ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍ​ລິ​ສັດ ເພີ​ດູ ຟາ​ມາ ຍື່ນເອ​ກະ​ສານ ລົ້ມ​ລະ​ລາຍ ຕໍ່ສານ ສະຫະລັດ ຍ້ອນຖືກຟ້ອງຮ້ອງ


ຄົນ​ຂາຍ​ຢາ​ຈັບ​ກ່ອງ​ຢາ OxyContin ທີ່​ເຮັດ​ໂດຍ​ບໍ​ລິ​ສັດ ເພີ​ດູ ຟາ​ມາ ຢູ່​ຮ້ານ​ຂາຍ​ຢາ ໃນ​ເມືອງ ໂປ​ຣ​ໂວ, ລັດ ຢູ​ທາ, 9 ພຶດ​ສະ​ພາ, 2019.
ຄົນ​ຂາຍ​ຢາ​ຈັບ​ກ່ອງ​ຢາ OxyContin ທີ່​ເຮັດ​ໂດຍ​ບໍ​ລິ​ສັດ ເພີ​ດູ ຟາ​ມາ ຢູ່​ຮ້ານ​ຂາຍ​ຢາ ໃນ​ເມືອງ ໂປ​ຣ​ໂວ, ລັດ ຢູ​ທາ, 9 ພຶດ​ສະ​ພາ, 2019.

ບໍ​ລິ​ສັດ ເພີ​ດູ ຟາ​ມາ, ເຊິ່ງ​ແມ່ນ​ຜູ້​ຜ​ະ​ລິດຢາ​ແກ້​ປວດ​ຕາມ​ໃບ​ສັ່ງ ອົງ​ຊີ​ຄອນ​ຕິນ
(OxyContin), ໄດ້ຮ່າງເອກະສານເພື່ອປົກປ້ອງການລົ້ມລະລາຍໃນສານ ສະຫະລັດ.

ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ຟ້ອງ​ຮ້ອງຫຼາຍ​ຄັ້ງ​ຈາກ​ທ້ອງ​ຖິ່ນ ແລະ ລັດ​
ຖະບານຂອງລັດຕ່າງໆ ແລະ ຜູ້ຮ້ອງທຸກອື່ນໆ ທີ່ກ່າວຫາວ່າເຂົາເຈົ້າໄດ້ຂາຍຢາແກ້
ປວດທີ່ອັນຕະລາຍ ແລະ ເສບຕິດຢ່າງເກີ​ນຂອບເຂດ ທີ່ໄດ້ຊ້ວຍໃຫ້ເກີດວິກິດການຢາ
ແກ້ປວດໃນ ສະຫະລັດ.

ການ​ຮ່າງ​ເອ​ກະ​ສານ​ລົ້ມ​ລະ​ລາຍ​ໄດ້​ມີ​ຂຶ້ນບໍ່​ເທົ່າ​ໃດ​ວັນ ຫຼັງ​ຈາກ​ບໍ​ລິ​ສັດ ເພີ​ດູ ຟ​າ​ມາ ໄດ້
ບັນລຸການຕົກລົງຊົ່ວຄາວກັບປະມານ 2,000 ບໍລິສັດ ທີ່ໄດ້ຮ່າງການຟ້ອງຮ້ອງນັ້ນ. ມູນ
ຄ່າຂອງການຕົກລົງອາດສູງເຖິງ 12 ຕື້ໂດລາ.

ແຕ່​ບາງ​ລັດ​ທີ່​ໄດ້​ເຂົ້າ​ຮ່​ວມ​ໃນ​ການ​ຟ້ອງ​ຮ້ອງ ​ໄດ້​ຄັດ​ຄ້ານ​ການ​ຕົກ​ລົງ​ດັ່ງ​ກ່າວ, ໂດຍ​ເວົ້າ​
ວ່າບໍລິສັດນັ້ນ ແລະ ຄອບຄົວ ແຊັກເລີ (Sackler Family) ທີ່ຄວບຄຸມມັນແມ່ນບໍ່ໄດ້
ສະເໜີໃຫ້ຢ່າງພຽງພໍ ແລະວ່າເງື່ອນໄຂໃນປັດຈຸບັນ ຈະບໍ່ສ້າງການຜ່ອນຜັນທີ່ຖືກກະ
ປະມານ 12 ຕື້ໂດລານັ້ນໄດ້.

