ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ແລະອິນເດຍ ຍົກຍ້າຍ ຫຼາຍພັນຄົນ ອອກຈາກ ເຂດນຳ້ຖ້ວມ (ສະໄລດ໌/ວີດີໂອ)


ລົດບັນທຸກ ຍົກຍ້າຍຜູ້ເຄາະຮ້າຍໄພນ້ຳຖ້ວມຊາວແຄັສເມຍ ໄປຢູ່ບ່ອນດິນສູງ (10 ກັນຍາ 2014)
ລົດບັນທຸກ ຍົກຍ້າຍຜູ້ເຄາະຮ້າຍໄພນ້ຳຖ້ວມຊາວແຄັສເມຍ ໄປຢູ່ບ່ອນດິນສູງ (10 ກັນຍາ 2014)

ກອງທັບຂອງ​ອິນ​ເດຍ​ແລະ​ປາ​ກິ​ສຖານ ​ໄດ້ເພີ້​ມການດຳເນີນ
ຄວາມ​ພະຍາຍາມ ໃນການຍົກຍ້າຍ​ປະຊາຊົນ​ ຫລາຍ​ພັນ​ຄົນ
ທີ່​ຕົກຄ້າງ​ຍ້ອນໄພນ້ຳຖ້ວມຮ້າຍແຮງ ທີ່ເກີດຈາກຝົນຕົກໜັກ
ໃນລະດູລົມມໍ​ລະ​ສຸມ ທີ່​ຂົງ​ເຂດໄດ້ປະສົບພົບ​ເຫັນ​ມາ​ໃນ​ຮອບ
ຫລາຍ​ທົດ​ສະ​ວັດ.

ຝົນຕົກ​ໜັກ​ດົນ​ກວ່າ​ນຶ່ງ​ອາທິດ ​ໄດ້​ພາ​ໃຫ້​ເກີດນໍ້າ​ ຖ້ວມແລະ​ດິນ​ເຈື່​ອນ ທີ່ໄດ້ຊຸເອົາ​ເຮືອນ​ຊານ​ແລະ​ຂົວ​ຫລາຍ​ແຫ່ງໄປນັ້ນເຮັດ​ໃຫ້​ຢ່າງ​ໜ້ອຍ 474 ຄົນ​ຢູ່ອິນ​ເດຍ​ແລະ​ປາ​ກິສຖານ ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນໍ້າ​ ຖ້ວມໄດ້ເປັນຜົນກະທົບຕໍ່ປະຊາຊົນ​ຫລາຍ​ກວ່າ 1 ລ້ານ 8
​ແສນ​ຄົນ ​ແລະ​ອີກຫລາຍ​ຮ້ອຍ​ພັນຄົນ ບໍ່​ມີ​ທີ່ຢູ່​ອາ​ໄສ.

​ໄພນໍ້າ​ຖ້ວມ​ນີ້ ແມ່ນມີຄວາມ​ຮ້າຍ​ແຮງເປັນພິເສດ ​ຢູ່ໃນ​ແຄວ້ນ Kashmir ສ່ວນ ທີ່ອິນເດຍ
ຄວບຄຸມ​ແລະ​ແຂວງ Punjab ໃນພາກຕາເວັນອອກຂອງປາກິສຖານ.

ມີຄວາມ​ຢ້ານ​ກົວເພີ້ມຂຶ້ນ ກ່ຽວ​ກັບ​ການ​ຂາດແຄນຢາ​ປົວ​ພະຍາດ ​ແລະ​ອາດ​ຈະ​ເກີດໂຣກ
ລະບາດກັບ​ພະຍາດທີ່ມານຳ​ນໍ້າ ​ເພາະວ່າ​ໂຮງໝໍ​ຫລາຍ​ແຫ່ງ​ໄດ້​ຖືກນ້ຳ ຖ້ວມ​ແລ້ວ. ສູນ​ກາງ
​ປິ່ນປົວ​ພະຍາດຊົ່ວຄາວ ໄດ້ມີການ​ຈັດຕັ້ງ​ຂື້ນຢູ່​ໃນເຂດດິນ​ສູງ ​ເພື່ອ​ປິ່ນປົວຫລາຍ​ພັນ​ຄົນ
ທີ່​ຕິດພະຍາດ​ຕ່າງໆ.

ລະດູ​ລົມມໍລະສຸມໃນເຂດເອ​ເຊຍ​ໃຕ້ ​ເລີ້​ມແຕ່​ເດືອນມິ​ຖຸນາ ໄປຫາ​ເດືອນ​ກັນຍາ ຊຶ່ງ​ຝົນຕົກ
ເປັນ​ທີ່ສຳຄັນທີ່​ສຸດ​ສຳລັບການ​ປູກຝັງ​ຢູ່ໃນ​ຂົງ​ເຂດ.

SOUTH ASIA FLOODING VO
please wait

No media source currently available

0:00 0:00:42 0:00

The armies of India and Pakistan have stepped up efforts to evacuate thousands of people left stranded by some of the worst monsoon flooding the region has seen in decades.

More than a week of heavy rains have led to floods and landslides which have washed away houses and bridges, killing at least 474 people in both India and Pakistan.

Officials say flooding has affected more than 1.8 million people, and leaving hundreds of thousands homeless.

The flooding has been particularly bad in the Indian-controlled parts of Kashmir and in Pakistan's eastern Punjab province.

There are mounting fears about shortages of medicine and possible epidemics caused by waterborne diseases because many hospitals have been submerged in floodwaters. Medical camps have been set up on higher ground to handle the thousands of people coming in with various illnesses.

South Asia monsoon season lasts from June to September, with the rains being vital for the region's agriculture.

XS
SM
MD
LG