ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ​ປາ​ກິ​ສ​ຖານ ນັບ​ຖື​ສາ​ສະ​ໜາ​ ອິ​ສ​ລາມ ລໍ​ຖ້າ ວັນ​ເສັ້ນ​ຕາຍ ທີ່​ພວກ​ເຂົາ ໄດ້​ກຳ​ນົດໃຫ້ ​ນາ​ຍົກ ປາ​ກິ​ສ​ຖານ ລາ​ອອກ


​ພວກ​ສະ​ໜັບ​ສະ​ໜຸນ ພັກ Jamiat Ulema-e-Islam ເຫັນ​ໄດ້​ວ່າ ພາ​ກັນ​ໂຮມ​ຊຸມ​ນຸມ ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ ຂອງ​ປາ​ກິ​ສ​ຖານ​, ​ວັນ​ທີ 2 ພະ​ຈິກ 2019.
​ພວກ​ສະ​ໜັບ​ສະ​ໜຸນ ພັກ Jamiat Ulema-e-Islam ເຫັນ​ໄດ້​ວ່າ ພາ​ກັນ​ໂຮມ​ຊຸມ​ນຸມ ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ ຂອງ​ປາ​ກິ​ສ​ຖານ​, ​ວັນ​ທີ 2 ພະ​ຈິກ 2019.

ພວກ​ປະ​ທ້ວງທີ່ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ຫຼາຍ​ສິບ​ພັນ​ຄົນ ຢູ່​ສູນ​ທີ່​ພັກ​ຊົ່ວ​ຄາວ​ຂອງການ​ປະ​ທ້ວງ ໃນ​ນະ​ຄອນຫຼວງ​ຂອງ​ປາ​ກິ​ສ​ຖານ ແມ່ນ​ກຳ​ລັງ​ລໍ​ຖ້າ ວັນ​ເສັ້ນ​ຕາຍ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ກຳ​ນົດໂດຍ​ຜູ້​ນຳ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ໄດ້​ຮຽກ​ຮ້ອງໃຫ້​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ລາ​ອອກ​ຈາກ​ຕຳ​ແໜ່ງ.

​ທ່ານ​ໂມ​ລາ​ນາ ຟາ​ຊ​ເລີ ເລີ​ມານ ນັກສອນ​ສາ​ສະ​ໜາ ​ຜູ້​ປຸກ​ລະ​ດົມທີ່​ຮ້ອນ​ແຮງ ໄດ້​ນຳ​ພາ​ຂະ​ບວນ​ຄາ​ຣາ​ວານ ພວກ​ສະ​ໜັບ​ສະ​ໜຸນ ເດີນ​ທາງ​ໄປ​ຍັງ​ອິ​ສ​ລາ​ມາ​ບັດ ໃນ​ສັບ​ປະ​ດາ​ແລ້ວນີ້ ໃນ​ການ​ພະ​ຍາ​ຍາມ​ກົດ​ດັນ ທ່ານ​ອິມ​ຣານ ຄານ ໃຫ້​ລົງ​ຈາກ​ຕຳ​ແໜ່ງ ໂດຍ​ການ​ເອີ້ນ​ທ່ານ​ວ່າ ເປັນ​ຜູ້​ປົກ​ຄອງ​ທີ່ “ຜິດ​ກົດ​ໝາຍ.”

ນັກ​ສອນ​ສາ​ສະ​ໜາ ເລີ​ມານ ໄດ້ເຕືອນ​ວ່າ ທ່ານ​ສາ​ມາດຊີ້ນຳ​ໃຫ້​ພັກພວກ​ຂອງ​ທ່ານ ເດີນ​ຂະ​ບວນ​ໄປ​ຍັງສະ​ພາ​ຂອງ​ລັດ​ຖະ​ບານ​ປາ​ກິ​ສ​ຖານ ແລະ​ບັງ​ຄັບ​ໃຫ້​ທ່ານ​ຄານ​ລາ​ອອກ​ຈາກ​ຕຳ​ແໜ່ງ. ທ່ານ​ຄານ ກ່າວ​ວ່າ ທ່ານບໍ່​ມີ​ແຜນ​ທີ່​ຈະ​ລາ​ອອກ​ແຕ່​ຢ່າງ​ໃດ.

ທາງ​ການ​ຂອງ​ປາ​ກິ​ສ​ຖານ ສືບ​ຕໍ່​ເສີມ​ກຳ​ລັງ​ດ້ານ​ຄວາມ​ປອດ​ໄພ ​ອ້ອມບໍ​ລິ​ເວນສູນ​ທີ່​ພັກ​ຊົ່ວ​ຄາວໄວ້ ​ກ່ອນ​ຈະ​ເຖິງ​ຄ່ຳ​ຄືນ ວັນ​ອາ​ທິດມື້ນີ້ ​ຊຶ່ງ​ເປັນ​ວັນ​ເສັ້ນ​ຕາຍ. ໂດຍ​ປະ​ກອບ​ດ້ວຍ ​ກຳ​ແພງ​ຂອງ​ຕູ້​ໃສ່​ຊິນ​ຄ້າ ກີດ​ກັນ​ເສັ້ນທາງຕ່າງໆ ທີ່​ນຳ​ໄປ​ສູ່ ແລະ​ອອກ​ຈາກ ບໍ​ລິ​ເວນ​ຈຸດ​ທີ່​ຕັ້ງ​ຂອງ​ການ​ປະ​ທ້ວງ ພ້ອມ​ກັນ​ນັ້ນ ຍັງ​ໄດ້​ສົ່ງ​ກຳ​ລັງ​ຕຳຫຼວດ​ປາບ​ຈະ​ລາ​ຈົນ ແລະ​ກຳ​ລັງ​ທະ​ຫານ​ໄປ​ປະ​ຈຳ​ການ​ຢູ່​ບໍ​ລິ​ເວນ​ດັ່ງ​ກ່າວ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Tens of thousands of Islamists at a protest camp in Pakistan's capital are awaiting a deadline set by their leader calling for the prime minister to resign.

Firebrand cleric Maulana Fazlur Rehman led a caravan of supporters to Islamabad last week in a bid to pressure Imran Khan to step down, calling him an ``illegitimate'' ruler.

Rehman has hinted he could direct his partisans to march on the seat of Pakistan's government and force Khan's resignation. Khan says he has no plans of quitting.

Pakistani authorities further strengthened security around the camp in the lead-up to Sunday night's deadline. That includes walls of shipping containers blocking roads leading into and out of the protest area, as well as deploying riot police and paramilitary forces.

XS
SM
MD
LG