ປະ​ທານ​ບໍ​ລິ​ສັດ ເພີ​ດູ ຟາ​ມາ ທ່ານ ສ​ຕີ​ຟ ມິ​ລ​ເລີ ໄດ້​ປະ​ຕິ​ເສດ​ການ​ວິ​ພາກວິ​ຈານ​ ກ່ຽວ
ກັບ ການຕົກລົງດັ່ງກ່າວ ແລະ ໄດ້ເວົ້າວ່າ ຖ້າການຟ້ອງຮ້ອງຫາກດຳເນີນໄປໜ້າ ຜົນທີ່
ອອກມາກໍຈະມີແຕ່ເສຍເງິນຖິ້ມລ້າໆ ໃນການຕໍ່ສູ້ທາງກົດໝາຍທີ່ສາມາດຖືກໃຊ້ເປັນ
ສ່ວນນຶ່ງຂອງການຕົກລົງ.

ຄອບ​ຄົວ ແຊັກ​ເລີ ໄດ້​ສະ​ເໜີ​ທີ່​ຈະ​ຈ່າຍ​ເງິນ 3 ຕື້​ໂດ​ລາ​ພາຍ​ໃຕ້​ການ​ຕົກ​ລົງ​ນັ້ນ, ແລະ
ໄດ້ກ່າວວ່າເຂົາເຈົ້າຢາກໃຫ້ບໍລິສັດຖືກໃຊ້ເພື່ອຜົນປະໂຫຍດຕໍ່ສາທາລະນະ. ນັ້ນອາດ
ລວມມີການສະໜອງຢາໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ຊຸມຊົນຕ່າງໆ ທີ່ບໍລິສັດໄດ້ສ້າງເພື່ອ
ຕໍ່ສູ້ກັບການໃຊ້ຢາເກີນຂະໜາດ ແລະ ການຕິດຢາແກ້ປວດທັງຫຼາຍ.

ຫ້ອງ​ການ​ຂອງ​ໄອ​ຍະ​ການ​ລັດ ນິວຢອກ ໄດ້​ກ່າວ​ຫາ​ໃນ​ຮ່າງ​ເອ​ກະ​ສານ​ຂອງ​ສານ​ເມື່ອ​
ວັນສຸກທີ່ຜ່ານມາວ່າ ບັນດາສະມາຊິກຂອງຄອບຄົວ ແຊັກເລີ ໄດ້ໃຊ້ບັນຊີລັບເພື່ອໂອນ
ເງິນ 1 ຕື້ໂດລາໃຫ້ເຂົາເຈົ້າເອງ. ຄອບຄົວດັ່ງກ່າວໄດ້ເວົ້າວ່າ ການໂອນເງິນທີ່ວ່ານັ້ນ
ໄດ້ເຮັດເມື່ອຫຼາຍທົດສະວັດທີ່ຜ່ານມາ ແລະ ມັນກໍຖືກຕ້ອງຕາມກົດໝາຍ.

ຂໍ້​ມູນ​ລັດ​ຖະ​ບານ​ ສະ​ຫະ​ລັດ ໄດ້​ສະ​ແດງ​ໃຫ້​ເຫັນ​ຕົວ​ເລກ​ການ​ເສຍ​ຊີ​ວິດ​ຈາກ​ການ​ໃຊ້​
ຢາເກີນຂອບເຂດ ທີ່ປະກອບມີຢາກແກ້ປວດ ເພີ່ມຂຶ້ນຈາກ 8,000 ກໍລະນີໃນປີ 1999
ເປັນ 47,600 ກໍລະນີໃນປີ 2017.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG