ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປາ​ກິ​ສ​ຖານ ພວມ​ຕົກ​ຢູ່​ໃນ​ວິ​ກິດ​ການ ຫຼັງ​ຈາກ​ໄດ້​ເກີດ​ການ​ປະ​ເຊີນ​ໜ້າ ກ່ຽວ​ກັບ​ກຳ​ນົດ​ວັນ​ປ່ອນ​ບັດ


ແຟ້ມ - ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ຖື​ໂປ​ສ​ເຕີ້​ຮູບ​ຂອງ​ທ່ານ ຢູ່​ນະ​ຄອນ​ກາ​ຣາ​ຈີ ເມື່ອ​ວັນ​ທີ 19 ເມ​ສາ 2023. ວິ​ກິດ​ການ​ດ້ານ​ການ​ເມືອງ​ແລະ​ຕຸ​ລາ​ການ​ໃນ​ປາ​ກິ​ສ​ຖານ ເລີ້ມ​ຂຶ້ນ ​ຈາກ​ການ​ປົດ​ທ່ານ​ຄານ​ອອກ​ຈາກ​ຕຳ​ແໜ່ງ​ໂດຍ​ສະ​ພາ.
ແຟ້ມ - ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ຖື​ໂປ​ສ​ເຕີ້​ຮູບ​ຂອງ​ທ່ານ ຢູ່​ນະ​ຄອນ​ກາ​ຣາ​ຈີ ເມື່ອ​ວັນ​ທີ 19 ເມ​ສາ 2023. ວິ​ກິດ​ການ​ດ້ານ​ການ​ເມືອງ​ແລະ​ຕຸ​ລາ​ການ​ໃນ​ປາ​ກິ​ສ​ຖານ ເລີ້ມ​ຂຶ້ນ ​ຈາກ​ການ​ປົດ​ທ່ານ​ຄານ​ອອກ​ຈາກ​ຕຳ​ແໜ່ງ​ໂດຍ​ສະ​ພາ.

ການ​ປະ​ເຊີນ​ໜ້າ ລະ​ຫວ່າງ​ລັດ​ຖະ​ບານ ແລະ​ພະ​ແນກ​ຕຸ​ລາ​ການ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທີ່​ສຳ​ຄັນ ໄດ້​ຜັກ​ດັນ​ໃຫ້​ປາ​ກິ​ສ​ຖານ ​ຕົກ​ຢູ່​ພາຍ​ໃຕ້​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ​ແລະ​ທາງ​ດ້ານ​ຕຸ​ລາ​ການ ໂດຍ​ທີ່​ບັນ​ດານັກ​ຊ່ຽວ​ຊານ​ໄດ້​ຖິ້ມ​ໂທດ​ໃສ່​ການ​ແຊກ​ແຊງ​ເຂົ້າ​ໃນ​ກິ​ດ​ຈະ​ການ​ທາງ​ດ້ານ​ການ​ເມືອງ​ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງ​ພວກ​ທະ​ຫານ.

ສານ​ສູງ​ສຸດ​ຂອງ​ປາ​ກິ​ສ​ຖານ​ໄດ້​ສັ່ງ​ໃຫ້​ຈັດ​ການ​ເລືອກ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 14 ພຶດ​ສະ​ພາ ທີ່​ແຂວງ​ປັນ​ຈາບ ຊຶ່ງ​ເປັນ​ແຂວງ​ທີ່​ມີ​ປະ​ຊາ​ຊົນ​ຫຼາຍ​ທີ່​ສຸດ​ຂອງ​ປະ​ເທດ ບ່ອນ​ທີ່​ພັກ​ຝ່າຍ​ຄ້ານ​ນຳ​ພາ​ໂດຍ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ​ຢູ່​ທີ່ນັ້ນ. ແຕ່​ພັນ​ທະ​ມິດ​ຂອງ 13 ພັກ​ການ​ເມືອງ​ ທີ່​ນຳ​ພາ​ໂດຍນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊ​ບາ​ສ ຊາ​ຣິ​ຟ ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ປະ​ຕິ​ບັດ​ຕາມ.

ສານ​ສູງ​ສຸດ ຊຶ່ງ​ບໍ່​ຍອມ​ເຊັ່ນ​ກັນ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຕ່າວ​ປີ້ນ​ຄຳ​ສັ່ງ​ດັ່ງ​ກ່າວ ແມ່ນ​ກະ​ທັງ​ຫຼັງ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຮ້ອງ​ຂໍ​ໃຫ້​ເລື່ອນ​ເວ​ລາ​ອອກ​ໄປ ຍ້ອນ​ເຫ​ດ​ຜົນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ.

ໃນ​ການ​ສະ​ແດງ​ອອກ​ເຖິງ​ການ​ທ້າ​ທາຍ ສະ​ພາ​ແຫ່ງ​ຊາດ​ຈຶ່ງ​ໄດ້ຮັບ​ຜ່ານ​ຮ່າງກົດ ​ໝາຍ​ສະ​ບັບ​ນຶ່ງ ທີ່​ຮ້ອງວ່າ ກົດ​ໝາຍການ​ປະ​ຕິ​ບັດ ​ແລະ​ຂັ້ນ​ຕອນ​ປີ 2023 ທີ່​ຈະ​ຈຳ​ກັດ​ສິດ​ອຳ​ນາດ​ຂອງ​ຫົວ​ໜ້າ​ສານກ່ຽວ​ກັບ​ການ​ຕັດ​ສິນ​ເລື້ອງ​ຜົນ​ປະ​ໂຫຍດ​ຂອງ​ສາ​ທາ​ລະ​ນະ​ຊົນ ຊຶ່ງ​ເປັນ​ຂັ້ນ​ຕອນ​ທີ່​ຮູ້​ກັນ​ໃນ​ຊື່ ການ​ເຄື່ອນ​ໄຫວ​ຂອງ​ສານ​ໂດຍ​ບໍ່​ມີ​ພັກ​ຝ່າຍ​ໃດ​ຂໍ​ຮ້ອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG