອນຫຼວງອິສລາມາບັດ, ວັນທີ 7 ເມສາ 2022.
ກອງທະຫານເສີມ ພາກັນຢືນຍາມຢູ່ບໍລິເວນສະຖານທີ່ຂອງສານສູງສຸດປາກິສຖານ, ໃນນະຄອນຫຼວງອິສລາມາບັດ, ວັນທີ 7 ເມສາ 2022.

ຄໍາຕັດສິນ ຍັງໄດ້ຟື້ນ​ຟູ​ອຳ​ນາດ​ຂອງທ່ານຄານໃຫ້ກັບມາເປັນນາຍົກລັດຖະມົນຕີຄືນໃໝ່ ແລະລວມເຖິງຄະນະລັດຖະມົນຕີຂອງທ່ານກໍເຊັ່ນກັນ, ມີການຮຽກຮ້ອງໃຫ້ສະພາແຫ່ງຊາດຈັດການປະຊຸມຄືນໃໝ່ ໃນຕອນເຊົ້າວັນເສົານີ້ຕໍ່ການຈັດລະ ບຽບ ການລົງຄະແນນສຽງບໍ່ໄວ້ວາງໃຈເພື່ອກໍານົດຊະ​ຕາ​ກຳຂອງນາຍົກລັດຖະ ມົນຕີທີ່ພວມດີ້ນ​ຮົນຕໍ່ສູ້. ​ຄຳ​ຕັດ​ສິນ​ຍັງເສີມວ່າ ຖ້າມະຕິບໍ່ໄວ້ວາງໃຈ “ຫາກປະ ສົບຄວາມສໍາເລັດ ນັ້ນກໍໝາຍຄວາມວ່າຈະຕ້ອງຈັດການປະຊຸມໃນທັນທີ, ແລະການປະຊຸມໃນປັດຈຸບັນ ກໍຍັງຄົງຈະດໍາເນີນຕໍ່ໄປ ເພື່ອເລືອກເອົານາຍົກລັດຖະມົນຕີ.”

ທ່ານຄານ ໄດ້ສູນເສຍຄະແນນສຽງສ່ວນຫຼາຍ ຢູ່ໃນສະພາຕໍ່າ ທີ່ມີສະມາຊິກທັງ​ໝົດຈໍານວນ 342 ຄົນ ໃນການລົງຄະແນນສຽງບໍ່ໄວ້ວາງໃຈ ໃນມື້ວັນອາທິດແລ້ວນີ້ ລຸນຫຼັງທີ່ສະມາຊິກສະພາຈາກພັກລັດຖະບານຂອງທ່ານ ໄດ້ໂຕນ​ພັກ ແລະຄູ່ຮ່ວມໃນ​ລັດ​ຖະ​ບານ​ປະ​ສົມຂອງທ່ານກໍໄດ້ປ່ຽນພັກ ໂດຍໄປເຂົ້າຮ່ວມກັບພັກຝ່າຍຄ້ານ.

ຜູ້ນໍາພັກຝ່າຍຄ້ານຂອງປາກິສຖານ ທ່ານເຊບາສ ຊາຣີຟ (Shehbaz Sharif), ກ່າວຢູ່ໃນການຖະແຫຼງຂ່າວ ກັບພວກຜູ້ນໍາພັກຄົນອື່ນໆ ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 7 ເມສາ 2022.
ຜູ້ນໍາພັກຝ່າຍຄ້ານຂອງປາກິສຖານ ທ່ານເຊບາສ ຊາຣີຟ (Shehbaz Sharif), ກ່າວຢູ່ໃນການຖະແຫຼງຂ່າວ ກັບພວກຜູ້ນໍາພັກຄົນອື່ນໆ ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 7 ເມສາ 2022.

ອະດີດດາລາຄຣິກເກັດ​ຫຼື​ຕີ​ຄີອາຍຸ 69 ປີ ຈາກພັກປາກິສຖານ ເຕຣິກ-ເອ-ອິນຊາຟ ຫຼື PTI ໄດ້ຮັບໄຊຊະນະບ່ອນນັ່ງໃນສະພາສ່ວນຫຼາຍໃນການເລືອກຕັ້ງປີ 2018, ແຕ່ບໍ່ໄດ້ຮັບເປັນສຽງສ່ວນຫຼາຍ ອັນເຮັດໃຫ້ທ່ານຄານຕ້ອງໄດ້ຈັດຕັ້ງລັດ ຖະບານປະ​ສົມຂຶ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG