ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຄືອຂ່າຍປະຊາຊົນ ໄທ ເຄື່ອນໄຫວ ຄັດຄ້ານ ໂຄງການກໍ່ສ້າງ ເຂື່ອນປາກແບງ ໃນ ລາວ


ປະຊາຊົນ ໄທ ປະທ້ວງຄັດຄ້ານການກໍ່ສ້າງເຂື່ອນໃສ່ແມ່ນໍ້າຂອງໃນ ລາວ.
ປະຊາຊົນ ໄທ ປະທ້ວງຄັດຄ້ານການກໍ່ສ້າງເຂື່ອນໃສ່ແມ່ນໍ້າຂອງໃນ ລາວ.

ເຄືອຂ່າຍປະຊາຊົນ ໄທ ເຄື່ອນໄຫວເພື່ອຄັດຄ້ານໂຄງການກໍ່ສ້າງເຂື່ອນປາກແບງ
ເທິງແມ່ນໍ້າຂອງ ໃນ ລາວ ເພາະຢ້ານວ່າຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດ
ການເປັນຢູ່ຢ່າງກວ້າງຂວາງ.

ທ່ານ ພາດົນ ຖາວອນກຣີດຊະລັດ ຮອງອະທິການບໍດີກົມຊັບພະຍາກອນນໍ້າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງ ໄທ ໃຫ້ການຢືນຢັນວ່າ ສາເຫດ
ສຳຄັນທີ່ເຮັດໃຫ້ເຄືອຂ່າຍປະຊາຊົນ ໄທ ກັບບັນດາອົງການອະນຸລັກສິ່ງແວດລ້ອມທຳ
ມະຊາດສາກົນ ຍັງສືບຕໍ່ການເຄື່ອນໄຫວຄັດຄ້ານໂຄງການກໍ່ສ້າງເຂື່ອນປາກແບງ
ເທິງແນວແມ່ນໍ້າຂອງໃນ ລາວ ຢູ່ເລື້ອຍມາເພາະຢ້ານວ່າ ເຂື່ອນປາກແບງ ຈະສົ່ງຜົນ
ກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ ດັ່ງທີ່
ທ່ານຢືນຢັນວ່າ.

"ເຂື່ອນປາກແບງຈະຢູ່ເໜືອເຂື່ອນໄຊຍະບູລີ ແຕ່ໃກ້ຝັ່ງຈັງຫວັດຊຽງຣາຍ ເຊິ່ງພີ່ນ້ອງ
ກັງວົນວ່າໃນການທີ່ເຂົາສ້າງເຂື່ອນຂຶ້ນມານີ້ ຢ້ານວ່ານໍ້າເທີ້ກັບຂຶ້ນມານີ້ຈະຖ້ວມບ້ານ
ເຮືອນ ຄືປະເດັນທີ 1, ປະເດັນທີ 2 ຄືພີ່ມນ້ອງປະຊາຊົນກັງວົນວ່າປານີ້ ຈະສູນພັນ ຫຼືບໍ່
ປານີ້ຈະມີຄວາມອຸດົມສົມບູນເໝືອນເດີມຫຼືບໍ່. ຕໍ່ມາກໍໃນເລື່ອງຂອງຄວາມໝັ້ນຄົງຂອງ
ເຂື່ອນວ່າ ຈະໝັ້ນຄົງພຽງພໍຫຼືບໍ່ ກໍຈະເປັນເລື່ອງຂອງການສ້າງເຂື່ອນໃນຄັ້ງນີ້ ຈະໃຫ້
ນໍ້າເພີ່ມແລ້ວກໍຕະລິ່ງຈະພັງຫຼືບໍ່ ແລ້ວກໍຢ້ານເລື່ອລະບົບນິເວດຈະປ່ຽນໄປ, ວິຖີຊີວິດ
ຈະປ່ຽນບໍ່ ກໍຄືດ້ານເສດຖະກິດ-ສັງຄົມ."

ທາງດ້ານທ່ານ ນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນ ໄທ ເພື່ອອະນຸລັກສິ່ງ
ແວດລ້ອມໃນແມ່ນໍ້າຂອງ ກໍຢືນຢັນວ່າເຄືອຂ່າຍປະຊາຊົນ ໄທ ແລະ ອົງການອະນຸລັກ
ສິ່ງແວດລ້ອມທຳມະຊາດສາກົນ ຍັງສືບຕໍ່ການເຄື່ອນໄຫວຮ່ວມກັນ ເພື່ອຄັດຄ້ານຕໍ່ບັນ
ດາໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງທຸກໂຄງການ ລວມເຖິງໂຄງ
ການເຂື່ອນປາກແບງໃນ ລາວ ດ້ວຍ ຊຶ່ງຜ່ານມາເຄືອຂ່າຍປະຊາຊົນ ໄທ ກໍໄດ້ຟ້ອງ
ຮ້ອງຕໍ່ສານປົກຄອງຂອງ ໄທ ເພື່ອຂໍໃຫ້ມີຄຳສັ່ງບັງຄັບໃຫ້ລັດຖະບານ ໄທ ຕ້ອງສະ
ແດງການຄັດຄ້ານໂຄງການເຂື່ອນປາກແບງ ໃນກອງປະຊຸມຄະນະກຳມາທິການແມ່
ນໍ້າຂອງ (MRC) ທີ່ ໄທ ເປັນສະມາຊິກຮ່ວມກັບ ກຳປູເຈຍ, ຫວຽດນາມ ແລະ ລາວ
ນັ້ນ.

