ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ ປາກິສຖານ ຈະເດີນທາງໄປອິນເດຍ ເພື່ອເຈລະຈາ ບັນຫາ ຄວາມເຄັ່ງຕຶງ


ທີ່ປຶກສາຂອງນາຍົກລັດຖະມົນຕີ ປາກິສຖານ ດ້ານ ຄວາມໝັ້ນຄົງຂອງປະເທດ ແລະ ການຕ່າງປະເທດ Sartaj Aziz ຮັບຟັງຄຳຖາມໃນລະຫວ່າງ ການຖະແຫຼງຂ່າວ ກັບລັດຖະມົນຕ່າງປະເທດຂອງ ອິຣ່ານ ທ່ານ Javad Zarif ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ Islamabad, 8 ເມສາ, 2015.
ທີ່ປຶກສາຂອງນາຍົກລັດຖະມົນຕີ ປາກິສຖານ ດ້ານ ຄວາມໝັ້ນຄົງຂອງປະເທດ ແລະ ການຕ່າງປະເທດ Sartaj Aziz ຮັບຟັງຄຳຖາມໃນລະຫວ່າງ ການຖະແຫຼງຂ່າວ ກັບລັດຖະມົນຕ່າງປະເທດຂອງ ອິຣ່ານ ທ່ານ Javad Zarif ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ Islamabad, 8 ເມສາ, 2015.

ຜູ້​ຊີ້​ນຳ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ​ປາ​ກິ​ສຖານ ທ່ານ Sartaj Aziz ​ໄດ້​ກ່າວ​ຢືນຢັນໃນ​ວັນ​ພະຫັດ​ມື້​ນີ້​ວ່າ ທ່ານ​ຈະ​ເດີ​ນ​ທາງ​ໄປ​ນະຄອນຫຼວງ ນິວ​ເດລິີ ໃນວັນ​ທີ່ 23 ສິງຫາ​ນີ້​ ເພື່ອ​ເຈ​ລະ​ຈາ​ກັບ​ຄູ່ຕຳ​ແໜ່ງ​ຂອງ​ທ່ານຈາກ ອິນ​ເດຍ .

ນາຍົກລັດຖະມົນຕີ ອິນ​ເດຍ ​ທ່ານ Narenda Modi ​ແລະ ຄູ່ ຮ່ວມ​ຕ່ໍາ ​ແໜ່​ງຈາກ​ ປາກິສຖານ ທ່ານ Nawaz Sharif ​ໃນ​ກອງ​ປະຊຸ​ມ​ເດືອນ​ທີ່​ຜ່ານ​ມາ​ໃນ​ປະ​ເທດ ຣັດ​ເຊຍ, ​ໄດ້​ຕົກລົງ​ເຫັນ​ດີ​ກັນທີ່​ຈະ​ເປີດການ​ເຈ​ລະ​ຈາ ​ລະຫວ່າງ ຜູ້​ຊີ້​ນຳ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຕົນ ​ເພື່ອ​ປຶ​ກສາ​ຫາລື​ບັນຫາ​ທີ່​ເຮັດໃຫ້ສາຍ​ພົວພັນ​ຂອງ​ທັງ​ສອງ​ຝ່າຍ​ເຄັ່ງ​ຕຶງ.

ທະຫານ​ບົກ​ຂອງ​ທັງ​ສອງ​ປະ​ເທດ ​ໄດ້​ກ່າວ​ຫາ​ໃສ່​ກັນ​ເປັນ​ປະຈຳ​ກ່ຽວກັບ​ການ​ຍິງ​ຂ້າມ​ເຂດ ຊາຍ​ແດນ​ໃນ​ລັດ Kashmir ທີ່​ມີ​ບັນຫາ​ຢູ່ ​ເຊິ່ງສົ່ງ​ຜົນໃຫ້​ມີ​ປະ​ຊາ​ຊົນ​ຂອງ​ທັງ​ສອງ​ຝ່າຍ​ເສຍ​ຊີວິດ. ການ​ຕໍ່ສູ້​ກັນ​ຢູ່​ເຂດ​ຊາຍ​ແດ​ນ​ແມ່ນ​ໄດ້ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຫຼາຍຂຶ້ນ​ເລື້ອຍໆ.

ທ່ານ Aziz ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ Islamabad ວ່າທ່ານ Sharif ເຊື່ອ ຖືຢູ່ຕະຫຼອດເວລາໃນການເຈລະຈາ ເທົ່າກັບທີ່ ອິນເດຍ ໄດ້ເປັນຫ່ວງ ແລະ ໄດ້​ໃຫ້​ຂໍ້​ສັງເກດ ວ່າແມ່ນ ອິນເດຍ ທີ່​ໂຈະ ການເຈລະຈາ​ໄວ້ເກືອບໜຶ່ງປີທີ່ຜ່ານມາ.

ທ່ານ Aziz ໄດ້ກ່າວວ່າ “ແລະດັ່ງນັ້ນຂ້າພະເຈົ້າຈ່ຶງຈະເດີນທາງໄປທີ່ນັ້ນໃນວັນທີ 23 ສິງຫາເດືອນນີ້. ນັ້ນບໍ່ແມ່ນຄວາມກ້າວໜ້າ ກ່ຽວກັບການເຈລະຈາປະສົມ ແລະ ບັນຫາທັງໝົດ ແຕ່ວ່າມັນ ເປັນ ການຫຼຸດຄວາມເຄັ່ງຕຶງໃນບາງບັນຫາ ແລະ ໃຫ້ພວກ ເຮົາຫວັງວ່າມັນຈະນຳໄປສູ່ການ ເຈລະຈາທີ່ຮັດກຸມເພິ່ມຂຶ້ນ ແລະ ໄກອອກໄປອີກ ສຳລັບທຸກໆບັນຫາ ລະຫວ່າງທັງສອງ ປະເທດ.”

Pakistani national security advisor Sartaj Aziz on Thursday confirmed he will travel to New Delhi on August 23 for talks with his Indian counterpart.

Indian Prime Minister Narendra Modi and his Pakistani counterpart Nawaz Sharif ,in a meeting last month in Russia, had agreed to open talks between their national security advisors to discuss issues straining bilateral ties.

Armies of the two countries have frequently accused each other of initiating cross-border fire in disupted Kashmir that resulted in civilian casualties on both sides. The border skirmishes have raised tensions.

Speaking to reporters in Islamabad, Aziz said that Mr. Sharif has always believed in dialogue as far as India is concerned and noted that it was India which suspended the dialogue nearly one year ago.

"And so I will be going there later this month, on 23 of August. That is not a breakthrough in terms of composite dialogue and all the issues but it is an icebreaking on some issues and let us hope it will lead to further and a more comprehensivedialogue on all the issues between the two countries,"Aziz said.


XS
SM
MD
LG