ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວປາກິສຖານ ໂຈມຕີໂບດ ​ແລະ​ເຮືອນ​ຊານ​​ຊາວຄຣິສຕຽນຫຼາຍຫຼັງ ຍ້ອນຂໍ້ກ່າວຫາ ໝິ່ນປະໝາດສາສະໜາ


ໂບດແຫ່ງນຶ່ງໄດ້ຖືກເຜົາໄໝ້ ແມ່ນເຫັນໄດ້ຢູ່ຊານເມືອງຂອງຟາຍຊາລາບາດ, ປາກິສຖານ, ວັນທີ 16 ສິງຫາ 2023, ລຸນຫຼັງການໂຈມຕີ ໂດຍພວກຜູ້ຊາຍຊາວມຸສລິມ ຫຼັງຈາກຄອບຄົວຊາວຄຣິສຕຽນ ໄດ້ຖືກກ່າວຫາວ່າ ໝິ່ນປະໝາດສາສະໜາ.
ໂບດແຫ່ງນຶ່ງໄດ້ຖືກເຜົາໄໝ້ ແມ່ນເຫັນໄດ້ຢູ່ຊານເມືອງຂອງຟາຍຊາລາບາດ, ປາກິສຖານ, ວັນທີ 16 ສິງຫາ 2023, ລຸນຫຼັງການໂຈມຕີ ໂດຍພວກຜູ້ຊາຍຊາວມຸສລິມ ຫຼັງຈາກຄອບຄົວຊາວຄຣິສຕຽນ ໄດ້ຖືກກ່າວຫາວ່າ ໝິ່ນປະໝາດສາສະໜາ.

ຝູງຄົນຢູ່ໃນເຂດທີ່ມີຊາວມຸສລິມອາໄສຢູ່ເປັນສ່ວນໃຫຍ່ໃນປາກິສຖານ ໄດ້ຮາວີຊາວຄຣິສຕຽນຢູ່ໃນທ້ອງຖິ່ນທາງພາກຕາເວັນອອກຂອງປະເທດ ແລະຈູດເຜົາຕຶກອາຄານຈຳນວນນຶ່ງ ລວມທັງໂບດຫຼາຍຫຼັງ ຍ້ອນການກ່າວຫາ​ວ່າ ໝິ່ນປະໝາດສາ​ສະ​ໜາ.

ຕຳຫຼວດໃນທ້ອງຖິ່ນ ໄດ້ກ່າວວ່າ ການກໍ່ຄວາມວຸ້ນວາຍ ໄດ້ເກີດຂຶ້ນຢູ່ໃນ ຈາຣານວາລາ (Jaranwala) ທີ່ເປັນເມືອງນ້ອຍໆໃນເຂດອຸດສາຫະກຳຂອງນະຄອນ ຟາຍຊາລາບາດ ຫຼັງຈາກທີ່ເດັກນ້ອຍຜູ້ຊາຍຊາວຄຣິສຕຽນ ໄດ້ຖືກກ່າວຫາວ່າ ສ້າງຄວາມເສື່ອມເສຍຕໍ່ ​ຄຳ​ພີກູຣານ ທີ່ເປັນປຶ້ມສັກສິດຂອງສາສະໜາອິສລາມ.

ທາງການຂອງປາກິສຖານ ບໍ່ໄດ້ແບ່ງປັນລາຍລະອຽດຕ່າງໆໃນທັນທີ ຂອງການສູນເສຍທັງຫຼາຍ ຈາກພວກຝູງຄົນທີ່ຄຽດແຄ້ນ ໄດ້ກະທຳຕໍ່ຊຸມຊົນກຸ່ມນ້ອຍນັ້ນ ແຕ່ບັນດາຜູ້ນຳຊາວຄຣິສຕຽນ ລາຍງານວ່າ ໄດ້ຮັບຄວາມເສຍຫາຍ ຢ່າງ​ຫຼວງ ຫຼາຍ ຕໍ່ໂບດ ແລະເຮືອນຊາຍຫຼາຍຫຼັງ.

“ຄຳເວົ້າຂອງຂ້າພະເຈົ້າບໍ່ສາມາດບັນຍາຍໄດ້ ຂະນະທີ່ຂ້າພະເຈົ້າຂຽນຢູ່ນີ້. ພວກເຮົາ, ບັນດາສັງຄະລາດ ບັນດານັກບວດ ແລະຄົນທຳມະດາສາມັນ ແມ່ນຮູ້ສຶກຄວາມເຈັບປວດຢ່າງເລິກເຊິ່ງ ແລະທຸກໃຈ ນຳເຫດການຢູ່ ຈາຣານວາລາ” ​ພະ​ສັງ​ຄະ​ລາດອາຊາດ ມາຣໂຊລ ​ນັກ​ເທດ​ຂອງໂບດ​ແຫ່ງປາກິສຖານ ໄດ້ກ່າວຢູ່ໃນ ແອັກສ໌ (X) ທີ່ເຄີຍຮູ້ຈັກກັນ​ໃນ​ຊື່ ທວີດເຕີ ນັ້ນ.

A crowd in majority-Muslim Pakistan assaulted a Christian locality in an eastern part of the country and set on fire several buildings, including churches, over allegations of blasphemy.

Local police said the vandalism had occurred in Jaranwala, a small town in the industrial district of Faisalabad, after a Christian boy was accused of desecrating Islam's holy book, the Quran.

Pakistani authorities did not immediately share details of the losses the enraged mob had inflicted on the minority community, but Christian leaders reported significant damage to multiple churches and houses.

"Words fail me as I write this. We, Bishops, Priests, and lay people are deeply pained and distressed at the Jaranwala incident," Azad Marshall, moderator bishop of the Church of Pakistan, said on X, formerly known as Twitter.

ບັນດາສະມາຊິກ ກຸ່ມສາສະໜາຄຣິສຕຽນ ແລະຄົນອື່ນໆ ພາກັນປະທ້ວງເພື່ອປະນາມການໂຈມຕີຕໍ່ພື້ນທີ່ຂອງຊາວຄຣິສຕຽນ ແລະການຈູດເຜົາໂບດ ໂດຍພວກກຸ່ມຄົນຊາວມຸສລິມ ທີ່ໂມໂຫ ຢູ່ໃນນະຄອນ ກາຣາຊີ ຂອງປາກິສຖານ, ວັນທີ 16 ສິງຫາ 2023.
ບັນດາສະມາຊິກ ກຸ່ມສາສະໜາຄຣິສຕຽນ ແລະຄົນອື່ນໆ ພາກັນປະທ້ວງເພື່ອປະນາມການໂຈມຕີຕໍ່ພື້ນທີ່ຂອງຊາວຄຣິສຕຽນ ແລະການຈູດເຜົາໂບດ ໂດຍພວກກຸ່ມຄົນຊາວມຸສລິມ ທີ່ໂມໂຫ ຢູ່ໃນນະຄອນ ກາຣາຊີ ຂອງປາກິສຖານ, ວັນທີ 16 ສິງຫາ 2023.
XS
SM
MD
LG