ທັງນີ້ກໍເນື່ອງຈາກວ່າໂຄງການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃນ ລາວ ນັ້ນ ຈະສົ່ງ
ຜົນກະທົບຕໍ່ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະ
ຊາດໃນແມ່ນໍ້າຂອງຕະຫຼອດທັງສາຍ ໃນເຂດຕອນລຸ່ມຂອງແມ່ນໍ້າອີກດ້ວຍ ຫາກແຕ່
ວ່າກໍເປັນການຍາກທີ່ຈະຄັດຄ້ານ ໂຄງການເຂື່ອນປາກແບງ ໄດ້ໂດຍທາງການ ໄທ
ເພາະໂຄງການຕັ້ງຢູ່ໃນເຂດອະທິປະໄຕຂອງ ລາວ ດ້ວຍເຫດນີ້ ປະເທດສະມາຊິກ
ໃນ MRC ດ້ວຍກັນຈຶ່ງບໍ່ສາມາດທີ່ຈະເຂົ້າໄປແຊກແຊງໄດ້ ນອກຈາກການພິຈາລະ
ນາຂໍ້ມູນຕ່າງໆຕາມທີ່ທາງການ ລາວ ແລະ ຜູ້ລົງທຶນໃນໂຄງການໄດ້ນຳສະເໜີເທົ່າ
ນັ້ນ.

ທັງນີ້ໂດຍບໍລິສັດຕ້າຖັງ ຈາກຈີນ ຜູ້ລົງທຶນໃນໂຄງການເຂື່ອນປາກແບງ ໄດ້ເລີ່ມລົງມື
ກໍ່ສ້າງເຂື່ອນໃນພາກຕົວຈິງໃນທ້າຍປີ 2017 ພາຍຫຼັງບໍລິສັດໄດ້ສະເໜີຜົນການສຶກ
ສາສຳຫຼວດ ແລະ ເອກະສານທີ່ສຳຄັນຕ່າງໆທີ່ກ່ຽວຂ້ອງຕໍ່ປະເທດສະມາຊິກ MRC
ຢ່າງຄົບຖ້ວນແລ້ວນັບແຕ່ເດືອນມິຖຸນາ 2017 ເປັນຕົ້ນມາ ໝາຍຄວາມວ່າທາງການ
ກຳປູເຈຍ, ໄທ, ຫວຽດນາມ ແລະ ລາວ ໄດ້ຮັບຊາບເຖິງລາຍລະອຽດທີ່ກ່ຽວກັບແຜນ
ການໃນດ້ານຕ່າງໆຂອງໂຄງການເຂື່ອນປາກແບງຢ່າງເປັນທາງການແລ້ວນັ້ນເອງ.

ໂຄງການເຂື່ອນປາກແບງເທິງແນວແມ່ນໍ້າຂອງທີ່ຕັ້ງຢູ່ລະຫວ່າງເມືອງເງິນ ແຂວງໄຊ
ຍະບູລີ ກັບເມືອງປາກແບງ ແຂວງອຸດົມໄຊ ຈະມີຕົວເຂື່ອນຍາວ 1,000 ແມັດ, ສັນ
ເຂື່ອນສູງ 64 ແມັດ ປະກອບມີຈັກປັ່ນໄຟຟ້າຈຳນວນ 16 ເຄື່ອງ ມີກຳລັງຕິດຕັ້ງລວມ
912 ເມກະວັດ ມີລະບົບປ່ອຍຂີ້ຕົມຮອດພື້ນອັດຕະໂນມັດ ມີຊ່ອງທາງເດີນເຮືອແບບ
ລີຟ (LIFT) ຍົກນໍ້າໜັກໄດ້ປະມານ 500 ໂຕນ ທັງກໍຍັງຈະມີຊ່ອງທາງສຳລັບປາຂຶ້ນ-
ລົງ ຢູ່ດ້ານຂ້າງຂອງເຂື່ອນທີ່ກວ້າງປະມານ 15 ແມັດ ແລະ ຍາວ 1,000 ແມັດ ເຮັດ
ໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກອີກດ້ວຍ ຈຶ່ງເຮັດໃຫ້ຈະຕ້ອງໃຊ້ເງິນລົງທຶນກໍ່
ສ້າງຫຼາຍກວ່າ 2,000 ລ້ານໂດລາ.

XS
SM
MD
LG