ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ໂຈະ ໂຄງການສັກຢາ ປ້ອງກັນ ໂຣກໂປລີໂອ ໃນທົ່ວປະເທດ


ແຜນທີ່ປະເທດປາກິສຖານ
ແຜນທີ່ປະເທດປາກິສຖານ

ປາກິສຖານ ໄດ້ໂຈະ ໂຄງການ ການສັກຍາປ້ອງການໂຣກໂປລີໂອ ໃນທົ່ວປະເທດ.

ການໂຈະໂຄງການດັ່ງກ່າວ ມີຂຶ້ນຫຼັງຈາກທີ່ມີເຫດການຕ່າງໆ ເມື່ອບໍ່ດົນມານີ້ ທີ່ລວມ
ມີການຄາດຕະກຳ ຂອງແມ່ຍິງທີ່ເປັນພະນັກງານໃນດ້ານໂຣກໂປລີໂອ ການໂຈມຕີຕໍ່
ພວກພະນັກງານ ໃນດ້ານໂປລີໂອ ແລະ ການຈູດເຜົາສະຖານທີ່ ສາທາລະນະສຸກ
ຂອງລັດຖະບານ.

ໂຣກໂປລີໂອ ເປັນພະຍາດທີ່ແຜ່ລະບາດ ຢູ່ພາຍໃນກຸ່ມຄົນບາງສ່ວນ ຫຼື ໃນເຂດໃດ
ເຂດນຶ່ງ ທີ່ເກີດຂຶ້ນຢູ່ໃນພຽງ 3 ປະເທດຂອງໂລກ ກໍຄື ປາກິສຖານ ອັຟການິສຖານ
ແລະ ໄນຈີເຣຍ.

ໂຣກໂປລີໂອ ຊຶ່ງເປັນໂຣກທີ່ບໍ່ມີຢາປົວຫາຍຂາດ ຈະແຜ່ລາມເຂົ້າໄປໃນລະບົບປະສາດ
ແລະສາມາດກໍ່ໃຫ້ເກີດເປັນເປ້ຍລ່ອຍ ພາຍໃນບໍ່ເທົ່າໃດຊົ່ວໂມງ ແລະບໍ່ສາມາດປົວຄືນ
ດີໄດ້.

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ໂຣກໂປລີໂອ ແມ່ນຕິດແປດກັນ ຈາກຄົນ
ຜູ້ນຶ່ງໄປຫາຄົນອື່ນໆ ໂດຍຜ່ານທາງອຸດຈະລະ ທາງປາກ ຫຼື ທາງທີ່ບໍ່ຄ່ອຍເກີດຂຶ້ນ
ໂດຍປົກກະຕິ ກໍຄື ການມີສິ່ງເປິເປື້ອນຕິດມານຳອານ ຫຼື ນ້ຳ.

ອາການຂອງໂຣກນີ້ ລວມມີການເປັນໄຂ້ ອິດເມື່ອຍ ເຈັບຫົວ ຮາກ ມີຄວາມເຄັ່ງຕຶກໃນ
ກ້ານຄໍ ແລະປວດຕົນປວດໂຕ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Pakistan has suspended its nationwide polio vaccination campaign.

The suspension follows recent incidents that include the murder of a female polio worker, attacks on polio staff, and the torching of a government health facility.

Polio is endemic in just three countries in the world -- Pakistan, Afghanistan and Nigeria.

Polio, which has no cure, invades the nervous system and can cause irreversible paralysis within hours.

The WHO says polio is transmitted from one person to another through the fecal-oral route, or less frequently by a common vehicle like contaminated food and water.

Fever, fatigue, headache, vomiting, stiffness in the neck, and limb pain are among polio's symptoms.

XS
SM
MD
LG