ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ ອັອກສແຟມ ກ່າວວ່າ ຕຳຫຼວດຝຣັ່ງ ປາດພື້ນເກີບ ເດັກນ້ອຍອົບພະຍົບ ອອກ


ຕຳຫຼວດຝຣັ່ງ ສອບຖາມ ອົບພະຍົບ ທີ່ກຳລັງຄູ້ເຂົ່າຢູ່
ຕຳຫຼວດຝຣັ່ງ ສອບຖາມ ອົບພະຍົບ ທີ່ກຳລັງຄູ້ເຂົ່າຢູ່

ອົງການອັອກສແຟມ (Oxfam) ກ່າວວ່າ ຕຳຫຼວດຊາຍແດນ ຂອງຝຣັ່ງ ໄດ້ປະຕິບັດ
ແບບບໍ່ຖືກຕ້ອງ ຕໍ່ພວກເດັກນ້ອຍອົບພະຍົບ ທີ່ຢາກເຂົ້າໄປໃນປະເທດຝຣັ່ງ ຈາກອີ
ຕາລີ ໂດຍສົ່ງພວກເຂົາເຈົ້າກັບຄືນໄປຍັງປະເທດອີຕາລີ ຊຶ່ງເປັນການລະເມີດຕໍ່ກົດ
ໝາຍຂອງຝຣັ່ງ ແລະຂອງສະຫະພາບຢູໂຣບ.

“ມີເດັກນ້ອຍບາງຄົນ ແມ່ນແຕ່ເກີບຂອງພວກເຂົາເຈົ້າ ກໍຍັງຖືກປາດພື້ນອອກ ກ່ອນ
ທີ່ຈະຖືກສົ່ງກັບຄືນໄປອີຕາລີ” ນັ້ນຄືຄຳເວົ້າສະມາຊິກຂອງອົງການ Oxfam ກ່າວຢູ່
ໃນລາຍງານສະບັບນຶ່ງທີ່ຫາກໍນຳອອກເຜີຍແຜ່ຊຶ່ງມີຊື່ວ່າ ບໍ່ມີບ່ອນແຕ່ຕ້ອງສົ່ງກັບຫຼື
Nowhere But Out.

ພະນັກງານໃຫ້ການຊ່ອຍເຫຼືອຄົນນຶ່ງເວົ້າວ່າ “ຕຳຫຼວດໄດ້ຮ້ອງໃສ່ພວກເຂົາເຈົ້າ ຫົວ
ເຍາະເຍີ້ຍ ຊຸກພວກເຂົາ ແລະກໍບອກພວກເຂົາວ່າ ພວກເຈົ້າບໍ່ມີທາງ ທີ່ຈະລອດໄປ
ຈາກໜີ້. ໂທລະສັບມືຖື ຂອງເດັກນ້ອຍບາງຄົນ ໄດ້ຖືກຍຶດໄວ້ ແລະກໍຖອດຊິມຄາດ
ອອກ. ພວກເຂົາເຈົ້າໄດ້ສູນເສຍຂໍ້ມູນທຸກຢ່າງແລະກໍໂທລະສັບນຳດ້ວຍ. ພວກເຂົາ
ເຈົ້າບໍ່ສາມາດໂທຫາພໍ່ແມ່ເຂົາເຈົ້າໄດ້ຫລັງຈາກນັ້ນ.”

ປະທານາທິບໍດີເອັມມານູແອລ ມາກຣົງ ແຫ່ງຝຣັ່ງ ແລະນາຍົກລັດຖະມົນຕີຄົນໃໝ່
ຂອງອີຕາລີ ທ່ານກິວເຊັບເປ ກົງເຕ ພວມພົບປະກັນໃນວັນສຸກມື້ນີ້ທ່າມກາງຄວາມ
ເຄັ່ງຕຶງກ່ຽວກັບພວກອົບພະຍົບ ລະຫວ່າງປະເທດທັງສອງ.

ໃນຕົ້ນອາທິດນີ້ ຜູ້ນຳຝຣັ່ງໄດ້ຕ້ອງຕິອີຕາລີ ຫລັງຈາກປະເທດດັ່ງກ່າວ ບໍ່ຍອມຮັບ
ເອົາອົບພະຍົບຫຼາຍຮ້ອຍຄົນ ເທິງເຮືອກູ້ໄພ ໂດຍເອີ້ນການກະທຳ ຂອງອີຕາລີວ່າ
“ຂາດຄວາມຮັບຜິດຊອບ.” ລັດຖະມົນຕີກະຊວງພາຍໃນຄົນໃໝ່ຂອງອີຕາລີທ່ານ
ມັດເທວ ຊາລວີນີ ໄດ້ຕອບໂຕ້ຄືນ ໂດຍກ່າວວ່າ ຝຣັ່ງ ຄວນຈະຮັບເອົາອົບພະຍົບ
ເພີ້ມຂຶ້ນ ແລະທ່ານມາກຣົງ ບໍ່ຄວນເວົ້າຊື່ໆ ແຕ່ຄວນເຮັດພ້ອມ.

ທ່ານມາກົງ ກ່າວໃນວັນພະຫັດ ວານນີ້ນີ້ວ່າ “ເຖິງເວລາແລ້ວ ທີ່ຈະເອົາບາດກ້າວ
ຮ່ວມກັນ” ແລະທ່ານກໍບໍ່ໄດ້ໝາຍຄວາມວ່າ ຈະຕ້ອງຕິຕໍ່ອີຕາລີ.

ອີງຕາມລາຍງານ Nowhere But Out ແລ້ວ ມີອົບພະຍົບປະມານ 16,500 ຄົນ
ແລະພວກຄົນເຂົ້າເມືອງ ຈຸອື່ນໆອີກ ໄດ້ພັກອາໄສ ຢູ່ໃນ ແລະບໍລິເວນອ້ອມແອ້ມ
ເມືອງເວັນຕີມີເກລຍ ຊຶ່ງເປັນເມືອງນ້ອຍໆຂອງອີຕາລີຕັ້ງຢູ່ປະມານ 7 ກິໂລແມັດ
ຫ່າງຈາກຊາຍແດນຝຣັ່ງ. ນຶ່ງໃນພວກອົບພະຍົບ ທຸກໆ 4 ຄົນໃດ ແມ່ນເປັນເດັກ
ນ້ອຍທີ່ບໍ່ມີພໍ່ແມ່ຕິດຕາມໄປນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG